Provamed Sun Perfect Cleansing Water (Review)


ສາວໆທີ່ຮັກຜິວພັນທັງຫລາຍຄົງຈະຮູ້ກັນດີແລ້ວວ່າ ການມີຜິວສຸຂະພາບດີ 
ຕ້ອງເລີ່ມຈາກການທຳຄວາມສະອາດຜິວ 
ເພາະເມື່ອຜິວເຮົາສະອາດກໍ່ຈະສາມາດຮັບເອົາສານບຳລຸງຜິວໄດ້ຢ່າງເຕັມທີ່
ການເລືອກຜະລິດຕະພັສຳລັບເຊັດລ້າງເຄື່ອງສຳອາງທີ່ດີກໍ່ເປັນສິ່ງຈຳເປັນທີ່ສາວໆຄວນໃຫ້ຄວາມສົນໃຈ
ຫລາຍໆຄົນອາດຈະມີ Cleansing ດີໆໃນດວງໃຈແລ້ວ
 ແຕ່ສຳລັບໃຜທີ່ຍັງຊອກຫາຢູ່ ກໍ່ລອງພິຈາລະນາໂຕທີ່ນ້ອຍກຳລັງຈະຣີວິວນີ້ເບິ່ງ
ບາງທີທ່ານອາດຈະຖືກໃຈ

Provamed Sun Perfect Cleansing Water

Provamed Sun Perfect Cleansing Water

Product Information

"PROVAMED" ເວດສຳອາງຄຸນນະພາບສູງ ຄົ້ນຄວ້າໂດຍຜູ້ຊ່ຽວຊານທາງດ້ານຜິວໜັງ
ຈາກ Vistra Laboratories

Provamed Sun Perfect Cleansing Water

Product Claim

 Provamed Sun Perfect Cleansing Water 
ຜະລິດຕະພັນເຮັດຄວາມສະອາດຜິວໜ້າສູດນ້ຳ ອ່ອນໂຍນຕໍ່ຜິວ
ໃຊ້ເຊັດເຄື່ອງສຳອາງ ຄຣີມກັນແດດ ແລະ ສິ່ງສົກກະປົກອອກຈາກຜິວໜ້າໄດ້ຢ່າງທົ່ວເຖິງ
 ລ້ຳເລິກເຖິງຮູຂຸມຂົນ ໂດຍບໍ່ເຮັດໃຫ້ຜິວແຫ້ງ ຫລື ລະຄາຍເຄືອງ
ດ້ວຍສານສຳຄັນ Anti Pollution System ສານສະກັດຈາກພືດ
ແລະ ສານສະກັດຈາກທະເລນ້ຳເລິກ ຊ່ວຍບຳລຸງຜິວທີ່ຖືກທຳລາຍຈາກມົນລະພາວະສິ່ງແວດລ້ອມ
ໃຫ້ຜິວຮູ້ສຶກຜ່ອນຄາຍ ພ້ອມທັງ Vitamin E ຊ່ວຍຕ້ານອະນຸມູນອິດສະຫລະ
ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ຜິວນຽນນຸ້ມສຸຂະພາບດີ

Provamed Sun Perfect Cleansing Water

Product Ingredients

ສ່ວນປະສົມຂ້ອນຂ້າງອ່ອນໂຍນເພາະປາດສະຈາກນ້ຳຫອມ, ແອລກໍຮໍ ແລະ ສີ
ແຕ່ວ່າມີສ່ວນປະສົມຂອງສານພາຣາເບນ ໃຜທີ່ແພ້ສານນີ້ຄວນລະວັງ

Provamed Sun Perfect Cleansing Water

Packaging

ບັນຈຸພັນເປັນຂວດພາສຕິກໃສສີສົ້ມ ສ່ວນຝາຈະເປັນສີຂາວແບບກຽວໝູນ
ເມື່ອເປີດຝາຈະເຫັນຮູນ້ອຍໆສຳລັບເທຜະລິດຕະພັນ
ຂະໜາດຂວດທີ່ນ້ອຍຊື້ມາຈະເປັນຂະໜາດແບບພົກພາ ສະນັ້ນປະລິມານໃນຂວດແມ່ນ 50 ml

