ວິທີເພາະແກ່ນໝາກອະໂວຄາໂດ້

ສະບາຍດີ ຄົນທີ່ມັກກິນໝາກອະໂວຄາໂດ້ທັງຫລາຍ....
ຂອບໃຈຮູບຈາກ Google


ໝາກອະໂວຄາໂດ້ (Avocado) ດັ່ງທີ່ເຮົາທຸກຄົນຮູ້ກັນດີຢູ່ແລ້ວວ່າເປັນໝາກໄມ້ທີ່ໃຫ້ລົດຊາດແຊບມັນ ແລະ ຍັງມີຄຸນປະໂຫຍດຫລາຍຢ່າງອີກດ້ວຍ ນອກຈາກຈະໃຫ້ຄຸນປະໂຫຍດທາງດ້ານສຸຂະພາບແລ້ວ
ຍັງສາມາດນຳມາໃຊ້ປະໂຫຍດທາງດ້ານຄວາມງາມໄດ້ອີກດ້ວຍ
ເຊິ່ງລາຄາໝາກອະໂວຄາໂດ້ໃນຕະຫລາດບ້ານເຮົາກໍ່ຖືວ່າແພງພໍສົມຄວນ
ຖ້າທຽບໃສ່ລາຄາຕະຫລາດປະເທດບ້ານໃກ້ເຮືອນຄຽງ

ດັ່ງນັ້ນ ຈະເປັນການດີບໍທີ່ເຮົາຈະມາລອງເພາະແກ່ນປູກເອງ
ເພາະບໍ່ມີຫຍັງເສຍຫາຍ ແລະ ບໍ່ໄດ້ລົງທຶນຫຍັງ (ອາດຈະເສຍຄ່ານ້ຳເພີ່ມໜ້ອຍໜຶ່ງ... ເຫະໆ)
ແຕ່ບາງຄົນກໍ່ອາດຈະເວົ້າວ່າຊື້ກິນງ່າຍກວ່າ ... ອັນນີ້ເຮົາກະບໍ່ຖຽງເນາະ (^_^)  
ແຕ່ວ່າຖ້າເຮົາໄດ້ລອງປູກເອງກໍ່ອາດຈະເກີດຄວາມພູມໃຈນ້ອຍໆ
ເມື່ອໄດ້ເຫັນຍອດອ່ອນ ແລະ ຮາກທີ່ປົ່ງອອກມາຈາກແກ່ນ
ແລະ ເມື່ອເອົາຕົ້ນອ່ອນລົງດິນ ໄດ້ເຝົ້າເບິ່ງການຈະເລີນເຕີບໂຕ (ເຊິ່ງອາດຈະໃຊ້ເວລາຫລາຍປີ (-_-!) )
ຈົນໄດ້ເຫັນໝາກຂອງມັນໃນທີ່ສຸດ ຄິດເຖິງຕອນນັ້ນຄົງຈະຍິ້ມແບບພູມໃຈວ່າ ຕົ້ນນີ້ແຫລະທີ່ຂ້ອຍປູກມາຈົນໃຫຍ່ເປັນໝາກດ້ວຍຕົວເອງ ຫະຫະຫະ (^_^)

ເອົາລະບາດນີ້ ເວົ້າມາຫລາຍລະ ມາລອງເບິ່ງວີທີງ່າຍໆໃນການເພາະແກ່ນກັນເລີຍ
ສິ່ງທີ່ຕ້ອງກະກຽມ:
1. ແກ່ນໝາກອະໂວຄາໂດ້
2. ຕຸກນ້ຳດື່ມເປົ່າ
3. ໄມ້ຈິ້ມແຂ້ວ
4. ນ້ຳສະອາດ

