Etude House Moistfull White Cream (Review)

ສະບາຍດີ ກັບມາພົບກັນອີກຄັ້ງຫລັງຈາກທີ່ບໍ່ພົບກັນດົນແລ້ວ (ແມ່ນຫວາ...555)
ມື້ນີ້ມີຣີວິວໂຕໃໝ່ມານຳສະເໜີ ນັ້ນກໍ່ຄື

Etude House Moistfull White Cream

ສຳລັບສາວໃດທີ່ສົນໃຈໃນຜະລິດຕະພັນໂຕນີ້ກຽມພ້ອມກັນຫລືຍັງ
ຖ້າພ້ອມແລ້ວເຮົາມາຕິດຕາມໄປພ້ອມໆກັນເລີຍ

Etude House Moistfull White Cream

Product Information

 ແບຣນ Etude House ຫລາຍຄົນຄົງຈະຮູ້ຈັກກັນເປັນຢ່າງດີ
ວ່າເປັນແບຣນເຄື່ອງສຳອາງຊື່ດັງຈາກປະເທດເກົາຫລີໃຕ້
ແລະ ເປັນແບຣນໜຶ່ງທີ່ມີຜະລິດຕະພັນຫລາກຫລາຍທັງ Make up ແລະ Skin care

ສຳລັບ Skin care ທີ່ດັງໆ ແລະ ເປັນທີ່ນິຍົມຈະເປັນລຸ້ນ Moistfull ເຊິ່ງກໍ່ມີຢູ່ 4 ສູດໃຫ້ເລືອກໃຊ້ຄື
Moistfull Collagen (ບັນຈຸພັນສີສົ້ມ ຂາຍດີທີ່ສຸດ)
Moistfull Aloe (ບັນຈຸພັນສີຂຽວ)
Moistfull White (ບັນຈຸພັນສີຂາວ)
Moistfull Flower (ບັນຈຸພັນສີບົວ)

ເຊິ່ງສູດທີ່ເຮົານຳມາຣີວິວໃນມື້ນີ້ຈະເປັນລຸ້ນ
Etude House Moistfull White Cream

Product Claim

ເປັນຄຣີມບຳລຸງຜິວເນື້ອເຈວສູດເຂັ້ມຂຸ້ນດ້ວຍສ່ວນປະສົມຂອງ
 Baobob Tree Extract, Niacinamide ແລະ Rose Hip Oil ພ້ອມໄຂ່ມຸກເກຣດພຣີມ້ຽມ
ທີ່ມອບການບຳລຸງໃຫ້ຜິວຂາວ ກະຈ່າງໃສຢ່າງລ້ຳເລິກ
ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ຜິວດ້ວຍ Brightening Beads
ທີ່ຊ່ວຍໃຫ້ຜິວພັນຊຸ່ມຊື່ນ ແລະ Glow ຢ່າງເປັນທຳມະຊາດ
ເຮັດໜ້າທີ່ປົກປ້ອງ ແລະ ຟື້ນຟູຜິວໃຫ້ກັບມາມີສຸຂະພາບດີອີກຄັ້ງ
Etude House Moistfull White Cream

Packaging

ບັນຈຸພັນເປັນແບບກະປຸກແກ້ວສີຂາວສະອາດຕາ ຝາເປັນແບບກຽວໝູນ
ກະປຸກແກ້ວມີນ້ຳຫນັກພໍສົມຄວນ ປະລິມານເນື້ອຄຣີມທີ່ໃຫ້ມາແມ່ນ 50 ml
ໂຕກ່ອງເຈ້ຍບັນຈຸພັນຈະມີທັງພາສາເກົາຫລີ ແລະ ພາສາອັງກິດ
(ແຕ່ຮູ້ສຶກວ່າພາສາເກົາຫລີຈະຫລາຍກວ່າ 555)
Etude House Moistfull White Cream
 ພິເສດ ທາງແບຣນໄດ້ແຖມບ່ວງນ້ອຍໆ ສຳລັບຕັກເນື້ອຄຣີມມາໃຫ້ດ້ວຍ
ເຊິ່ງນ້ອຍຄິດວ່າດີ ຄິດເອົາເອງວ່າເພິ່ນອາດຈະໃສ່ໃຈໃນສຸຂະອະນາໄມ ແລະ ເພື່ອກັນບໍ່ໃຫ້ມືຂອງເຮົາ (ທີ່ອາດຈະບໍ່ສະອາດພຽງພໍ) ສຳພັດກັບເນື້ອຄຣີມໃນກະປຸກໂດຍກົງ

