Posts

Showing posts from 2016

Barbie Mask Sheet (Review)

Image
ສະບາຍ ດີສາວໆ ຫາຍໄປດົນ ອີ ກແລ້ວກັບ ການຂຽນຣີວິວ ຊ່ ວງ ນີ້ຫຍຸ້ງຕະຫລ ອດ ຫລາຍແນວ ຄິດ ຫລາຍແນວ ເຮັດໂພດ 555 ຈົ ນບໍ່ຮູ້ເລີ ຍວ່າຈະເຮັດຫຍັງກ່ອນດີ ຕ້ອງປັບ ຕາຕະລາງຊີວິດໃໝ່ໃຫ້ລົງໂ ຕ ອີກແລ້ວ   ດັ່ງນັ້ນ ມື້ນີ້ມີ ໂອກາດດີພໍມີເວລາ ນ້ອຍຈຶ່ງ ນຳເອົາ Mask Sheet ຂອງແບຣນ Barbie   ເຊິ່ງເປັນ ແບຣນຂອງສັນຊາດເກົາຫລີ ມາ ຣີ ວ ິວໃຫ້ບັນດາໝູ່ເພື່ອນຮັບ ຊົມກັນ ສູດທີ່ ນ້ອຍໄດ້ມາມີ 4 ສູດຄື:  Vit-C, Tomato, Pearl, Pomegranate   Barbie Mask Sheet Barbie Mask Sheet Packaging ມາເລີ່ມກັນທີ່ບັນຈ ຸພັນ ເຊິ່ງບ ັນຈຸພັ ນ ກໍ່ຈະຄ້າຍໆຄືກັບ ຊອງ ແຜ່ນມາ ສກທົ່ວໄປ ເປັ ນຊ ອງພາສຕິກ ແ ຕ່ ຈຸດເດັ່ນ ຄື ຊອງຈະເປັນສ ີ ບົວສົດໃສ ມີໜ້າຂອງ ໂຕກາ ຕູນບາບີ້ທີ່ກຳລັງມາສໜ້າເປັນສັນຍາລັກ ໝວກ ຄ ຸມຜົມ ຂອງບາ ບີ້ກໍ່ປ່ຽ ນ ສີຕາມສູດຂອງແຜ່ນ ມາ ສກເຊັ່ນ: ສູດ Vit-C ໝວກ ຄ ຸມຜົມຈະເປັນສີເຫລືອ ງ ສູດ  Tomato ໝວກ ຄ ຸມຜົມຈະເປັນສີ ສົ້ມ ສູດ Pearl ໝວກ ຄ ຸມຜົມຈະເປັນສີ ຂາວ ສູດ Pomegranate ໝວກ ຄ ຸມຜົມຈະເປັນສີ ບົວ

Smooth E White BabyFace Scrub (Review)

Image
ສະບາຍດີສາວໆ ໃຜທີ່ຕິດຕາມນ້ອຍຢູ່ຄົງຈະເຫັນຜ່ານໆຕາມາແລ້ວວ່າ ບລັອກກ່ອນໜ້ານີ້ ນ້ອຍໄດ້ຣີວິວຜະລິດຕະພັນສຳລັບສະຄຣັບຜິວກາຍໄປແລ້ວ ດັ່ງນັ້ນ ບລັອກ ນີ້ນ້ອຍຈຶ່ງນຳສະຄຣັບຜິວໜ້າທີ່ນ້ອຍໃຊ້ຢູ່ ແລະ ປະທັບໃຈ ມາເລົ່າປະສົບການໃນການນຳໃຊ້ໃຫ້ສາວໆໄດ້ຮັບຊົມນຳກັນ ຜະລິດຕະພັນໃນມື້ນີ້ມີຊື່ວ່າ Smooth E White BabyFace Scrub Smooth E White BabyFace Scrub

Vaseline Intensive Care Deep Restore (Review)

