Prim Perfect Herbal Coffee Detoxifying Body Cream Scrub (Review)


ສາວໆຮູ້ບໍ່ວ່າການດູແລຜິວກາຍບໍ່ແມ່ນພຽງແຕ່ການທາໂລຊັ່ນເພື່ອບຳລຸງ 
ຫລື ທາກັນແດດເພື່ອປົກປ້ອງຜິວເທົ່ານັ້ນ
ແຕ່ອີກສິ່ງໜຶ່ງທີ່ຈຳເປັນ ນັ້ນກໍ່ຄືການດູແລຜິວດ້ວຍການຂັດຜິວ (Scrub)
ການ Scrub ແມ່ນເພື່ອຊ່ວຍໃນການກຳຈັດສິ່ງສົກກະປົກທີ່ອຸດຕັນຕາມຮູຂຸມຂົນ 
ລວມທັງເຊວຜິວເກົ່າທີ່ເສື່ອມສະພາບໃຫ້ຫລຸດອອກໄປ
ກ່ອນການບຳລຸງຜິວໃນຂັ້ນຕອນຕໍ່ມາ ພື່ອໃຫ້ສານບຳລຸງຕ່າງໆຊຶມລົງຜິວໄດ້ດີຂຶ້ນ
ນອກຈາກນັ້ນ ຍັງເປັນການກະຕຸ້ນການໄຫລວຽນຂອງເລືອດ ເຮັດໃຫ້ຜິວສົດໃສ ສຸຂະພາບດີຂຶ້ນອີກດ້ວຍ

ມື້ນີ້ນ້ອຍເອງກໍ່ມີ Scrub ທີ່ນ້ອຍໄດ້ລອງໃຊ້ແລ້ວຕິດໃຈ
ເລີຍນຳມາຂຽນຣີວິວໄວ້ ເພື່ອໃຜສົນໃຈຈະເລືອກຊື Scrub ໍ່ອາດຈະເອົາຣີວວຂອງນ້ອຍເປັນໂຕຊ່ວຍໃນການຕັດສິນໃຈອີກທາງໜຶ່ງ

Prim Perfect Herbal Coffee Detoxifying Body Cream Scrub   


Prim Perfect Herbal Coffee Detoxifying Body Cream Scrub

Product Information
 
ຜະລິດຕະພັນສະມຸນໄພ ພູມພຶກສາ ມີແຕ່ສະມຸນໄພທີ່ຄັດສັນມາໂດຍສະເພາະ ເພື່ອສຸຂະພາບທີ່ດີຂອງລູກຄ້າ
ຄົ້ນຄວ້າ ແລະ ວິໄຈຫາຄຸນຄ່າຂອງພືດພັນນານາຊະນິດຈາກທົ່ວທຸກມຸມໂລ
ເພື່ອນຳມາສ້າງສັນຜະລິດຕະພັນຢ່າງດົນນານກວ່າ 15 ປີ

Prim Perfect Herbal Coffee Detoxifying Body Cream Scrub

Product Claim
 
Prim Perfect Herbal Coffee Detoxifying Body Cream Scrub
ຊ່ວຍກຳຈັດເຊວຜິວທີ່ເສື່ອມສະພາບໃຫ້ຫລຸດອອກຢ່າງອ່ອນໂຍນດ້ວຍເມັດແອັບພິຄອດທຳມະຊາດ 100%
ບໍ່ທຳຮ້າຍຜິວບອບບາງ ກາເຟຍັງຊ່ວຍກຳຈັດສານເຄມີຕົກຄ້າງເທິງຜິວໜັງ ເປັນການດີທ໋ອກຜິວ
ຊ່ວຍໃຫ້ເລືອດໄຫລວຽນໄດ້ດີຂຶ້ນ ຕໍ່ຕ້ານອະນຸມູນອິດສະຫລະ ຊ່ວຍຫລຸດຮອຍເຊວລູໄລ້

Prim Perfect Herbal Coffee Detoxifying Body Cream Scrub

Packaging

ບັນຈຸພັນເປັນກະປຸກຢາງໃສ ຝາອັດສີນ້ຳຕານ ເປັນແບບກຽວໝູນ
ເມື່ອເປີດຝາອອກຈະເຫັນແຜ່ນຝອຍເຫລື້ອມອັດປາກກະປຸກໄວ້ອີກຊັ້ນໜຶ່ງ
ເພື່ອກັນບໍ່ໃຫ້ຄຣີມສະຄຣັບໄຫລເປື້ອນຝາ
ປະລິມານຄຣີມສະຄຣັບໃນກະປຸກ 300 g ໃຊ້ດົນຈົນລືມ 555....