ເມື່ອໃຊ້ຕັກຄຣີມແລ້ວກໍ່ຄວນເຊັດເຮັດຄວາມສະອາດແລະ ເກັບໄວ້ບ່ອນສະອາດເດີ້
ເພື່ອການນຳໃຊ້ໃນຄັ້ງຕໍ່ໄປ
Etude House Moistfull White Cream

Ingredients

ສານບຳລຸງທຳມະຊາດທີ່ໃຫ້ມາມີຫລາຍໂຕ ອັດແໜ້ນໃນກະປຸກນ້ອຍໆແບບເຕັມທີ່ກັນເລີຍ
ແຕ່ມີແອລກໍຮໍ ແລະ ນ້ຳຫອມ ໃຜທີ່ຜິວແພ້ງ່າຍຄວນທົດສອບອາການແພ້ກ່ອນໃຊ້ແນ່ເດີ້
Etude House Moistfull White Cream

Product

ເມື່ອເປີດຝາແລ້ວຈະໄດ້ກິ່ນຫອມຢ່າງຊັດເຈນ ຄິດວ່າຄົງໃສ່ນ້ຳຫອມມາຫລາຍພໍສົມຄວນ
ເນື້ອຄຣີມຈະຄ້າຍຄືເນື້ອເຈວ ສີຂາວແບບໃສໆ
Etude House Moistfull White Cream
 ເນື້ອຄຣີມມີຄວາມເຂັ້ມຂຸ້ນ
 ເວລາທາຈະຮູ້ສຶກມື່ນໆ ແລະ ຮູ້ສຶກວ່າໜ້າຊຸ່ມຊື່ນຕັ້ງແຕ່ຄັ້ງທຳອິດທີ່ທາເລີຍ
Etude House Moistfull White Cream
ເມັດຂາວໆນ້ອຍໆທີ່ເຮົາເຫັນເນັ້ນ ແມ່ນເມັດ Brightening Beads
ເຊິ່ງມີສ່ວນປະສົມຈາກທຳມະຊາດນານາຊະນິດເຊັ່ນ:
Grape, Gold, Mulberry Tree, Saxifrage ແລະ ຫອຍນາງລົມ (Calcium Carbonate)
ເມື່ອເຮົາລູບໆທາໆ ມັນຈະແຕກໂຕ ແລະ ຊຶມລົງສູ່ຜິວພ້ອມກັບເນື້ອຄຣີມ
Etude House Moistfull White Cream
 ເມື່ອເນື້ອຄຣີມຊຶມລົງສູ່ຜິວແລ້ວ ເຮົາຈະຮູ້ສຶກເລີຍວ່າຜິວຈະນຸ້ມຊຸ່ມຊື່ນ
ແລະ ຜິວຈະວາວຂຶ້ນເລັກໜ້ອຍ
Etude House Moistfull White Cream

Feeling after use:

ຫລັງຈາກໃຊ້ມາໄລຍະໜຶ່ງ ຮູ້ສຶກວ່າຜິວກະຈ່າງໃສຂຶ້ນ
ເມື່ອທາກ່ອນນອນ ຕື່ນມາຫນ້າຈະໃສໆວາວໆ
ຖ້າຈະທາຕອນເຊົ້າຄົນທີ່ໜ້າມັນຄວນຫາຜະລິດຕະພັນເພື່ອຄວບຄຸມຄວາມມັນທາຄວບຄູ່ໄປນຳ


ໃຫ້ຄະແນນ 4/5
ຂໍຫັກຄະແນນຫນ້ອຍຫນຶ່ງບ່ອນທີ່ວ່າກິ່ນນ້ຳຫອມແຮງຫລາຍ ແລະ ຄິດວ່າຜະລິດຕະພັນນີ້ເໝາະກັບສາວຜິວແຫ້ງຫລາຍກວ່າ
ເພາະຊື່ຜະລິດຕະພັນກໍ່ບອກຢູ່ແລ້ວວ່າເປັນລຸ້ນເພີ່ມຄວາມຊຸ່ມຊື່ນໃຫ້ຜິວ
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)