ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

ສະບາຍດີ...ກວ່າຈະມີເວລາຂຽນ Blog ນີ້ກໍ່ກາຍປີ 2015 ມາແລ້ວ ຫະຫະຫະ....
ເປັນຈັ່ງໃດກັນແນ່ ປີ 2015 ທີ່ຜ່ານມາຂອງທ່ານ
ມີເລື້ອງລາວດີໆຍັງບໍ່ທີ່ຢາກເລົ່າໃຫ້ໝູ່ເພື່ອນຟັງ
ເຈົ້າຂອງ  blog ເອງ ປີ 2015 ນີ້
ກໍ່ໄດ້ພົບກັບສິ່ງໃໝ່ໆຫລາຍສິ່ງຫລາຍຢ່າງທີ່ເຂົ້າມາໃນຊີວິດ
ທັງຄວາມສຸກ ຄວາມທຸກ ຕື່ນເຕັ້ນ ດີໃຈ ເສົ້າໃຈ
ຈະວ່າໄປຕະຫລອດຊີວິດຄົນເຮົາມັນກະຕ້ອງພົບກັບອາລົມຕ່າງໆເຫລົ່ານີ້ຢູ່ແລ້ວ
ແຕ່ຢູ່ທີ່ວ່າໃຜ ເມື່ອເຈິກັບເຫດການທີ່ບໍ່ເປັນດັ່ງໃຈຄິດແລ້ວ
ຈະສາມາດຈັດການກັບອາລົມຂອງໂຕເອງໃຫ້ສະຫງົບລົງໄດ້ໄວ ແລະ ປ່ອຍວາງໄດ້ໄວກວ່າກັນ
 ເມື່ອເຮົາບໍ່ຍຶດຕິດກັບສິ່ງທີ່ເຮັດໃຫ້ເປັນທຸກ ຊີວິດເຮົາກໍ່ຈະມີຄວາມສຸກຫລາຍຂຶ້ນ

ເອົາລະເວົ້າມາຍາວຫລາຍລະເນາະ ມາເຂົ້າເລື້ອງກັນດີກວ່າ (^_^)
ຊ່ວງໄລຍະເດືອນທັນວາ ຂອງປີ 2015 ຜ່ານມາ
ໄດ້ມີໂອກາດໄດ້ໄປຮ່ວມພິທີພຸດທາພິເສກ ທີ່ວັດບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ
ທີ່ຈິງກໍ່ພະຍາຍາມຫາໂອກາດໄປຮ່ວມງານພຸດທາພິເສກໃຫ້ໄດ້ທຸກປີ
ຢ່າງໜ້ອຍປີລະຄັ້ງ ເພື່ອເປັນການເສີມສິຣິມຸງຄຸນໃຫ້ໂຕເອງ

ພິທີພຸດທາພິເສກ (ສົມໂພດພະ)


