Kose Cosmeport Babyish Face Mask (Review)

ສະບາຍດີກັນອີກແລ້ວ
ສຳລັບມື້ນີ້ຈະມາຣີວຶວແຜ່ນມາກຈາກປະເທດຍີ່ປຸ່ນ
ເຊິ່ງມີຊື່ວ່າ Kose Cosmeport Babyish
Kose Cosmeport Babyish Face Mask


BABYISH ເປັນແຜ່ນ mask ໃນເຄືອຂອງແບຣນເຄື່ອງສຳອາງ Kose
BABYISH ມີຫລາຍສູດ ແຕ່ມື້ນີ້ຈະມາຣີວິວສູດ Whitening
ເພາະຢາກໜ້າຂາວໃສແບບສາວຍີ່ປຸ່ນ ອິອິ (ມະໂນອີກແລ້ວ hahaha....)

ດ້ານໜ້າ ແລະ ດ້ານຫລັງຊອງຂອງ BABYISH ຈະເປັນພາສາຍີ່ປູ່ນເກືອບທັງໝົດ
ຕາມສະໄຕລ໌ຂອງເຄື່ອງສຳອາງທີ່ຊື້ມາຈາກປະເທດນີ້
ເນື່ອງຈາກຊອງນີ້ພຣີອໍເດີ້ມາຈາກຍີ່ປຸ່ນອີກແລ້ວ ເຫະໆ

ຄຳເຄລມຂອງຜະລິດຕະພັນນີ້ບອກວ່າ:
ຫລັງຈາກ mask ໜ້າແລ້ວຈະເຮັດໃຫ້ຜິວກະຊັບເຕັ່ງຕຶງ ກະຈ່າງໃສ ແລະ ນຽນນຸ້ມ ຊຸ່ມຊື່ນປຽບໄດ້ກັບຜິວຂອງເດັກນ້ອຍ ເຮັດໃຫ້ຜິວກັບມາສົດໃສມີຊີວິດຊີວາພາຍໃນ 10 ນາທີ
ແຜ່ນ mask ບໍ່ມີສ່ວນປະສົມຂອງແອລກໍຮໍ ບໍ່ມີນ້ຳຫອມ ບໍ່ແຕ່ງສີ ແລະ ບໍ່ແຕ່ງກິ່ນ
ບໍ່ມີສານສິລິໂຄນ ແລະ ບໍ່ມີມິເນໂຣອອຍ

ແຜ່ນ
mask ປະກອບດ້ວຍສານສະກັດຈາກ:
- ວິຕາມຶນ C ຊ່ວຍໃຫ້ຜິວກະຈ່າງໃສ
- ໄຮຢາລູຣໍນິກ ເອຊິດ ເປັນກົດອະມີໂນສຳລັບບຳລຸງໃຫ້ຜິວຊຸ່ມຊື່ນ
- ສານສະກັດຈາກດອກຄາໂມມາຍ ຊ່ວຍບຳລຸງ ແລະ ໃຫ້ຄວາມຊຸ່ມຊື່ນແກ່ຜິວ
ກຳຈັດຕົ້ນຕໍຂອງການຜະລິດເມັດສີເມລານິນ ຕົ້ນເຫດຂອງ ກະ ຝ້າ ແລະ ຄວາມໝອງຂອງໃບໜ້າ
- ແຜ່ນ mask ໜ້າຜະລິດຈາກໃຍຝ້າຍ 100% ຈຶ່ງເຮັດໃຫ້ຜິວໜ້າຮູ້ສຶກສະບາຍ

ອູ້ອູ້...... ອ່ານເບິ່ງຄຳເຄລມແລ້ວເຮັດໃຫ້ຢາກລອງຂຶ້ນມາທັນທີ
ດັ່ງນັ້ນ ບໍ່ໃຫ້ຊ້າຮີບມາລອງພ້ອມໆກັນເລີຍ.... Let's go

Kose Cosmeport Babyish Face Mask
ວີທີໃຊ້ ແລະ ສ່ວນປະສົມດ້ານຫລັງຊອງເປັນພາສາຍີ່ປູ່ນທັງໝົດ (-_-!)

Kose Cosmeport Babyish Face Mask
 ຊອງຈະເປັນຊອງ ziplock ເພື່ອຊ່ວຍເກັບຮັກສາຄຸນຄ່າຂອງນ້ຳ mask ໄວ້
ແລະ ຊ່ວຍບໍ່ໃຫ້ແຜ່ນ mask ແຫ້ງເພາະສຳພັດກັບອາກາດ
ເນື່ອງຈາກຊອງໜຶ່ງມີ 7 ແຜ່ນ ຈຶ່ງສາມາດໃຊ້ຕິດຕໍ່ກັນໄດ້ 1 ອາທິດເລີຍ
(ເພາະຄົນຍີ່ປຸ່ນມັກ mask ໜ້າຫລາຍ ດັ່ງນັ້ນຈະ mask ໜ້າກັນທຸກມື້ເລີຍ)

Kose Cosmeport Babyish Face Mask
ດຶງອອກມາຈາກຊອງແຜ່ນໜຶ່ງ
ແຜ່ນ mask ຈະບາງ ແຕ່ບໍ່ບາງເທົ່າກັບ LuLuLun
 
