Victoria Jackson Ultra Satin Mousse Makeup (Review)

ສະບາຍດີາວໆທຸກຄົນ ມື້ນີ້ນ້ອຍຈະບໍ່ໄດ້ມາຣີວິວສະກິນແຄຄືທີ່ຜ່ານມາ ແຕ່ຈະມາຣີວິວເມັກອັບ
ເຊິ່ງດອງໄວ້ດົນພໍສົມຄວນແລ້ວສຳລັບບລັອກນີ້ 555
 ເມັກອັບທີ່ວ່ານັ້ນກໍ່ຄື Victoria Jackson Ultra Satin Mousse Makeup
ເຊິ່ງເປັນຮອງພື້ນຂອງແບຣVictoria Jackson
 ອາດຈະບໍ່ຄຸ້ນຕາສຳລັບສາວໆຫລາຍຄົນ ເອົາເປັນວ່າເຮົາມາທຳຄວາມຮູ້ຈັກໄປພ້ອມໆກັນເລີຍ !!

Victoria Jackson Ultra Satin Mousse Makeup

Product Information

Victoria Jackson ແບຣນເຄື່ອງສຳອາງຊັ້ນນຳ Style Hollywood ນຳເທຣນສີສັນ ແລະ 
ເທັກນິກການແຕ່ງໜ້າໃຫ້ຜູ້ຍິງ ເພື່ອດຶງຄວາມໝັ້ນໃຈທີ່ຢູ່ພາຍໃນຕົວເອງອອກມາ
ກັບ Style ການແຕ່ງໜ້າແບບທຳມະຊາດໃນຄອນເຊັບ The “No Makeup” Makeup
ເມື່ອໃດທີ່ທ່ານຮູ້ສຶກວ່າງາມຂຶ້ນ ທ່ານຈະຮູ້ສຶກດີ ແລະ ມັນຈະເປັນພະລັງໃຫ້ທ່ານປ່ຽນແປງຊີວິດໄດ້

ຊື່ແບຣນດັ່ງກ່າວນີ້ໄດ້ມາຈາກທ່ານ ນາງ Victoria Jackson ເຊິ່ງເປັນ Makeup Artist
ທີ່ຄົນໃນ Hollywood ໃຫ້ຄວາມຊື່ນຊົມໃນຝີມືມາຫລາຍກວ່າ 15 ປີ
ດ້ວຍ Style ການແຕ່ງໜ້າໃສໆທຳມະຊາດແບບ "no makeup-makeup"
  
Victoria Jackson Ultra Satin Mousse Makeup

Product Claim

ະວັດຕະກຳຮອງພື້ນເນື້ອ Mousse ທີ່ຄ້າຍຄືກັບໂລຊັ່ນ ປະສົມ Makeup Base ເນື້ອບາງເບົາລະອຽດ
ທາເຂົ້າຜິວງ່າຍ ຊ່ວຍປັບສີຜິວໃຫ້ສົດໃສສະໝ່ຳສະເໝີ
ຊ່ວຍປິດບັງຮອຍດຳ ຮອຍແດງໄດ້ຢ່າງແນບນຽນ
ລວມທັງສາມາດປົກປິດຮອຍຫ່ຽວ ແລະ ເພີ່ມຄວາມລຽບນຽນຂອງຜິວໜ້າຢ່າງເປັນທຳມະຊາດ
ປະສານຄຸນຄ່າບຳລຸງຜິວຈາກ Coenzyme Q10 ແລະ Liposome
ພ້ອມສ່ວນປະສົມຂອງສານປ້ອງກັນແສງແດດ SPF20 ຈຶ່ງປະຢັດເວລາໃນການກຽມຜິວກ່ອນແຕ່ງໜ້າ
ຊ່ວຍຫລຸດຂັ້ນຕອນການບຳລຸງ ກັນແດດ ເບສ ແລະ ຮອງພື້ນໄວ້ໃນຂັ້ນຕອນດຽວ
ຽງສັ່ນກະປ໋ອງ ແລະ ສະເປມູສອອກມາ
ມີໃຫ້ເລືອກ 2 ສີໄດ້ແກ່ Ivory BEIGE ແລະ Golden SAND

