ZA True White EX Essence Lotion (Review)


ສະບາຍດີສາວໆ Bunny and Butterfly Violet ທຸກຄົ
ມື້ນີ້ມາພົບກັນກັບນ້ອຍອີກແລ້ວ ແລະ ເມື່ອພົກັນທຸກຄັ້ງນ້ອກໍ່ຈະມີຜະລິດຕະພັນດີໆມາແນະນຳແນ່ນອນ 
ແລະ ຜະລິດຕະພັນທີ່ນ້ອຍຈະນຳມາຣີວິວໃນມື້ນີ້ນັ້ນ 
ເປັນຜະລິດຕະພັນທີ່ມີຄຸນສົມບັດແບບທີ່ນ້ອຍຊອກຫາມາດົນແລ້ວ
ເພາະວມເອົາຂັ້ນຕອນການບຳລຸງຜິວຕ່າງໃຫ້ໄວຂຶ້ນດ້ວຍການທາພຽງຄັ້ງດຽວ
(ນ້ອຍເປັນຄົນຄ້ານທາຫລາຍໆຢ່າງ ຫລາຍໆຂັ້ນຕອນ ໄດ້ໂຕນີ້ມາສະບາຍເລີຍຄົບຈົບໃນຄັ້ງດຽວ ຫຶຫຶ !!)
   ເວົ້າມາຍາວແລ້ວ ຊັ່ນເຮົາມາທຳຄວາມຮູ້ຈັກກັນເລີຍກັບ

ZA True White EX Essence Lotion

ZA True White EX Essence Lotion

Product Information

ເຄື່ອງສຳອາງ ZA ເປັນແບຣນໃນເຄືອຂອງ Shiseido
ເປັນແບຣນທີ່ມີຜະລິດຕະພັນຫລາກຫລາຍບໍ່ວ່າຈະເປັນສາຍ Makeup, Whitening care, ແລະ

UV protectors ເພື່ອຜິວທີ່ສົມບູນແບບທີ່ສາໆປາດຖະໜາ
ໃຫ້ຜູ້ຍິງໝັ້ນໃຈຂຶ້ນໃນຄວາມງາມຂອງຕົນເອງ

າມາດຫາຊື້ໄດ້ທັງຮ້ານທີ່ເປັນ drugstores ແລະ hypermarkets  

ZA True White EX Essence Lotion

Product Claim

ZA True White EX Essence Lotion ເປັນ Essence Lotion ທີ່ລວມ 3 ະສິດທິພາບ
ຂອງ Whitening Lotion, Essence ແລະ Emulsion ໄວ້ໃນຂວດດຽວ
ເພື່ອຜິວທີ່ກະຈ່າງໃສພ້ອມເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວດ້ວຍສ່ວນປະສົມຂອງ
- SPA ingredients, White Lily Extract ແລະ Vitamin E
ຊ່ວຍກຳຈັດເຊວຜິວຊັ້ນເທິງທີ່ເຊື່ອມສະພາບ ແລະ ເພີ່ມຄວາມຊຸ່ມຊື່ນລ້ຳເລິກ
- Whitening 4MSK, Double Vitamin C ແລະ Pearl Extract 
ໃຫ້ຜິວກະຈ່າງໃສໃນ 7 ວັນ ຊ່ວຍລຶບຮອຍດ່າງດຳ ຮອຍແປ້ວຈາກສິວໃຫ້ຈາງລົງ


ZA True White EX Essence Lotion

Packaging

ກ່ອງບັນຈຸພັນດ້ານນອກ ເປັນຢາງອ່ອນໃສແຕ່ຖືກຫຸ້ມຫໍ່ດ້ວຍເຈ້ຍອີກຊັ້ນໜຶ່ງ
ສ່ວນຂວດບັນຈຸພັນຈະເປັນຂວດຢາງສີຂາວ ກົມຢາວ ແຕ່ກາງຂວດຈະກິ່ວເຂົ້າເລັກນ້ອຍ
ເຮັດໃຫ້ຈັບຖະນັດມືຍິ່ງຂຶ້ນ

