Xiengkhouang province laos ... ຊຽງຂວາງແດນງາມ 4 ວັນ 3 ຄືນ

ສະບາຍດີ ໝູ່ເພື່ອນທຸກຄົນທີ່ມັກການທ່ອງທ່ຽວ (^_^)
ນີ້ກໍ່ເປັນຄັ້ງທຳອິດທີ່ເຈົ້າຂອງ Blog ຂຽນກ່ຽວກັບການເດີນທາງ 
ແລະ ຄັ້ງນີ້ຈະເດີນທາງໄປແຂວງຊຽງຂວາງ ເພາະຕ້ອງໄປງານແຕ່ງງານຂອງໝູ່ສາມີນັ້ນເອງ
ນາງແບບ (ແຕ່ເປັນແບບແປກໆ) ຫະຫະຫະ....


ຂໍອະໄພລ່ວງໜ້າທີ່ຮູບອາດຈະບໍ່ຄົມ ແລະ ບໍ່ງາມເນື່ອງຈາກໃຊ້ກ້ອງໂທລະສັບຖ່າຍ (-_-!)


ການເດີນທາງຂອງເຮົາເລີ່ມຕົ້ນຂຶ້ນຕອນ 08 ໂມງເຊົ້າ
ແລະ ປະມານ 09:30 ໂມງ ເຮົາກໍ່ອອກຈາກແຂວງນະຄອນຫລວງວຽງຈັນ ມຸ້ງຫນ້າໄປແຂວງຊຽງຂວາງ ໂດຍຜ່ານທາງປາກຊັນ ແຂວງບໍລິຄຳໄຊ


ຂີ່ລົດໄປ ຟັງເພງໄປ ຊົມທຳມະຊາດຂ້າງທາງໄປ ຖືວ່າເປັນການພັກຜ່ອນໄປໃນຕົວ

ກຳລັງຊຶມຊັບກັບທຳມະຊາດ ເຫະໆໆ (*_*)
 ລະຫວ່າງທາງເຈິກັບຝົນຫ່າໃຫຍ່ ແລະ ແຮງ ຈົນເກືອບບໍ່ເຫັນທາງ 
ແຕ່ເມື່ອຝົນເຊົາແລ້ວອາກາດສົດຊື່ນຊຸ່ມປອດກໍ່ຕາມມາ....


 ຫລັງຈາກຂີ່ລົດມາໄກ ແລະ ໃຊ້ເວລາດົນ ກໍ່ຈອດລົດເພື່ອພັກຜ່ອນທັງລົດທັງຄົນ ກ່ອນຈະເດີນທາງຕໍ່

ຈອດພັກຜ່ອນລົດນ້ອຍຫອຍສັງຂອງເຮົາ
 ອາກາດຄື້ມຟ້າຄື້ມຝົນ ເຢັນໆຕະຫລອດທາງ

 


 ກວ່າຈະຮອດຊຽງຂວາງ ຈອດລົດແລ້ວ ຈອດລົດອີກ ປະມານ 4-5 ເທື່ອ ພັກຜ່ອນໄປເລື້ອຍໆ (-_-!)

ເຫິໆໆ... ກ້ອງໜ້າມົວໄດ້ໃຈດີ (-_-!!)
ໃນທີ່ສຸດຫລັງຈາກເດີນທາງມາເປັນເວລາດົນນານ ປະມານ 17:00 ໂມງແລງ
ເຮົາກໍ່ຮອດຊຽງຂວາງ ແດນວິມານແລ້ວ ເຢ້ ເຢ້  \(*_*)/


ເມື່ອຮອດຊຽງຂວາງແລ້ວກໍ່ຕະເວນຊອກຫາທີ່ພັກ ເພື່ອພັກຜ່ອນຫລັງຈາກເດີນທາງມາໄກ
ແລະ ກຽມຕົວສຳລັບໄປງານດອງໃນມື້ອື່ນ (^_^)/

ເກັບຕົກງານແຕ່ງ... ງານເຂົາໃຫຍ່ອີ່ຫລີ ຕູ້ຄຳເຄື່ອນທີ່ດີໆນີ້ເອງ ຫະຫະຫະ....
 ຫລັງຈາກໃຊ້ເວລາກັບງານແຕ່ງໝົດມື້ ໝົດຄືນແລ້ວ ມື້ຕໍ່ມາເຮົາກໍ່ອອກເດີນທາງທ່ອງທ່ຽວຊົມທຳມະຊາດແຂວງຊຽງຂວາງ
ໂດຍມີໄກ້ນຳທ່ຽວເປັນຄົນແຂວງບໍ່ແກ້ວໝູ່ສາມີຂອງເຈ້າ​ຂອງ blog ເອງ ຫະຫະຫະ
 
ເລີ່ມຕົ້ນກັນທີ່ຖ້ຳປິວ ແຂວງຊຽງຂວາງ
ເຊິ່ງໃຊ້ເວລາໃນການເດີນທາງຈາກຕົວເມືອງປະມານ 30-45 ນາທີ


