Victoria Jackson Flawless Bright Loose Powder (Review)

ມາແລ້ວ...ຕາມກັນມາຕິດໆເລີຍກັບການຣີວິວເຄື່ອງສຳອາງແບຣVictoria Jackson
ເຊິ່ງບລັອກທີ່ແລ້ວນ້ອຍເວົ້າເຖິງຮອງພື້ນໄປແລ້ວ (ເບິ່ງຣີວິວຄຣິກທີ່ນີ້)
ດັ່ງນັ້ນ ບລັອກນີ້ນ້ອຍຈະມາເວົ້າເຖິງແປ້ງຝຸ່ນ
ເພາະແປ້ງຝຸ່ນເປັນສິ່ງຈຳເປັນທີ່ຕ້ອງໃຊ້ຫລັງລົງຮອງພື້ນເພື່ອຄວາມລຽບນຽນຂອງຜິວໜ້າ
ສຳລັບສາວຜິວມັນຄືນ້ອຍ
Victoria Jackson Flawless Bright Loose Powder

Victoria Jackson Flawless Bright Loose Powder

Product Information

Victoria Jackson ແບຣນເຄື່ອງສຳອາງຊັ້ນນຳ Style Hollywood ນຳເທຣນສີສັນ ແລະ 
ເທັກນິກການແຕ່ງໜ້າໃຫ້ຜູ້ຍິງ ເພື່ອດຶງຄວາມໝັ້ນໃຈທີ່ຢູ່ພາຍໃນຕົວເອງອອກມາ
ກັບ Style ການແຕ່ງໜ້າແບບທຳມະຊາດໃນຄອນເຊັບ The “No Makeup” Makeup
ເມື່ອໃດທີ່ທ່ານຮູ້ສຶກວ່າງາມຂຶ້ນ ທ່ານຈະຮູ້ສຶກດີ ແລະ ມັນຈະເປັນພະລັງໃຫ້ທ່ານປ່ຽນແປງຊີວິດໄດ້

ຊື່ແບຣນດັ່ງກ່າວນີ້ໄດ້ມາຈາກທ່ານ ນາງ Victoria Jackson ເຊິ່ງເປັນ Makeup Artist
ທີ່ຄົນໃນ Hollywood ໃຫ້ຄວາມຊື່ນຊົມໃນຝີມືມາຫລາຍກວ່າ 15 ປີ
ດ້ວຍ Style ການແຕ່ງໜ້າໃສໆທຳມະຊາດແບບ "no makeup-makeup"

Victoria Jackson Flawless Bright Loose Powder

Product Claim

ແປ້ງຝຸ່ນເນື້ອບາງເບົາສະບາຍສູດປາດສະຈາກສານ Paraben ແລະ ນ້ຳຫອມ
ອ່ອນໂຍນກັບຜິວແພ້ງ່າຍ ມອບຜົນລັບການແຕ່ງໜ້າທີ່ລຽບນຽນລະມຸນລະໄມ
ຊ່ວຍປົກປິດຮູຂຸມຂົນ ແລະ ເສັ້ນຮອຍຫ່ຽວນ້ອຍໆ
ມອບສີຜິວທີ່ກົມກືນກະຈ່າງໃສຢ່າງເປັນທຳມະຊາດ

Victoria Jackson Flawless Bright Loose Powder

Product Ingredients

ສ່ວນປະສົມຕາມຮູບດ້ານລຸ່ມເລີເດີ້ ໃຜທີ່ຜິວບອບບາງແພ້ງ່າຍ ອ່ານສ່ວນປະສົມໃຫ້ດີກ່ອນໃຊ້ແນ່ເດີ້
່ວນນ້ອຍໃຊ້ແລ້ວບໍ່ແພ້ ປອດໄພຫາຫ່ວງ ເຫໆໆ
ເມື່ອເປີດໃຊ້ຄັ້ງທຳອິດແລ້ວ ຄຸນນະພາບຂອງແປ້ງຝຸ່ນຈະຢູ່ໄດ້ອີກ 36 ເດືອ

Victoria Jackson Flawless Bright Loose Powder

Packaging

ກ່ອງບັນຈຸພັນດ້ານນອກ ຈະເປັນກ່ອງເຈ້ຍສີດຳດ້ານລຽບລູດູດີ
ສ່ວນຕະລັບ ຫລື ກັບໃສ່ແປ້ງຝຸ່ນ ຝາດ້ານເທິງຈະເປັນສີດຳເທົາເຫລື້ອມເປັນຫລ່ຽມມຸມ
ສ່ວນດ້ານລຸ່ມຈະເປັນສີດຳຕັດຫລ່ຽມມຸມເຊັ່ນກັນ
ປະລິມານແປ້ງຝຸ່ນໃນຕະລັບແມ່ນ 7 g 
  