Provamed Sun Perfect Cleansing Water

Product

ຜະລິດຕະພັນມີລັກສະນະຄືກັບນ້ຳ ບໍ່ໜຽວ ບໍ່ມີສີ ເນື້ອສຳຜັດຈະມື່ນໆ
ມີກິ່ນເລັກໜ້ອຍ ນ້ອຍວ່າກິ່ນຄ້າຍໆກັບນ້ຳຢາໂອລາລິດ
ສຳລັບຄົນອື່ນບໍ່ຮູ້ວ່າຈະໄດ້ກິ່ນຄືກັນບໍ່ ເຫະໆ

Provamed Sun Perfect Cleansing Water

Feeling After Use

ຕໍ່ໄປເຮົາມາພິສູດຄວາມສາມາດໃນການທຳຄວາມສະອາດກັນດີກວ່າ
ໂດຍນ້ອຍຈະທາເມັກອັບທີ່ກັນນ້ຳໄວທີ່ແຂນ ແລ້ວປະໄວ້ປະມານ 5 ນາທີເພື່ອເພີ່ມຄວມຕິດທົນ
ຫລັງຈາກນັ້ນຈະໃຊ້ Cleansing Water ຂອງ Provamed ເຊັດອອກ

Provamed Sun Perfect Cleansing Water

ເມື່ອຄົບ 5 ນາທີກໍ່ເທ Cleansing Water ໃສ່ສຳລີໃຫ້ຊຸ່ມ
ຫລັງຈາກນັ້ນ ນຳມາແປະໄວ້ເທິງແຂນທີ່ທາເມັກອັບກັນນ້ຳ ແປະໄວ້ປະມານ 10-15 ວິນາທີ
ແລ້ວເຊັດອອກ

Provamed Sun Perfect Cleansing Water

ຄັ້ງທຳອິດ ຈະເຫັນວ່າອາຍລາຍເນີ້ ກັບ ຮອງພື້ນຫາຍໄປເກືອບໝົດ
ຍັງເຫລືອມາສຄາລ່າ ກັບ ລິບລິຄວິດທີ່ຍັງເຫັນຊັດເຈນຢູ່

Provamed Sun Perfect Cleansing Water

ຄັ້ງທີ 2-3 ມາສຄາລ່າກໍ່ຫາຍໄປເກືອບໝົດແລ້ວ
ຍັງເຫລືອລິບລິຄວິດທີ່ຍັງຕິດທົນຢູ່

Provamed Sun Perfect Cleansing Water

ຄັ້ງທີ 4-5 ອອກແຮງເຊັດຕື່ມອີກໜ້ອຍໜຶ່ງເມັກອັບທີ່ກັນນ້ຳທັງຫລາຍກໍ່ຫາຍໄປໝົດແລ້ວ
ຫລັງເຊັດທຳຄວາມສະອາດຜິວຍັງຄົງຄວາມຊຸ່ມຊື່ນ ບໍ່ໜຽວ ແລະ ບໍ່ເຮັດໃຫ້ໜ້າແຫ້ງ

Provamed Sun Perfect Cleansing Water

ໃຫ້ຄະແນນ   4.5/5

ເປັນຜະລິດຕະພັນເຊັດລ້າງເຄື່ອງສຳອາງສູດນ້ຳທີ່ມີປະສິດທິພາບ ແລະ ອ່ອນໂຍນທີ່ດີອີກໂຕໜຶ່ງ
ແຕ່ສຳລັບຕາ ແລະ ປາກ ນ້ອຍວ່າໃຊ້ຜະລິດຕະພັນສະເພາະ ຫລື ເບບີ້ອອຍເຊັດອອກຈະດີກວ່າ
ເພື່ອຫລຸດຜ່ອນການສຽດສີ ເພາະຕາ ແລະ ປາກຈະອ່ອນໂຍນຫລາຍ

Provamed Sun Perfect Cleansing Water
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)