Biore UV Aqua Rich Watery Essence SPF50+/PA++++

 ຕອນນີ້ສະພາບອາກາດບ້ານເຮົາເລີ່ມກ້າວເຂົ້າສູ່ລະດູຮ້ອນກັນແລ້ວ
ອາກາດຮ້ອນໆ ແສງແດດແຮງໆແບບນີ້ສາວໆຢ່າລືມວ່າ
ແສງແດດເປັນປັດໃຈໜຶ່ງທີ່ທຳລາຍຜິວໃສໃຫ້ກາຍເປັນຜິວເສຍ
ສະນັ້ນ ເຮົາຄວນປ້ອງກັນໄວ້ດີກວ່ານຳແກ້ພາຍຫລັງເນາະ

ສຳລັບມື້ນີ້ນ້ອຍກໍ່ມີຕົວຊ່ວຍໃນການປ້ອງກັນລັງສີຈາກແສງແດດມາຣີວິວ
ນັ້ນກໍ່ຄື  Biore UV Aqua Rich Watery Essence SPF50+/PA++++

Biore UV Aqua Rich Watery Essence SPF50+/PA++++
ຜະລິດຕະພັນໂຕນີ້ ຫລາຍໆຄົນຄືຈະເຄີຍເຫັນ ຫລື ບາງຄົນອາດຈະເຄີຍໃຊ້ກັນມາແລ້ວ
ສະນັ້ນ ຣີວິວນີ້ຈະເປັນການແຊປະສົບການຂອງການໃຊ້ຜະລິດຕະພັນນີ້ເນາະ
ແຕ່ສຳລັບໃຜທີ່ຍັງບໍ່ເຄີຍໃຊ້ ແລະ ອາດຈະລັງເລວ່າຈະຊື້ມາໃຊ້ດີບໍ່
ອາດຈະເອົາຣີວິວນີ້ເປັນຕົວຢ່າງເພື່ອປະກອບການຕັດສິນໃຈກໍ່ໄດ້

Product Claim
 ເປັນກັນແດດສູດນ້ຳ ເນື້ອເອສເຊັ້ນ ສຳຫລັບຜິວໜ້າ ແລະ ຄໍ ເນື້ອບາງເບົາພິເສດ
ຈົນສາມາດທາທັບເຄື່ອງສຳອາງໄດ້ໂດຍບໍ່ເປັນຄາບ ບໍ່ໜຽວໜ້າ ແລະ ດ້ວຍນະວັດຕະກຳ
ກັນແດດອິດສະລິຍະ UV Aqua Jelly Capsule ທີ່ເກັບ SPF50+/PA+++ ໃນແຄັບຊູນອະນຸພາກນ້ອຍໆ
ແລ້ວແປສະພາບຄ້າຍຄືກັບນ້ຳກະຈາຍໂຕທົ່ວຜິວທັນທີທີ່ທາ
ຈຶ່ງປົກປ້ອງລັງສີຄົບທັງ UVA ແລະ UVB ໄດ້ຢ່າງມີປະສິດທິພາບ ແລະ ຍາວນານ
ເບິ່ງແຍງຜິວດ້ວຍ Watery Essence ອຸດົມດ້ວຍຄວາມຊຸ່ມຊື່ນຄືກັບຕື່ມນ້ຳໃຫ້ຜິວ
ເນື້ອບາງເບົາເປັນພິເສດ ຊຶມເຂົ້າສູ່ຜິວໄດ້ງ່າຍ
 ປະສົມ Hyaluronic acid ແລະ Royal jelly ກັກເກັບນ້ຳລໍ່ລ້ຽງໃຫ້ຜິວນຸ້ມຊຸ່ມຊື່ນ

Biore UV Aqua Rich Watery Essence SPF50+/PA++++
Packaging
 ບັນຈຸພັນເປັນຫລອດບີບສີຟ້າ ຝາເປັນສີຂາວແບບກຽວໝູນ
ດ້ານໜ້າ ແລະ ຫລັງບັນຈຸພັນບອກຊື່ແບຣນ ແລະ ຄຳອະທິບາຍຜະລິດຕະພັນ
ເປັນພາສາອັງກິດ (ແຕ່ດ້ານຫລັງແອບມີພາສາຍີ່ປຸ່ນໜ້ອຍໜຶ່ງ)
ປະລິມານທີ່ໃຫ້ມາແມ່ນ 50g