ຄວາມໝາຍຂອງພິທີພຸດທາພິເສກ ຫລື ສົມໂພດພຣະ (ຕາມທີ່ຮູ້ມາ) ແມ່ນ
ພິທີປຸກເສກພະພຸດທະຮູບ ຫລື ວັດຖຸມຸງຄຸນ 
ໂດຍມີພະຜູ້ຊ່ຽວຊານໃນການເຮັດສະມາທິຈຳນວນໜຶ່ງ (ເຊິ່ງມາຈາກຫລາຍໆວັດ)
ນັ່ງພາວະນາຄຸນພຣະຣັດຕະນະໄຕຣເຂົ້າສູ່ພະພຸດທະຮູບ ຫລື ວັດຖຸມຸງຄຸນນັ້ນໆ
ເພື່ອເຮັດໃຫ້ເກີດຄວາມສັກສິດ ແລະ ເປັນທີ່ສັກກາລະຂອງພຸດທະສາຊະນິກກະຊົນທົ່ວໄປ
ພິທີພຸດທາພິເສກ (ສົມໂພດພະ)
ແນະນຳສຳລັບຜູ້ທີ່ຍັງບໍ່ເຄີຍໄປ ແລະ ສົນໃຈທີ່ຈະໄປຮ່ວມສົມໂພດພະ
ໃຫ້ທ່ານໄປຮອດວັດໃຫ້ໄວເທົ່າໃດຍິ່ງດີ ເພາະຖ້າທ່ານໄປຊ້າ ທ່ານອາດບໍ່ມີບ່ອນນັ່ງ
ຫະຫະຫະ.... ເນື່ອງຈາກງານສົມໂພດພະໃນແຕ່ລະຄັ້ງ ແຕ່ລະສະຖານທີ່
ຈະມີຈຳນວນຄົນຫລັ່ງໄຫລໄປຮ່ວມງານຢ່າງຫລວງຫລາຍ
ມີທັງຜູ້ທີ່ສັດທາ ຜູ້ທີ່ໝູ່ຊວນມາ ແລະ ອາດຈະມີເຫດຜົນອື່ນໆອີກ 
ມາຈັບຈອງບ່ອນນັ່ງກ່ອນທ່ານ ຖ້າຢາກໄດ້ບ່ອນນັ່ງດີ ຄວນໄປຮອດສະຖານທີ່ໃຫ້ໄວ
ສຳລັບການບວດສົມໂພດພະແມ່ນຈະໄດ້ນຸ່ງຫົ່ມເຄື່ອງສີຂາວ
ແລະ ບໍ່ຄວນໃສ່ເຄື່ອງປະດັບຕ່າງໆໃນຂະນະທີ່ບວດຂາວ

ພິທີພຸດທາພິເສກ (ສົມໂພດພະ)
ເມື່ອມາຮອດວັດແລ້ວ ກໍ່ຊອກຫາຈັບຈອງສະຖານທີ່
ຕອນນີ້ຮອດວັດກໍ່ປະມານ 5 ໂມງແລງ ແຕ່ວ່າບ່ອນນັ່ງດີໆຖືກຈັບຈອງໝົດແລ້ວ (-_-!!)
ມາບໍ່ທັນ ບໍ່ໄດ້ນັ່ງໃນຮົ່ມ ແຕ່ບໍ່ເປັນຫຍັງມາດ້ວຍໃຈສັດທາ ຕາກໝອກກະເອົາຫວະ ເຫິໆ...

ພິທີພຸດທາພິເສກ (ສົມໂພດພະ)
ເມື່ອຊອກບ່ອນນັ່ງໄດ້ແລ້ວ ກໍ່ເລີ່ມຕັ້ງໂຕະບູຊາຂອງໂຕເອງ ອິອິ
ສຳລັບສິ່ງຂອງທີ່ຕ້ອງກະກຽມໄປກະແລ້ວແຕ່ຄວາມສະດວກຂອງແຕ່ລະຄົນ
ແຕ່ສຳລັບເຈົ້າຂອງ Blog ເອງສິ່ງທີ່ຕ້ອງເອົາໄປເພື່ອສົມໂພດພະກໍ່ບໍ່ມີຫຍັງຫລາຍເຊັ່ນ:
1. ທຽນເຫລັ້ມໃຫຍ່
ຈະເປັນທຽນໃຫຍ່ ຫລື ນ້ອຍກໍ່ໄດ້ ແຕ່ແນະນຳເອົາທຽນໃຫຍ່ແບບທຽນພັນສາກໍ່ດີ
ເພາະຕ້ອງໃຊ້ຈູດໝົດຄືນຈົນກວ່າຈະຈົບພິທີໃນຕອນເຊົ້າມື້ໃໝ່ 
(ຢ່າລືມເອົາກັບຂີດ ຫລື ໄຟແຊັກໄປນຳເດີ້ ... ຫລື ອາດຈະຂໍຕໍ່ໄຟກັບຄົນທາງຂ້າງກໍ່ໄດ້ ອິອິ)
2. ດອກໄມ້ ແລະ ທຽນນ້ອຍ 
ສຳລັບແຕ່ງຂັນຫ້າ ແລະ ຂັນແປດ (ເອົາຈານ ຫລື ກະແຕະນ້ອຍໄປນຳເດີ້ ເພື່ອເຮັດຂັນ ອິອິ)
3. ນ້ຳຢາດ ແລະ ນ້ຳກິນ
ກຽມນ້ຳເພື່ອຢາດນ້ຳເມື່ອພະເພິ່ນເທດແຜ່ເມດຕາ ແລະ ອຸທິດບຸນສ່ວນກຸສົນ
ກຽມນ້ຳສະອາດເພື່ອດື່ມກິນໃນຊ່ວງເວລາທີ່ບວດສົມໂພດພະ ເພາະຊ່ວງທີ່ບວດຖືສິນແປດ
ເພິ່ນຫ້າມບໍ່ໃຫ້ກິນອາຫານ ຈະກິນໄດ້ພຽງແຕ່ນ້ຳເທົ່ານັ້ນ

