Aqua Plus Series and Victoria Jackson

ສະບາຍດີ ມື້ນີ້ຈະມາແນະນຳໃຫ້ຮູ້ຈັກກັບແບຣນ Aqua Plus Series ແລະ Victoria Jackson

ເມື່ອກ່ອນກໍ່ບໍ່ເຄີຍຮູ້ຈັກກັບ 2 ແບຣນນີ້ມາກ່ອນ
ແຕ່ບໍ່ດົນມານີ້ກໍ່ມີໂອກາດໄດ້ຮູ້ຈັກ ເມື່ອທາງບໍລິສັດໄດ້ຈັດງານ Training 
ເພື່ອສອນທັກສະການແຕ່ງໜ້າໃຫ້ກັບພະນັກງານ
 ໂດຍໄດ້ເຊີນວິທະຍາກອນຈາກແບຣນເຄື່ອງສຳອາງ Victoria Jackson ມາເປັນຜູ້ສາທິດການແຕ່ງໜ້າໃນງານດັ່ງກ່າວ

 ຮູບລວມໝູ່ Aqua Plus Series ແລະ Victoria Jackson


 ມາເລີ່ມກັນເລີຍດ້ວຍແບຣນ... Aqua Plus Series
 Aqua Plus Series ເປັນເຄື່ອງສຳອາງໃນກຸ່ມເວດສຳອາງ (Cosmeceuticals) ສຳລັບດູແລຜິວພັນ ເໝາະກັບທຸກສະພາບຜິວໂດຍສະເພາະຄົນຜິວມັນ ແລະ ຜິວແພ້ງ່າຍ 
ຊ່ວຍຫລຸດຜ່ອນສິວ ແລະ ກຳຈັດຄວາມມັນສ່ວນເກີນເທິງໃບໜ້າ ພ້ອມກັບເຕີມຄວາມຊຸ່ມຊື່ນໃຫ້ແກ່ຜິວ
ໂດຍການປະສານເຕັກໂນໂລຢີທາງວິທະຍາສາດຮ່ວມກັບສານສະກັດບໍລິສຸດຈາກທຳມະຊາດ
ຈຶ່ງເຮັດໃຫ້ຜະລິດຕະພັນມີຄວາມອ່ອນໂຍນຕໍ່ຜິວບອບບາງ

ແຕ່ຜະລິດຕະພັນຂ້ອນຂ້າງຈະຫາຊື້ຍາກເພາະຍັງບໍ່ທັນເປັນທີ່ຮູ້ຈັກຢ່າງແຜ່ຫລາຍ
ລາຄາຂ້ອນຂ້າງສູງ ແຕ່ປະສິດທິພາບກໍ່ຖືວ່າເຮັດໄດ້ດີພໍສົມຄວນ

ເມື່ອໄດ້ທົດລອງໃຊ້ຜະລິດຕະພັນດັ່ງກ່າວແລ້ວ ຈາກທີ່ວ່າຈະຊື້ພຽງ 2 ຢ່າງ (ເນື່ອງດ້ວຍງົບປະມານໃນກະເປົ໋າມີຈຳກັດ ເຫະໆ) ແຕ່ເມື່ອພົບກັບມົນປາກຂອງບັນດາວິທະຍາກອນສະກົດຈິດພຽງເທົ່ານັ້ນ (-_-!)
ຈຶ່ງເຮັດໃຫ້ໄດ້ Skin care ມາຢູ່ໃນຄອບຄອງ 1 ເຊັດ (5 ຢ່າງ) ແບບງົງໆ ຫະຫະຫະ....

ພີ່ນ້ອງຕະກູນ Aqua Plus Series
 ມາຕໍ່ກັນກັບແບຣນ... Victoria Jackson
 Victoria Jackson ເປັນແບຣນເຄື່ອງສຳອາງຄຸນນະພາບຊື່ດັງຈາກ Hollywood ປະເທດອາເມຣິກາ


 ຊື່ແບຣນດັ່ງກ່າວນີ້ໄດ້ມາຈາກ Victoria Jackson Makeup Artist
ທີ່ຄົນໃນ Hollywood ໃຫ້ຄວາມຊື່ນຊົມໃນຝີມືມາຫລາຍກວ່າ 15 ປີ 
ດ້ວຍ Style ການແຕ່ງໜ້າໃສໆທຳມະຊາດ ແບບ “no makeup-makeup”

ຜະລິດຕະພັນດັ່ງກ່າວລາຄາຂ້ອນຂ້າງແພງເກືອບເທົ່າກັບແບຣນເຄົາເຕີ້
ຄຸນນະພາບຖືວ່າໃຊ້ດີ  ແຕ່ຖ້າຫລຸດລາຄາລົງມາຈະດີຫລາຍກວ່ານີ້ ຫະຫະຫະ... (^_^)

ແບຣນນີ້ຢາກໄດ້ຫລາຍຢ່າງ ແຕ່ເມື່ອຄຳນວນເບິ່ງເງິນໃນກະເປົ໋າແລ້ວ ຫະຫະຫະ....
ຈຶ່ງຈັດມາເພື່ອທົດລອງພຽງ 2 ຢ່າງ
2. Flawless Bright Loose Powder
(ໄດ້ແປງແຕ່ງໜ້າມາຟຣີ 1 ຊຸດ ຫຸຫຸ)


ກ່ອນຈາກກັນປິດທ້າຍດ້ວຍຮູບລວມໝູ່ຕອນແກະກ່ອງ
ເມື່ອແກະກ່ອງອອກມາຈະເຫັນບັນຈຸພັນແບບນີ້
 ສຳລັບການ Review ຜະລິດຕະພັນແມ່ນຈະເວົ້າໃນ Blog ໜ້າເນາະ


Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)