Pattaya ... Happy New Year 2016 (Part 3)

ໃນທີ່ສຸດ Trip ນີ້ກໍ່ດຳເນີນມາຮອດມື້ທີ 3 ເຊິ່ງເປັນ Part ສຸດທ້າຍແລ້ວ
ສະນັ້ນ ມື້ນີ້ເຮົາຈະພາໄປຫລິ້ນໃຫ້ມັນຈຸໃຈໄປເລີຍ (^_^)/
Pattaya
 Part 3 : ມື້ທີ 3 (03.01.2016)
ມື້ນີ້ພາກັນຕື່ນນອນແຕ່ 6 ໂມງເຊົ້າ ເພື່ອຈະອອກໄປເບິ່ງຕະເວັນຂຶ້ນ
ການເດີນທາງກໍ່ໃຊ້ລົດຈັກຄູ່ກາຍທີ່ເຊົ່າມາແຕ່ມື້ວານ ຂີ່ລັດເລາະຕາມຫົນທາງຢູ່ເທິງເກາະ
ຫົນທາງຢູ່ເກາະ ທັງແຄບ ແລະ ຊັນ ບາງບ່ອນຍັງເປັນປ່າຕຶບທັງສອງຂ້າງທາງ
ຂະໜາດຕອນແຈ້ງໆກະຍັງຮູ້ສຶກວັງເວງເລີຍ 5555
Kohlarn
ຂີ່ລົດມາຈົນສຸດຫົນທາງ ບໍ່ເຫັນທາງໄປຕໍ່ ແຕ່ເຮົາເຫັນຂັ້ນໃດລົງຫາດທີ່ທັງຍາວ ແລະ ຊັນ
ບໍ່ຊ້າ!! ທີມງານເຮົາຈອດລົດຍ່າງລົງໄປສຳລວດຫາດທັນທີ 555
ຖືວ່າເປັນການອອກກຳລັງກາຍໃນຕອນເຊົ້າ ຕອນຍ່າງລົງບໍ່ປານໃດ
ແຕ່ຕອນຍ່າງຂຶ້ນນິຕິ່ ໄດ້ຫອບໄປຕາມໆກັນ ເຫະໆໆ
Kohlarn
ບັນຍາກາດຂອງຫາດຊາຍ ແລະ ທະເລໃນຍາມເຊົ້າ
ເມື່ອບໍ່ມີນັກທ່ອງທ່ຽວກໍ່ຫງຽບໆ ສະບາຍຕາດີ
ຫາດທີ່ເຮົາລົງມານີ້ກໍ່ບໍ່ຮູ້ວ່າແມ່ນຫາດຍັງ ເພາະບໍ່ເຫັນປ້າຍບອກຊື່
Kohlarn
ຫລັງຈາກເກັບພາບບັນຍາກາດຂອງຫາດແຫ່ງນີ້ເປັນທີ່ພໍໃຈແລ້ວ
ທີມງານເຮົາກໍ່ຍ້າຍໄປສະຖານທີ່ໃໝ່ ໝູນລົດ ໝູນລໍ້ ໄປຫາຈຸດຊົມວິວຂອງເກາະລ້ານຕໍ່ໄປ
Kohlarn
ງາມອີ່ຫລີທະເລ ແລະ ພູເຂົາໃນຕອນເຊົ້າໆ ຕອນທີ່ບໍ່ມີເຮືອ
Kohlarn
ເມື່ອຊຶມຊັບກັບທຳມະຊາດ ແລະ ບັນຍາກາດເປັນທີ່ພໍໃຈແລ້ວ
ທີມງານເຮົາກໍ່ໝູນລໍ້ອອກໄປສະຖານທີ່ໃໝ່ຕໍ່ໄປ

ສູນປະຕິບັດທຳເຂົາໃຫຍ່
ເປັນສະຖານທີ່ຫງຽບສະຫງົບ ຢູ່ເທິງພູສູງ
ແຕ່ເຮົາສາມາດຂີ່ລົດຈັກຂຶ້ນໄປໄດ້ ເນື່ອງຈາກຫົນທາງປູຄອນກຣີດຮຽບຮ້ອຍແລ້ວ
Kohlarn
