Review Aqua Plus Series Purifying Cleansing Water

ສະບາຍດີ ມື້ນີ້ຈະມາ Review Aqua Plus Series Purifying Cleansing Water ເຊິ່ງເປັນ Cleansing Water ຂອງແບຣນ Aqua Plus Series



ການຣີວິວນີ້ເປັນພຽງຄວາມເຫັນສ່ວນບຸກຄົນເທົ່ານັ້ນ

ກ່ອນອື່ນຂໍບອກເຖິງສະພາບຜິວຂອງເຈົ້າຂອງ Blog ກ່ອນວ່າ
1. ເປັນຄົນຮູ​ຂຸມ​ຂົນ​ກວ້າງ
2. ຜິວຂ້ອນຂ້າງມັນ ເຖິງ ມັນ​ທີ່ສຸດ
3. ຜິວ 2 ສີ ຂາວເຫລືອງ  (ແຕ່ອອກໄປທາງເຫລືອງຫລາຍກວ່າ) 
4. ເປັນສິວງ່າຍ

ຖ້າຜູ້ໃດກຳລັງຊອກຫາຜະລິດຕະພັນສຳລັບເຊັດລ້າງເຄື່ອງສຳອາງ
Aqua Plus Series Purifying Cleansing Water ກໍ່ເປັນອີກໂຕໜຶ່ງທີ່ໜ້າສົນໃຈ
ຕໍ່ໄປເຮົາຈະເລີ່ມການຣີວິວກັນເລີຍ

ນີ້ຄືຫນ້າຕາຂອງຜະລິດຕະພັນທີ່ຈະຣີວິວໃນມື້ນີ້ 
ຜະລິດຕະພັນຈະມີຂະຫນາດດຽວຄື 150 ml 
 ກ່ອງເປັນສີຟ້າອ່ອນ, ສ່ວນໂຕຂວດຈະເປັນສີຂາວ
ຜະລິດຕະພັນນີ້ເໝາະກັບຄົນຜິວມັນ ແລະ ເປັນສິວງ່າຍ
ບໍ່ປະສົມນ້ຳມັນ ແລະ Alcohol

ຂວດເປັນສີຂາວທຶບເຮັດໃຫ້ຜະລິດຕະພັນມີຄວາມສະຖຽນ


ເມື່ອຈະໃຊ້ໃຫ້ກົດຝາລົງດັ່ງຮູບ

ຈະເຫັນວ່າໂຕຜະລິດຕະພັນຈະເປັນນ້ຳໃສໆ ແຕ່ກໍ່ມີຄວາມເຂັ້ມຂຸ້ນກວ່ານ້ຳ

ມາທົດລອງເບິ່ງຄວາມສາມາດຂອງຜະລິດຕະພັນກັນເລີຍ

ຫລັງຈາກເທຜະລິດຕະພັນໃສ່ສຳລີແລ້ວ ເອົາແປະໄວ້ປະມານ 10-15 ວິນາທີ ແລ້ວເຊັດ
ເຊັດຄັ້ງທີ  1 ຈະເຫັນວ່າຜະລິດຕະພັນທີ່ບໍ່ກັນນ້ຳລຶບອອກຫມົດ

ເຊັດຄັ້ງທີ 2 ຍັງເຫລືອ ມາສຄາລ່າຂອງ Maybelline ເທົ່ານັ້ນ
(Maybelline ຂອງເຂົາດີແທ້ໆ ຫຸຫຸ)
 

ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:
ເປັນຜະລິດຕະພັນທີ່ດີອີກໂຕໜຶ່ງ (ແຕ່ລາຄາຄ່ອນຂ້າງແພງ)
ຫລັງເຊັດຫນ້າຮູ້ສືກວ່າຫນ້າຈະນຸ້ມ ແລະ ຊຸ່ມຊື່ນ, ບໍ່ຖິ້ມຄວາມໜຽວ ແລະ ມັນ
ເຊັດ BB, ແປ້ງ ແລະ Make up ຖືວ່າເຮັດໄດ້ດີ 
ແຕ່ສຳລັບມາສຄາລ່າລຸ້ນທີ່ກັນນ້ຳດີໆບາງໂຕຍັງບໍ່ສາມາດຈະເຊັດອອກໄດ້ງ່າຍ
(ເພາະເຊັດແຮງອາດເຮັດໃຫ້ຫນັງຕາແຫ່ວໄດ້ ຄວນໃຊ້ຜະລິດຕະພັນສຳລັບສະເພາະເຊັດຕາດີກວ່າ)
ຖືວ່າໃຫ້ຜົນລັບເປັນທີ່ຫນ້າພໍໃຈ

ໃຫ້ຄະແນນ 4/5

ຣີວິວນີ້ເປັນພຽງຄວາມຄິດເຫັນຂອງເຈົ້າຂອງ Blog ເທົ່ານັ້ນ ດັ່ງທີ່ໄດ້ກ່າວໄວ້ຂ້າງຕົ້ນແລ້ວ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)