ZA True White EX Emulsion (Review)


ສະບາຍດີ ສາວໆກະຕ່າຍແສນໜ້າຮັກ ແລະ ສາວແມງກະເບື້ອແສນງາມ
ອາກາດບ້ານເຮົານິຄາດເດົາບໍ່ໄດ້ເລີຍເນາະໃນແຕ່ລະວັນ
 ຝົນຕົກອາກາດເຢັນຍັງບໍ່ຮອດ 2 ມື້ພັດແດດອອກຮ້ອນມາອີກລະ 
ມື້ນີ້ຕອນເຊົ້າກະແດດອອກຮ້ອນແຕ່ເຊົ້າ ໃກ້ແລງມາອາກາດຮ້ອນເອົ້າຄຶ້ມຟ້າຄຶ້ມຝົນມາອີກແລ້ວ
ຖິງອາກາດຈະປ່ຽນແປງໄປຈັ່ງໃດ ຂໍແຕ່ອາລົມສາວໆເຮົາບໍ່ຄຶ້ມຄືອາກາດກໍ່ເປັນພໍເນາະ ອິອິ
ເອົາລະ!! ຕໍ່ໄປເຮົາມາເຂົ້າເລື້ອງຂອງເຮົາກັນດີກວ່າ
ມື້ນີ້ນ້ອຍກໍ່ມີສະກິນແຄດີໆ ລາຄາເບົາໆມາແນະນຳໃຫ້ສາວໆໄດ້ຮູ້ຈັກກັນນັ້ນກໍ່ຄື

   ZA True White EX Emulsion

ZA True White EX Emulsion

Product Information

ເຄື່ອງສຳອາງ ZA ເປັນແບຣນໃນເຄືອຂອງ Shiseido
ເປັນແບຣນທີ່ມີຜະລິດຕະພັນຫລາກຫລາຍບໍ່ວ່າຈະເປັນສາຍ Makeup, Whitening care, ແລະ
UV protectors ເພື່ອຜິວທີ່ສົມບູນແບບທີ່ສາໆປາດຖະໜາ
ໃຫ້ຜູ້ຍິງໝັ້ນໃຈຂຶ້ນໃນຄວາມງາມຂອງຕົນເອງ
າມາດຫາຊື້ໄດ້ທັງຮ້ານທີ່ເປັນ drugstores ແລະ hypermarkets 

ZA True White EX Emulsion

Product Claim

ZA True White Emulsion ເປັນ Emulsion ບຳລຸງຜິວເນື້ອບາງເບົາເພື່ອຜິວກະຈ່າງໃສ
ດ້ວຍ Whitening 4MSK ແລະ ວິຕາມິນຊີຊ່ວຍຫລຸດຈຸດດ່າງດຳ
ຮອຍແປ້ວຈາກສິວ ເຜຍຜິວກະຈ່າງໃສ ນຽນລຽບສະໝ່ຳສະເໝີ
ພ້ອມ SPA ingredients ແລະ White Lily Extract ເພີ່ມຄວາມຊຸ່ມຊື່ນດົນນານ

ZA True White EX Emulsion

Packaging

ກ່ອງບັນຈຸພັນດ້ານນອກ ເປັນຢາງອ່ອນໃສສາມາດເບິ່ງເຫັນຂວດບັນຈຸພັນດ້ານໃນ
 ສ່ວນຂວດບັນຈຸພັນຈະເປັນຂວດຢາງສີຂາວ ກົມຢາວ ແຕ່ກາງຂວດຈະກິ່ວເຂົ້າເລັກນ້ອຍ
ເຮັດໃຫ້ຈັບຖະນັດມືຍິ່ງຂຶ້ນ ສ່ວນຝາເປັນແບບກຽວໝູນ
ເມື່ອເປີດຝາອອກມາຈະເຫັນຮູຂະໜາດໃຫຍ່ສຳລັບເທຜະລິດຕະພັນ
ປະລິມານສຸດທິທີ່ໃຫ້ມາແມ່ນ 125 ml


ZA True White EX Emulsion

Product Ingredients

ສ່ວນປະສົມຕາມຮູບດ້ານລຸ່ມເລີເດີ້ ໃຜທີ່ຜິວບອບບາງແພ້ງ່າຍ ອ່ານສ່ວນປະສົມໃຫ້ດີກ່ອນໃຊ້ແນ່ເດີ້
ເພາະຜະລິດຕະພັນໂຕນີ້ມີສ່ວນປະສົມຂອງແອລກໍຮໍ, Mineral Oil ແລະ ນ້ຳຫອມ
ໃຜທີ່ແພ້ສ່ວນປະສົມນີ້ຄວນຫລີກລ່ຽງ

ZA True White EX Emulsion

Product

ເນື້ອຜະລິດຕະພັນຈະເປັນເນື້ອອີມັລເຊິ້ນສີຂາວ ເມື່ອສຳຜັດຜິວຈະຮູ້ສຶກມື່ນໆ
ມີກິ່ນຫອມທີ່ຊັດເຈນ


ZA True White EX Emulsion

Feeling After Use

ເມື່ອທາລົງຜິວຈະໃຫ້ຄວາມຮູ້ສຶກນຸ້ມມື່ນ ເນື້ອອີມັລເຊິ້ນບາງເບົາຊຶມລົງຜິວໄດ້ງ່າຍ
ເຮັດໃຫ້ຜິວຈະຊຸ່ມຊື່ນຂຶ້ນຫລັງທາ ໃຫ້ກິ່ນຫອມທີ່ຜ່ອນຄາຍ
ນ້ອຍໃຊ້ມາໃກ້ຈະໝົດຂວດແລ້ວຮູ້ສຶກວ່າຜິວນຸ້ມຊຸ່ມຊື່ນຂຶ້ນຫລາຍ ແຕ່ຄວາມຄວາມກະຈ່າງໃສ
ແລະ ຫລຸດຮອຍແປ້ວຈາກສິວ ຍັງບໍ່ເຫັນຊັດເຈນ

ZA True White EX Emulsion

ໃຫ້ຄະແນນ 4/5
 ໃຫ້ຄະແນນໂດຍລວມເທົ່ານີ້ກ່ອນ ເຫະໆໆໆ ເພາະຫວັງເລື້ອງຄວາມຂາວໃສແຕ່ກໍ່ຍັງບໍ່ໃຫ້ຜົນເປັນທີ່ພໍໃຈ
ແຕ່ເລື້ອງຄວາມຊຸ່ມຊື່ນແມ່ນໄດ້ຄະແນນເຕັມໄປເລີຍ 
ຜະລິດຕະພັນນີ້ ສຳລັບສາວຜິວມັນຄືນ້ອຍຍາມໜາວຄົງຈະເອົາຢູ່
ແຕ່ສຳລັບສາວຜິວແຫ້ງຄົງຈະຕ້ອງຫາໂຕຊ່ວຍອື່ນເພີ່ມເນາະ

.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)
 

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)