ພິທີພຸດທາພິເສກ (ສົມໂພດພະ)
4. ໂຕະນ້ອຍ
ໃຊ້ວາງທຽນ ແລະ ຂັນຕ່າງໆ, ນອກຈາກນັ້ນ ຍັງສາມາດເອົາກະເປົ໋າໄວ້ກ້ອງໂຕະ
ເພື່ອເປັນການປະຢັດເນື້ອທີ່ ແລະ ບໍ່ເກະກະບ່ອນນັ່ງອີກດ້ວຍ
5. ສາດ ແລະ ເບາະຮອງນັ່ງ
ເພາະເຮົາອາດໄປຊ້າ ແລະ ບໍ່ໄດ້ບ່ອນນັ່ງດີືໆ ດັ່ງນັ້ນ ຈຶ່ງຈຳເປັນຕ້ອງເອົາສາດໄປນຳ
ເບາະນັ່ງກໍ່ສຳຄັນ ເພາະເຮົາຕ້ອງນັ່ງໝົດຄືນ ຖ້າມີເບາະນ້ອຍຮອງກົ້ນ ແລະ 
ຂາກໍ່ຈະເຮັດໃຫ້ນັ່ງໄດ້ດົນຂຶ້ນ ແລະ ບໍ່ປວດເມື່ອຍ
6. ຜ້າຫົ່ມ ແລະ ເສື້ອກັນໜາວ
ເນື່ອງຈາກຊ່ວງໄລຍະທີ່ເພິ່ນສົມໂພດພະມັກຈະຕົງກັບຊ່ວງໄລຍະອາກາດເຢັນ ຫລື ໜາວ
ດັ່ງນັ້ນ ກະກຽມໄປນຳກໍ່ບໍ່ເສຍຫາຍ ດີກວ່ານັ່ງໜາວ ແລ້ວບໍ່ມີສະຕິເພື່ອເຮັດສະມາທິ
7. ປື້ມສວດມົນ (ຖ້າມີ)
ຖ້າມີປຶ້ມສວດມົນກໍ່ເອົາໄປນຳ ເພາະການສວດມົນຕາມປື້ມຈະເຮັດໃຫ້ມີສະຕິຈົດຈໍ່ກັບຕົວໜັງສື
ເຮັດໃຫ້ອາການເຫງົານອນຜ່ອນຄາຍລົງ
ທີ່ກ່າວມາຂ້າງເທິງກໍ່ພຽງເລັກໜ້ອຍບໍ່ຫລາຍເລີຍເນາະ ວ່າບໍ່ ເຫະໆໆ (>_<)
ພິທີພຸດທາພິເສກ (ສົມໂພດພະ)
ບັນດາຜູ້ທີ່ມາຈອງໄວ້ກ່ອນໜ້າເລີ່ມມາກັນແລ້ວ

ພິທີພຸດທາພິເສກ (ສົມໂພດພະ)
ນີ້ຄືປ້າຍຈອງ hahaha.... ດຶງສາຍສິນມາແລ້ວມັດເປັນຈຸ້ມໄວ້ບົ່ງບອກວ່າ ເຂດນີ້ມີການຈອງແລ້ວ