ຕະເວັນກຳລັງຂຶ້ນຈາກທະເລໃນຕອນເຊົ້າ ອິອິ
ອາກາດຕອນນີ້ ເຢັນສະບາຍສົດຊື່ນຫລາຍ ສູດອາກາດສົດຊື່ນໄດ້ເຕັດປອດເລີຍ ^_^
Kohlarn
ສິ່ງທຳອິດທີ່ສະດຸດຕາທີ່ສຸດ ເມື່ອເຮົາຂີ່ລົດເຂົ້າມາໃນສູນປະຕິບັດທຳ ນັ້ນກໍ່ຄື
ຮູບປັ້ນ ຫລວງປູ່ທວດ ຂະຫຍາດໃຫຍ່ທີ່ປະດິດສະຖານຢູ່ດ້ານໜ້າຂອງສູນປະຕິບັດທຳນັ້ນເອງ
Kohlarn
ເມື່ອກາບນະມັດສະການຫລວງປູ່ທວດແລ້ວ
ຫລັງຈາກນັ້ນ ທີມງານເຮົາກໍ່ຂີ່ລົດຕໍ່ໄປອີກ ເພື່ອຂຶ້ນໄປຫາຈຸດຊົມວິວເທິງຍອດພູ
ທາງຕໍ່ຈາກນີ້ຈະເປັນທາງດິນແດງ ແຕ່ກໍ່ໄດ້ຖືກປັບໜ້າດິນໃຫ້ຮາບພຽງແລ້ວ
ຄິດວ່າຕໍ່ໄປອາດຈະເປັນສະທາງຄອນກຣີດຄືກັນກັບຫົນທາງອື່ນໆຂອງເກາະ
Kohlarn
ເມື່ອຂຶ້ນມາຮອດຈຸດພັກລົດແລ້ວ ເຖິງເວລາທີ່ຕ້ອງໃຊ້ກຳລັງຂາຂອງໂຕເອງ
ເພາະຫົນທາງຕໍ່ໄປເອົາລົດຈັກຂຶ້ນໄປບໍ່ໄດ້

ຢູ່ສະຖານທີ່ນີ້ຈະມີ 2 ຈຸດທີ່ນັກທ່ອງທ່ຽວສົນໃຈຄື:
1. ຈຸດຊົມວິວ ພະໂພທິສັດກວນອິມ (ເຈົ້າແມ່ກວນອິມ)
2. ເຈດີ ທີ່ມີທາງຂຶ້ນ 250 ຂັ້ນ ຍ່າງຂຶ້ນແບບຂາລາກກັນແທ້ໆບາດນິ 555
 (ຖ້ຳຈັງບ້ານເຮົາມີຂັ້ນໃດຈັກຂັ້ນນໍ? ຄວາມເໝື່ອຍກະຄືຊິປະມານນີ້ລະ ອິອິ)
Kohlarn
ໄປກັນທີ່ຈຸດທຳອິດເລີຍ ຍ່າງໄປຈຸດຊົມວິວເຈົ້າແມ່ກວນອິມ
ທາງໄປກໍ່ເປັນທາງລຽບໆ ໂອເຄດີ
Kohlarn
ຍ່າງມາຮອດນີ້ ກໍ່ຂຶ້ນຂັ້ນໃດໄປຕື່ມອີກເລັກໜ້ອຍ
(ນາງແບບເຮົາຄືເຮັດໜ້າຕົກໃຈແທ້ນໍ້ ອິອິ)
Kohlarn
ເມື່ອຂຶ້ນມາຮອດຈຸດຊົມວິວແລ້ວ ຈະເຫັນຮູບປັ້ນເຈົ້າແມ່ກວນອິມຈະໜາດໃຫຍ່ປະດິດສະຖານຢູ່
ເພື່ອຕ້ອນຮັບການນະມັດສະການຈາກນັກທ່ອງທ່ຽວ ແລະ ປະຊາຊົນເກາະລ້ານ
Kohlarn
ຢູ່ດ້ານລຸ່ມຈາກບ່ອນທີ່ປະດິດສະຖານເຈົ້າແມ່ກວນອິມ
ກໍ່ຈະເຫັນພະແມ່ທໍລະນີປະດິດສະຖານຢູ່ເຊັ່ນດຽວກັນ
Kohlarn