Prim Perfect Herbal Coffee Detoxifying Body Cream Scrub

Product

ເນື້ອຂອງຜະລິດຕະພັນ ຈະເປັນແບບຄຣີມສະຄຣັບ
ຄືເປັນແບບເນື້ອຄຣີມຂຸ້ນໆສີນ້ຳຕານອ່ອນ ປະສົມກັບເມັດສະຄຣັບຈາກກາເຟ
ເມື່ອເປີດຝາອອກມາຈະໄດ້ກິ່ນຫອມຂອງກາເຟທຸກຄັ້ງ
ຄວາມຫອມຂອງຄຣີມສະຄຣັບເຮັດໃຫ້ນ້ອຍຄິດເຖິງຂະໜົມຄຸກກີ້ລົດຊາດກາເຟເລີຍ

Prim Perfect Herbal Coffee Detoxifying Body Cream Scrub

Feeling After Use

ເມື່ອເລີ່ມສະຄຣັບຜິວຈະຮູ້ສຶກຊາໆ ແຕ່ເມື່ອລູບໄປດົນໆຜິວຈະມື່ນຂຶ້ນ
ຄວາມຫອມຂອງກິ່ນກາເຟຍັງເຮັດໃຫ້ຜ່ອນຄາຍສະບາຍຜິວຂຶ້ນອີກດ້ວຍ
ເນື້ອຂອງສະຄຣັບບໍ່ບາດຜິວເຮັດໃຫ້ສາມາດໃຊ້ໄດ້ທຸກມື້
ແຕ່ນ້ອຍຄິດວ່າອາທິດໜຶ່ງໃຊ້ 3-4 ຄັ້ງກໍ່ໜ້າຈະພຽງພໍແລ້ວ

ເມື່ອສະຄຣັບຜິວແລ້ວປະໄວ້ປະມານ 2-3 ນາທີ ແລ້ວອາບນ້ຳຕາມປົກກະຕິ
ສຳລັບນ້ອຍຈະລ້າງສະບູຕື່ມອີກຄັ້ງໜຶ່ງ ເພື່ອໃຫ້ໝັ້ນໃຈວ່າຜິວຈະສະອາດອີ່ຫລີ
ຫລັງອາບນ້ຳແລ້ວຜິວກໍ່ບໍ່ແຫ້ງຄືກັບການໃຊ້ປະເພດເກືອສະຄຣັບອີກດ້ວຍ

Prim Perfect Herbal Coffee Detoxifying Body Cream Scrub

ໃຫ້ຄະແນນ 5/5

ສຳລັບສະຄຣັບໂຕນີ້ນ້ອຍໃຫ້ຄະແນນເຕັມໄປເລີຍ 555
ທັງເນື້ອສຳຜັດ ແລະ ກິ່ນຫອມໄດ້ໃຈນ້ອຍໄປເຕັມໆເລີຍ
ຜິວທີ່ໄດ້ຫລັງຈາກການສະຄຣັບຍັງທັງນຸ້ມ ທັງຫອມ ຜິວກໍ່ໃສຂຶ້ນເລັກໜ້ອຍອີກດ້ວຍ
 ສຳລັບໃຜທີ່ຍັງຊອກຫາສະຄຣັບດີໆຢູ່ ລອງໃຊ້ເບິ່ງບາງທີທ່ານອາດຈະຕິດໃຈຄືນ້ອຍກໍ່ໄດ້ ເຫະໆໆ!!

Prim Perfect Herbal Coffee Detoxifying Body Cream Scrub
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)