ຂັ້ນຕອນທຳອິດ ຕັດຕຸກນ້ຳດື່ມໃຫ້ໄດ້ຄວາມສູງປະມານຄືບໜຶ່ງ ຫລື ອາດຈະຫລາຍກວ່ານັ້ນໜ້ອຍໜຶ່ງ
ແກະເອົາເປືອກສີນ້ຳຕານທີ່ຫຸ້ມແກ່ນອະໂວຄາໂດ້ອອກ ເນື່ອງຈາກຖ້າບໍ່ແກະຈະເຮັດໃຫ້ຮາກ ແລະ ຍອດອ່ອນປົ່ງອອກມາຊ້າ
ຕໍ່ມາເອົາໄມ້ຈິ້ມແຂ້ວມາສຽບໃສ່ແກ່ນຂອງອະໂວຄາໂດ້ ອາດຈະສຽບເປັນ 3 ຈຸດ ຫລື  4 ຈຸດກໍ່ໄດ້
ໃຫ້ສັງເກດເບິ່ງແກ່ນວ່າເບື້ອງທີ່ແຫລມແມ່ນຍອດຈະປົ່ງອອກມາທາງນັ້ນ
ສ່ວນເບື້ອງທີ່ຈຸດສີນ້ຳຕານ ຫລື ຫລຸບລົງໄປແມ່ນທາງທີ່ຮາກຈະປົ່ງອອກມາ
ຫລັງຈາກນັ້ນເອົາແກ່ນທີ່ສຽບໄມ້ຈິ້ມແຂ້ວແລ້ວມາວາງໄວ້ເທິງປາກກະຕຸກທີ່ເຮົາຕັດໄວ້ກ່ອນໜ້າ
ແລ້ວເທນ້ຳໃສ່ກະຕຸກໃຫ້ພໍທ້ວມກົ້ນແກ່ນອະໂວຄາໂດ້
(ເບິ່ງຕາມຮູບເລີຍເນີ້)
ຄວນວາງແກ່ນທີ່ເຮົາເພາະໄວ້ບ່ອນທີ່ອາກາດຖ່າຍເທ ແລະ ບໍ່ຖືກແສງແດດໂດຍກົງ
ຫລັງຈາກນັ້ນກໍ່ລໍຖ້າໄປປະມານ 1 ຫາ 2 ເດືອນ ຈຶ່ງຈະເຫັນຍອດອ່ອນ ແລະ ຮາກພົ້ນແກ່ນອອກມາ
ແຕ່ໃຫ້ພະຍາຍາມປ່ຽນຖ່າຍນ້ຳໃນກະຕຸກດ້ວຍ 3 ມື້ປ່ຽນຄັ້ງໜຶ່ງ ຫລື 1 ອາທິດປ່ຽນຄັ້ງໜຶ່ງກໍ່ໄດ້
ຕ້ອງໝັ່ນສັ່ງເກດເບິ່ງລະດັບນ້ຳໃນກະຕຸກ ລະດັບນ້ຳຕ້ອງຖ້ວມກົ້ນແກ່ນຢູ່ສະເໝີ

ຮູບນີ້ແມ່ນເລີ່ມເພາະແກ່ນແຕ່ກາງເດືອນກໍລະກົດ ໃນທີ່ສຸດຍອດກໍ່ພົ້ນແກ່ນອອກມາແລ້ວ
 



ຮູບນີ້ປະມານຕົ້ນເດືອນຕຸລາ ຕົ້ນສູງຂຶ້ນມາຫລາຍແລ້ວ

ມີຂໍ້ສັງເກດຢູ່ບ່ອນວ່າ:
- ຖ້າເພາະແກ່ນຢູ່ບ່ອນຮົ່ມທີ່ແສງແດດສ່ອງບໍ່ເຖິງ ລຳຕົ້ນທີ່ປົ່ງອອກມາຈາກແກ່ນຈະສູງ
ແຕ່ວ່າໃບຈະໜ້ອຍ

- ຖ້າເພາະແກ່ນຢູ່ບ່ອນຮົ່ມແຕ່ແສງແດດສ່ອງເຖິງ ລຳຕົ້ນທີ່ປົ່ງອອກມາຈາກແກ່ນຈະສັ້ນ
ແຕ່ວ່າໃບຈະໃຫຍ່

ໃນທີ່ສຸດກໍ່ກຽມພ້ອມລົງດິນແລ້ວ.... ເຢ້ ເຢ້ ເຢ້

ລໍຖ້າໄປອີກຫລາຍປີຈຶ່ງຈະໄດ້ກິນນ້ຳພັກນ້ຳແຮງຂອງເຮົາ... ເອ່ະ ຫລືອາດຈະບໍ່ໄດ້ກິນ ເຫະໆໆ
ຈັ່ງໃດກະຂໍໃຫ້ເຕີບໃຫຍ່ຢ່າງແຂງແຮງເດີ້ ສູ້ໆ

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua Plus series Soothing purifying toner (Review)

Nivea Extra White Firming Body Serum SPF50 UVA1/UVA2/UVB (Review)