ວິວທີ່ເຮົາເຫັນເມື່ອຂື້ນມາສະຖານທີ່ນີ້ ເບື້ອງໜື່ງຈະເຫັນທະເລສຸດຫູສຸດຕາ
ນ້ຳທະເລສີຟ້າຂຽວ ກັບທ້ອງຟ້າສີຟ້າອ່ອນ ສີສັນບັນຍາກາດແບບນີ້ຢູ່ບ້ານເຮົາຄົງຈະບໍ່ໄດ້ເຫັນ
ດັ່ງນັ້ນ ຈຶ່ງພາກັນຊຶມຊັບກັບວິວເບື້ອງນີ້ຂ້ອນຂ້າງດົນໜ້ອຍໜຶ່ງ ເຫະໆ
Kohlarn
ອີກເບື້ອງໜຶ່ງເຮົາກໍ່ຈະເຫັນ ຕົ້ນໄມ້, ພູເຂົາ ແລະ ຍອດເຈດີ
ແລະ ນັ້ນແຫລະຄືຈຸດທີ່ເຮົາຈະຍ່າງໄປເປັນສະຖານທີ່ຕໍ່ໄປ
ຈາກບ່ອນນີ້ແນມຂຶ້ນໄປກະສູງຢູ່ໃດ໋ເນາະ ສັງຂານຊິໄວບໍ່່ນໍ້ 555
Kohlarn
ຕາມທາງຍ່າງເຮົາຈະເຫັນກ້ອນຫິນຍອງໆກັນໄວ້
ເຫັນແບບນີ້ແລ້ວຄິດເຫັນຕອນໄປຖ້ຳປິວ ແຂວງຊຽງຂວາງ
ແຕ່ບໍ່ຮູ້ເຫດຜົນທີ່ຍອງກັນໄວ້ແບບນີ້ ຈະເປັນເຫດຜົນດຽວກັນຫລືບໍ່
ຖ້າແມ່ນນິກະຂົນແຂນ Stand Up ເລີຍລະພີ່ນ້ອງ ບຣື້ຣຣຣ.....
Kohlarn
ເມື່ອຍ່າງມາຮອດນີ້ກໍ່ຈະເປັນທາງທີ່ຂຶ້ນໄປເຈດີທີ່ຢູ່ເທິງຍອດພູ
Kohlarn
ເພິ່ນບອກວ່າເປັນເຂດອະໄພທານ ຫ້າມເກັບຂອງປ່າພາຍໃນວັດ ທຸກຊະນິດ
(ເພາະບໍ່ດັ່ງນັ້ນ ເພິ່ນອາດໄປທວງເອົາຄືນ ເຫິໆໆໆ)
Kohlarn
ມີປ້າຍບອກຕື່ມອີກດ້ວຍວ່າເປັນທາງຂຶ້ນເຈດີ ດ້ວຍການຍ່າງຂຶ້ນຂັ້ນໃດ 250 ຂັ້ນ
ໃຜບໍ່ແນ່ໃຈກະຍ່າງໄປນັບໄປນຳແນ່ເດີ້ ^_^
Kohlarn
ຍ່າງມາໄດ້ເຄິ່ງທາງທີມງານເຮົາກໍ່ຂໍພັກຜ່ອນຢ່ອນໃຈ ແລະ ພັກກຳລັງຂາ
ເພື່ອຖ່າຍຮູບເອີ້ນຂວັນກຳລັງໃຈກັນຕື່ມອີກເຫື້ອກໜຶ່ງ
Kohlarn
ເພິ່ນບອກວ່າເປັນຂັ້ນໃດສະຫວັນ ເຮົາກະຈິນຕະນາການໄປ ວ່າຕອນນີ້ເຮົາກຳລັງຍ່າງຂຶ້ນສະຫວັນ
 ເອົ້າ!! ຍ່າງກັນຕໍ່ໄປ 1 2 3...1.2.3 ^_^
Kohlarn
ເຢ້!!... ໃນທີ່ສຸດກໍ່ຍ່າງຂຶ້ນມາຮອດເຈດີແລ້ວ ເພື່ອເປັນການປະກາດໄຊຊະນະ
ເຮົາຕ້ອງຕີຄ້ອງຮ້ອງປ່າວເພື່ອເປັນພິທີ ແປ່ງ... ແປ່ງ... ແປ່ງ...
