Barbie Mask Sheet (Review)


ສະບາຍດີສາວໆ ຫາຍໄປດົນອີກແລ້ວກັບການຂຽນຣີວິວ
ຊ່ວງນີ້ຫຍຸ້ງຕະຫລອດ ຫລາຍແນວຄິດ ຫລາຍແນວເຮັດໂພດ 555
ຈົນບໍ່ຮູ້ເລີຍວ່າຈະເຮັດຫຍັງກ່ອນດີ ຕ້ອງປັບຕາຕະລາງຊີວິດໃໝ່ໃຫ້ລົງໂອີກແລ້ວ
 
ດັ່ງນັ້ນ ມື້ນີ້ມີໂອກາດດີພໍມີເວລານ້ອຍຈຶ່ງນຳເອົາ Mask Sheet ຂອງແບຣນ Barbie 
ເຊິ່ງເປັນແບຣນຂອງສັນຊາດເກົາຫລີ ມາຣີິວໃຫ້ບັນດາໝູ່ເພື່ອນຮັບຊົມກັນ
ສູດທີ່ນ້ອຍໄດ້ມາມີ 4 ສູດຄື:
 Vit-C, Tomato, Pearl, Pomegranate

 Barbie Mask Sheet

Barbie Mask Sheet

Packaging

ມາເລີ່ມກັນທີ່ບັນຈຸພັນ ເຊິ່ງບັນຈຸພັກໍ່ຈະຄ້າຍໆຄືກັບຊອງແຜ່ນມາສກທົ່ວໄປ ເປັນຊອງພາສຕິກ
ຕ່ຈຸດເດັ່ນ ຄືຊອງຈະເປັນສບົວສົດໃສ ມີໜ້າຂອງໂຕກາຕູນບາບີ້ທີ່ກຳລັງມາສໜ້າເປັນສັນຍາລັກ
ໝວກຸມຜົມຂອງບາບີ້ກໍ່ປ່ຽສີຕາມສູດຂອງແຜ່ນມາສກເຊັ່ນ:
ສູດ Vit-C ໝວກຸມຜົມຈະເປັນສີເຫລືອ
ສູດ Tomato ໝວກຸມຜົມຈະເປັນສີສົ້ມ
ສູດ Pearl ໝວກຸມຜົມຈະເປັນສີຂາວ
ສູດ Pomegranate ໝວກຸມຜົມຈະເປັນສີບົວ


Barbie Mask Sheet

Product

ເມື່ອເປີດຊອງມາຈະພົບກັບແມ່ນມາສກທີ່ພັບເປັນສີ່ຫລ່ຽມ ແລະ ຂ້ອນຂ້າງໜາ
ແຜ່ນມາກມີຄວາມຊຸ່ມຊື່ນຫລາຍ

Barbie Mask Sheet

ພິເສດ ສາເຫດທີ່ແຜ່ນມາສກຂ້ອນຂ້າງໜາ ເນື່ອງຈາກມີແຜ່ນພາສຕິກບາງໆຕິດມາກັບແຜ່ນມາສກດ້ວຍ
ເພິ່ນບອກວ່າແຜ່ນພາສຕິກນີ້ຈະຊ່ວຍຮັກສາຄວາມຊຸ່ມຊື່ນຂອງແຜ່ນມາກໃຫ້ດົນນານຂຶ້ນ
ເມື່ອເຮົາວາງໄວ້ເທິງໃບໜ້າ ເຮັດໃຫ້ຜິວຮັບສານອາຫານຈາກແຜ່ນມາສກໄດ້ດົນຂຶ້ນ 

Barbie Mask Sheet

ອີກດ້ານໜຶ່ງຈະເປັນແຜ່ນມາສກປົກກະຕິ

Barbie Mask Sheet

ນ້ຳລຊັ່ນຈະເປັນສີໃສ ເຂັ້ມຂຸ້ນ ແຕ່ຂ້ອນຂ້າງໜຽວເລັກໜ້ອຍ
ນ້ຳມາສກທີ່ເຫລືອໃນຊອງສາມາດນຳມາທາຄໍ ແຂນ ຂາໄດ້ສະບາຍ

Barbie Mask Sheet

ເວລາວາງແຜ່ນມາສກໃສ່ໜ້າແມ່ນໃຫ້ເອົາເບື້ອງທີ່ເປັນພາຕິກອອກນອກ
ຕາມຮູບທີ່ເຫັນຂ້ອນຂ້າງຈັດຊົງວາງໄວ້ເທິງໜ້າຍາກພໍສົມຄວນ ເຫະໆ
ແຕ່ຍ້ອມີແຜ່ນພາສຕິກນີ້ ຈຶ່ງເຮັດໃຫ້ແຜ່ນມາສກນານແຫ້ງ
ມາດປະໄວ້ເທິງໜ້າໄດ້ຮອດ 30 ນາທີ ຫລື ອາດກາຍນີ້ເລັກໜ້ອຍ
ເຊິ່ງແຜ່ນມາສກຊະນິດອື່ນປະໄວ້ປະມານ 20 ນາທີແຜ່ນມາສກກໍ່ຈະເລີ່ມແຫ້ງແລ້ວ