ZA True White EX Essence Lotion

ສ່ວນຝາເປັນແບບກຽວໝູນ ແຖມຍັງມີແວ່ນນ້ອຍຢູ່ເທິງຝາໃຫ້ອີກດ້ວຍ
ເມື່ອເປີດຝາອອກມາຈະເຫັນຮູສຳລັບເທຜະລິດຕະພັນ
ປະລິມານສຸດທິທີ່ໃຫ້ມາແມ່ນ 150 ml

ZA True White EX Essence Lotion

Product Ingredients

ສ່ວນປະສົມຕາມຮູບດ້ານລຸ່ມເລີເດີ້ ໃຜທີ່ຜິວບອບບາງແພ້ງ່າຍ ອ່ານສ່ວນປະສົມໃຫ້ດີກ່ອນໃຊ້ແນ່ເດີ້
ເພາະຜະລິດຕະພັນໂຕນີ້ມີສ່ວນປະສົມຂອງແອລກໍຮໍ, ແລະ ນ້ຳຫອມ
ໃຜທີ່ແພ້ສ່ວນປະສົມນີ້ຄວນຫລີກລ່ຽງ
ສຳລັບນ້ອຍໃຊ້ແລ້ວບໍ່ແພ້  ບໍ່ອຸດຕັນ ບໍ່ເກີດສິວ

ZA True White EX Essence Lotion

Product

ເນື້ອຜະລິດຕະພັນຈະເປັນເອັສເຊັ້ນເນື້ອແຫລວໃສໆ ສັງເກດດີໆຈະເຫັນເມັດສີຂາວນ້ອ

ປະສົມຢູ່ກັບເນື້ອເອັສເຊັ້ນດ້ວຍ ແຕ່ເມື່ອທາລົງຜິວກໍ່ຈະຊຶມຫາຍໄປ
ີກິ່ນຫອມອ່ອນໆ   

ZA True White EX Essence Lotion

ມື່ອທາລົງຜິວເນື້ອເອັສເຊັ້ນຂ້ອນຂ້າງຊຶມລົງຜິວໄວ
ກິ່ນກໍ່ຫອມຜ່ອນຄາຍດີ 


ZA True White EX Essence Lotion

Feeling After Use

ຫລັງຈາກທາແລ້ວລອງສຳຜັດຜິວຈະຮູ້ສຶກເຢັນໆເລັກໜ້ອຍ ແລະ ຜິວຊຸ່ມຊື່ນຂຶ້ນ
ເມື່ອໃຊ້ມາດົນພໍສົມຄວນ ນ້ອຍສັງເກດເຫັນໄດ້ເຖິງຜິວທີ່ກະຈ່າງໃສຂຶ້ນ ຜິວນຸ້ມຊຸ່ມຊື່ນຂຶ້ນ
ຜະລິດຕະພັນນີ້ບໍ່ເຮັດຜິດຫວັງສົມຄວາມຕັ້ງໃຈ

ZA True White EX Essence Lotion

ໃຫ້ຄະແນນ 5/5


 ໃຫ້ຄະແນນເຕັມໄປເລີຍສຳລັບຜະລິດຕະພັນນີ້
ເພາະນອກຈາກຈະລວມເອົາຂັ້ນຕອນການບຳລຸງຜິວໄວ້ໃນຂວດດຽວແລ້ວ
ຍັງໃຫ້ຜົນລັບເລື້ອງຄວາມກະຈ່າງໃສ ແລະ ຄວາມຊຸ່ມຊື່ນໄດ້ເປັນທີ່ໜ້າພໍໃຈອີກດ້ວຍ
ແຖມປະລິມານທີ່ໃຫ້ມາຍັງໃຊ້ໄດ້ດົນຄຸ້ມຄ່າອີ່ຫລີກັບເງິນທີ່ຈ່າຍໄປ
ບໍ່ເຮັດໃຫ້ນ້ອຍຜິດຫວັງ ຮັກເລີຍແບບນີ້ ໃຫ້ຜ່ານ !! 5555....
 
ZA True White EX Essence Lotion
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)