Kohlarn
ແຫລະນີ້ຄືເຈດີ ທີ່ຢູ່ເທິງຍອດພູສູງ ບໍ່ຮູ້ວ່າສ້າງຂຶ້ນມາຕອນໃດ ແລະ ອາຍຸຈັກປີແລ້ວ
ແຕ່ກໍ່ຖືວ່າຍັງຢູ່ໃນສະພາບດີ ແລະ ສະອາດງາມຕາ
Kohlarn
ດ້ານໃນເຈດີຈະມີພະພຸດທະຮູບປະດິດສະຖານຢູ່
ເພື່ອໃຫ້ຄົນທີ່ຜ່ານໄປມາໄດ້ກາບນະມັດສະການ
Kohlarn
ກະດິ່ງລົມນ້ອຍໆ ທີ່ປະຕູເຈດີ ຖ່າຍມາແບບ Art Art ອິອິ
Kohlarn
ເມື່ອຍ່າງອອກມາຈາກເຈດີ ຈະມີປ້າຍບອກທາງໄປບໍ່ນ້ຳທິບຕື່ມອີກ
ມາຮອດນີ້ລະ ໄປໃຫ້ສຸດທາງກັນເລີຍ ຍ່າງຕໍ່ພີ່ນ້ອງເຮົາ ສູ້ !!
Kohlarn
ຍ່າງຂຶ້ນມາອີກຈະເຫັນພະພຸດທະຮູບປະດິດສະຖານຢູ່ທີ່ນີ້ດ້ວຍ
ແລະ ຈະເຫັນຕູບນ້ອຍທີ່ມີປ້າຍບອກວ່າ ທຸດົງສະຖານເຂົາໃຫຍ່ ບໍ່ນ້ຳທິບ
Kohlarn
ຢູ່ກົ້ນບໍ່ນ້ຳທິບເບິ່ງດີໆ ຈະເຫັນບັນດາຫລຽນບາດຈົມຢູ່ກົ້ນບໍ່
ແລະ ບໍ່ຮູ້ວ່າດ້ວຍສາເຫດໃດຈຶ່ງພາກັນໂຍນຫລຽນໃສ່ບໍ່ນ້ຳທິບ ເພາະບໍ່ມີໃຜຢູ່ແຖວນັ້ນໃຫ້ຖາມເລີຍ
Kohlarn
ເມື່ອເຮົາໄປຈົນສຸດທາງແລ້ວ ກໍ່ພາກັນຍ່າງກັບລົງມາ
ຕອນຍ່າງລົງມາຈັ່ງແມ່ນຕ່າງກັບຕອນຍ່າງຂຶ້ນ 555

ກ່ອນກັບ ທີມງານເຮົາກໍ່ພາກັນຈັບສະຫລາກເພື່ອເອົາເຄື່ອງທີ່ລະລຶກກັບບ້ານ
ເງິນທີ່ຈັບສະຫລາກກໍ່ບໍລິຈາກເພື່ອໃຊ້ບູລະນະສະຖານທີ່ຕໍ່ໄປ
Kohlarn
ສະຖານທີ່ຕໍ່ໄປ

ຫາດນາງນວນ
ເປັນຫາດທີ່ງາມ ນ້ຳໃສ ນັກທ່ອງທ່ຽວບໍ່ຫລາຍ ເພາະການເດີນທາງມາຂ້ອນຂ້າງໄກພໍສົມຄວນ
ແບບນີ້ແຫລະ ຈຶ່ງຫລິ້ນນ້ຳ ຊົມທຳມະຊາດໄດ້ເຕັມທີ່
Nang Nual Beach - Kolarn
ຕອນມາຮອດຫາດນາງນວນກໍ່ປະມານ 9:00-10:00 ໂມງແລ້ວ ຕາເວັນຂຶ້ນສູງພໍສົມຄວນ
 ໃຜທີ່ມາທະເລ ຢ່າລືມທາກັນແດດເດີ້ ດຽວຜິວໄໝ້ ລະຊິມ່ວນບໍ່ອອກ ອິອິ
Nang Nual Beach - Kolarn
ທີມງານເຮົາຈັບຈອງສະຖານທີ່ເພື່ອລົງຫລິ້ນນ້ຳ
Nang Nual Beach - Kolarn
ທ່າຖ່າຍຮູບທີ່ຈິນຕະນາການມາແຕ່ບ້ານ ແລະ ບອກທ່ານສາມີວ່າຕ້ອງຖ່າຍທ່ານີ້ໃຫ້ໄດ້
ໃນທີ່ສຸດເຮົາກໍ່ເຮັດໄດ້ຕາມຄວາມມຸ້ງມາດປາດຖະນາ
