NIVEA Acne Care Makeup Clear Mud Foam (Review)

ສະບາຍດີປະເທດລາວທີ່ແສນຮ້ອນເອົ້າ ຮ້ອນຫຍັງເອົາແທ້ເອົາວ່າເນາະ (-_- !!!)
ຮ້ອນຈົນຢາກອາບແຕ່ນ້ຳໃຫ້ມັນແລ້ວພຸ້ນແຫລະ
ອາກາດຮ້ອນໆແບບນີ້ລ້າງໜ້າດ້ວຍໂຟມເຢັນໆກໍ່ເປັນຄວາມຄິດທີ່ດີຄືກັນ
ວ່າແລ້ວເຮົາໄປລ້າງໜ້າພ້ອມໆກັນເລີຍດີກວ່າ ອິອິ
ແລະ ໂຟມລ້າງໜ້າທີ່ຈະມາຕື່ມຄວາມສົດຊື່ນໃຫ້ນ້ອຍມື້ນີ້ກໍ່ຄື

NIVEA Acne Care Makeup Clear 3 in 1 Mud Foam

NIVEA Acne Care Makeup Clear Mud Foam

Product Claim
ຄຳອະທິບາຍຜະລິດຕະພັນເພິ່ນບອກໄວ້ວ່າ
NIVEA Acne Care Makeup Clear 3 in 1 Mud Foam 
ເປັນໂຟມລ້າງໜ້າສຳລັບຜິວທີ່ແຕ່ງໜ້າເປັນປະຈຳ ແລະ ເປັນສິວສະສົມ

ໂດຍການຈັດການກັບ 10 ປັນຫາສິວ, ສະລາຍຄວາມມັນ ແລະ 10 ຄາບເຄື່ອງສຳອາງສະສົມ
(ນ້ຳມັນ, ແປ້ງ, ຮອງພື້ນ, ບລັຊອອນ, ອາຍແຊໂດ້, ຊິລິໂຄນ, ອາຍລາຍເນີ້,
ຝຸ່ນສີ, ຄາບຄຣີມບຳລຸງ, ຄາບຄຣີມກັນແດດ)
ດ້ວຍຄຸນຄ່າຈາກສານທີ່ຄ້າຍຄືກັບຕົມຂອງພູເຂົາໄຟ ແລະ Magnolia Extract
ລົດແບັດທີເຣຍສະສົມຕົ້ນເຫດສິວ 10 ເທົ່າ ເພື່ອເຄັດລັບຜິວໃສແບບສາວຍີ່ປຸ່ນ
ຈຶ່ງລວມມາສກຕົມ ຣີມູບເວີ້ ແລະ ໂຟມໃນຂັ້ນຕອນດຽວ
ຮູ້ສຶກເຖິງຜົນລັບໄດ້ຕັ້ງແຕ່ຄັ້ງທຳອິດທີ່ໃຊ້ ຜ່ານ 3 ສະເຕັບງ່າຍໆສູ່ຜິວໃສໄກສິວ
 
 10 ປັນຫາສິວທີ່ເພິ່ນວ່າມີດັ່ງນີ້:
1. ສິວອຸດຕັນ   2. ສິວສ້ຽນ   3. ຈຸດດຳຈາກສິວ   4. ຮອຍຈາກສິວ   5. ຮອຍແດງ
6. ຮູຂຸມຂົນກວ້າງ   7. ຜິວມັນ   8. ສີຜິວບໍ່ສະໝ່ຳສະເໝີ   9. ຮູຂຸມຂົນອຸດຕັນ
10. ຜິວໝອງດຳ

ອ່ອນໂຍນ ປາດສະຈາກສານທີ່ເຮັດໃຫ້ຜິວບາງ (ບໍ່ມີ AHA) 100%

NIVEA Acne Care Makeup Clear Mud Foam

Ingredients
ສ່ວນປະສົມມີຄືດັ່ງນີ້:
Aqua, Glycerin, Potassium Myristate, Potassium Palmitate, Potassium Stearate, Potassium Laurate, Glyceryl Stearate, PEG-8, Cera Alba, Acrylates Copolymer, Sodium Methyl Cocoyl Taurate, Magnolia Officinalis Bark Extract, Menthol, Trisodium EDTA, Potassium Arachidate, Calcium Carbonate, Alcohol Denat., Potassium Oleate, Carnitine, Glyceryl Glucoside, Camellia Sinensis Leaf Extract, Parfum, CI 10316, CI 16035, CI 61570, CI 77266
 