ພິທີພຸດທາພິເສກ (ສົມໂພດພະ)
ເພິ່ນຜູ້ນີ້ກໍ່ກຽມເຄື່ອງມາບໍ່ໜ້ອຍໜ້າເຮົາ ຫລື ອາດຈະຫລາຍກວ່າ ຫະໆໆໆ
ບາງຄົນກໍ່ເອົາໃບໄມ້ທີ່ມີຊື່ເປັນມຸງຄຸນ ມາມັດໃສ່ສາຍສິນເໜືອຫົວຂອງໂຕເອງ
(ແຕ່ພະເພິ່ນແນະນຳວ່າບໍ່ມັດກໍ່ໄດ້ເພາະບໍ່ເກີດຜົນຫຍັງ 
ມີແຕ່ຈະເຮັດໃຫ້ສາຍສິນເຄັ່ງ ແລະ ຢ່ອນລົງເທົ່ານັ້ນ)

ພິທີພຸດທາພິເສກ (ສົມໂພດພະ)
ສຳລັບຜູ້ທີ່ຈັດແຈງສະຖານທີ່ຂອງຕົນເອງສຳເລັດແລ້ວ
ກໍ່ຈະອອກມາທີ່ໂຮງທານ ເພື່ອຮັບປະທານອາຫານ ແລະ ນ້ຳດື່ມຕ່າງໆ
ທີ່ຍາດໂຍມຜູ້ເປັນເຈົ້າສັດທານຳມາແຈກຈ່າຍ (ກິນຟຣີຕະຫລອດງານ ອິອິ)
 ຄວນກິນໃຫ້ອີ່ມຕັ້ງແຕ່ຕອນນີ້ ເພາະຫລັງຈາກບວດຂາວຮັບສິນແລ້ວ
ພະເພິ່ນຈະບໍ່ອະນຸຍາດໃຫ້ກິນອາຫານ ມີພຽງແຕ່ໃຫ້ດື່ມນ້ຳເທົ່ານັ້ນ

ພິທີພຸດທາພິເສກ (ສົມໂພດພະ)
ອາດຈະເປັນບ່ອນນັ່ງຂອງພະ ຫລື ເຈົ້າສັດທາຖະຫວາຍພະພຸດທະຮູບ

ພິທີພຸດທາພິເສກ (ສົມໂພດພະ)
ທຽນໄຊ ແລະ ຕົ້ນເງິນ

ພິທີພຸດທາພິເສກ (ສົມໂພດພະ)
ພະພຸດທະຮູບຈະຖືກຫໍ່ຜ້າໄວ້ ເມື່ອໃກ້ຈະເສັດສິ້ນພິທີພຸດທາພິເສກຈຶ່ງຈະແກ້ຜ້າອອກ

ພິທີພຸດທາພິເສກ (ສົມໂພດພະ)
ພາຍໃນວັດ ແລະ ສະຖານທີ່ໃກ້ຄຽງຈະມີການຂາຍສິ່ງຂອງສຳລັບການສົມໂພດພະ
ແລະ ວັດຖຸມຸງຄຸນຕ່າງໆ

ພິທີພຸດທາພິເສກ (ສົມໂພດພະ)
ຈະມີບ່ອນຮັບບໍລິຈາກປັດໃຈຈາກຍາດໂຍມ ເພື່ອນຳໄປຖະໜຸບຳລຸງ ຫລື ສ້າງສາວັດຕໍ່ໄປ
ບໍລິຈາກປັດໃຈໄດ້ຕາມສັດທາ ໜ້ອຍຫລາຍບໍ່ວ່າກັນ

ພິທີພຸດທາພິເສກ (ສົມໂພດພະ)
ໂຊນນີ້ດີ ໄດ້ຢູ່ກ້ອງເຕັ້ນ ພາກັນມາແຕ່ຈັກໂມງນໍ້ (^_^)