Barbie Mask Sheet

ນີ້ຄືຮູບຊົງຂອງແຜ່ນມາສກ Barbie

Barbie Mask Sheet

ແຜ່ນມາສກ ແລະ ແຜ່ນພາສຕິກຖືກຕິດກັນຕາມແຕ່ລະຈຸດ (ຕາມໃນຮູບດ້ານລຸ່ມ)

Barbie Mask Sheet

ຕໍ່ໄປເຮົາມາເບິ່ງສັບພະຄຸນຂອງແຕ່ລະສູດກັນດີກວ່າ 
ສາວໆຈຶ່ງຈະໄດ້ເລືອກໃຊ້ກັຖືກກັບຄວາມຕ້ອງການ ແລະ ເໝາະກັບສະພາບຂອງຜິວໜ້າຂອງຕົນເອງ
ເລີ່ມກັນເລີຍກັບສູດນີ້:

Vit-C
  
ຳເຄລມຜະລິດຕະພັນບອກວ່າ:
ມາສກໜ້າສູດ Vitamin C ສານສະກັດຈາກວິຕາມິນ ຊີ ຊ່ວຍຫລຸດຈຸດດ່າງດຳ 
ເພື່ອໃຫ້ໜ້າຂາວກະຈ່າງໃສ ອີກທັງຊ່ວຍກະຊັບຮູຂຸມຂົນ
 
Barbie Mask Sheet

ນີ້ຄືສ່ວນປະສົມຂອງສູດ Vit-C
ໃຜທີ່ຜິວບອບບາງແພ້ງ່າຍຄວນອ່ານສ່ວນປະສົກ່ອນຊື້
ຈະໄດ້ບໍ່ເສຍໃຈເພາະຊື້ມາແລ້ບໍ່ໄດ້ໃຊ້ ຫລືໃຊ້ແລ້ວແພ້ເນາະ 

Barbie Mask Sheet

ສະຫລຸບລວມຄວາມພໍໃຈ

ເນື້ອຜະລິດຕະພັນ   ເປັນນ້ຳຂຸ້ນໆໃສໆຄືກັນທຸກສູດ ນ້ຳມາສກໃຫ້ມາຫລາຍດີ
ຄວາມຮູ້ສຶກ   ເປີດຊອງມາຈະໄດ້ກິ່ນເລີຍ ເພາະກິ່ນຫອມຫລາຍ ຄວາມຮູ້ສຶກຂອງນ້ອຍກິ່ນ
ຂ້ອນຂ້າງຄືຊັນໄລໜ້ອຍໜຶ່ງ ອິອິ ແຕ່ສາມາດຮັບໄດ້ ຕອນວາງແຜ່ນມາສກເທິງໜ້ານາທີທຳອິດ
ຮູ້ສຶກແສບໜ້າເລັກໜ້ອຍ ຄວາມຮູ້ສຶກນີ້ບໍ່ມັກເລີຍ
ົນລັງການນຳໃຊ້   ໜ້າຈະໜຽວເລັກໜ້ອຍ ແຕ່ຈະຊຸ່ມຊື່ນຂຶ້ນ ນຸ້ມນຽ ໜ້າໃສຂຶ້ນເລັກໜ້ອຍ
ູຂຸມຂົນກະຊັບ
ຄະແນນ   3/5 ຂໍຫັກຄະແນນບ່ອນເຮັດໃຫ້ແສບໜ້າຕອນໃຊ້ນາທີທຳອິດ ແລະ ຫລັງໃຊ້ເຮັດໃຫ້ຫນ້າໜຽວ


Pomegranate
  
ຳເຄລມຜະລິດຕະພັນບອກວ່າ:
ສານສະກັດຈາກທັບທິມທີ່ມີສານຕໍ່ຕ້ານອະນຸມູນອິດສະຫລະ ຊ່ວຍຫລຸດຮອຍຫ່ຽວ
ຮັດໃຫ້ຜິວຂວແບບມິເລືອດຝາດ ເບິ່ງແລ້ວອ່ອນໄວສຸະພາບດີ

Barbie Mask Sheet

ສ່ວນປະສົມຂອງສູດ Pomegranate
ໃຜທີ່ຜິວບອບບາງແພ້ງ່າຍຄວນອ່ານສ່ວນປະສົກ່ອນຊື້
ຈະໄດ້ບໍ່ເສຍໃຈເພາະຊື້ມາແລ້ບໍ່ໄດ້ໃຊ້ ຫລືໃຊ້ແລ້ວແພ້ເນາະ