Victoria Jackson Ultra Satin Mousse Makeup

Product Ingredients

ສ່ວນປະສົມຕາມຮູບດ້ານລຸ່ມເລີເດີ້ ໃຜທີ່ຜິວບອບບາງແພ້ງ່າຍ ອ່ານສ່ວນປະສົມໃຫ້ດີກ່ອນໃຊ້ແນ່ເດີ້
່ວນນ້ອຍໃຊ້ແລ້ວບໍ່ແພ້ ປອດໄພຫາຫ່ວງ ເຫໆໆ

Victoria Jackson Ultra Satin Mousse Makeup

Packaging

ກ່ອງບັນຈຸພັນພາຍນອກເປັນກ່ອງເຈ້ຍ ສີດຳດ້ານລຽບຫລູ
ສ່ວນຂວດບັນຈຸຜະລິດຕະພັນເປັນແບບກະປ໋ອງສະເປ ຝາອັດກະປ໋ອງເປັນຝາຢາໃສ
ບ່ອນກົດຫົວສະເປສະຫລຸບໂຄ້ງລົງ ປະລິມານຜະລິດຕະພັນແມ່ນ 50 ml
 
Victoria Jackson Ultra Satin Mousse Makeup

ຮູສະເປຈະເປັນຮູນ້ອຍໆ ແລະ ເຮັດອອກມາໄດ້ດີ 
ເຮັດໃຫ້ການສີພົ່ນເນື້ອຜະລິດຕະພັນອອກມາມີຄວາມລະອຽດຍິ່ງຂຶ້ນ

Victoria Jackson Ultra Satin Mousse Makeup

Direction

ສັ່ນກະປ໋ອງ ແລະ ສະເປເນື້ອຜະລິດຕະພັນອອກມາ
ຈະສະເປໃສ່ຝາມື ຫລື ຫລັງມືກ່ອນກໍ່ໄດ້ ເພື່ອເປັນການຮອງຮັບເນື້ອຮອງພື້ນກ່ອນຈະທາລົງຜິວ
ຫລັງຈາກນັ້ນຈະໃຊ້ຟອງນ້ຳແຕ່ງໜ້າ ຫລື ແປງແຕ່ງໜ້າແຕະທີ່ເນື້ອຮອງພື້ນແລ້ວທາລົງຜິວ 

Victoria Jackson Ultra Satin Mousse Makeup

Product

ຖິງຄຳເຄລມຈະບອກວ່າເປັນເນື້ອມູສ ແຕ່ນ້ອຍຄິດວ່າເນື້ອມັນຈະແຫລວໆເປັນເນື້ອນ້ຳຫລາຍກວ່າ
ເວລາໃຊ້ຄວນສະເປອອກມາເທື່ອລະໜ້ອຍ ເພື່ອເປັນການກະປະລິມານໃນການນນຳໃຊ້ໃນແຕ່ລະຄັ້ງໃຫ້ພໍດີ
 ເມື່ອສະເປອອກມາແລ້ວຄວນທາໃຫ້ໄວ ເພາະເນື້ອຜະລິດຕະພັນຂ້ອນຂ້າງຈະແຫ້ງໄວ
ຮອງພື້ນນີ້ຈະມີກິ່ນອ່ອນໆ ສຳລັບນ້ອຍຄິດວ່າກິ່ນຄ້າຍໆຄືສານກັນແດດທົ່ວໄປ

Victoria Jackson Ultra Satin Mousse Makeup

ເມື່ອທາລົງຜິວແລ້ວເຫັນວ່າຜິວຈະນຽນຂຶ້ນ ແລະ ກະຈ່າງໃສຂຶ້ນ

Victoria Jackson Ultra Satin Mousse Makeup

ຕໍ່ໄປມາລອງລົງທີ່ຜິວໜ້າກັນເບິ່ງດີກວ່າຈະໄດ້ຜົນອອກມາຈະເປັນແນວໃດ
(ກະລຸນາຢ່າຕົກໃຈໜ້າສົດຂອງນ້ອຍ 555)

