Aqua Plus Series Smoothing-Bright Soft Scrub Essence (Review)

ເປັນເວລາດົນພໍສົມຄວນແລ້ວ ທີ່ນ້ອຍບໍ່ຄ່ອຍໄດ້ມາອັບເດດການຣີວິວໃນ Blog ນີ້
ເນື່ອງຈາກຕິດພາລະກິດທາງຄອບຄົວ ປະກອບກັບຄວາມຂີ້ຄ້ານຂອງໂຕເອງ ອິອິ
ຈຶ່ງເຮັດໃຫ້ Blog ມິດຫງຽບໄປ ສາວໆຢ່າເອົາເປັນແບບຢ່າງເດີ້ (^o^)
ຄວາມຂີ້ຄ້ານນິມັນບໍ່ດີ໊ ບໍ່ດີ ໃດ໋ເນາະ ເພາະເຮັດໃຫ້ເຮົາຂາດຄວາມກະຕືລືລົ້ນ

ແຕ່ໃນທີ່ສຸດ Post ນີ້ກໍ່ມີໂອກາດໄດ້ອອກມາສູ່ສາຍຕາປະຊາຊົນຈົນໄດ້
ຫລັງຈາກ ຖືດອງໄວ້ເປັນໄລຍະເວລາດົນນານ ເຫະໆໆ...!! (^_^)
ແລະ ຜະລິດຕະພັນທີ່ນ້ອຍຈະເອົາມາຣີວິວໃນມື້ນີ້
ເປັນຜະລິດຕະພັນຂອງແບຣນ Aqua Plus Series ອີກແລ້ວ
ຊື່ເຕັມໆຂອງເພິ່ນຄື

Aqua Plus Series Smoothing-Bright Soft Scrub Essence

Aqua Plus Series Smoothing-Bright Soft Scrub Essence

ຢາກຮູ້ແລ້ວແມ່ນບໍ່ວ່າມັນແມ່ນຫຍັງ ໃຊ້ດີຫລືບໍ່ 
ຈັ່ງຊັ້ນນ້ອຍຈະພາໄປຮູ້ຈັກພ້ອມກັນຕອນນີ້ເລີຍ...!!!

Product Information

ແບຣນ Aqua Plus Series ເປັນຜະລິດຕະພັນເວດສຳອາງດູແລຜິວ ສູດພິເສດ
ໂດຍການພັດທະນາສູດຈາກປະເທດສະຫະຣັດ ອາເມຣິກາ
ທີ່ເໝາະກັບທຸກສະພາບຜິວ ໂດຍສະຜິວແພ້ງ່າຍ
ຊ່ວຍຫລຸດການເກີດສິວ ແລະ ກຳຈັດຄວາມມັນສ່ວນເກີນເທິງໃບໜ້າ
ພ້ອມກັນນັ້ນຍັງຊ່ວຍຕື່ມຄວາມຊຸ່ມຊື່ນໃຫ້ຜິວໜ້າ ເຮັດໃຫ້ຜິວມີຊີວິດຊີວາ
ສີຜິວສະໝ່ຳສະເໝີ  ເພື່ອຜິວທີ່ງາມສຸຂະພາບດີແບບທີ່ທ່ານຕ້ອງການ
ສິນຄ້າຂອງແບຣນນີ້ຈະມີບາງໂຕທີ່ຜະລິດຢູ່ປະເທດສະຫະຣັດ ອາເມຣິກາ ແຕ່ວ່າໂຕທີ່ນ້ອຍເອົາມາຣີວິວໃນມື້ນີ້ແມ່ນຜະລິດຂຶ້ນທີ່ປະເທດໄທ

