Girly Girl Hokkaido Milk Moisture Rich Body lotion (Review)

 ສະບາຍດີລະດູໜາວວວວວ.....
ປີນີ້ອາກາດໜາວຮຸນແຮງຫລາຍ ຫລາຍກວ່າທຸກໆປີ
ເຖິງຂັ້ນວ່າຢູ່ທາງແຂວງຫົວພັນຂອງປະເທດເຮົາມີຫິມະຕົກ
ແຕ່ເກີດມາກໍ່ບໍ່ເຄີຍເຫັນຫິມະຕົກຢູ່ປະເທດລາວມາກ່ອນ ຫະຫະຫະ....

ອາກາດໜາວໆແບບນີ້ ສາວໆມີວິທີຮັບມືກັບຜິວແຫ້ງແນວໃດແນ່ ?
ສຳລັບສາວໃດທີ່ຍັງຊອກຫາໂລຊັ່ນບຳລຸງຜິວດີໆໃນຍາມໜາວນີ້
ແຕ່ຍັງບໍ່ຮູ້ວ່າຈະໃຊ້ແບບໃດດີ ເຈົ້າຂອງ blog ຂໍແນະນຳ
Girly Girl Hokkaido Milk Moisture Rich Body lotion
ເປັນຕົວເລືອກໃຫ້ກັບທ່ານ
Girly Girl Hokkaido Milk Moisture Rich Body lotion


 
Girly Girl Hokkaido Milk Moisture Rich Body lotion
ເປັນໂລຊັ່ນທາໂຕ ທີ່ມີກິ່ນຫອມແບບນົມ
ເຊິ່ງນົມທີ່ວ່ານີ້ແມ່ນສ່ວນປະສົມທີ່ໄດ້ມາຈາກຮອກໄກໂດ ປະເທດຍີ່ປຸ່ນ
ຄຳອະທິບາຍຜະລິດຕະພັນບອກໄວ້ວ່າ
ເປັນໂລຊັ່ນທີ່ມອບຄວາມຊຸ່ມຊື່ນໃຫ້ກັບຜິວ 
ແລະ ບຳລຸງຜິວຢ່າງເຖິງທີ່ສຸດ ເຜີຍຜິວໃໝ່ທີ່ລຽບນຽນ ອ່ອນໄວ
ທັງຍັງຊ່ວຍໃຫ້ຜິວກະຊັບ ແລະ ກະຈ່າງໃສອີກດ້ວຍ
Girly Girl Hokkaido Milk Moisture Rich Body lotion
ບັນຈຸພັນມີຂະໜາດຂ້ອນຂ້າງໃຫຍ່ ແຕ່ໜ້າຮັກດີ (^_^)
ຂວດເປັນລາຍສີຂາວ ເທົາ ຈັບແລ້ວເຕັມໄມ້ເຕັມມືດີ
Girly Girl Hokkaido Milk Moisture Rich Body lotion
ດ້ານຫລັງຈະບອກລາຍລະອຽດຕ່າງໆຂອງຜະລິດຕະພັນ

Girly Girl Hokkaido Milk Moisture Rich Body lotion
ສ່ວນທີ່ເປັນພາສາອັງກິດ ຈະບອກເຖິງສັບພະຄຸນ ແລະ ສ່ວນປະສົມ
ສ່ວນທີ່ເປັນພາສາໄທ ຈະບອກວິທີໃຊ້, ບ່ອນຜະລິດ ແລະ ການຈັດຈຳໜ່າຍ

Girly Girl Hokkaido Milk Moisture Rich Body lotion
ປະລິມານສຸດທິ ໃຫ້ມາເຕັມທີ່ 700 ml
ສຳລັບເຈົ້າຂອງ blog ແລ້ວທາໄດ້ປະມານ 1 ເດືອນ
ເຫະໆໆ ເປັນຄົນທີ່ໃຊ້ໂລຊັ່ນເປືອງ ( >_< )
Girly Girl Hokkaido Milk Moisture Rich Body lotion
ຫົວປ້ຳໃຫຍ່ ວາງມືກົດໄດ້ແບບເຕັມທີ່ເລີຍ ຫະຫະຫະ...

Girly Girl Hokkaido Milk Moisture Rich Body lotion
ເມື່ອກົດໂລຊັ່ນອອກມາ ຈະໄດ້ກິ່ນຫອມແບບນົມໆ
ເນື້ອໂລຊັ່ນຈະເປັນສີຂາວ ເຂັ້ມຂຸ້ນຫລາຍ
Girly Girl Hokkaido Milk Moisture Rich Body lotion
ເມື່ອທາລົງທີ່ຜິວຈະເຫັນວ່າຊຶມລົງຜິວບໍ່ໄວ ແຕ່ກໍ່ບໍ່ຊ້າເກີນໄປ
ລູບໆໄປໄດ້ອາລົມຜ່ອນຄາຍດີ ເພາະກິ່ນຫອມຂອງໂລຊັ່ນ
Girly Girl Hokkaido Milk Moisture Rich Body lotion
ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:
 ຜິວນຸ້ມຊຸ່ມຊື່ນຂຶ້ນ ແຖມຫອມນຳອີກດ້ວຍ
ຜິວກະຈ່າງໃສຂຶ້ນເລັກໜ້ອຍ
ແລະ ຄິດວ່າເໝາະກັບຄົນຜິວແຫ້ງ ເພາະເນື້ອໂລຊັ່ນມີຄວາມເຂັ້ມຂຸ້ນ
ຜະລິດຕະພັນນີ້ບໍ່ມີສານປ້ອງກັນແສງແດດ
ສະນັ້ນ ກ່ອນອອກແດດຄວນຫາໂລຊັ່ນກັນແດດທາຕື່ມເນີ້

ໃຫ້ຄະແນນ 4.5/5
ເກືອບໄດ້ຄະແນນເຕັມ ອິອິ
ຂໍຫັກໜ້ອຍໜຶ່ງບ່ອນວ່າພໍໃກ້ຈະໝົດແລ້ວກົດໂລຊັ່ນອອກຍາກ
ຕ້ອງເຄາະໆກ່ອນຕະຫລອດ ແລະ ຫາຊື້ຍາກ
ແຕ່ສຳລັບເນື້ອໂລຊັ່ນຖືວ່າດີພໍສົມຄວນ ເປັນຕົວເລືອກທີ່ດີໃນຍາມໜາວແບບນີ້

Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

  1. how much i can get
    i am from Malaysia
    thank you very much

    ReplyDelete

Post a Comment

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)