(ເມຍຫນັກອົດເອົາເດີ້ 555)
Nang Nual Beach - Kolarn
Nang Nual Beach - Kolarn
Nang Nual Beach - Kolarn
ອີກມູມໜຶ່ງຂອງຫາດຈະມີໂຂດຫີນ ແລະ ກ້ອນຫີນ
ມູມນີ້ຖືວ່າເປັນອີກມູມທີ່ Hit ເພາະຄົນມາຖ່າຍຮູບຫລາຍຄືກັນ
Nang Nual Beach - Kolarn
ນ້ຳທະເລໃສຫລາຍ ໃສອີ່ຫລີ
Nang Nual Beach - Kolarn
Nang Nual Beach - Kolarn
ຖ່າຍແບບ Art Art ວ່າຊັ່ນ 555
Nang Nual Beach - Kolarn
Nang Nual Beach - Kolarn
ຫລັງຈາກຫລິ້ນນ້ຳທະເລເມື່ອຍແລ້ວ ກໍ່ຕຽມໂຕຂຶ້ນຝັ່ງ ເພື່ອເດີນທາງຕໍ່ໄປ
ຂາກັບ ມາຂຶ້ນເຮືອທີ່ທ່າເຮຶອໜ້າບ້ານ ຄ່າເຮືອ 30 ບາດ
ແຕ່ບໍ່ມີປີ້ ຈ່າຍກັນສົດໆຕອນຈະຂຶ້ນເຮືອເລີຍ
Kohlarn
ເມື່ອຮອດຝັ່ງປະມານ 13:00 ໂມງ ເຮົາກໍ່ເດີນທາງໄປຫາທີ່ພັກທີ່ຈອງໄວ້ຢູ່ຫາດຈອມທຽນ
ຄ່າລົດຮອບນີ້ 50 ບາດ. ເວລາ 13:20 ກໍ່ຮອດທີ່ພັກທີ່ຈອງໄວ້ຢູ່ຫາດຈອມທຽນ
ແຫລະເຊັ່ນເຄີຍເຖິງຈະມາຮອດແຕ່ຍັງ Check in ບໍ່ໄດ້ ເນື່ອງຈາກຫ້ອງຍັງເຮັດຄວາມສະອາດບໍ່ແລ້ວ
ແຕ່ຢູ່ລອບບີ້ຂອງໂຮງແຮມມີນ້ຳ ກາເຟ ໂອວັນຕິນໃຫ້ກິນຟຣີ ໂອເຄ ໃຫ້ອະໄພຊັ່ນນະ
Pattaya
ຊ່ວງໄລຍະລໍຖ້າເຂົ້າຫ້ອງພັກ ເຮົາກໍ່ຝາກກະເປົ໋າໄວ້ຢູ່ລອບບີ້ ແລ້ວພາກັນໜີໄປຫລິ້ນດີກວ່າ ອິອິ

Mimosa
ຕາມຂໍ້ມູນບອກວ່າ Mimosa Pattaya ເປັນແຫລ່ງ Shopping ແລະ ບ່ອນຍ່າງຫລິ້ນ
ທີ່ຈຳລອງບັນຍາກາດແບບເມືອງ Colmar (ໂກລມາຣ) ເມືອງຊົນນະບົດໃກ້ຊາຍແດນ
ປະເທດຝຣັ່ງເສດ-ເຍຍລະມັນ ເຊິ່ງເປັນເມືອງທີ່ໄດ້ຊື່ວ່າຕິດ 1 ໃນ 10 ເມືອງໂຣແມນຕິກຂອງໂລກ
ເວລາເປີດບໍລິການແມ່ນ 10:00 - 22:00 ທຸກມື້
ທີມງານເຮົາມາຮອດ Mimosa ດ້ວຍການເຫມົາລົດຈາກທີ່ພັກຄົນລະ 30 ບາດ
Mimosa - Pattaya
ບໍ່ແນ່ໃຈວ່າໄດ້ເສຍຄ່າຜ່ານປະຕູຫລືບໍ່ ເພາະທີມງານເຮົາເຂົ້າຟຣີ ອິອິ
Mimosa - Pattaya
Mimosa ສ້າງຂຶ້ນມາເພື່ອໃຫ້ເປັນ Mimosa The City of Love (ເມືອງແຫ່ງຄວາມຮັກ)
