Vaseline Intensive Care Deep Restore (Review)


ກ່ອນອື່ນກະຂໍກ່າວຄຳວ່າ ສະບາຍດີ ກັນອີກຕາມເຄີຍ
ຊ່ວງນີ້ຮູ້ສຶກວ່າກະຝົນຕົກ ລົດກະຕິດ ເສດຖະກິດກະຝືດເຄືອງ
ແຕ່ອາລົມຢ່າຝຶດເຄືອງຕາມເສດຖະກິດເດີ້ສາວໆ ດຽວໜ້າຫ່ວກ່ອນໄວອັນຄວນ ມັນບໍ່ດີໃດ໋ິອິ

ມື້ນີ້ນ້ອຍເອົາໂລຊັ່ນທາຜິວກາຍມາຣີວິວອີກແລ້ວ ເປັນໂລຊັ່ນທີ່ເພີ່ມຄວາມຊຸ່ມຊື່ນເປັນພິເສດ
ເພາະຢ່າລືມວ່າຝົນຕົກ ຈະເຮັດໃຫ້ອາກາດເຢັນ ເມື່ອອາດເຢັນຈະເຮັດໃຫ້ຜິວເຮົາແຫ້ງ 
ເຊິ່ງມັນສວນທາງກັບຄວາມຊຸ່ມຊື່ນຂອງສາຍຝົນ
ແລະ ໂລຊັ່ນຜິວກາຍທີ່ນ້ອຍນຳມາຣີວິວນີ້ເປັນແບຣນທີ່ນ້ອຍໄວ້ວາງໃຈ ແລະ ໃຊ້ປະຈຳ
ນັ້ນກໍ່ຄືແບຣນ Vaseline 
ແບຣນນີ້ມີໂລຊັ່ນທາຜິວກາຍຫລາຍສູດ ເຊິ່ງສູດທີ່ນ້ອຍຈະເວົ້າເຖິງໃນມື້ນີ້ຄສູດ 

 Vaseline Intensive Care Deep Restore

ສູດນີ້ມີດີແນວໃດເຮົາມາຕິດຕາມໄປພ້ອມກັນເລີຍ

Vaseline Intensive Care Deep Restore

Product Claim

ເນື້ອໂລຊັ່ນບາງເບົາ ມີສານສະກັດຈາກເຂົ້າໂອ໊ຕບໍລິສຸດ ແລະ ສຕຣາທິສ-3Moisturizer Complex ບຳລຸງລ້ຳເລິກສູຊັ້ນຜິວ (ສະຕຣາທຳຄໍນ້ຽມ)
ໃຫ້ຄວາມຊຸ່ມຊື່ນຍານານ ເພື່ອຜິວທີ່ນຽນນຸ້ມ ໃຊ້ບຳລຸງຜິວໄດ້ຕະຫລອດ 24 ຊົ່ວໂມງ

ເໝາະສຳລັບຜິວແຫ້ງ ແລະ ແຫ້ງດ້າ
Vaseline Intensive Care Deep Restore

Packaging

ບັນຈຸພັນເປັນພາສຕິກທຶບແສງສີເຫລືອງ (ສຳລັບລຸ້ນ Intensive Care Deep Restore) ມີຫລາຍຂະໜາດ
ສຳລັບຂະໜາດທີ່ນ້ອຍຊື້ມາແມ່ນ 600 ml ຂວດບັນຈຸບັນເປັນແບບກົດປ້ຳ

Vaseline Intensive Care Deep Restore

Product Ingredients

ສ່ວນປະສົມສາມາດເບິ່ງໄດ້ຕາມຮູບດ້ານລຸ່ມເລີຍເນາະ
ໃຜທີ່ຮູ້ວ່າໂຕເອງແພ້ສານກໍ່ລະຄາຍເຄືອງໂຕໃດກໍ່ຄວນຈະລະວັງໃນການນຳໃຊ້
ສຳລັບໃຜທີ່ຜິວແຂງແຮງບໍ່ແພ້ສ່ວນປະສົມດ້ານລຸ່ມ ກໍ່ສະບາຍໃຈຫາຍຫ່ວງ

Vaseline Intensive Care Deep Restore

Product

ເນື້ອໂລຊັ່ນຈະເປັນສີຂາ ເມື່ອສຳຜັດຈະຮູ້ສຶກມື່ນໆ ມີກິ່ນຫອມອ່ອນໆ

Vaseline Intensive Care Deep Restore

 Feeling after use

ເມື່ອທາລົງຜິວຈະຮູ້ສຶກມື່ນໆ ເນື້ອໂລຊັ່ນຊຶມລົງຜິວໄວ ແຕ່ໍ່ຮູ້ສຶກເລີຍວ່າຜິວຊຸ່ມຊື່ນຂຶ້ນທັນທີຫລັງໃຊ້
ເມື່ອນ້ອຍໃຊ້ເປັນປະຈຳຜິວຊຸ່ມຊື່ນຂຶ້ນເບິ່ງຄືສຸຂະພາບດີ ເປັ່ງປັ່ງ ຜິວບໍ່ແຫ້ງແບບຜິວຂາດນ້ຳ
ສຳລັບສາວຜິວແຫ້ງໃຊ້ແລ້ວຄົງບໍ່ຜິດຫວເພາະສູດນີ້ຕອບໂຈດເລື້ອງເພີ່ມຄວາມຊຸ່ມື່ນໃຫ້ຜິວ 

Vaseline Intensive Care Deep Restore

ໃຫ້ຄະແນນ 4/5

ເປັນລຊັ່ນທີ່ຕອບໂຈດເລື້ອງຄວາມຊຸ່ມຊື່ນ ຕື່ມນ້ຳໃຫ້ກັບຜິວ
ແຕ່ຖ້າສາວໆຕ້ອງອອກແດດຢ່າລືມທາກັນແດດປ້ອງກັນຕື່ມອີກເດີ້
ເພາະຊັ່ນສູດນີ້ບໍ່ໄດ້ປະສົມສານກັນແດດມາໃຫ້ນຳ

Vaseline Intensive Care Deep Restore
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)