Aqua Plus series Soothing purifying toner (Review)

ມາພົບກັນອີກແລ້ວ ໃນ Blog ນີ້ຈະມາ Review ໂທນເນີ້ຂອງແບຣນ Aqua Plus series

Aqua Plus series ອາດຈະເປັນແບຣນທີ່ຫລາຍຄົນບໍ່ຄຸ້ນເຄີຍ
ແຕ່ຢາກບອກວ່າຜະລິດຕະພັນຂອງແບຣນນີ້ກໍ່ມີດີຫລາຍໂຕຄືກັນ
ມື້ນີ້ຈະມາບອກເລົ່າເຖິງຜະລິດຕະພັນອີກໂຕໜຶ່ງທີ່ໃຊ້ແລ້ວປະທັບໃຈ
ນັ້ນຄື Toner ຂອງ Aqua Plus series ນັ້ນເອງ

ນີ້ຄືໜ້າຕາບັນຈຸພັນຂອງ Aqua Plus series Soothing purifying toner


ຜະລິດຕະພັນນີ້ຈະເໝາະສຳລັບຄົນຜິວມັນ ແລະ ຜູ້ມີທີ່ແນວໂນ້ມເປັນສິວງ່າຍ
ບໍ່ມີສ່ວນປະສົມຂອງແອລກໍຮໍ ແລະ ບໍ່ມີນ້ຳຫອມ
ບໍ່ມີສານພາຣາເບັນ

ສຳລັບຜະລິດຕະພັນນີ້ທາງແບຣນເຄລມໄວ້ວ່າ
ສາມາດກຳຈັດສິ່ງຕົກຄ້າງໃນຮູຂຸມຂົນ ຄືນຄວາມຊຸ່ມຊື່ນລ້ຳລຶກ ໂດຍບໍ່ເຮັດໃຫ້ຜິວແຫ້ງ
Ac.net ດູແລການອັກເສບຂອງສິວ ການສະສົມຂອງແບັດທີເຣຍ ແລະ ການອຸດຕັນ
Vitamin B3 ປັບສົມດຸນຄວາມຊຸ່ມຊື່ນຊ່ວຍໃຫ້ຮອຍແດງ ແລະ ຮອຍດຳຈາງລົງ
L-ARGININE ຄືນຄວາມກະຊັບໃຫ້ຜິວເບິ່ງຄືອ່ອນໄວ

ເມື່ອໝູນຝາເປີດອອກມາຈະເຫັນຮູສຳລັບເທນ້ຳໂທນເນີ້ ເຊິ່ງເປັນຮູຂ້ອນຂ້າງໃຫຍ່ ເວລາໃຊ້ຄວນກະປະລິມານດີໆ ເພາະອາດເຮັດໃຫ້ເທນ້ຳໂທນເນີ້ອອກມາຫລາຍເກີນຄວາມຈຳເປັນ


ເນື້ອຜະລິດຕະພັນຈະເປັນນ້ຳໃສໆ ແຕ່ມີຄວາມຂຸ້ນໜຽວຫລາຍກວ່ານ້ຳ
ເມື່ອທາລົງທີ່ຜິວ ຈະເຫັນວ່າມັນຊຶມເຂົ້າຜິວໄດ້ດີ ແລະ ເຮັດໃຫ້ຜິວຊຸ່ມຊື່ນຂຶ້ນອີກດ້ວຍ
ເພື່ອກຽມພ້ອມກັບການບຳລຸງຜິວໃນຂັ້ນຕອນຕໍ່ໄປ


ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:
ປະທັບໃຈຫລາຍ ຖືວ່າເປັນໂທນເນີ້ທີ່ຄວນມີໄວ້ໃນຄອບຄອງ 
(ຖ້າບໍ່ຕິດທີ່ລາຄາຂ້ອນຂ້າງແພງ)
 ຫລັງເຊັດເຮັດໃຫ້ໜ້າຊຸ່ມຊື່ນ ແລະ ບໍ່ມັນ
ເລື້ອງການດູແລການອັກເສບຂອງສິວຖືວ່າເຮັດໄດ້ດີເພາະສິວບໍ່ຂຶ້ນມາຫລາຍຄືເມື່ອກ່ອນ
ຮອຍແດງ ແລະ ຮອຍດຳ ບໍ່ເຫັນຜົນໄວໃນທັນທີ ອາດຕ້ອງໃຊ້ເວລາ
ເລື້ອງກະຊັບຜິວຍັງບໍ່ເຫັນຜົນ (ເພາະໜ້າຍັງບໍ່ຫ່ຽວ ເຫະໆ)
ສະຫລຸບຖືວ່າພໍໃຈຫລາຍໃນຜະລິດຕະພັນຕົວນີ້

ໃຫ້ຄະແນນ 4.5/5
(ຫັກຄະແນນໜ້ອຍໜຶ່ງທີ່ລາຄາຂ້ອນຂ້າງແພງ ແລະ 
ຄິດວ່າສາມາດຊອກຕົວທີ່ມີຄວາມສາມາດຄືກັນ ແລະ ລາຄາຖືກກວ່າມາໃຊ້ແທນໄດ້)

Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)


Comments

  1. Congratulations for your blog!!
    I also have a blog, about philately: http://albumdeestampillas.blogspot.com
    I intend to get a visit from every country, and I would really apreciate a visit from Laos
    Thanks,
    Pablo from Argentina

    ReplyDelete

Post a Comment

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)