Mimosa - Pattaya
ລານນ້ຳພຸ ບ່ອນສະແດງຄາບາເຣ່ປະກອບດົນຕີ ເບິ່ງການສະແດງໄດ້ຟຣີ
ເຮັດການສະແດງທຸກມື້ ເວລາສະແດງແມ່ນມີ 3 ຮອບຄື 17:00 / 19:00 / 21:00 
ແຕ່ຕອນທີມງານເຮົາໄປເປັນຕອນ 14:00 ໂມງ ເລີຍອົດເຫັນການສະແດງ (-_-! )
Mimosa - Pattaya
Mimosa - Pattaya
Mimosa - Pattaya
ມີຮ້ານຂາຍເຄື່ອງຫລາກຫລາຍ ມີບ່ອນໃຫ້ອາຫານແກະ ແລະ ບ່ອນໂຊສັດແປກໆນຳອີກ
Mimosa - Pattaya
Mimosa - Pattaya
ໃຜທີ່ມັກຖ່າຍຮູບ ແລະ ຢາກສຳຜັດກັບສະຖາປັດຕະຍະກຳຈຳລອງແບບຝຣັ່ງເສດ-ເຍຍລະມັນ
ໂດຍທີ່ບໍ່ຕ້ອງເດີນທາງໄປໄກ ສະຖານທີ່ນີ້ກໍ່ໜ້າສົນໃຈໃຫ້ໄປລອງຢ້ຽມຊົມເບິ່ງຈັກຄັ້ງ

ແຫລະ ສະຖານທີ່ຕໍ່ໄປທີ່ທີມງານເຮົາຈະໄປບຸກຄື

ຕະຫລາດນ້ຳ 4 ພາກ
ຕາມຂໍ້ມູນບອກວ່າ ຕະຫລາດນ້ຳ 4 ພາກ ເປັນແຫລ່ງເລືອກຊື້ສິນຄ້າ
ເຄື່ອງທີ່ລະລຶກ ແລະ ອາຫານຕ່າງໆ ຈາກທັງ 4 ພາກຂອງປະເທດໄທ
ນອກຈາກນັ້ນ ທຸກໆຕົ້ນຊົ່ວໂມງ ຍັງມີການສະແດງສິລະປະວັດທະນະທຳຕ່າງໆຕາມລານສະແດງ
ແລະ ເວທີກາງນ້ຳ ເພື່ອໃຫ້ນັກທ່ອງທ່ຽວຕິດຕາມຮັບຊົມອີກດ້ວຍ
ການສະແດງຮອບທຳອິດເລີ່ມຕົ້ນຕອນ 12:00 ໂມງ
ສຳລັບເວລາ ເປີດໃຫ້ບໍລິການແມ່ນ 09:00 - 20:00 ໂມງ
Pattaya Floating Market
ທີມງານເຮົາຕໍ່ລົດຈາກ Mimosa ມາທີ່ຕະຫລາດນ້ຳ 4 ພາກ ໃຊ້ເວລາປະມານ 10 ນາທີ
ແລະ ຈ່າຍຄ່າລົດໄປຄົນລະ 10 ບາດ (ລາຄາຖືກເພາະບໍ່ໄດ້ເໝົາລົດ)
Pattaya Floating Market
ສະຖານທີ່ກວ້າງຫລາຍຍຍຍຍ.... ຍ່າງບໍ່ທົ່ວເລີຍ
Pattaya Floating Market
ການຕົກແຕ່ງຮ້ານຈະເປັນແບບຍ້ອນຍຸກ
Pattaya Floating Market
Pattaya Floating Market
ພິເສດ ຢູ່ຕະຫລາດນ້ຳແຫ່ງນີ້ມີ ກັບຕັນແຈັກ (Captain Jack Sparrow)
ມາຫລິ້ນພິນແກ້ວໃຫ້ຟັງນຳອີກພີ່ນ້ອງ 555
ແຖມຍັງຫລິ້ນມ່ວນ ແລະ ມີ Album ເປັນຂອງຕົວເອງອີກດ້ວຍ ອິອິ
Pattaya Floating Market
