Chifure Whitening Skin Lotion VC (Review)

ສະບາຍດີສາວໆ
ມາພົບກັນອີກແລ້ວກັບການຣີວິວ Skin Care ໃນຄັງສາງຂອງນ້ອຍ ອິອິ
ແລະ ໃນມື້ນີ້ນ້ອຍມີຜະລິດຕະພັນ Skin Care  ຂອງປະເທດຍີ່ປຸ່ນມາແນະນຳໃຫ້ຮູ້ຈັກ
ນັ້ນກໍ່ຄື Chifure Whitening Skin Lotion VC

ກ່ອນອື່ນມາທຳຄວາມຮູ້ຈັກກັບຄຳວ່າ Lotion ຂອງປະເທດຍີ່ປຸ່ນກັນດີກວ່າ
ທີ່ປະເທດຍີ່ປຸ່ນ Skin Care ທີ່ເອີ້ນວ່າ Lotion ໝາຍເຖິງ Toner ທີ່ເຮົາໃຊ້ໄວ້ປັບສະພາບຜິວ
ຫລັງລ້າງໜ້າ ຫລື ໃຊ້ກ່ອນທີ່ເຮົາຈະເຮັດການບຳລຸງຜິວໃນຂັ້ນຕອນທຳອິດ
ເຊິ່ງເຮົາອາດຈະເອີ້ນອີກແບບໜຶ່ງວ່າ  ໂລຊັ່ນນ້ຳຕົບ ນັ້ນເອງ

Chifure Whitening Skin Lotion

Product Information

ຜະລິດຕະພັນຂອງແບຣນ Chifure ເປັນຜະລິດຕະພັນທີ່ເໝາະກັບຄົນທີ່ຜິວແພ້ງ່າຍ
ເພາະໃນຜະລິດຕະພັນຈະບໍ່ປະສົມນ້ຳຫອມ ແລະ ແອລກໍຮໍ, ບໍ່ມີການແຕ່ງສີ ແລະ ແຕ່ງກິ່ນ
ເຊິ່ງເພິ່ນບອກວ່າແບຣນນີ້ເປີດເຜີຍທຸກໆສ່ວນປະສົມໃຫ້ເຮົາໄດ້ຮູ້ ໂດຍທີ່ບໍ່ປິດບັງກັນເລີຍ

Chifure Whitening Skin Lotion

Product Claim

ໂລຊັ່ນຄ້າຍຄືນ້ຳ ເນື້ອບາງເບົາແຕ່ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ຜິວ
ມີສ່ວນປະສົມຂອງປະສົມຂອງ Vitamin C ເຮັດໃຫ້ຜິວສະຫວ່າງກະຈ່າງໃສແບບທຳມະຊາດ
ແລະ ຍັງຊ່ວຍຫລຸດຄວາມມັນສ່ວນເກີນເທິງຜິວໜ້າ
ເຮັດໃຫ້ຜິວສົດໃສ ຊ່ວຍກຳຈັດເຊວຜິວເກົ່າທີ່ຕາຍແລ້ວ ແລະ ປັບຜິວໃຫ້ສະຫວ່າງຂຶ້ນ
ເໝາະກັບທຸກສະພາບຜິວ

Chifure Whitening Skin Lotion

Product Ingredients

Water, Dipropylene glycol,Ascorbyl Glucoside, Diglycerin, 
Polyoxyethylene hydrogenated castor oil, 1,2-Pentanediol,Glycerin, 
Cholesteryl/behenyl/octyldodecyl lauroyl glutamate, Triethylhexanoin, Serine, 
Ceteth-15, Methylparaben,Phenoxyethanol, Propylparaben, Dipotassium Glycyrrhizate, 
Butylene Glycol, Disodium EDTA, Trehalose, Sodium Hyaluronate,
Glycyrrhiza Glabra Root Extract, Ceratonia Siliqua Gum, Ethylhexylglycerin, 
Potassium Hydroxide, Citric Acid, Sodium Citrate, 
Tocopherol,Polyoxyethylene Hydrogenated Castor Oil Triisostearates 

ສ່ວນປະສົມ ຄົ້ນຫາມາຈາກອິນເຕີເນັດ ຖ້າຜິດພາດປະການໃດ
ກໍ່ຂໍອະໄພມານະທີ່ນີ້ເນາະ ^_^

Chifure Whitening Skin Lotion

Packaging

ບັນຈຸພັນເປັນຊົງກະບອກສີຟ້າເຂັ້ມ  ຝາສີຂາວ
ຂວດຂ້ອນຂ້າງໃສ ສາມາດເບິ່ງເຫັນເນື້ອຜະລິດຕະພັນໄດ້
ສຳລັບປະລິມານທີ່ໃຫ້ມາແມ່ນ 180 ml