Victoria Jackson Ultra Satin Mousse Makeup

ນ້ອຍທາເຄິ່ງໜ້າເບິ່ງກ່ອນ ເພື່ອປຽບທຽບລະຫວ່າງເບື້ອງທີ່ທາ ແລະ ບໍ່ທາ
ຈຶ່ງຈະເຫັນເທິງຄວາມແຕກຕ່າງທີ່ຊັດເຈນຂຶ້ນ
ສີທີ່ນ້ອຍເລືອກມາ ແລະ ຄິດວ່າເໝາະກັບສີຜິວຂອງນ້ອຍຄື Golden SAND ສຳລັບຜິວຂາວເຫລືອງ
ເບື້ອງທີ່ທາຈະເຫັນວ່າໜ້ານຽນ ແລະ ກະຈ່າງໃສຂຶ້ນ ມີຄວາມເງົາຂຶ້ນເລັກນ້ອຍ
ສຳລັບການປົກປິດແມ່ນລະດັບໜ້ອຍ ຫາ ປານກາງ ສາມາດປົກປິດຮອຍຈາງໆໄດ

Victoria Jackson Ultra Satin Mousse Makeup

Feeling After Use
 
ເມື່ອທາໝົດໜ້າ ໜ້າເຮົາກໍ່ຈະກະຈ່າງໃສຂຶ້ນເທົ່າກັນທົ່ວທັງໜ້າ ເຫະໆໆ
ຄວາມຮູ້ສຶກຫລັງທາໜ້າຈະຊຸ່ມຊື່ນຂຶ້ນເລັກໜ້ອຍ ຜິວໜ້າຈະເງົາວາວ ແຕ່ບໍ່ເຮັດໃຫ້ໜ້າມັນເພີ່ມຂຶ້ນ
 ຮອງພື້ນນີ້ນ້ອຍຄິດວ່າ
 - ເໝາະສຳລັບຜູ້ທີ່ມີປັນຫາຜິວໜ້າບໍ່ຫລາຍ ແຕ່ງໜ້າແບບໂຊຜິວ
ເພາະເນື້ອຮອງພື້ນນີ້ມີຄວາມບາງເບົາ ແລະ ປົກປິດໄດ້ຂ້ອນຂ້າງໜ້ອຍ
- ເໝາະກັບສາວຜິວມັນຫລາຍກວ່າສາວຜິວແຫ້ງ ເພາະສາວຜິວແຫ້ງອາດເຮັດໃຫ້ຜິວແຫ້ງກວ່າເກົ່າ
 
Victoria Jackson Ultra Satin Mousse Makeup

ໃຫ້ຄະແນນ 5/5

ສຳລັບນ້ອຍໃຫ້ເຕັມ 5 ຄະແນນໄປເລີຍ !!! 555
ຫລັງຈາກໃຊ້ມາແລ້ວໄລຍະໜຶ່ງກໍ່ພົບວ່າ... ເອີ້ ! ມັນດີ ມັນຄັກເວີ້ຍ
ເພາະໃຊ້ແລ້ວສະບາຍຜິວດີ ບໍ່ໜັກໜ້າ ບໍ່ອຸດຕັນຜິວ ແລະ ບໍ່ເຮັດໃຫ້ເກີດສິວອີກດ້ວຍ
ເມື່ອເຊັດຮອງພື້ນດ້ວຍແປ້ງຝຸ່ນແລ້ວເວລາເຫື່ອອອກຍັງເຮັດໃຫ້ໜ້າໃສເງົາວາວຂຶ້ນອີກດ້ວຍ...ຮັກເລີຍແບບນີ

Victoria Jackson Ultra Satin Mousse Makeup
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)


Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)