Barbie Mask Sheet

ສະຫລຸບລວມຄວາມພໍໃຈ

ເນື້ອຜະລິດຕະພັນ   ເປັນນ້ຳຂຸ້ນໆໃສໆຄືກັນທຸກສູດ ນ້ຳມາສກໃຫ້ມາຫລາຍດີ
ຄວາມຮູ້ສຶກ   ສູດນີ້ກິ່ນຈະຫອມຄ້າຍຄືກັບປີໂປ້ ໃຊ້ແລ້ວບໍ່ແສບໜ້າຄືສູດ Vit-C
ົນລັງການນຳໃຊ້   ໜ້າໃສຂຶ້ນ, ຮູຸມຂົນກະຊັບ, ໜ້າຊຸ່ມຊື່ນ ເປັນສູດທີ່ນ້ອຍມັກທີ່ສຸດໃນຜະລິດຕະພັນນີ້
ຄະແນນ   4/5 ຂໍຫັກຄະແນນບ່ອນຫລັງໃຊ້ເຮັດໃຫ້ຫນ້າໜຽວ


Pearl
  
ຳເຄລມຜະລິດຕະພັນບອກວ່າ:
ມາສກໜ້າສູດໄຂ່ມຸກ ສານສະກັດຈາກໄຂ່ມຸກທຳມະຊາດ ຊ່ວຍໃຫ້ຜິວຂາວເປັ່ງປະກາຍຄືໄຂ່ມ
ກະຈ່າງໃສອ່ອນໄວຄືຜິວເດັກ

Barbie Mask Sheet

ສ່ວນປະສົມຂອງສູດ Pearl
ໃຜທີ່ຜິວບອບບາງແພ້ງ່າຍຄວນອ່ານສ່ວນປະສົກ່ອນຊື້
ຈະໄດ້ບໍ່ເສຍໃຈເພາະຊື້ມາແລ້ບໍ່ໄດ້ໃຊ້ ຫລືໃຊ້ແລ້ວແພ້ເນາະ

Barbie Mask Sheet

ສະຫລຸບລວມຄວາມພໍໃຈ

ເນື້ອຜະລິດຕະພັນ   ເປັນນ້ຳຂຸ້ນໆໃສໆຄືກັນທຸກສູດ ນ້ຳມາສກໃຫ້ມາຫລາຍດີ
ຄວາມຮູ້ສຶກ   ສູດນີ້ກິ່ນຈະຫອມອ່ອນໆ ນ້ຳມາສກກໍ່້ອນຂ້າງໜຽວຄືສູດອື່ນໆ
ົນລັງການນຳໃຊ້   ໜ້າໃສຂຶ້ນເລັກໜ້ອຍ, ຜິວຊຸ່ມຊືນອີ່ມນ້ຳ
ຄະແນນ   4/5 ເຫດຜົນດຽວກັບສູດ Pomegranate


Tomato
  
ຳເຄລມຜະລິດຕະພັນບອກວ່າ:
າສກໜ້າສູດໝາກເລັ່ນ ສານສະກັດໄລໂຄຟິນທີ່ໄດ້ຈາກໝາກເລັ່ນ ຊ່ວຍຕໍ່ຕ້ານອະນຸມູນອດສະຫລະ
 ຊ່ວຍຫລຸດຈຸດດ່າງດຳ ຝ້າ ກະ ປັບສີຜວໃຫ້ສະໝ່ຳສະເໝີ ຜິວກະຈ່າງໃສ

Barbie Mask Sheet

ສ່ວນປະສົມຂອງສູດ Tomato
ໃຜທີ່ຜິວບອບບາງແພ້ງ່າຍຄວນອ່ານສ່ວນປະສົກ່ອນຊື້
ຈະໄດ້ບໍ່ເສຍໃຈເພາະຊື້ມາແລ້ບໍ່ໄດ້ໃຊ້ ຫລືໃຊ້ແລ້ວແພ້ເນາະ

Barbie Mask Sheet

ສະຫລຸບລວມຄວາມພໍໃຈ

ເນື້ອຜະລິດຕະພັນ   ເປັນນ້ຳຂຸ້ນໆໃສໆຄືກັນທຸກສູດ ນ້ຳມາສກໃຫ້ມາຫລາຍດີ
ຄວາມຮູ້ສຶກ   ສູດນີ້ກິ່ນຈະຫອມອ່ອນໆ ແຕ່ກິ່ນບໍ່ຄືໝາກເລັ່ນເລີຍ 555
ນ້ຳມາສກກໍ່້ອນຂ້າງໜຽວໜ້າຄືສູດອື່ນໆ
ົນລັງການນຳໃຊ້   ໜ້າໃສຂຶ້ນເລັກໜ້ອຍ, ຜິວຊຸ່ມຊືນອີ່ມນ້ຳ, ຮອຍແດງຈາກສິວຈາງລົງ, ຜິວກະຊັບຂຶ້ນ
ຄະແນນ   4/5 ຫັກເພາະຫລັງມາສກເຮັດໃຫ້ໜ້າໜຽວ

.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ອາດຈະອ່ານໄວ້ເພື່ອເປັນໂຕຊ່ວຍໃນການຕັດສິນໃຈຂອງທ່ານ
ນ້ອຍບໍ່ສາມາດຕັດສິນໄດ້ວ່າຜະລິດຕະພັນນີ້ຈະເໝາະກັບທ່ານ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນຈະບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
າກຮູ້ຕ້ອງທົດດລອງດ້ວຍຕົວເອງເດີ້ສາວໆ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)