ໃຜແພ້ສານໂຕໃດ ພິຈາລະນາກັນເອົາເອງເນີ້ 

Packaging
ບັນຈຸພັນເປັນຫລອດບີບຄືໂຟມທົ່ວໄປ ແຕ່ຈະເປັນຊົງຕຸ້ຍໆ ແລະ ສັ້ນ
ຝາແບບເປີດປິດ ດັນຂຶ້ນ-ລົງ
ປະລິມານທີ່ໃຫ້ມາ 100 g
NIVEA Acne Care Makeup Clear Mud Foam

Product
ເນື້ອຂອງຜະລິດຕະພັນຈະຂ້ອນຂ້າງຂຸ້ນ ແລະ ແຂ້ນ  ສີອອກເທົາໆ
ມີກິ່ນຫອມແບບເຢັນໆ
NIVEA Acne Care Makeup Clear Mud Foam

Direction
ວິທີໃຊ້ມີ 3 ວິທີດ້ວຍກັນຄື:

1. ພອກໜ້າ ຫລື ມາສກໜ້າ... ທາໂຟມໃຫ້ທົ່ວໜ້າປະໄວ້ປະມານ 1 ນາທີ
ໂຟມຈະຊ່ວຍດູດຊັບສານຕົກຄ້າງຈາກເຄື່ອງສຳອາງ ແລະ ນ້ຳມັນສ່ວນເກີນ
ພ້ອມກັບຫລຸດແບັດທີເຣຍສະສົມ ສາເຫດຫລັກປັນຫາສິວ
NIVEA Acne Care Makeup Clear Mud Foam

2. ເມັກອັບຣີມູບເວີ້...ແຕະນ້ຳນວດໜ້າເນື້ອໂຟມຈະປ່ຽນເປັນເມັກອັບຣີມູບເວີ້
ເຮັດຄວາມສະອາດເຄື່ອງສຳອາງທີ່ຕິດທົນ ແລະ ສິ່ງສົກກະປົກຕົກຄ້າງເທິງຜິວ
NIVEA Acne Care Makeup Clear Mud Foam

3.  ໂຟມສູດຫລຸດປັນຫາສິວ...ແຕະນ້ຳເພີ່ມຂຶ້ນອີກຈະປ່ຽນເປັນໂຟມລ້າງໜ້າ
ກຳຈັດສິ່ງສົກກະປົກ ແລະ ມົນລະພາວະທີ່ອຸດຕັນຮູຂຸມຂົນ
ຜິວສະອາດໃສ ຫ່າງໄກ 10 ປັນຫາສິວ 
NIVEA Acne Care Makeup Clear Mud Foam
 
Feeling after use
ຜ່ານການນຳໃຊ້ແລ້ວຮູ້ສຶກວ່າຂ້ອນຂ້າງພໍໃຈ

- ເມື່ອໃຊ້ເປັນມາສກ ຈະຮູ້ສຶກເຢັນໆຜິວ ແລະ ຜ່ອນຄາຍ
ສ່ວນທີ່ວ່າຈະດູດຊັບສານຕົກຄ້າງຈາກເຄື່ອງສຳອາງຫລືບໍ່ນັ້ນ ອັນນີ້ກະບໍ່ແນ່ໃຈ ເຫະໆ...
ແຕ່ຖ້າເລື້ອງກຳຈັດຄວາມມັນສ່ວນເກີນກໍ່ຮູ້ສຶກວ່າເຮັດໄດ້ດີ ຊ່ວຍຍືດເວລາໜ້າມັນໃຫ້ດົນຂຶ້ນ

- ເມື່ອໃຊ້ເປັນເມັກອັບຣີມູບເວີ້ ຖ້າແຕ່ງໜ້າບາງໆຖືວ່າລ້າງເຄື່ອງສຳອາງໄດ້ໂອເຄ
ແຕ່ຖ້າແຕ່ງໜ້າແບບຈັດໜັກຖືວ່າຍັງເຮັດຄວາມສະອາດບໍ່ໄດ້ດີເທົ່າທີ່ຄວນ
ຕ້ອງໃຊ້ Cleansing ເຊັດລ້າງຕື່ມອີກ

- ເມື່ອໃຊ້ເປັນໂຟມຮູ້ສຶກວ່າລ້າງໜ້າໄດ້ສະອາດດີ
ແຕ່ວ່າ...ຖ້າເຂົ້າຕາຈະແສບຫລາຍຕ້ອງໄດ້ຮີບໆລ້າງອອກ 555...

NIVEA Acne Care Makeup Clear Mud Foam

ໃຫ້ຄະແນນ 4.5/5
ຫັກຄະແນນໜ້ອຍເພາະວ່າເວລາລ້າງໜ້າຈະຮູ້ສຶກວ່າແສບຕາຫລາຍ
ເຮັດໃຫ້ເວລາລ້າງໜ້າຕ້ອງລະມັດລະວັງເພິ່ມຂຶ້ນເພື່ອບໍ່ໃຫ້ເຂົ້າຕາ
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)