ມີຫລາຍໂຊນ ຫລາຍຊຸ້ມໄວ້ໃຫ້ນັກທ່ອງທ່ຽວເກັບພາບງາມໆກັບບ້ານນຳອີກ
Pattaya Floating Market
Pattaya Floating Market
ຍ່າງມາດົນເຕີບຈົນຂາລາກແລ້ວ ແຕ່ກໍ່ຍັງບໍ່ທົ່ວເຖິງເລີຍ ກວ້າງໃຫຍ່ອີ່ຫລີ່
ເຊື່ອວ່າໃຜທີ່ໄປຕ້ອງໄດ້ຮູບງາມໆ ແລະ ໄດ້ເຄື່ອງທີ່ລະລຶກຕິດໄມ້ຕິດມືກັບບ້ານນຳຢ່າງແນ່ນອນ
ເມື່ອຍ່າງກັນຈົນເມື່ອຍເປັນທີ່ພໍໃຈແລ້ວກໍ່ພາກັນຫາລົດກັບທີ່ພັກຕົ໋ວບາດນິ

ໃນທີ່ສຸດກໍ່ໄດ້ເຂົ້າຫ້ອງພັກກ່ອນຕະເວັນຕົກດິນ ເຫຶໆໆໆ
ສະພາບຫ້ອງພັກກວ້າງຂວາງດີ ມີໂຕະກັບຕັ່ງນ້ອຍ 1 ຊຸດ  ມີປ່ອງຢ້ຽມ ມີຮາວຕາກເຄື່ອງ ແລະ ນອກຈາກນັ້ນ ກໍ່ມີຄືືໆກັບຫ້ອງພັກທົ່ວໆໄປ
ພິເສດ ມີປະຕູເຊື່ອມກັບອີກຫ້ອງໜຶ່ງດ້ວຍ ແຕ່ຢ່າລືມລ໋ອກເດີ້  ຖ້າບໍ່ຢາກພົບກັບເຫດການແບບບໍ່ຄາດຄິດ ອິອິ

ຫລັງຈາກທີມງານເຮົາຈັດການມ້ຽນເຄື່ອງມ້ຽນຂອງ
ພັກຜ່ອນຢ່ອນໃຈເປັນທີ່ຮຽບຮ້ອຍແລ້ວກໍ່ອອກໄປລັ່ນລ່າຕໍ່  ^_^
Pattaya
ອອກມາທັນຕອນຕະເວັນຕົກດິນ ບັນຍາກາດແບບນີ້ ໃຜຮູ້ສຶກຈັ່ງໃດແນ່
Pattaya
Walking Street
ຕາມຂໍ້ມູນບອກໄວ້ວ່າ Pattaya Walking Street ຫລື ຖະນົນຄົນຍ່າງເມືອງພັດທະຍາ
ຕັ້ງຢູ່ບໍລິເວນສຸດຖະນົນລຽບຫາດທາງຝັ່ງພັດທະຍາໃຕ້ ຈົນຮອດທ່າທຽບເຮືອແຫລມບາລີຮາຍ ຕະຫລອດສອງຂ້າງທາງເຕັມໄປດ້ວຍຄວາມຄຶກຄື້ນມີທັງຜັບ ບາ ດິສໂກ້ເທັກ ຮ້ານອາຫານ ຮ້ານຂາຍເຄື່ອງທີ່ລະລຶກ ການສະແດງໂຊ ແລະ ສະແດງຄວາມສາມາດປະເພດຕ່າງໆ
ຕອນກາງເວັນຈະເປັນຫົນທາງປົກກະຕິສາມາດຂີ່ລົດໄປມາໄດ້
ແຕ່ຈະເລີ່ມປິດຖະນົນຕອນປະມານ 17:00-18:00 ໂມງແລງ ຈົນຮອດ 02:00 ໂມງເຊົ້າ
Walking Street - Pattaya
ຈາກທີ່ພັກມາທີ່ Walking Street ຈ່າຍຄ່າລົດໄປ 10 ບາດ ເພາະແຍ້ລົດມາກັບນັກທ່ອງທ່ຽວຄົນອື່ນໆ
ແລະໃນທີ່ສຸດເຮົາກໍ່ມາຮອດຕອນປະມານ 18:30 ໂມງ

ແຫລະສິ່ງທີ່ເຮັດໃຫ້ທີມງານເຮົາຕົກໃຈຕັ້ງແຕ່ຄັ້ງທຳອິດທີ່ຍ່າງເຂົ້າໄປໃນຖະນົນຄົນຍ່າງນັ້ນກໍ່ຄື
