Smooth E Acne Clear Whitening Toner (Review)


 ສະບາຍດີກັນອີກຕາມເຄີຍບັນດາສາວໆ
ຊ້ວງເດືອນທີ່ຜ່ານມາຊີວິດຄ້ອນຂ້າງຫຍຸ້ງຫລາຍ ເລີຍບໍ່ຄ່ອຍມີເວລາຂຽນຣີວິວຫຍັງເລີຍ
ມື້ນີ້ໂອກາດດີ ແລະ ອາກາດດີ ມີເວລາວ່າງເລີຍມານັ່ງຂຽນຣີວິວຜະລິດຕະພັນສະກິນແຄ
ເຊິ່ງສະກິນແຄທ່ີ່ນ້ອຍນຳມາຣີວິວໃນມື້ນີ້ແມ່ນ ໂທນເນີ້ທີ່ນ້ອຍໃຊ້ຜ່ານມາໃນຊ່ວງທີ່ສິວບຸກໜ້າໜັກ

Smooth E Acne Clear Whitening Toner

Smooth E Acne Clear Whitening Toner

ຂໍ້ມູນຜະລິດຕະພັນ
ເປັນເວດສຳອາງໂທນເນີ້ 4 IN 1 ກຳຈັດທຸກສາເຫດຂອງການເກີດສິວ ຈັດການສິວຊ້ຳຊ້ອນ
ຟື້ນບຳລຸງໃຫ້ຜິວຂາວໃສ ກະຊັບຮູຂຸມຂົນ ອ່ອນໂຍນຕໍ່ຜິວເໝາະກັບຜິວບອບບາງແພ້ງ່າຍ
ແລະ ມີແນວໂນ້ມເປັນສິວງ່າຍ

Smooth E Acne Clear Whitening Toner

ສ່ວນປະສົມ
  • 10-HDA Analogue ຫລຸດການສະສົມແບັດທີເຣຍ  P.acne ສາເຫດຂອງສິວ
  • Sebacic Acid  ຫລຸດການອັກເສບຂອງຕ່ອມໄຂມັນຂະນະເກີດສິວ ປ້ອງກັນປັນຫາສິວອັກເສບ ຊ່ວຍຄວບຄຸມຄວາມມັນສ່ວນເກີນທີ່ຮູຂຸມຂົນຈຶ່ງສາມາດຈັດການປັນຫາສິວຊ້ຳຊ້ອນ
  • Willow Bark Extract  ຊ່ວຍຜັດປ່ຽນເຊວຜິວທີ່ຕາຍແລ້ວ ແລະ ລະລາຍສິ່ງອຸດຕັນໃນຮູຂຸມຂົນ ພ້ອມກະຊັບຮູຂຸມຂົນ ໃຫ້ຜິວໜ້ານຽນລະອຽດ 
  • Niacinamide ຊ່ວຍຫລຸດການສົ່ງເມັດສີຜິວມາທີ່ຜິວຊັ້ນເທິງສຸດ ເຮັດໃຫ້ຜິວກະຈ່າງໃສຂຶ້ນ 
  • Vitamin B3& Vitamin E  ຟື້ນບຳລຸງໃຫ້ຜິວຂາວກະຈ່າງໃສ ລຽບນຽນຍິ່ງຂຶ້ນ 
  • Tocopherol  ຕື່ມຄວາມຊຸ່ມຊື່ນໃຫ້ແກ່ຜິວ 
  • 100% Non-ionic surfactant  ໄດ້ຮັບການພິສູດທາງວິທະຍາສາດການແພດແລ້ວວ່າ ບໍ່ຖິ້ມສານຕົກຄ້າງເທິງຜິວ ເຮັດຄວາມສະອາດສິ່ງສົກກະປົກໄດ້ເປັນຢ່າງດີ

Smooth E Acne Clear Whitening Toner

ບັນຈຸພັນ

ຂວດບັນຈຸພັນເປັນພາສຕິກຊົງກະບອກສີຂຽວສົດໃສສະອາດຕາ ຝາສີຂາວເປັນແບບກຽວໝູນ
ເມື່ອໄຂຝາອອກມາຈະເຫັນຮູເທຜະລິດຈະພັນທີ່ຂ້ອນຂ້າງໃຫຍ່
ເຮັດໃຫ້ເວລາເທຜະລິດຕະພັນຈະກະປະລິມານຍາກໜ້່ອຍໜຶ່ງ
ເວລາເທຕ້ອງລະວັງ ຖ້າຜິດຈັງຫວະອາດເຮັດໃຫ້ນ້ຳໂທນເນີ້ໄຫລອອກມາຫລາຍເກີນໄປ
ປະລິມານນ້ຳໃນຂວດ 150 ml

Smooth E Acne Clear Whitening Toner

ເນື້ອຜະລິດຕະພັນ

ນ້ຳໂທນເນີ້ຈະເປັນນ້ຳໃສ ມີກິ່ນແອລກໍຮໍຊັດເຈນ
ສາວໃດທີ່ແພ້ແອລກໍຮໍຄວນລະວັງ ຫລື ຫລີກລ່ຽງໄດ້ກໍ່ຈະດີ

Smooth E Acne Clear Whitening Toner

ໃຫ້ຄະແນນ   4/5

ສຳລັບຄວາມພໍໃຈອາດຈະບໍ່ໄດ້ຄະນະແນນເຕັມ ເພາະສຳລັບນ້ອຍແລ້ວບໍ່ຄ່ອຍມັກສະກິນແຄທີ່ມີກິ່ນແອລກໍຮໍປານໃດ
ແຕ່ສຳລັບຜະລິດຕະພັນນີ້ຂ້ອນຂ້າງໄດ້ກິ່ນຊັດເຈນ ແລະ ເມື່ອໃຊ້ຕອນທີ່ຫນ້າເປັນຮອຍບາດ ຈະຮູ້ສຶກແສບໆເລັກໜ້ອຍ
ເຊິ່ງນ້ອຍກໍ່ຄິດເອງວ່າ ອາດເປັນເພາະໂທນເນີ້ກຳລັງເຮັດກຳຈັດແບັດທີເຣຍເທິງຜິວເຮົາຢູ່ກໍ່ໄດ້ 555
ແຕ່ໂດຍລວມແລ້ວກໍ່ຖືວ່າໃຊ້ດີ 

Smooth E Acne Clear Whitening Toner
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ 
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)