TONOMOLY Floria Whitening Emulsion (Review)

Hello....ກັບມາພົບກັນອີກແລ້ວກັບການຣີວິວ Skin Care
ສຳລັບ Skin Care ທີ່ນຳມາຣີວິວໃນມື້ນີ້ເປັນ Line ໜຶ່ງຂອງແບຣນ TONYMOLY
ເຊິ່ງຊື່ເຕັມໆນັ້ນກໍ່ຄື
TONOMOLY Floria Whitening Emulsion

ກວ່າຈະຫາເວລາມາຂຽນຣີວິວໄດ້ກໍ່ໃຊ້ໄປແລ້ວເກືອບໝົດຂວດ hahaha.....


TONOMOLY Floria Whitening Emulsion



ສຳລັບຜະລິດຕະພັນນີ້ທາງແບຣນເຄລມໄວ້ວ່າ
ເນື້ອໂລຊັ່ນມີສານສະກັດຈາກດອກແດນດິໄລອ້ອນ ມີສານຕ້ານອະນຸມູນອິດສະຫລະ ປ້ອງກັນການກໍ່ໂຕຂອງເມລານິນ ເຮັດໃຫ້ຜິວຂາວໃສ
ເປັນສູດບຳລຸງຜິວສູດເຂັ້ມຂຸ້ນ ຜ່ານຂະບວນການຜະລິດທີ່ພິຖີພິຖັນ
ສຸດຍອດເທັກໂນໂລຢີການສະກັດສ່ວນປະສົມເພື່ອການບຳລຸງຢ່າງລ້ຳລຶກ
ເນື້ອຄຣີມຊຶມລົງຜິວໄດ້ໄວ ເມື່ອໃຊ້ຢ່າງຕໍ່ເນື່ອງຈະສັງເກດໄດ້ວ່າຜິວນຽນນຸ້ມຊຸ່ມຊື່ນຂຶ້ນ
ແລະ ຊ່ວຍປັບຜິວໃຫ້ຂາວກະຈ່າງໃສຂຶ້ນ ເໝາະກັບທຸກສະພາບຜິວ

ຕໍ່ໄປເຮົາມາສຳຫລວດຜະລິດຕະພັນຕົວຈິງກັນເລີຍ

TONOMOLY Floria Whitening Emulsion
ຂວດໂລຊັ່ນເປັນສີຂາວນວນເງົາເຫລື້ອມແບບມຸກ ເປັນຂວດທຶບແສງ

TONOMOLY Floria Whitening Emulsion
ສຳລັບປະລິມານທີ່ໃຫ້ມາແມ່ນ 150 ml ເຊິ່ງໃຊ້ໄດ້ດົນພໍສົມຄວນ

TONOMOLY Floria Whitening Emulsion
ຂ້າງກ່ອງຈະມີທັງພາສາອັງກິດ ແລະ ພາສາເກົາຫລີ ເລືອກອ່ານກັນຕາມຄວາມຖະໜັດໄດ້ເລີຍ
(^_^)

TONOMOLY Floria Whitening Emulsion
ຜະລິດຕະພັນບໍ່ມີສ່ວນປະສົມຂອງສານພາຣາເບນ 
ແຕ່ມີສ່ວນປະສົມຂອງແອລກໍຮໍມາເລັກໜ້ອຍ ເນື່ອງຈາກວ່າຢູ່ລຳດັບເກືອບທ້າຍໆ
ແລະ ມີສ່ວນປະສົມຂອງນ້ຳຫອມ

TONOMOLY Floria Whitening Emulsion
ຝາດ້ານໃນກໍ່ມີຄຳອະທິບາຍເພີ່ມເຕິມ... ແຕ່ອ່ານບໍ່ອອກເພາະເປັນພາສາເກົາຫລີ
(-_-!)

TONOMOLY Floria Whitening Emulsion
ເມື່ອເປີດຝາອອກມາຈະເຫັນຫົວປ້ຳ ເຊິ່ງກົດໃຊ້ງ່າຍ
ແລະ ກະປະລິມານການໃຊ້ໄດ້ຢ່າງເໝາະສົມກັບຄວາມຕ້ອງການ
ເຊິ່ງບັນຈຸພັນແບບນີ້ເຈົ້າຂອງ Blog ມັກເປັນພິເສດ
ເພາະບໍ່ຕ້ອງໃຊ້ນິ້ວມືຈົກ ຫລື ຂວັດເອົາຄືແບບບັນຈຸພັນທີ່ເປັນກະປຸກ
ເຊິ່ງເຮັດໃຫ້ເນື້ອໂລຊັ່ນບໍ່ສຳຜັດກັບອາກາດເລື້ອຍໆ
 ແລະ ຍັງເປັນການຮັກສາຄວາມສະອາດໃຫ້ເນື້ອຜະລິດຕະພັນອີກດ້ວຍ

TONOMOLY Floria Whitening Emulsion
ເນື້ອໂລຊັ່ນເປັນສີຂາວເຂັ້ມຂຸ້ນ ມີກິ່ນຫອມ

TONOMOLY Floria Whitening Emulsion
ເນື້ອໂລຊັ່ນຂ້ອນຂ້າງໜັກ ແຕ່ຊຶມລົງຜິວໄດ້ໄວ
ຫລັງທາຜິວຈະວາວຂຶ້ນ ໂດຍສະເພາະແມ່ນທາຕອນອາກາດຮ້ອນ ຕື່ນມາຫນ້າຈະເຫລື້ອມມັນເລີຍ (^o^)

ແຕ່ເມື່ອທາຕອນອາກາດເຢັນຫລືຫນາວ
ນິແມ່ນໂອເຄເລີຍ ເພາະເມື່ອຕື່ນມາຫນ້າຈະຊຸ່ມຊື່ນ
ໃສ​ໆ​ເງົາ ອ​ິ​ອ​ິ (^_^)

TONOMOLY Floria Whitening Emulsion
ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:
 ຫນ້າຊຸ່ມຊື່ນຂຶ້ນຫລາຍຈົນເກືອບມັນ hahaha...
ສຳລັບຄົນຜິວແຫ້ງຄົງຈະໃຊ້ດີ
 ແຕ່ສຳລັບຄົນຜິວມັນຄິດວ່າບໍ່ເຫມາະສົມ
ສຳລັບຄວາມຂາວແມ່ນບໍ່ຕອບໂຈດ ເພາະໃຊ້ຈົນຫມົດຂວດແລ້ວກໍ່ບໍ່ເຫັນຜົນ
ແຕ່ຫນ້າໃສຂຶ້ນເລັກຫນ້ອຍ

ໃຫ້ຄະແນນ 3.5/5
ສຳລັບຄວາມພໍໃຈໃຫ້ເທົ່ານີ້
ເພາະຂໍຫັກຄະແນນຕອນຍາມຮ້ອນຈະໃຊ້ບໍ່ໄດ້ເພາະເຮັດໃຫ້ຫນ້າມັນຫລາຍ ແຕ່ຖ້າຈະໃຊ້ຍາມຫນາວໂອເຄເນີ້

Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)