Review L'Oreal Paris White Perfect Whitening & Moisturizing Toner

ສະບາຍດີ ມື້ນີ້ຈະມາ Review L'Oreal Paris White Perfect Whitening & Moisturizing Toner ເຊິ່ງເປັນ Toner ອີກໂຕໜຶ່ງຂອງແບຣນ L'Oreal

ການຣີວິວນີ້ເປັນພຽງຄວາມເຫັນສ່ວນບຸກຄົນເທົ່ານັ້ນ

ກ່ອນອື່ນຂໍບອກເຖິງສະພາບຜິວຂອງເຈົ້າຂອງ blog ກ່ອນວ່າ
1. ເປັນຄົນຮູ​ຂຸມ​ຂົນ​ກວ້າງ (ທີ່ສຳຄັນມີຫນວດ 555 ...ແຕ່ຢ່າ​ແປກໃຈ​ເຈົ້າຂອງ blog ເປັນຜູ້ຍິງ​ເດີ້ 😊)
2. ຜິວຂ້ອນຂ້າງມັນ ເຖິງ ມັນ​ທີ່ສຸດ (ຍາມຮ້ອນຈືນໄຂ່ໄດ້ເລີຍ ... ຫຸຫຸ 😄)
3. ຜິວ 2 ສີ ຂາວເຫລືອງ  (ແຕ່ອອກໄປທາງເຫລືອງຫລາຍກວ່າ) 
4. ເປັນສິວງ່າຍ

ນີ້ຄືຫນ້າຕາຂອງຜະລິດຕະພັນທີ່ຈະຣີວິວໃນມື້ນີ້

 ຄຸນນະສົມບັດ, ວິທີໃຊ້ ແລະ ສ່ວນປະສົມຕ່າງໆຂອງຜະລິດຕະພັນ


ຄຳເຄລມຂອງຜະລິດຕະພັນບອກວ່າ 
ເປັນໂທນເນີ້ເພື່ອປັບສະພາບຜິວເພື່ອຜິວໜ້າກະຈ່າງໃສ
  • ລ້ຳໜ້າດ້ວຍສານ PRO-EXFOLIATINE ຊ່ວຍປັບຜິວຊັ້ນນອກທີ່ບໍ່ສະໝ່ຳສະເໝີໃຫ້ລຽບນຽນ ກະຈ່າງໃສຢ່າງຕໍ່ເນື່ອງ
  • ອຸດົມດ້ວຍຄຸນຄ່າຂອງ  Vitamin C ແລະ Melanin-Block ທີ່ມີສ່ວນຊ່ວຍໃນການຫລຸດຜ່ອນຜິວໝອງ

 ແຕ່ວ່າ....
ຜະລິດຕະພັນນີ້ມີສ່ວນປະສົມຂອງ Alcohol ເຊິ່ງມາໃນລຳດັບຕົ້ນໆເລີຍ, ມີສານ Paraben ເຊິ່ງອາດເຮັດໃຫ້ຜິວລະຄາຍເຄືອງ
ແລະ ມີສ່ວນປະສົມຂອງນ້ຳຫອມ ໃຜທີ່ແພ້ນ້ຳຫອມ ຫລື ຜິວແພ້ງ່າຍຄວາມຫລີກລ່ຽງ

ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:
ບໍ່ຄ່ອຍແຕກຕ່າງຫຍັງກັບຜະລິດຕະພັນທີ່ເປັນ Toner ຂອງແບຣນອື່ນ 
ຫລັງເຊັດຫນ້າຮູ້ສືກວ່າຫນ້າຈະຂ້ອນຂ້າງຫນຽວຫນ້ອຍຫນຶ່ງ
ແລະ ເມື່ອໃຊ້ຈົນໝົດຂວດແລ້ວກໍ່ບໍ່ເຫັນເຖິງຄວາມຂາວໃສ ແລະ ຈຸດດ່າງດຳກໍ່ບໍ່ເຫັນຈາງລົງ
ດັ່ງທີ່ຕົວຜະລິດຕະພັນໄດ້ກ່າວໄວ້ເທິງຂວດ

ໃຫ້ຄະແນນ 3/5
ເນື່ອງຈາກມີສານ Paraben ອາດຈະກໍ່ໃຫ້ເກີດການລະຄາຍເຄືອງຜິວ
ແລະ  Alcohol ເຊິ່ງຖ້າໃຊ້ເປັນເວລາດົນນານຈະເຮັດໃຫ້ຮູຂຸມຂົນກວ້າງຂຶ້ນ

ຈົບແລ້ວສຳລັບການ Review (^_^)

ຣີວິວນີ້ເປັນພຽງຄວາມຄິດເຫັນຂອງເຈົ້າຂອງ Blog ເທົ່ານັ້ນ ດັ່ງທີ່ໄດ້ກ່າວໄວ້ຂ້າງຕົ້ນແລ້ວ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua Plus series Soothing purifying toner (Review)

Nivea Extra White Firming Body Serum SPF50 UVA1/UVA2/UVB (Review)