Biore UV Aqua Rich Watery Essence SPF50+/PA++++



Product
 ຜະລິດຕະພັນເປັນເນື້ອເອສເຊັ້ນສີເຫລືອງອ່ອນ
ມີກິ່ນຫອມອ່ອນໆ ແລະ ໄດ້ກຶ່ນແອລກໍຮໍມາເລັກໜ້ອຍ

Biore UV Aqua Rich Watery Essence SPF50+/PA++++

ເມື່ອທາລົງຜິວຈະຮູ້ສຶກມື່ນໆທາງ່າຍ ເນື້ອເອສເຊັ້ນຈະແຕກໂຕເປັນນ້ຳແລ້ວຊຶມລົງສູ່ຜິວ

Biore UV Aqua Rich Watery Essence SPF50+/PA++++

ຫລັງທາ ຜິວຈະຊູ່ມຂຶ້ນ ແລະ ວາວຂຶ້ນເລັກໜ້ອຍ ແຕ່ບໍ່ເຮັດໃຫ້ໜ້າມັນ

Biore UV Aqua Rich Watery Essence SPF50+/PA++++

ບາດນີ້ເຮົາມາລອງທາໜ້າກັນເບິ່ງ

Biore UV Aqua Rich Watery Essence SPF50+/PA++++

ເມື່ອທາລົງຜິວແລ້ວຈະບໍ່ປ່ຽນສີຜິວ ຫລື ປັບສີຜິວໃຫ້ຂາວຂຶ້ນແຕ່ຢ່າງໃດ
ພຽງແຕ່ເຮັດໃຫ້ໜ້າວາວຂຶ້ນເລັກຫນ້ອຍເທົ່ານັ້ນ


ບາດນີ້ລອງແຕ່ງໜ້າ ແລ້ວທາທັບເຄື່ອງສຳອາງລອງເບິ່ງ
ຜົນປະກົດວ່າ.... ບໍ່ເປັນຄາບຕາມທີ່ຜະລິດຕະພັນໄດ້ເຄລມເອົາໄວ້ແທ້
ແຕ່ຮູ້ສຶກວ່າມັນບໍ່ຄ່ອຍຊຶມເຂົ້າໜ້າ (ຫລືວ່າເຮົາທາບໍ່ເປັນ 555)


Feeling after use:

ຖືວ່າເປັນກັນແດດອີກໂຕໜຶ່ງທີ່ໃຊ້ດີ ທາແລ້ວບໍ່ເຮັດໃຫ້ໜ້າມັນເພີ່ມ
ເໝາະກັບການໃຊ້ໃນຊີວິດປະຈຳວັນແບບທຳມະດາ ນັ່ງເຮັດວຽກຢູ່ໃນຮົ່ມ ຫລື ຫ້ອງແອ
ລຸ້ນນີ້ບໍ່ກັນນ້ຳເດີ້ສາວໆ  ບໍ່ເໝາະກັບຜູ້ທີ່ເຮັດກິດຈະກຳໜັກໆທີ່ເຫື່ອອອກຫລາຍໆ
ຫລືເຮັດວຽກກາງແດດເປັນເວລາດົນ ຖ້າຈະໃຊ້ຄວນທາຊ້ຳທຸກ 2 ຊົ່ວໂມງ

ໃຫ້ຄະແນນ 4/5
ຫັກຄະແນນໜ້ອຍໜຶ່ງບ່ອນທີ່ວ່າສ່ວນປະສົມມີແອລກໍຮໍ 
ເຊິ່ງໃຊ້ໄປດົນໆອາດເຮັດໃຫ້ຜິວດ້ານ ຫລື ຮູຂຸມຂົນກວ້າງ
ແຕ່ໂດຍລວມຖືວ່າໃຊ້ດີທັງສາວຜິວມັນ ແລະ ຜິວແຫ້ງ
ເພາະຜິວມັນເນື້ອຂອງຜະລິດຕະພັນກໍ່ບໍ່ເຮັດໃຫ້ໜ້າມັນຕື່ມ
ແລະ ຜິວແຫ້ງຜະລິດຕະພັນກໍ່ປະສົມ Hyaluronic acid ມາໃຫ້ເພີ່ມຕື່ມຄວາມຊຸ່ມຊື່ນໃຫ້ກັບຜິິວອີກດ້ວຍ
 
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)