Kose Cosmeport Babyish Face Mask
ມາຊູມເບິ່ງແຜ່ນ mask ກັນໃກ້ໆດີກວ່າ

Kose Cosmeport Babyish Face Mask
ສັງເກດເຫັນບໍ່ວ່າແຜ່ນ mask ຂອງ BABYISH ບ່ອນຕາ ແລະ ດັງຈະມີເສັ້ນໃຍນ້ອຍໆຢູ່
ເມື່ອຈະໃຊ້ໃຫ້ຄ່ອຍໆດຶງໃຫ້ແຍກອອກຈາກກັນ


Kose Cosmeport Babyish Face Mask
ບ່ອນຕາສາມາດດຶງລົງມາໄວ້ຢູ່ກ້ອງຕາໄດ້ ເຮັດໃຫ້ເພີ່ມຄວາມຊຸ່ມຊື່ນໃຫ້ກ້ອງຕາໄດ້ 2 ເທົ່າ

Kose Cosmeport Babyish Face Mask
ຫລື ຈະເອົາມາປົກຫນັງຕາແລ້ວຫລັບຕາພັກຜ່ອນໃນຊ່ວງທີ່  mask ໜ້າກໍ່ສະບາຍໄປອີກແບບໜຶ່ງ
(ຮູບນີ້ເບິ່ງແລ້ວຫລອນໆຢູ່ໃດເນາະ hahaha.....)

Kose Cosmeport Babyish Face Mask
 ເມື່ອຄົບເວລາ 10-15 ນາທີແລ້ວກໍ່ເອົາແຜ່ນ mask ອອກ
(ແຜ່ນ mask ແຫ້ງໄວຫລາຍ ປະໄວ້ດົນກໍ່ບໍ່ມີປະໂຫຍດຫຍັງເນີ້)
ເມື່ອເອົາແຜ່ນ mask ອອກແລ້ວໃຫ້ນວດນ້ຳ mask ທີ່ຍັງຕິດຢູ່ເທິງໃບໜ້າໃຫ້ຊືມເຂົ້າໄປໃນຜິວໃຫ້ໝົດ
ຈະເຮັດໃຫ້ເຮົາຮັບສານບຳລຸງໄດ້ເຕັມທີ່


Kose Cosmeport Babyish Face Mask
ຮູບຊົງຂອງແຜ່ນ mask ຮູ້ສຶກວ່າຈະບ້ຽວໆໜ້ອຍໜຶ່ງເນາະ hahaha.....

Kose Cosmeport Babyish Face Mask
 ແຜ່ນ mask Cotton 100% ຖັກທໍມາໜາແໜ້ນດີ


Kose Cosmeport Babyish Face Mask
ມາສະຫລຸບຜົນຫລັງໃຊ້ເຫັນວ່າ:
ແຜ່ນ mask ນຸ້ມ ແລະ ກະຊັບໜ້າໄດ້ດີ ເນື່ອງຈາກມີຮອຍຂາດອ້ອມແຜ່ນ ຈຶ່ງສາມາດປັບເຂົ້າກັບແຕ່ລະສະພາບໂຄງໜ້າໄດ້ (ແຕ່ສຳລັບເຈົ້າຂອງ Blog ແລ້ວຮູ້ສືກວ່າແຜ່ນ
mask ຂ້ອນຂ້າງໃຫຍ່ກວ່າໜ້າໄປໜ້ອຍໜຶ່ງ)
- ເນື່ອງຈາກນ້ຳ mask ບໍ່ຄ່ອຍເຂັ້ມຂຸ້ນ ເຮັດໃຫ້ແຜ່ນ mask ແຫ້ງໄວ ດັ່ງນັ້ນ ຕອນທີ່ mask ໜ້າຢູ່ໃຫ້ນອນຫງາຍດີກວ່າ ບໍ່ຄວນເຮັດກິດຈະກຳອື່ນເພາະອາດເຮັດໃຫ້ແຜ່ນ mask ເລື່ອນຫລຸດຈາກໜ້າໄດ້ ແລະ ຈະເຮັດໃຫ້ນ້ຳ mask ໄຫລມາຢູ່ທີ່ຄາງ

- ຫລັງ mask ຮູ້ສືກວ່າໜ້ານຸ້ມຊຸ່ມຊື່ນ ຜິວກະຈ່າງໃສຂຶ້ນພຽງເລັກໜ້ອຍຄືກັບການ mask ໜ້າທົ່ວໄປ
- ຜິວຈະມັນໆເລັກໜ້ອຍເນື່ອງຈາກນ້ຳ mask ຊ່ວຍກັກເກັບຄວາມຊຸ່ມຊື່ນໄວ້ໃນຜິວ
- ເມື່ອເອົາຊອງແຜ່ນ mask ແຊ່ຕູ້ເຢັນກ່ອນນຳມາ mask ຈະເຮັດໃຫ້ໄດ້ຄວາມສົດຊື່ນເພີ່ມຂຶ້ນ

- ຮູ້ສຶກວ່າພໍໃຈ ແລະ ຄຸ້ມຄ່າກັບລາຄາທີ່ຈ່າຍໄປ
   (ເຖິງລາຄາ Pre order ຈະສູງກວ່າລາຄາຕົວຈິງກໍ່ຖືວ່າຍັງຄຸ້ມຄ່າຫລາຍ)

ໃຫ້ຄະແນນ 4.5/5
ຫັກຄະແນນໜ້ອຍໜຶ່ງບ່ອນທີ່ວ່ານ້ຳ mask ບໍ່ຄ່ອຍເຂັ້ມຂຸ້ນເຮັດໃຫ້ແຜ່ນ mask ແຫ້ງໄວ
ທີ່ເຫລືອຖືວ່າຄຸ້ມຄ່າກັບລາຄາທີ່ຈ່າຍໄປ (^_^)

Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)