ສຽງເຄາະຫມໍ້ກະແລ້ມ ຂອງຮ້ານຂາຍກະແລ້ມ Ice Man Show ^0^
ເຊິ່ງເປັນຮ້ານຂາຍກະແລ້ມສູດປະເທດ Turkey
Walking Street - Pattaya
ຮ້ານກະແລ້ມແບບນີ້ມີຢາຍຢູ່ຕາມສອງຂ້າງທາງຢ່າງຫລວງຫລາຍ
ແຕ່ທີ່ພິເສດກວ່າຮ້ານກະແລ້ມອື່ນໆຄື ລີລາການຕັກກະແລ້ມຂອງຄົນຂາຍ
ທີ່ກວ່າຈະໄດ້ກິນກໍ່ທັງຄົນ ທັງເຄາະໝໍ້ກະແລ້ມ ພ້ອມດ້ວຍລີລາການແກວ່ງໄມ້ກະແລ້ມ
ເຮັດໃຫ້ຄົນຊື້ບາງຄົນອາດຈະມ່ວນໄປນຳ ແຕ່ບາງຄົນອາດຈະຖອນຫາຍໃຈໜ້ອຍໜຶ່ງ
ໃຜທີ່ມີຄວາມອົດທົນຕ່ຳແນະນຳວ່າບໍ່ຄວນຊື້ 5555
ແຕ່ຖ້າຄິດວ່າຊື້ກະແລ້ມແຖມໂຊການສະແດງຟຣີກໍ່ຖືວ່າຄຸ້ມ ເພາະລາຄາບໍ່ແພງ ^^
Walking Street - Pattaya
ມີເວທີມວຍນຳອີກດ້ວຍ
Walking Street - Pattaya
ການສະແດງເປັນຫຸ່ນໂຊກໍ່ເອີ້ນຄວາມສົນໃຈຂອງນັກທ່ອງທ່ຽວໄດ້ເປັນຢ່າງດີ
ເຫນັງເທື່ອໜື່ງນິ ຄົນທີ່ຢູ້ໃກ້ໆກໍ່ຕົກໃຈໄປຕາມໆກັນ 555
Walking Street - Pattaya
ພາກັນມາໄວໂພດ ຄົນຍັງບໍ່ຫລາຍ ເລີຍບໍ່ຄ່ອຍມີຫຍັງໃຫ້ເບິ່ງ ໃຫ້ຕື່ນເຕັ້ນແປກຕາປານໃດ
ເພາະໂຊທີເດັດດັງໆສ່ວນຫລາຍແມ່ນຈະໂຊຕອນເດິກໆຂຶ້ນໄປ
ມາເທື່ອນີ້ຖືວ່າມາຍ່າງ Chill Chill ສະບາຍໆ ຖ້າມີໂອກາດອີກ ມື້ໜ້າມາໃໝ່ ມາໃຫ້ເດິກກວ່ານີ້ ອິອິ
Walking Street - Pattaya
ຈົບແລ້ວ ສຳລັບການເດີນທາງທ່ອງທ່ຽວພັດທະຍາໃນທຣິບນີ້
ສຳລັບຄົນທີ່ຕິດຕາມອ່ານຈົນຈົບຫວັງວ່າ ຄົງຈະໄດ້ຮັບຄວາມມ່ວນຊື່ນ ແລະ
 ອາດຈະໃຊ້ຣີວິວຂອງນ້ອຍເປັນແນວທາງໃນການທ່ອງທ່ຽວຂອງທ່ານເອງ
ຫລືຈະໄປສະຖານທີ່ໃໝ່ທີ່ນ້ອຍຍັງບໍ່ທັນໄປກໍ່ໄດ້
 ເພາະພັດທະຍາຍັງມີແຫລ່ງທ່ອງທ່ຽວອີກຫລາຍບ່ອນທີ່ນ້ອຍ ແລະ ທີມງານຍັງບໍ່ໄດ້ໄປ ເນື່ອງຈາກເວລາທີ່ຂ້ອນຂ້າງມີຈຳກັດ ໃຜໄປບ່ອນໃດມ່ວນໆ ມາແຊກັນແນ່ເດີ້
ສຳລັບທຣິບນີ້ຂໍລາໄປກ່ອນ ບ໊າຍ....ບ໋າຍຍຍຍຍຍ ^^

Back To => Part 1          (^_^)          Back To => Part 2

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)