Victoria Jackson Flawless Bright Loose Powder

ເມື່ອເປີດເຂົ້າມາດ້ານໃນຈະມີແວ່ນນ້ອງໆຕິດທີ່ຝາດ້ານເທິງຂອງກັບແປ້ງ
ແລະ ຈະເຫັນ Puff ທີ່ໃຊ້ທາແປ້ງຝຸ່ນເປັນຂົນສີຂາວ
ເຊິ່ງມີບ່ອນສອດມືສະກຣີນໂລໂກ້ຂອງແບVictoria Jackson ແລະ ຄຳວ່າ Loose Powder

Victoria Jackson Flawless Bright Loose Powder

ມື່ອຍົກພັບຂຶ້ນຈະເຫັນແຜ່ນຢາງໃສທີ່ໃຊ້ກັນແປ້ງໄວ້ເພື່ອບໍ່ໃຫ້ເຮ່ຍເປິເປື້ອນກ່ອນການໃຊ້ງານ

Victoria Jackson Flawless Bright Loose Powder

ສຳລັບນ້ອຍຮູ້ສຶກວ່າພັບທີ່ໃຫ້ມາບໍ່ນຸ້ມເທົ່າທີ່ຄວນ 
ຖ້າສາວຄົນໃດບໍ່ຕິຫຍັງຫລາຍກໍ່ສາມາດໃຊ້ພັບທີ່ໃຫ້ມາກັບແປ້ງທາເລີຍກໍ່ໄດ້
ແຕ່ຖ້າສາວໆຄົນໃດທີ່ຕ້ອງການຄວາມຟິນຕອນທາໜ້າ ນ້ອຍແນະນຳໃຫ້ແປງທາ ຫລື 
ອາດຈະຫາຊື້ພັບໂຕໃໝ່ທີ່ນຸ້ມໆມາໃຊ້ແທນຈະດີກວ່

Victoria Jackson Flawless Bright Loose Powder

Product

ເນື້ອແປ້ງຈະອກສີເຫລືອງອົມສົ້ມເລັກໜ້ອຍ ເນື້ອນຽນລະອຽດ ບໍ່ມີກິ່ນ
ສາມາດໃຊ້ໄດກັບທຸກສີຜິວ ເພາະແປ້ງເປັນສີໂປ່ງແສງ (Translucent)
ແຫລະ ບໍ່ເຮັດໃຫ້ສີຮອງພື້ນປ່ຽນສີ

Victoria Jackson Flawless Bright Loose Powder

Victoria Jackson Flawless Bright Loose Powder

ຕໍ່ໄປເຮົາໄປລອງທາໜ້າກັນດີກວ່າ

Feeling After Use

ຕອນນີ້ໜ້າຂອງນ້ອຍລົງຮອງພື້ນໄວ້ແລ້ວ
ນ້ອຍຈະໃຊ້ແປງໃນການລົງແປ້ງຝຸ່ນເພາະຈະໃຫ້ຄວາມບາງເບົາເປັນທຳມະຊາດຫລາຍກວ່າ
 
Victoria Jackson Flawless Bright Loose Powder

ເມື່ອທາແປ້ງຝຸ່ນລົງໄປຈະເຫັວ່າໜ້ານຽນໃສສະຫວ່າງຂຶ້ນ
ສຳລັບເລື້ອງຮູຂຸມຂົນສາມາດປົກປິດໄດ້ໃນລະດັບໜຶ່ງ 
ແຕ່ຖ້າໃຜຮູຂຸມຂົນກວ້າງຫລາຍອາດຕ້ອງໃຊ້ Primer ຫລື ຮອງພື້ນເປັນຕົວຊ່ວຍປົກປິດກ່ອນການລົງແປ້ງຝຸ່ນ
ບໍ່ຄຸມມັນ ແຕ່ກໍ່ບໍ່ເຮັດໃຫ້ໜ້າເປັນຄາບແປ້ງ

Victoria Jackson Flawless Bright Loose Powder

ໃຫ້ຄະແນນ 4.5/5

ໃຫ້ຄະແນນຕາມນັ້ນເນາະ ເພາະຂໍຫັກຄະແນນໜ້ອຍໜຶ່ງບ່ອນວ່າເນື້ອຂົນຂອງພັບຂ້ອນຂ້າງແຂງ
ເນື້ອແປ້ງບໍ່ຄຸມມັນ ແລະ ບໍ່ຕິດທົນເທົ່າທີ່ຄວນ
ແຕ່ໂດຍລວມຖືວ່າເຮັດອອກມາໄດ້ດີໂດຍສະເພາະສ່ວນປະສົມທີ່ອ່ອນໂຍນ
ປາດສະຈາກສານທີ່ອາດກໍ່ໃຫ້ເກີດການລະຄາຍເຄືອງຜິວເຊັ່ນ: ພາຣາເບນ ແລະ ນ້ຳຫອມ
ສຳລັບນ້ອຍຖືວ່າໂອເຄ ໃຫ້ຜ່ານ !!! 555.......   

Victoria Jackson Flawless Bright Loose Powder
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)