ພາຍໃນສະຖານທີ່ທ່ອງທ່ຽວດັ່ງກ່າວມີອາຄານທີ່ໃຊ້ວາງສະແດງຕົວຢ່າງລະເບີດ, ຮູບພາບ ແລະ ປະຫວັດຂອງຖ້ຳປິວໃນສະໄໝກ່ອນດ້ວຍ

ສອງສ່ຽວເພິ່ນຂໍຖ່າຍຮູບກອດລະເບີດໄວ້ເປັນທີ່ລະທຶກ ຫະຫະຫະ

ໃນລະຫວ່າງທາງຍ່າງໄປຖ້ຳປິວກໍ່ຈະເຫັນພະພຸດທະຮູບຂະຫນາດໃຫຍ່ປະດິດສະຖານຢູ່

 
ຄິດວ່າຫລໍ່ສຸດລະທ່ານິ ຫະຫະຫະ (^_^)

ປາກທາງເຂົ້າຖ້ຳມືດ ແລະ ບໍ່ມີໄຟ
ມີກ້ອນຫິນວາງຊ້ອນໆກັນ ແລະ ມີທູບທຽນປັກໄວ້ລະຫວ່າງກ້ອນຫີນ
 ເພິ່ນວ່າເພື່ອເປັນການລະລຶກເຖິງບຸກຄົນທີ່ເສຍຊີວິດຈາກລະເບີດໃນສະໄຫມກ່ອນ
ເລື້ອງນີ້ຫາກໍ່ຮູ້ພາຍຫລັງ ຖ້າຮູ້ກ່ອນໜ້າຄົງຈະບໍ່ຍ່າງເຂົ້າໄປແລ້ວ ບຣື້ຣຣຣຣຣ... ຂົນລຸກເລີຍຍຍ



ເມື່ອຍ່າງລົງມາອີກທາງໜຶ່ງກໍ່ຈະເຫັນສາຍນ້ຳນ້ອຍໆໄຫລຜ່ານ ແລະ ຈະເຫັນແມງກະເບື້ອຈຳນວນໜຶ່ງຢູ່ລວມກັນເປັນຝູງ ເປັນຄວາມງາມຕາມທຳມະຊາດທີ່ຊ່ວຍປະດັບໃຫ້ຖ້ຳປິວບໍ່ວັງເວງຫລາຍເກີນໄປ

 

ສະຖານທີ່ຕໍ່ໄປຄື 
ບໍ່ນ້ຳພຸຮ້ອນ ແຂວງຊຽງຂວາງ
ຖືວ່າຊຽງຂວາງເປັນເມືອງໜາວ ແຕ່ແປກທີ່ມີນ້ຳພຸຮ້ອນ ແລະ ຮ້ອນຕະຫລອດປີອີກດ້ວຍ 
ໃຊ້ເວລາເດີນທາງອອກຈາກຖ້ຳປິວປະມານ 20-30 ນາທີ
ອັນນີ້ບໍ່ຮູ້ວ່າດອກຫຍັງ ແຕ່ງາມດີ
ບໍ່ນ້ຳຮ້ອນ ເປັນບໍ່ນ້ຳຂະຫນາດບໍ່ໃຫຍ່ຫລາຍ ມີອາຍນ້ຳຮ້ອນລອຍຂຶ້ນມາປົກຄຸມພື້ນທີ່


ບໍ່ສາມາດລົງໄປຫລິ້ນນ້ຳໃນບໍ່ໄດ້ເນື່ອງຈາກເພິ່ນປູກຕົ້ນໄມ້ນ້ອຍລ້ອມບໍ່ໄວ້ໝົດ


ກາງບໍ່ນ້ຳເປັນສີຂຽວມໍລະກົດງາມຫລາຍ


ຂ້າງໆບໍ່ນ້ຳຮ້ອນຈະມີຮ່ອງນ້ຳນ້ອຍໆເພື່ອໃຫ້ນ້ຳຈາກບໍ່ໄຫລອອກມາ ເຊິ່ງເມື່ອສຳພັດນ້ຳແລ້ວກໍ່ອຸ່ນໆ ຮ້ອນໆ ຄືເຂົາວ່າອີ່ຫລີ ຫະຫະຫະ


ບໍ່ຮູ້ວ່າຕົ້ນຫຍັງ ແຕ່ໝາກມັນງາມດີ ຫະຫະຫະ

 ສວນດອກໄມ້ທີ່ບໍ່ນ້ຳຮ້ອນບັນຍາກາດດີໆ ອາກາດສົດຊື່ນຫລັງຝົນຕົກ
ທີ່ບໍ່ນ້ຳພຸຮ້ອນມີຮ້ານອາຫານໄວ້ຄອຍບໍລິການ ສະນັ້ນບໍ່ຕ້ອງຫ່ວງວ່າຈະຫິວເຂົ້າຈົນບໍ່ມີແຮງເລາະຕໍ່