ພິທີພຸດທາພິເສກ (ສົມໂພດພະ)
ເມື່ອຕາເວັນຕົກດິນ ເວລາປະມານ 6-7 ໂມງແລງ ພະເພິ່ນກໍ່ພາເລີ່ມພິທີ
ເລີ່ມສູດ ແລະ ບວດໃຫ້ແກ່ພໍ່ຂາວ ແມ່ຂາວ ໃຫ້ຖືສິນຫ້າ ສິນແປດ ແລະ ຈູດທຽນໄຊ

ພິທີພຸດທາພິເສກ (ສົມໂພດພະ)
ບົດສູດຈະແບ່ງອອກເປັນຫລາຍຮອບ ບາງວັດກໍ່ 5 ຫລື 7 ຫລື 9 ຮອບ
ໂດຍມີພະທີ່ແບ່ງອອກເປັນແຕ່ລະຮອບ ສັບປ່ຽນໝູນວຽນກັນຂຶ້ນມາສູດສົມໂພດພະ
ຄວາມມ່ວນມັນກໍ່ບັງເກີດຕອນນີ້ແຫລະ ຫະຫະຫະ......
ທຸກຄັ້ງທີ່ຈົບບົດສວດບັນດາພໍ່ຂາວ ແມ່ຂາວທັງຫລາຍ
ຈະພາກັນເຄາະຄ້ອງ ຂັນ ໂອ ກະດິ່ງ ຫລືສິ່ງໃດກໍ່ໄດ້ທີ່ເຮັດໃຫ້ເກີດສຽງ
ເມື່ອທຸກຄົນເຄາະປະສານສຽງກັນກໍ່ເກີດສຽງດັງກ້ອງກັງວານ
ເຮັດໃຫ້ບາງຄົນທີ່ອາດເຫງົານອນຢູ່ຕ້ອງຕື່ນຈາກພະວັງແນ່ນອນ ຫະຫະຫະ.... (^0^)

ພິທີພຸດທາພິເສກ (ສົມໂພດພະ)
ຫລັງຈາກຈົບບົດສວດໃນແຕ່ລະຮອບ 
ພະຈະປ່ອຍໃຫ້ພໍ່ຂາວ ແມ່ຂາວພັກຜ່ອນຕາມອັດທະຍາໄສ ໄປຫ້ອງນ້ຳ ຢືດເສັ້ນ ຢືດເອັນ
ຫລື ບາງຄົນອາດຈະນອນລົງເພື່ອພັກຜ່ອນຢຽດຄີງກໍ່ໄດ້

ພິທີພຸດທາພິເສກ (ສົມໂພດພະ)
ແຕ່ສຳລັບໄວລຸ້ນບາງຄົນແລ້ວ ຊ່ວງພັກນີ້ຄືຊ່ວງຂອງການເຊັກເບິ່ງສັງຄົມອອນລາຍ
ແລະ ອັບເດດສະເຕຕັສ ຫະຫະຫະ

ພິທີພຸດທາພິເສກ (ສົມໂພດພະ)
ເມື່ອເວລາເລີ່ມເດິກຂຶ້ນຊ່ວງພັກຜ່ອນກໍ່ເປັນຊ່ວງຂອງການຂໍຫງີບຫລັບຈັກໜ້ອຍໜຶ່ງ ອິອິ

ພິທີພຸດທາພິເສກ (ສົມໂພດພະ)
ເລີ່ມເດຶກອາກາດກໍ່ເລີ່ມເຢັນຂຶ້ນເລື້ອຍໆ ຈົນໜາວ, ເສື້ອ ແລະ ຜ້າຫົ່ມທີ່ເອົາມາກໍ່ເລີ່ມມີປະໂຫຍດຕອນນີ້ແຫລະ ຫະຫະຫະ...

ພິທີພຸດທາພິເສກ (ສົມໂພດພະ)
ເຮົາບໍ່ມີໝວກຄືເພິ່ນ ແລະກະຢ້ານເປັນວັດ ໃຊ້ຜ້າບ່ຽງນິແຫລະໃຫ້ເປັນປະໂຫຍດ
 ພັນຫົວພັນໜ້າເລິຍອຸ່ນດີ ອິອິ (ຄືພວກອາຫຣັບທະເລຊາຍບໍ່ ອິອິ)

ພິທີພຸດທາພິເສກ (ສົມໂພດພະ)
ມານຳກັນ ກະຕ້ອງເຮັດຄືກັນ ຢ່າໃຫ້ໜ້ອຍໜ້າ ຫະຫະຫະ...

