Smooth E White BabyFace Scrub (Review)


ສະບາຍດີສາວໆ ໃຜທີ່ຕິດຕາມນ້ອຍຢູ່ຄົງຈະເຫັນຜ່ານໆຕາມາແລ້ວວ່າ
ບລັອກກ່ອນໜ້ານີ້ ນ້ອຍໄດ້ຣີວິວຜະລິດຕະພັນສຳລັບສະຄຣັບຜິວກາຍໄປແລ້ວ
ດັ່ງນັ້ນ ບລັອກນີ້ນ້ອຍຈຶ່ງນຳສະຄຣັບຜິວໜ້າທີ່ນ້ອຍໃຊ້ຢູ່ ແລະ ປະທັບໃຈ
ມາເລົ່າປະສົບການໃນການນຳໃຊ້ໃຫ້ສາວໆໄດ້ຮັບຊົມນຳກັນ
ຜະລິດຕະພັນໃນມື້ນີ້ມີຊື່ວ່າ

Smooth E White BabyFace Scrub

Smooth E White BabyFace Scrub

Product Claim

Smooth E White BabyFace Scrub ສະຄຣັບບໍ່ມີຟອງ ດ້ວຍສູດ Non-ionic ແທ້
ບໍ່ມີຟອງ ບໍ່ມີປະຈຸໄຟຟ້າ ບໍ່ມີສານເຄມີຕົກຄ້າງ 
ຊ່ວຍກຳຈັດສິ່ງສົກກະປົກເທິງຜິວໜ້າ ໄດ້ຢ່າງສະອາດລ້ຳເລິກ
ດ້ວຍສານສະກັດຈາກ Melawhite ແລະ Alpha arbutin ຊ່ວຍໃຫ້ຜິວຂາວຂຶ້ນ
ພ້ອມ Smooth beads ທີ່ສະກັດມາຈາກເປືອກໄມ້ທຳມະຊາດ
Walnut ນຳເຂົ້າຈາກສະວິດເຊີແລນ ມີຄວາມມົນລະອຽດ ອ່ອນໂຍນ
ຊ່ວຍຫລຸດສິວ ຄວບຄຸມຄວາມມັນ ໃຫ້ຜິວຂາວນຽນໃສ ອ່ອນໄວ 

Smooth E White BabyFace Scrub

Product Ingredients

ສ່ວນປະສົມຕາມນີ້ເດີ້ສາວໆ
Alpha-arbutin, Melawhite, Walnut Shell, Collagen, Orange polymer beads,
Allium extract, Vitamin E 
ເຖິງສ່ວນປະສົມຈະໜ້ອຍ ແຕ່ປະສິດທິພາບມາເຕັມ

Smooth E White BabyFace Scrub

Product

ເນື້ອໂຟມຈະແນ້ນເຂັ້ມຂຸ້ນ ເວລາບີບອອກມາເນື້ອໂຟມຈະຄົງໂຕດີ ບໍ່ຍ້ອຍ ຫລື ໄຫລເຫ່ຍ
  ເນື້ອຟມມີສີຂາວ ມີກິ່ນຫອມແບບທຳມະຊາດ ກິ່ນປະມານາສະມຸນໄພ
ເຊິ່ງບາງຄົນອາດຈະບໍ່ມັກກິ່ນແບບນີ້

Smooth E White BabyFace Scrub

ສັງເກດເນື້ອໂຟມດີໆ ຈະເຫັນເມັດສີນ້ຳຕານນ້ອຍໆ
ນັ້ນແຫລະຄືເມັດ beads ທີ່ສະກັດມາຈາກເປືອກໄມ້ທຳມະຊາດ
 
Smooth E White BabyFace Scrub

ວົ້າເລື້ອງສັບພະຄຸນມາຫລາຍລະ ຕໍ່ໄປເຮົາໄປລ້າງໜ້າພ້ອມໆກັນເລີ

Smooth E White BabyFace Scrub

ຄວາມຮູ້ສຶກຫລັງການນຳໃຊ້

ເນື້ອຟມລະອຽດນຸ້ມ ແລະ ບໍ່ມີຟອງຄືເພິ່ນວ່າອີ່ຫລີ
ເມັດສະຄຣັບລະອຽດດີ ບໍ່ບາດໜ້າ
ຫລັງລ້າງໜ້າຮູ້ສຶກວ່າຜິວສະອາດ ແຫລະ ນຽນຂຶ້
ເຖິງເພິ່ນຈະບອກວ່າອ່ອນໂຍນສາມາດໃຊ້ໄດ້ທຸກວັນ
ແຕ່ອາທິດໜຶ່ງນ້ອຍຈະໃຊ້ປະມານ 2-3 ຄັ້ງທົ່ານັ້ນ ເພື່ອເປັນການສະຄຣັບເຊວຜິວທີ່ຕາຍແລ້ວອອກ
  
Smooth E White BabyFace Scrub

ໃຫ້ຄະແນນ 5/5

ສະຄຣັບຜິວໜ້າດີໆທີ່ຄວນໃຫ້ການສະໜັບສະໜູນ 555
ເພາະທັງອ່ອນໂຍນ ແລະ ເຮັດໃຫ້ຜິວໜ້າສະອາດ ຊ່ວຍຫລຸດປັນຫາການເກີດສິວອີກດ້ວຍ
ແຕ່ເລື້ອງຄວບຄຸມຄວາມມັນ ແລະ ຊ່ວຍໃຫ້ຜິວໜ້າຂາວໃສຍັງບໍ່ເຫັນຜົນຊັດເຈນ ອິອິ

Smooth E White BabyFace Scrub
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)


Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)