Chifure Whitening Skin Lotion

ຝາເປັນແບບກຽວໝູນ ປາກຂວດຈະເປັນຮູນ້ອຍໆ
ເຮັດໃຫ້ເວລາເທນ້ຳໂລຊັ່ນອອກມາ ເຮົາສາມາດກະປະລິມານໄດ້ດີ

Chifure Whitening Skin Lotion

Product

 ນ້ຳໂລຊັ່ນຈະໃສຄືກັບນ້ຳເລີຍ ແຕ່ກໍ່ມີຄວາມເຂັ້ມຂຸ້ນ
ແລະ ໜຽວກວ່ານ້ຳເລັກໜ້ອຍ, ນ້ອຍລອງດົມໆເບິ່ງແລ້ວຮູ້ສຶກວ່າບໍ່ມີກິ່ນ

Chifure Whitening Skin Lotion

Direction

 ວິທີໃຊ້ກໍ່ຄືກັບການໃຊ້ນ້ຳຕົບທົ່ວໄປຄື:
- ເທໃສ່ຝາມືແລ້ວທາຕົບເບົາໆ ເພື່ອເປັນການດັນນ້ຳໂລຊັ່ນໃຫ້ຊຶມເຂົ້າຜິວ
- ຫລື ຢອດໃສ່ສຳລີແລ້ວເອົາມາເຊັດໜ້າ
- ຫລື ອາດຈະເທນ້ຳໂລຊັ່ນໃສ່ເມັດມາສກແລ້ວນຳມາມາສກໜ້າ
(ແຕ່ວິທີນີ້ຂ້ອນຂ້າງເປືອງນ້ຳໂລຊັ່ນ ເອົາເປັນວ່າດົນໆເຮັດເທື່ອໜຶ່ງດີກວ່າ 555)


Chifure Whitening Skin Lotion

Feeling after use

ສ່ວນຫລາຍນ້ອຍຈະໃຊ້ຫລັງລ້າງໜ້າເພື່ອປັບສະພາບຜິວກ່ອນການບຳລຸງອື່ນໆ
ໃຊ້ມານີ້ກໍ່ຈະໝົດຂວດແລ້ວຮູ້ສຶກເລີຍວ່າຜິວກະຈ່າງໃສຂຶ້ນ
ຫນ້າຊຸ່ມຊື່ນ ແລະ ຍັງບໍ່ເຮັດໃຫ້ໜ້າມັນເພີ່ມຂຶ້ນ
ມື້ໃດທີ່ຂີ້ຄ້ານທາຄຣີມບຳລຸງອື່ນໆ ນ້ອຍກໍ່ຕົບພຽງແຕ່ໂລຊັ່ນໂຕນີ້ແລ້ວນອນເລີຍ 555
(ແຕ່ຖ້າຍາມໜາວຄິດວ່າໂລຊັ່ນນີ້ຄົງເອົາບໍ່ຢູ່ ເຫະໆ...)

Chifure Whitening Skin Lotion

ໃຫ້ຄະແນນ 5/5

ສຳລັບນ້ອຍຜະລິດຕະພັນນີ້ນ້ອຍໃຫ້ຄະແນນເຕັມໄປເລີຍ (^_^)
ໃຊ້ແລ້ວສະບາຍໃຈເພາະຊ່ວຍປັບຜິວນ້ອຍໃຫ້ກະຈ່າງໃສຂຶ້ນ
ຊ່ວຍຮັກສາຄວາມຊຸ່ມຊື່ນຂອງຜິວ ແຖມຍັງບໍ່ມີກິ່ນລົບກວນອີກດ້ວຍ
ແຕ່ເສຍດາຍຫາຊື້ຍາກໜ້ອຍໜຶ່ງຕ້ອງພຣີອໍເດີ້ມາຈາກຍີ່ປຸ່ນອີກແລ້ວ ເຫະໆໆໆ

ສຳລັບສາວໆທີ່ຜິວແຫ້ງອາດຈະບໍ່ຕອບໂຈດ
ແຕ່ກັບສາວຜິວມັນ ຫລື ຜິວປະສົມ ນ້ອຍວ່າໂອເຄເລີຍ
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)