Provamed Sun Face SPF50+ PA+++ (Review)


ສະບາຍດີສາວໆ ຢ່າງທີ່ເຮົາຮູ້ກັນວ່າຊ່ວງນີ້ເປັນຊ່ວງຂອງລະດູຝົນ
ແຕ່ເຖິງຈະເປັນລະດູຝົນແດດບ້ານເຮົາກໍ່ຍັງຮ້ອນແຮງຢູ່ຄືເກົ່າ
ສະນັ້ນ ສາວໆຢ່າລືມທາກັນແດດກ່ອນອອກຈາກບ້ານແນ່ເດີ້

ມື້ນີ້ນ້ອຍມີຄຣີມກັນດດມາແນະນຳ ເປັນກັນແດດແບບ Non Chemical (ບໍ່ມີສານເຄມີ)
ເຊິ່ງນ້ອຍກໍ່ໃຊ້ມາດົນພໍສົມຄວນແລ້ວ ແລະບໍ່ມີອາການແພ້
ເຫັນວ່າເປັນກັນແດດທີ່ດີອີກໂຕໜຶ່ງເລີຍເອົາມາແນະນຳໃຫ້ສາວໆໄດ້ຮູູ້ຈັກກັນ 

Provamed Sun Face SPF50+ PA+++

Provamed Sun Face SPF50+ PA+++

Product Information

"PROVAMED" ເວດສຳອາງຄຸນນະພາບສູງ ຄົ້ນຄວ້າໂດຍຜູ້ຊ່ຽວຊານທາງດ້ານຜິວໜັງ
ຈາກ Vistra Laboratories


Product Claim

ນະວັດຕະກຳລ່າສຸດຂອງຄຣີມກັນແດດຊະນິດປາກສະຈາກສານເຄມີ (Non Chemical Sunscreen)
ພັດທະນາ ແລະ ຄົ້ນຄວ້າໂດຍຜູ້ຊ່ຽວຊານດ້ານວິທະຍາສາດການແພດ
ເນື້ອຄຣີມ Silky Base ລະອຽດ ບາງເບົາ ຊຶມໄວ ກົມກືນກັບສີຜິວ
ຊ່ວຍປົກປິດຮອຍຫ່ຽວ ຊ່ວຍໃຫ້ເມັກອັບກະຈ່າງໃສຂຶ້ນ
ບໍ່ເຮັດໃຫ້ໜ້າມັນວາວລະຫວ່າງວັນ ແລະ ບໍ່ອຸດຕັນຮູຂຸມຂົນ
SPF 50+ ຊ່ວຍສະທ້ອນ ແລະ ປົກປ້ອງຜິວຈາກລັງສີ UVA ແລະ UVB
ທີ່ເປັນສາເຫດຂອງປັນຫາຝ້າ ກະ ຈຸດດ່າງດຳ ແລະ ຮອຍຫ່ຽວ ສີຜິວທີ່ດຳບໍ່ສະໝ່ຳສະເໝີ
Hyaluronic Acid ເພີ່ມຄວາມຊຸ່ມຊື່ນໃຫ້ກັບເຊວຜິວ ຫລຸດປັນຫາຜິວແຫ້ງດ້ານ
ເພື່ອຜິວທີ່ມີສຸຂະພາບດີ

   - ຄຣີມກັນແດດປາດສະຈາກສານເຄມີ
- ເນື້ອບາງເບົາ ຊຶມໄວ ບໍ່ໜຽວ
- ປົກປອງຜົວຈາກລັງສີ UVA/UVB ສູງເຖິງ 50 ເທົ່າ
- ສູດກັນນ້ຳ
- ເໝາະສຳລັບຜິວບອບບາງແພ້ງ່າຍ
 
Provamed Sun Face SPF50+ PA+++

Packaging

ບັນຈຸພັນຈະເປັນແບບຫລອດບີບຊົງຍາວ ສີຂາວສະອາດຕາ ຝາເປັນແບບກຽວໝູນ
ປະລິມານກັນແດດໃນຫລອດ 15 ml
 
Provamed Sun Face SPF50+ PA+++

Product Ingredients

ສ່ວນປະສົມເພິ່ນບອກມາແລ້ວວ່າປອດໄພ ເພາະເປັນກັນແດດທີ່ບໍ່ປະສົມສານເຄມີ
ຜິວອ່ອນໂຍນແພ້ງ່າຍກໍ່ສາມາດໃຊ້ໄດ້
 ແຕວ່າເພິ່ນປະສົມນ້ຳຫອມມານຳ ໃຜທີ່ແພ້ນ້ຳຫອມຄວນລະວັັງໃນການນຳໃຊ້

Provamed Sun Face SPF50+ PA+++

Product

ເນື້ອຜະລິດຕະພັນຈະເປັນເນື້ອມູສ ສີ Beige
ສີຈະອອກບົວອ່ອນອົມສົ້ມໜ້ອຍໜຶ່ງ ມີກິ່ນຫອມອ່ອນໆ ເນື້ອສຳຜັດບາງເບົ
 (ສີທີ່ເຫັນໃນຮູບອາດພ້ຽນໜ້ອຍຽໜຶ່ງເນາະ ເພາະໃຊ້ກ້ອງໂທລະສັບຖ່າຍ ເຫະໆ)
 
Provamed Sun Face SPF50+ PA+++

Provamed Sun Face SPF50+ PA+++

Feeling After Use

ເນື້ອຄຣີມບາງເບົາຊຶມລົງຜິວໄວ ຫລັງທາຮູ້ສຶກວ່າຜິວຈະນຽນຂຶ້ນ ກະຈ່າງໃສຂຶ້ນເລັກໜ້ອຍ
ໜ້າຊຸ່ມຊື່ນ ລະຫວ່າງວັນໜ້າຈະວາວໆຂຶ້ນມາເລັກໜ້ອຍ ເພາະນ້ອຍເປັນຄົນຜິວມັນ
 ແຕ່ບໍ່ເຮັດໃຫ້ເປັນຄາ ບໍ່ອຸດຕັນຮູຂຸມຂົນ ແລະ ລ້າງອອກງ່າ

Provamed Sun Face SPF50+ PA+++

ຽບທຽບລະຫວ່າງເບື້ອງຊ້າຍທາກັນແດດ ແລະ ເບື້ອງຂວາທີ່ບໍ່ໄດ້ທາ
ຈະເຫັນວ່າເບື້ອງທີ່ທາຜິວຈະນຽນ ແລະ ກະຈ່າງໃສຂຶ້ນ

Provamed Sun Face SPF50+ PA+++

ໃຫ້ຄະແນນ   4.5/5

ເປັນກັນແດດທີ່ດີອີກໂຕໜຶ່ງທີ່ຢາກແນະນຳໃຫ້ສາວໆໄດ້ລອງ
ເພາະນອກຈາກສ່ວນປະສົມທີ່ບໍ່ມີເຄມີແລ້ວ ຜົນລັບຫລັງທາກໍ່ໃຫ້ປະສິດທິພາບທີ່ດີເປັນທີ່ໜ້າພໍໃຈ
ທາແລ້ວໜ້າກະຈ່າງໃສຂຶ້ນ ໜ້າບໍ່ຂາວລອຍ

ເພີ່ມເຕີມອກໜ້ອຍໜຶ່ງຄື
  ກັນແດດໂຕນີ້ຕ້ອງທາກ່ອນອອກຈາກບ້ານ 15 ນາທີ ເພື່ອໃຫ້ກັນແດດເຮັດວຽກໄດ້ດີຍິ່ງຂຶ້ນ

Provamed Sun Face SPF50+ PA+++
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)