Aqua Plus Series Smoothing-Bright Soft Scrub Essence

Product Claim

Aqua Plus Series Smoothing-Bright Soft Scrub Essence
ເປັນ Scrub ເນື້ອ Essence ນຸ້ມລະມຸນທີ່ຊ່ວຍກຳຈັດເຊວຜິວເສື່ອມສະພາບ
ອ່ອນໂຍນ ສຳຫລັບທຸກສະພາບຜິວ
- B-white ເຂົ້າເຮັດວຽກເຖິງເຊວຜິວຊັ້ນອິພິເດີມິສ ເຊິ່ງເປັນເຊວຜິວທີ່ໝອງ
ເພື່ອຊ່ວຍເຜີຍຜິວກະຈ່າງໃສ ລຽບນຽນ
- Vitamin E ເຕັມໄປດ້ວຍຄຸນສົມບັດ Antioxidant  ຕໍ່ສູ້​ກັບ​ຮອຍ​ຫ່ຽວ
- Ac.net ​ເບິ່ງ​ແຍງ​ປັນຫາ​ສິວ ​ແລະ ຜິວ​ມັນ ການ​ອຸດ​ຕັນ 
​ແລະ ການ​ສະ​ສົມ​ຂອງ​ແບັດ​ທີ​ເຣຍ ທີ່​ກໍ່​ໃຫ້​ເກີດ​ສິວ
ຜະລິດ​ຕະພັນ​ນີ້​ເໝາະ​ກັບ​ຄົນ​ຜິວ​ມັນ ​ແລະ ຜິວທີ່ມີ​ແນວ​ໂນ້ມ​ເປັນ​ສິວງ່າຍ
ບໍ່​ມີ​ສ່ວນ​ປະສົມ​ຂອງ​ນ້ຳມັນ ​ແລະ ​ແອ​ລກໍ​ຮໍ

Aqua Plus Series Smoothing-Bright Soft Scrub Essence

Product Ingredients

AQUA (AND) ACRYLIC/ACRYLATE COPOLYMER (AND) SORBITOL (AND)
CETRIMONIUM CHLORIDE, GLYCERIN, PROPYLENEGLYCOL,
METHYLISOTHIAZOLINONE (AND) CHLORPHENESIN, MANNITOL (AND)
CELLULOSE (AND) CI77289 (AND) TOCOPHERYL ACETATE (AND)
HYDROXYPROPYL METHYCELLULOSE, POLYETHYLENE,
SODIUM HYALURONATE, TRICLOSAN, AQUA (AND) BUTYLENE
GLYCOL (AND) HYDROGENATED LECITHIN (AND) SODIUM OLEATE (AND)
OLIGOPEPTIDE-68 (AND) DISODIUM EDTA, AQUA (AND) BUTYLENE
GLYCOL (AND) PEG-60 ALMOND GLYCERIDES (AND)
CAPRYLYL GLYCOL (AND) GLYCERIN (AND) CARBOMER
(AND) NORDIHYDROGUAIARETIC ACID (AND) OLEANOLIC ACID,
PERFUME

Aqua Plus Series Smoothing-Bright Soft Scrub Essence

Packaging

ກ່ອງ​ບັນຈຸ​ພັນ​ດ້ານ​ນອກ​ຈະ​ເປັນ​ສີຂຽວ​ອ່ອນ​ຄື​ກັບ​ສິນຄ້າ​​ໂຕ​ອື່ນໆ​ໃນ​ແບຣນດຽວ​ກັນ
(​ແຕ່​ຖ່າຍຮູບ​ອອກ​ມາ​ສີ​ພ້ຽນ​ອອກ​ເປັນ​ຟ້າ​ອ່ອນ ອິອິ)
ຂວດ​ບັນຈຸ​ພັນ​ດ້ານ​ໃນ​ຈະ​ເປັນ​ຂວດ ​plastic​ ຊົງກົມ​ມົນສູງ​ເລັກ​ໜ້ອຍ
ປະລິມານເນື້ອຜະລິດຕະພັນ 30 ml

Aqua Plus Series Smoothing-Bright Soft Scrub Essence

​ເມື່ອ​ຈະ​ນຳ​ໃຊ້​ໃຫ້​ໝູນ​ຝາ​ດ້ານ​ເທິງ​ໄປ​ທາງ​ຊ້າຍ ຈະ​ເຫັນຫົວ​ປ້ຳ​ເລື່ອນ​ຂຶ້ນ​ມາ
​ເມື່ອ​ກົດ​ຫົວ​ປ້ຳ​ລົງ​​ເນື້ອ Scrub Essence ຈະ​ອອກ​ມາ​ເທື່ອ​ລະ​ໜ້ອຍ
ຖ້າ​ໃຊ້​ແລ້ວ​ຈະ​ເກັບ​ມ້ຽນ​ກໍ່​ໃຫ້​ໝູນ​ຝາກ​ັບ​ໄປ​ທາງ​ຂວາ​

