Posts

Showing posts from January, 2016

Girly Girl Hokkaido Milk Moisture Rich Body lotion (Review)

Image
 ສະບາຍດີລະດູໜາວວວວວ..... ປີນີ້ອາກາດໜາວຮຸນແຮງຫລາຍ ຫລາຍກວ່າທຸກໆປີ ເຖິງຂັ້ນວ່າຢູ່ທາງແຂວງຫົວພັນຂອງປະເທດເຮົາມີຫິມະຕົກ ແຕ່ເກີດມາກໍ່ບໍ່ເຄີຍເຫັນຫິມະຕົກຢູ່ປະເທດລາວມາກ່ອນ ຫະຫະຫະ.... ອາກາດໜາວໆແບບນີ້ ສາວໆມີວິທີຮັບມືກັບຜິວແຫ້ງແນວໃດແນ່ ? ສຳລັບສາວໃດທີ່ຍັງຊອກຫາໂລຊັ່ນບຳລຸງຜິວດີໆໃນຍາມໜາວນີ້ ແຕ່ຍັງບໍ່ຮູ້ວ່າຈະໃຊ້ແບບໃດດີ ເຈົ້າຂອງ blog ຂໍແນະນຳ Girly Girl Hokkaido Milk Moisture Rich Body lotion ເປັນຕົວເລືອກໃຫ້ກັບທ່ານ Girly Girl Hokkaido Milk Moisture Rich Body lotion

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Image
ສະບາຍດີ...ກວ່າຈະມີເວລາຂຽນ Blog ນີ້ກໍ່ກາຍປີ 2015 ມາແລ້ວ ຫະຫະຫະ.... ເປັນຈັ່ງໃດກັນແນ່ ປີ 2015 ທີ່ຜ່ານມາຂອງທ່ານ ມີເລື້ອງລາວດີໆຍັງບໍ່ທີ່ຢາກເລົ່າໃຫ້ໝູ່ເພື່ອນຟັງ ເຈົ້າຂອງ  blog ເອງ ປີ 2015 ນີ້ ກໍ່ໄດ້ພົບກັບສິ່ງໃໝ່ໆຫລາຍສິ່ງຫລາຍຢ່າງທີ່ເຂົ້າມາໃນຊີວິດ ທັງຄວາມສຸກ ຄວາມທຸກ ຕື່ນເຕັ້ນ ດີໃຈ ເສົ້າໃຈ ຈະວ່າໄປຕະຫລອດຊີວິດຄົນເຮົາມັນກະຕ້ອງພົບກັບອາລົມຕ່າງໆເຫລົ່ານີ້ຢູ່ແລ້ວ ແຕ່ຢູ່ທີ່ວ່າໃຜ ເມື່ອເຈິກັບເຫດການທີ່ບໍ່ເປັນດັ່ງໃຈຄິດແລ້ວ ຈະສາມາດຈັດການກັບອາລົມຂອງໂຕເອງໃຫ້ສະຫງົບລົງໄດ້ໄວ ແລະ ປ່ອຍວາງໄດ້ໄວກວ່າກັນ  ເມື່ອເຮົາບໍ່ຍຶດຕິດກັບສິ່ງທີ່ເຮັດໃຫ້ເປັນທຸກ ຊີວິດເຮົາກໍ່ຈະມີຄວາມສຸກຫລາຍຂຶ້ນ ເອົາລະເວົ້າມາຍາວຫລາຍລະເນາະ ມາເຂົ້າເລື້ອງກັນດີກວ່າ (^_^) ຊ່ວງໄລຍະເດືອນທັນວາ ຂອງປີ 2015 ຜ່ານມາ ໄດ້ມີໂອກາດໄດ້ໄປຮ່ວມພິທີພຸດທາພິເສກ ທີ່ວັດບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ທີ່ຈິງກໍ່ພະຍາຍາມຫາໂອກາດໄປຮ່ວມງານພຸດທາພິເສກໃຫ້ໄດ້ທຸກປີ ຢ່າງໜ້ອຍປີລະຄັ້ງ ເພື່ອເປັນການເສີມສິຣິມຸງຄຸນໃຫ້ໂຕເອງ ພິທີພຸດທາພິເສກ (ສົມໂພດພະ)

TONOMOLY Floria Whitening Emulsion (Review)

Image
Hello....ກັບມາພົບກັນອີກແລ້ວກັບການຣີວິວ Skin Care ສຳລັບ Skin Care ທີ່ນຳມາຣີວິວໃນມື້ນີ້ເປັນ Line ໜຶ່ງຂອງແບຣນ TONYMOLY ເຊິ່ງຊື່ເຕັມໆນັ້ນກໍ່ຄື TONOMOLY Floria Whitening Emulsion ກວ່າຈະຫາເວລາມາຂຽນຣີວິວໄດ້ກໍ່ໃຊ້ໄປແລ້ວເກືອບໝົດຂວດ hahaha..... TONOMOLY Floria Whitening Emulsion

Kose Cosmeport Babyish Face Mask (Review)

Image
ສະບາຍດີກັນອີກແລ້ວ ສຳລັບມື້ນີ້ຈະມາຣີວຶວແຜ່ນມາກຈາກປະເທດຍີ່ປຸ່ນ ເຊິ່ງມີຊື່ວ່າ Kose Cosmeport Babyish Kose Cosmeport Babyish Face Mask