Nivea Extra White Firming Body Serum SPF50 UVA1/UVA2/UVB (Review)


ໂລຊັ່ນກັນແດດໃຜວ່າສຳຄັນພຽງແຕ່ກັບຜິວໜ້າເທົ່ານັ້ນ 
ຜິວກາຍເອງກໍ່ຕ້ອງການສານປ້ອງກັນແສງແດດດຽວເຊັ່ນກັນ
ເພາະແສງແດດເປັນຕົວການສຳຄັນທີ່ທຳຮ້າຍຜິວ ແລະ ເຮັດໃຫ້ຜິວດຳ 
ດັ່ງນັ້ນ ມື້ນີ້ນ້ອຍຈະມາຣີວິວໂລຊັ່ນກັນແດດທີ່ບໍ່ພຽງແຕ່ໃຊ້ປ້ອງກັນແສງແດດເທົ່ານັ້ນ
ແຕ່ຍັງຊ່ວຍບຳລຸງໃຫ້ຜິວຊຸ່ມຊື່ນ ແລະ ຂາວໃສຂຶ້ນອີກດ້ວຍ

Nivea Extra White Firming Body Serum SPF50 UVA1/UVA2/UVB

Nivea Extra White Firming Body Serum SPF50

Product Claim

Nivea Extra White Firming Body Serum ເປັSerum ບຳລຸງ ແລະ
ນວດກະຊັບຜິວກາຍປະສົມສານປ້ອງກັນແສງແດດ ເພື່ອຜິວກະຈ່າງໃສ ລຽບນຽນ ກະຊັບ
ແຕກຕ່າງດ້ວຍອີກຂັ້ນຂອງນະວັດຕະກຳລ່າສຸດທີ່ປະສານ
- ຄໍລາເຈັ້ນ ແລະ Q10 ຊ່ວຍເພີ່ມກະຊັບໃຫ້ກັບຜິວພ້ອມໃຫ້ຜິວລຽບນຽນ
- Vitamin C ບໍລິສຸດ 95% ຊ່ວຍຟື້ນບຳລຸງຜິວໝອງໃຫ້ກັບມາຂາວກະຈ່າງໃສ
 - SPF50 PA+++ ພ້ອມ UVA1 Protect ປົກປ້ອງຜິວຈາກລັງສີ UV
ໃນຊ່ວງກວ້າງ ທັງລັງສີ UVB ແລະ UVA ເຊິ່ງລວມໄປເຖິງ UVA1
ທີ່ທະລຸທຳຮ້າຍຜິວຢ່າງມີປະສິດທິພາບ
ເຊຣັ່ມເຂັ້ມຂຸ້ນ ເນື້ອບາງເບົາ ຊຶມເຂົ້າບຳລຸງຜິວໄດ້ໄວ
ຜ່ານການທົດສອບຈາກຜູ້ຊ່ຽວຊານດ້ານຜິວພັນແລ້ວ

Nivea Extra White Firming Body Serum SPF50

Packaging

ບັນຈຸພັນເປັນຫລອດແບບບີບສີຂາວ 
ເປັນຫລອດແບບນີ້ກໍ່ດີເພາະຖ້າໃກ້ຈະໝົດຈົນບີບບໍ່ອອກແລ້ວ ນອຍມັກໃຊ້ມີດຕັດ ຕັດເຄິ່ງເລີຍ
ແລ້ວຈົກເອົາໂລຊັ່ນມາທາໂຕໃຫ້ໝົດ ຊືມາແລ້ວຕ້ອງໃຊ້ໃຫ້ຄຸ້ມ 555
ບັນຈຸພັນມີຫລາຍຂະໜາດ ສຳລັບຂະໜາດທີ່ນ້ອຍຣີວິວແມ່ນຂະໜາດ 320 ml

Nivea Extra White Firming Body Serum SPF50

Product Ingredients

ສ່ວນປະສົມຕາມຮູບດ້ານລຸ່ມເລີເດີ້ ໃຜທີ່ຜິວບອບບາງແພ້ງ່າຍ ອ່ານສ່ວນປະສົມໃຫ້ດີກ່ອນໃຊ້ແນ່ເດີ້
ແຕ່ນ້ອຍຄິດວ່າໂລຊັ່ນທາໂຕ ສາວໆສ່ວນຫລາຍຄົງຈະບໍ່ແພ້ກັນເນາະ
 ສຳລັບສາວທີ່ຜິວ Sensitive ອີ່ຫລີຄວນຫລີກລ່ຽງກໍ່ດີ 
ເພາະຜະລິດຕະພັນນີ້ຂ້ອນຂ້າງມີສານທີ່ອາດກໍ່ໃຫ້ເກີດການລະຄາຍເຄືອງໃຫ້ຜິວຢູ່ຫລາຍໂຕ

Nivea Extra White Firming Body Serum SPF50

Product

ເນື້ອ Serum ສີຂາວ ແລະ ເນື້ອແຫລວພໍສົມຄວນ
ມີກິ່ນຫອມຂ້ອນຂ້າງແຮງ

Nivea Extra White Firming Body Serum SPF50

Feeling After Use


ຕອນທາທຳອິດຈະມື່ນໆ ພໍລູບໆໄປເລື້ອຍໆຈະຮູ້ສຶກໜຽວໜ້ອຍໜຶ່ງ
ແຕ່ພໍຊຶມເຂົ້າຜິວແລ້ວຈະເຮັດໃຫ້ຜິວຊຸ່ມຊື່ນຂຶ້ນ
ເລື້ອງຄວາມຂາວກະຈ່າງໃສຍັງບໍ່ເຫັນຜົນຊັດເຈນ ແຕ່ຂໍບໍ່ດຳເພີ່ມກໍ່ເປັນພໍ ເຫະໆໆ
່ວນປະສິດທິພາບໃນການປ້ອງກັນແສງແດດກໍ່ເຮັດໄດ້ດີໃນລະດັບທີ່ໜ້າພໍໃຈ  
ຫລັງອອກແດດກໍ່ບໍ່ເຮັດໃຫ້ຜິວດຳເພີ່ມຂຶ້ນ ເພາະຊີວິດປະຈຳວັນຂອງນ້ອຍກໍ່ບໍ່ໄດ້ເຈິກັບແສງແດດຫລາຍ
ແຕ່ຖ້າມື້ທີ່ຕ້ອງເຈິແດດເປັນເວລາດົນ ນ້ອຍຈະທາເພີ່ມຕື່ມອີກເພື່ອເປັນການປ້ອງກັນ ແລະ 
ເສີມປະສິດທິພາບໃນການກັນແດດໃຫ້ເພີ່ມຂຶ້ນ


ໃຫ້ຄະແນນ 5/5


ຖືວ່າເປັນຜະລິດຕະພັນດີໆອີກອັນໜຶ່ງທີ່ນ້ອຍແນະນ
ເພາະນອກຈາກຈະເປັນ Serum ທີ່ບຳລຸງຜິວກາຍແລ້ວ
ຍັງປະສົມສານປ້ອງກັນແສງແດດປະສິດທິພາບສູງມາດ້ວຍ 
ເປັນຜະລິດຕະພັນທີ່ຕອບສະໜອງໄດ້ຄົບຈົບໃນໜຶ່ງດຽວອີກແລ້ວ 

.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)