Image
ກ່ອ ນອື່ ນກະຂໍກ່າວຄຳວ່າ ສ ະບາຍດີ ກັນອີກຕ າມເຄີຍ ຊ່ວງນີ້ ຮູ້ສຶກວ ່າກະຝົນຕົກ ລົດກະຕິດ ເສດຖະ ກິດ ກະ ຝືດເຄືອງ ແຕ່ອາລົມຢ່າຝຶດເຄືອງຕາມເສ ດຖະ ກິດເດີ້ສາວ ໆ ດຽວໜ້າຫ່ ຽ ວກ່ອນໄວອັນຄວນ ມັນບໍ່ດີ ໃດ໋ ອ ິອິ ມື້ ນີ້ນ້ອຍເອົາໂລ ຊັ່ນທາ ຜິວກາຍມາຣີວິວອີກແລ້ວ ເປັນ ໂລ ຊັ່ນທີ່ເພີ່ມຄວາມຊຸ່ມ ຊື່ນເປັນພິເສດ ເພາະຢ່າລືມວ່າຝົນ ຕົກ ຈະເຮັດໃຫ້ອ າກາດ ເຢັນ ເມື່ອອາ ກ າ ດເ ຢັນ ຈະເຮັດໃຫ ້ຜິວເຮົາແຫ້ງ  ເຊິ່ງມັນສວນທາງກັບຄວາມຊຸ່ມ ຊື່ນ ຂອງສາຍຝົນ ແລະ ໂລຊັ່ນ ຜິວກາ ຍທີ່ນ້ອຍນຳມາຣີວິວ ນີ້ ເປັ ນແບຣ ນທີ່ນ້ອຍ ໄວ້ວາງໃຈ ແລະ ໃຊ້ປະຈຳ ນັ້ນກໍ່ຄືແບຣນ Vaseline   ແບຣນນີ້ມີໂລຊັ່ນທາ ຜິວກາຍຫລາຍສູດ ເຊິ່ງສູດທີ່ນ້ອຍຈະເວົ້າເຖິງໃນມື້ນີ້ຄ ື ສູດ     Vaseline Intensive Care Deep Restore ສູດນີ້ມີດີແນວໃດເຮົາມາຕິດຕາມໄປພ້ອມ ໆ ກັນເລີຍ Vaseline Intensive Care Deep Restore

Provamed Sun Perfect Cleansing Water (Review)

Image
ສາວໆ ທີ່ຮັກຜິວພັນທັງຫລາຍຄົງ ຈະ ຮູ້ກັນດີແລ້ວ ວ່າ ການມີຜິວ ສຸຂະ ພາບດີ   ຕ້ອງເລີ່ມຈາກການທຳຄວາມສະອາດ ຜິວ  ເພ າະ ເມື່ອຜິວເຮົາສະອາດກໍ່ຈະ ສາມາດຮັບເອົາສານບຳລຸງຜິວໄດ້ຢ່າງເຕັມທີ່ ການເລືອກ ຜະລິດຕະພັ ນ ສຳລັບເຊັດລ້າງເຄື່ອງສຳອາງ ທີ່ດີກໍ່ເປັ ນສ ິ່ງຈຳເປັນທ ີ່ສາວໆຄວນໃຫ້ຄວາມສົນໃຈ ຫລາຍໆຄົນອາດຈະມີ Cleansing ດີໆໃນດວງໃຈແລ້ວ  ແຕ່ສຳລັບໃຜທີ່ຍັງຊອກຫາ ຢູ່ ກໍ່ ລອງພິຈາລະນາໂຕທ ີ່ ນ້ອຍ ກຳລັງຈະຣີວິວນ ີ້ ເບິ່ງ ບາງທີທ່ານອາດຈະຖືກໃຈ Provamed Sun Perfect Cleansing Water Provamed Sun Perfect Cleansing Water Product Information " PROVAMED " ເວດສຳອາງຄຸ ນນ ະພາບສູງ ຄົ້ນຄວ້າໂດຍຜູ້ ຊ່ຽວ ຊານທາງດ້ານຜິວ ໜັງ ຈາກ Vistra Laboratories