Cosmetic and Cosmeceuticals ... ເຄື່ອງສຳອາງ ແລະ ເວດສຳອາງ ແມ່ນຫຍັງ ?

ສະບາຍດີ ສຳລັບຫົວຂໍ້ໃນ blog ນີ້ຈະພາມາທຳຄວາມຮູ້ຈັກກັບຄວາມໝາຍຂອງ 
ເວດຊຳອ ແລະ ເຄື່ອງສຳອາງ


 ເຄື່ອງສຳອາງ (Cosmetic)

 ເຄື່ອງສຳອາງ ຄືສິ່ງທີ່ຖືກຜະລິດຂຶ້ນເພື່ອຮັກສາຄວາມສະອາດ ຄວາມສວຍງາມ 
ຫລື ສົ່ງເສີມໃຫ້ເກີດຄວາມສວຍງາມ ແຕ່ບໍ່ສາມາດບຳບັດ ບັນເທົາ ປ້ອງກັນ 
ຫລື ມີຜົນເຮັດໃຫ້ເກີດການປ່ຽນແປງຂອງໂຄງສ້າງໃຕ້ຜິວໜັງ


ເວດສຳອາ (Cosmeceuticals)

ເປັນຄຳປະສົມລະຫວ່າງ
ເຄື່ອງສຳອາງ = cosmetic   ແລະ   ຢາ = pharmaceuticals
ເວດສຳອາງ ກໍ່ຄືຜະລິດຕະພັນທີ່ລວມເອົາຄຸນສົມບັດຂອງເຄື່ອງສຳອາງ ແລະ ຢາ ໄວ້ນຳກັນ ຫລື ຈະເວົ້າອີກຄວາມໝາຍໜຶ່ງວ່າເປັນຜະລິດຕະພັນທີ່ຢູ່ເຄິ່ງກາງລະຫວ່າງຢາ
ເຮັດໃຫ້ສາມາດປ່ຽນແປງໂຄງສ້າງຜິວໜັງໄດ້
ປັດຈຸບັນຜະລິດຕະພັນເວດສຳອາງເປັນທີ່ນິຍົມຫລາຍ
ໂດຍສະເພາະຜະລິດຕະພັນເວດສຳອາງທຳມະຊາດ (Natural Cosmeceuticals) ຊິ່ງເປັນຜະລິດຕະພັນທີ່ບໍ່ມີສ່ວນປະສົມຂອງ ກິ່ນ, ສີ, ສານປຸງແຕ່ງ, ສານທີ່ເຮັດໃຫ້ຄົງສະພາບ, ໂຕທຳລະລາຍທີ່ເປັນສານສັງເຄາະ ເປັນຕົ້ນ.
 ເວດສຳອາງ ໄດ້ຖືກເລືອກມາເປັນອີກທາງເລືອກໜຶ່ງເນື່ອງຈາກໃຊ້ແລ້ວໄດ້ຜົນດີ ແກ້ປັນຫາໄດ້ຖືກຈຸດ ແລະ ບໍ່ເກີດອາການແພ້ ເັ່ນ ຖ້າເຄື່ອງສຳອາງທົ່ວໄປມີ AHA 0.1% ໃນເວດສຳອາງກໍ່ຈະມີເປີເຊັນທີ່ສູງກວ່າ ແຕ່ບໍ່ສາມາດໃສ່ຄວາມເັ້ມຂຸ້ນເທົ່າກັບທີ່ແພດໃຊ້ໄດ້ ເນື່ອງຈາກການຮັກສາທີ່ໃຊ້ສານອອກລິດສູງໆຈະຕ້ອງຢູ່ໃຕ້ຄວາມດູແລຂອງແພດໝໍເທົ່ານັ້ນ.

ຢ່າງໃດກໍ່ດີ ເຄື່ອງສຳອາງ ຫລື ເວດສຳອາງທີ່ດີທີ່ສຸດບໍ່ມີ ມີແຕ່ທີ່ເໝາະກັບຜິວຂອງແຕ່ລະຄົນທີ່ສຸດ ຄວນສຶກສາວິທີການດູແລຜິວຢ່າງຖືກຕ້ອງ ໃຊ້ເຄື່ອງສຳອາງ ແລະ ເວດສຳອາງ ໃຫ້ເໝາະສົມກັບສະພາບຜິວຂອງທ່ານເອຈຶ່ງຈະໄດ້ຜົນດີສູງສຸດ ແລະ ປອດໄພ
 

ຂໍ້ມູນຈາກ :http://beauty.spokedark.tv/?p=5139

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)