ພິທີພຸດທາພິເສກ (ສົມໂພດພະ)
ໂຕຊ່ວຍທີ່ດີໃນການນັ່ງສົມໂພດພະກໍ່ຄື ກາເຟຈອກນີ້ນິແຫລະ ຫ້າວວວວວ...

ພິທີພຸດທາພິເສກ (ສົມໂພດພະ)
5 ໂມງເຊົ້າ ເມື່ອໃກ້ຈະເສັດສິ້ນພິທີ ຊ່ວງນີ້ແຫລະເປັນຊ່ວງສຳຄັນ
ເພາະເພິ່ນຈະຕັດເກດພະພຸດທະຮູບ, ແຕ່ສຳລັບພໍ່ຂາວ ແລະ ແມ່ຂາວແລ້ວວວວ.... 
ແມ່ນເປັນຊ່ວງທີ່ຊຸນລະມຸນເພາະຕ້ອງຍາດແຍ່ງກັນຕັດສາຍສິນ ຫະຫະຫະ....
ບາງຄົນກໍ່ເອົາໄປບູຊາຕໍ່ທີ່ບ້ານຂອງຕົນເອງ ບາງຄົນກໍ່ເອົາໄປມັດແຂນຍາດຕິພີ່ນ້ອງ
ເພື່ອຄວາມເປັນສິຣິມຸງຄຸນ

ພິທີພຸດທາພິເສກ (ສົມໂພດພະ)
ໃຜລຸກກ່ອນ ແຂນຍາວ ກໍ່ຕັດໄດ້ຫລາຍເສັ້ນ
ເບິ່ງຂະເຈົ້າຍາດກັນຕັດກໍ່ມ່ວນໄປອີກແບບໜຶ່ງ (^_^)

ພິທີພຸດທາພິເສກ (ສົມໂພດພະ)
ຫລັງຈາກສວດມົນບູຊາພະຕອນເຊົ້າສຳເລັດແລ້ວ 
ກໍ່ມີການເຄາະຂັນເປັນຄັ້ງສຸດທ້າຍ ກໍ່ຖືວ່າເສັດສິ້ນພິທີ

ພິທີພຸດທາພິເສກ (ສົມໂພດພະ)
ເມື່ອສຳເລັດເສັດສິ້ນພິທີພຸດທາພິເສກແລ້ວ 
ທາງວັດຈະຕັ້ງໂຕະສຳລັບຕັກບາດ ໃຫ້ຍາດໂຍມໄດ້ໃສ່ບາດເຮັດບຸນກັນກ່ອນກັບບ້ານ
ສຳລັບເຈົ້າຂອງ blog ເອງບໍ່ໄດ້ກຽມເຄື່ອງສຳລັບມາໃສ່ບາດ
ແລະ ຕອນນັ້ນເອງກໍ່ມືນຕາບໍ່ໄຫວແລ້ວ ກໍ່ເລີຍຫອບເຄື່ອງກັບບ້ານເລີຍ ເຫະໆໆ

ເປັນຈັ່ງໃດມີໃຜນຳອ່ານຈົນຈົບຢູ່ບໍ ເຫະໆ 
ຮູບອາດຈະຫລາຍ ແລະ ຂຽນຍາວໜ້ອຍໜຶ່ງເນາະ (ຫວາາາາາ...)

ສຸດທ້າຍນີ້ຂໍອວຍພອນໃຫ້ທຸກຄົນໂຊກດີປີໃໝ່ ແລະ ປີຕໍ່ໆໄປ
ຢ່າເຈັບ ຢ່າຈົນ ຂໍໃຫ້ແຂງແຮງ ລ້ຳລວຍ ມີຄວາມສຸກຕະຫລອດໄປ ສາທຸ (^_^)


Comments

Post a Comment

Popular posts from this blog

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)