ເລົ່າມາຍາວ ເວົ້າມາຫລາຍຢ່າຟ້າວເບື່ອກັນເດີ້ ຊັ້ນກະນຳມາສະຖານທີ່ຕໍ່ໄປກັນເລີຍເນາະ

ແລະ ສະຖານທີ່ຕໍ່ໄປຄື
ທົ່ງໄຫຫີນແຂວງຊຽງຂວາງ
ເປັນທີ່ຮູ້ຈັກ ແລະ ມີຊື່ສຽງທີ່ສຸດຂອງແຂວງຊຽງຂວາງ ຖ້າໃຜມາຊຽງຂວາງແຕ່ບໍ່ຮອດທົ່ງໄຫຫີນ ສະແດງວ່າຍັງມາບໍ່ຮອດຊຽງຂວາງເດີ້ (ເຂົາວ່າຈັ່ງຊັ້ນ...ເຫະເຫະເຫະ)

ດອກໄມ້ຂ້າງທາງເມື່ອຍ່າງຂຶ້ນທົ່ງໄຫຫີນ
 ອາກາດເຢັນໆ, ຟ້າກຳລັງເຫລື້ອມ ແລະ ຕົກກຳລັງຕົກ (ແຕ່ຍັງບໍ່ແຮງ) ແຕ່ພວກເຮົາກໍ່ບໍ່ຢ້ານ ແລະ ບໍ່ທໍ້ຖອຍ ຍັງພາກັນມຸ້ງໜ້າໄປຕາມທາງຢ່າງຄຶກຄື້ນ ອາກາດແບບນີ້ເຮັດຫຍັງພວກເຮົາບໍ່ໄດ້ ຫະຫະຫະ
ພໍແຕ່ຮອດໂພສທ່າຖ່າຍຮູບກ່ອນໝູ່ເລີຍເພິ່ນ


ໄຫ(ຫີນ)ໃຫຍ່ແທ້ໆເນີ້ພີ່ນ້ອງ (^_^)

ຂໍອະໄພຖ້າຮູບນີ້ເຮັດໃຫ້ເສຍອັດທະລົດໃນການຮັບຊົມ ຫະຫະຫະ
ໄຫກົມ ໄຫກ້ຽງ ໄຫແຕກ ມີຫມົດເລີຍ

 

ທົ່ງໄຫຫີນອັນກວ້າງໃຫຍ່ ຄົງຈະຍ່າງບໍ່ທົ່ວກັນລະມື້ນິ









ທ່າຕຳເຂົ້າຄືຢູ່ເບາະ

ຫລັງຈາກເລາະທ່ຽວມາຫມົດມື້ແລ້ວ ກໍ່ພາກັນກັບທີ່ພັກເພື່ອພັກຜ່ອນກຽມໂຕກັບບ້ານ ສະພາບຕອນນີ້ທັງຫນາວທັງເມືື່ອຍ
ມາທ່ຽວໃນຊ່ວງເດືອນຫ້ານີ້ໄດ້ສຳຜັດກັບ 3 ລະດູໃນມື້ດຽວເລີຍ ຫະຫະຫະ
ຕອນເຊົ້າ​ຮ້ອນ ສວາຍ​ມາ​ຝົນຕົກ ແລງມາພັດຫນາວ ໃຜປັບໂຕບໍ່ທັນຄືຊິເປັນໄຂ້ຍ້ອນພຸ້ນແຫລະ

ຕອນກັບບ້ານພາກັນແວ່ ວັດເພຍວັດ ແຂວງຊຽງຂວາງ ເພື່ອເຂົ້າຊົມພະເຈົ້າອົງຕື້ ເຊິ່ງເປັນພະພຸດທະຮູບເກົ່າແກ່ບູຮານ ອາຍຸ 675 ປີ (ປີ 2015)







 ປິດທ້າຍດ້ວຍຮູບທຳມະຊາດຕອນກັບ




ຈົບແລ້ວທຣຶບທ່ອງທ່ຽວຊຽງຂວາງ ກັບປະສົບການໃໝ່ໆ
ສຳລັບໃຜທີ່ຄິດຈະໄປທ່ຽວຊຽງຂວາງ ແນະນຳຢ່າໄປໃນລະດູຝົນເພາະການເດີນທາງມີຄວາມສ່ຽງ ແລະ ຄ້ອນຂ້າງອັນຕະລາຍພໍສົມຄວນ ເນື່ອງຈາກເປັນທາງພູສູງ ແລະ ຝົນຕົກເຮັດໃຫ້ຫົນທາງໝື່ນ

ແລະ ສຸດທ້າຍນີ້ກໍ່ຂໍຂອບໃຈທີ່ຕິດຕາມອ່ານມາຈົນຈົບທຣິບໃນຄັ້ງນີ້ ຫວັງຢ່າງຍິ່ງວ່າທ່ານຈະເພີດເພີນກັບການ Review ນີ້ດ້ວຍ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)