Aqua Plus Series Smoothing-Bright Soft Scrub Essence

Product

​ເນື້ອຜະລິດຕະພັນຈະເປັນຄືເຈວໃສໆ ແລະ ມີເມັດນ້ອຍໆສີຂຽວປະສົມຢູ່, ມີກິ່ນອ່ອນໆ
ເຖິງຈະບອກວ່າເປັນ Scrub Essence ແຕ່ນ້ອຍວ່າມັນເປັນເນື້ອເຈວຫລາຍກວ່າ

Aqua Plus Series Smoothing-Bright Soft Scrub Essence

Direction

ໃຊ້ຫລັງການລ້າງໜ້າ ໂດຍເມື່ອລ້າງໜ້າສະອາດແລ້ວ ເຊັດຫນ້າໃຫ້ແຫ້ງ
ທາຜະລິດຕະພັນໃຫ້ທົ່ວໜ້າ ຫລື ບໍວິເວນທີ່ຕ້ອງການ Scrub (ແຕ່ຍົກເວັ້ນບໍລິເວນຮອບຕາ)

Aqua Plus Series Smoothing-Bright Soft Scrub Essence

ຫລັງຈາກນັ້ນກໍ່ລູບໆ ຖູໆ ແບບເບົາມື ປະມານ 1-3 ນາທີ
ເພື່ອເປັນການ Scrub ເອົາເຊວຜິວທີ່ຕາຍແລ້ວ ແລະ ສິ່ງສົກກະປົກຕົກຄ້າງທີ່ຜິວເຮົາອອກມາ

Aqua Plus Series Smoothing-Bright Soft Scrub Essence

ໃນລະຫວ່າງທີ່ລູບໄປລູບມານີ້ ເນື້ອ Scrub Essence ຈະກາຍເປັນຂຸຍໆ
ຄືເຈວແບບທີ່ເຮົາໃຊ້ຂັດຜິວທົ່ວໄປ
 ແຖມສິ້ວສ້ຽນຍັງຫລຸດອອກມານຳອີກດ້ວຍ ອິອິ ຄັກເນາະ

Aqua Plus Series Smoothing-Bright Soft Scrub Essence

ເມື່ອ Scrub ໜ້າເປັນທີ່ພໍໃຈແລ້ວ ກະໄປລ້າງໜ້າໄປ໋ບາດນິ 

Aqua Plus Series Smoothing-Bright Soft Scrub Essence

Feeling after use

ຫລັງໃຊ້ຮູ້ສຶກວ່າຜິວກະຈ່າງໃສຂຶ້ນ ນຸ້ມມື່ນ ຊຸ່ມຊື່ນບໍ່ເຮັດໃຫ້ໜ້າແຫ້ງຕຶງ
ເນື້ອ  Scrub ບໍ່ບາດໜ້າ ແຕ່ອາທິດໜຶ່ງນ້ອຍໃຊ້ພຽງ 2 ຄັ້ງກໍ່ພໍ
ເພາະວ່າໃຊ້ຫລາຍຈະເປືອງ ອິອິ ປະລິມານໃຫ້ມາຂ້ອນຂ້າງໜ້ອຍ

Aqua Plus Series Smoothing-Bright Soft Scrub Essence

ໃຫ້ຄະແນນ 4.5/5
ສຳລັບເນື້ອຜະລິດຕະພັນຖືວ່າເຮັດວຽກໄດ້ດີ ນ້ອຍມັກຫລາຍ
ແຕ່ຂໍຕັດຄະແນນໜ້ອຍໜຶ່ງເນາະບ່ອນທີ່ວ່າລາຄາເມື່ອທຽບກັບປະລິມານແລ້ວ
ຖືວ່າລາຄາສູງຫລາຍ
( ຢາກໃຫ້ມີໂປຣໂມຊັ່ນຫລຸດລາໃຫ້ແນ່ໄດ້ບໍ່ ອິອິ ສົງສານຄົນງົບໜ້ອຍແຕ່ຢາກງາມແນ່ ເຫະໆໆ )

Aqua Plus Series Smoothing-Bright Soft Scrub Essence
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)