Chifure Moisture Gel 6 in 1 (Review)

ສະບາຍດີລະດູຝົນ ສະບາຍດີຄົນເຫງົາ ແລະ ສະບາຍດີສາວໆທຸກຄົນ ອຶອຶ
ມື້ນີ້ເຮົາມາພົບກັນອີກແລ້ວ ແລະ ແນ່ນອນມື້ນີ້ນ້ອຍມີຜະລິດຕະພັນໃໝ່ມາຣີວິວອີກເຊັ່ນເຄີຍ
ເຊິ່ງຜະລິດຕະພັນທີ່ນ້ອຍເອົາມາຣີວິວໃນມື້ນີ້ເປັນແບຣນ ທີ່ມີຊື່ສຽງຈາກປະເທດຍີ່ປຸ່ນ
ເປັນ Skin Care ທີ່ໃຫ້ການບຳລຸງຜິວເຖິງ 6 ຂັ້ນຕອນໃນການທາພຽງຄັ້ງດຽວ
ເລີ່ມສົນໃຈແລ້ວແມ່ນບໍ່...? ເອົາເປັນວ່າເຮົາມາທຳຄວາມຮູ້ຈັກໄປພ້ອມໆກັນເລີຍ !!!

ແລະນີ້ຄືໜ້າຕາຂອງຜະລິດຕະພັນທີ່ເຮົາເວົ້າເຖິງ

 Chifure Moisture Gel 6 in 1

Chifure Moisture Gel 6 in 1

Product Information

ແບຣນ Chifure ຕາມຂໍ້ມູນບອກວ່າເປັນແບຣນເຄື່ອງສຳອາງທີ່ຂາຍດີທີສຸດໃນປະເທດຍີ່ປຸ່ນ
ເປັນແບຣນທີ່ເໝາະກັບສາວໆທຸກສະພາບຜິວ ເພາະສ່ວນປະສົມຕ່າງໆອ່ອນໂຍນ ແລະ ປອດໄພ
ແລະ ເປັນແບຣນທຳອິດທີ່ເປີດເຜີຍທຸກໆສ່ວນປະສົມໃຫ້ເຮົາຮູ້ໂດຍລະອຽດ
ແລະ ບໍ່ທົດລອງໃນສັດ

Chifure Moisture Gel 6 in 1

Product Claim

Chifure Moisture Gel 6 in 1 ເປັນເຈວແບບ All in one
ບຳລຸງຜິວຢ່າງລ້ຳເລິກ ແລະ ຕື່ມນ້ຳໃຫ້ກັບຜິວແບບອ່ອນໂຍນ
ບໍ່ມີສ່ວນປະສົມຂອງສານພາຣາເບນ, ບໍ່ມີສີ, ບໍ່ມີນ້ຳຫອມ, ບໍ່ມີກິ່ນ ແລະ ບໍ່ມີແອລກໍຮໍ
ເປັນເຈວທີ່ໃຫ້ການບຳລຸງເຖິງ 6 ຂັ້ນຕອນຄື
Toner / Serum / Essence / Milky Lotion / Cream Mask / Make Up Base
ເຊິ່ງຊ່ວຍໃຫ້ປະຢັດເວລາໃນການບຳລຸງຜິວກ່ອນການ Make Up
ຫລື ຖ້າໃຊ້ກ່ອນນອນສາມາດທາພຽງຜະລິດຕະພັນນີ້ແລ້ວນອນໄດ້ເລີຍ
  ຜະລິດຕະພັນນີ້ມີ Hyaluronic Acid ເປັນສ່ວນປະສົມຫລັກ

Chifure Moisture Gel 6 in 1

Product Ingredients

ສ່ວນປະສົມຈະບອກແບບລະອຽດຫລາຍ ບອກເປັນເປີເຊັນກັນເລີຍ
ເຊິ່ງນ້ອຍຍັງບໍ່ເຫັນແບຣນໃດທີ່ບອກສ່ວນປະສົມເປັນເປີເຊັນຂະໜາດນີ້
ແຕ່ວ່າເປັນພາສາຍີ່ປຸ່ນ 555
ໃຜອ່ານພາສາຍີ່ປຸ່ນອອກລະບອກກັນແນ່ເດີ້ວ່າມີສ່ວນປະສົມຫຍັງແນ່ (^_^)

Chifure Moisture Gel 6 in 1

Packaging

ບັນຈຸພັນເປັນກະປຸກພາສຕິກສີຂາວ ແລະມີສີມ້ວງເລັກນ້ອຍ
ຝາເປັນແບບກຽວໝູນ
ເມື່ອເປີດຝາອອກມາຈະເຫັນແຜ່ນຢາງໃສປົກເທິງຂອບປາກກະປຸກ
ເພື່ອກັນບໍ່ໃຫ້ເນື້ອຂອງຜະລິດຕະພັນໄຫລເປື້ອນຝາ
ປະລິມານໃນກະປຸກນີ້ແມ່ນ 108 g

Chifure Moisture Gel 6 in 1

Chifure Moisture Gel 6 in 1

Product

 ເນື້ອຜະລິດຕະພັນເປັນເຈວສີຂາວ ມີຄວາມເຂັ້ນຂຸ້ນໃນລະດັບໜຶ່ງ
ເມື່ອທາລົງຜິວຈະຮູ້ສຶກມື່ນໆ ແຖມຍັງບໍ່ມີກິ່ນໃຫ້ລົບກວນໃຈ
ແຕ່ຜະລິດຕະພັນທີ່ເປັນກະປຸກແບບນີ້ຕ້ອງຮັກສາຄວາມສະອາດເປັນພິເສດ
ຄວນຫລີກລ້ຽງການເອົາມືສຳຜັດກັບເນື້ອຜະລິດຕະພັນໂດຍກົງ
ເພາະມືເຮົາອາດບໍ່ສະອາດພໍ ຄວນຊອກບ່ວງນ້ອຍສຳລັບຕັກຈະດີກວ່າ

Chifure Moisture Gel 6 in 1

Chifure Moisture Gel 6 in 1

Feeling after use

ຄວາມຮູ້ສຶກຫລັງໃຊ້ຈະຮູ້ສຶກວ່າຜິວນຸ້ມຂຶ້ນ ຊຸ່ມຊື່ນ ແລະ ໜ້າຈະເງົາຂຶ້ນເລັກນ້ອຍ
ຕອນເຊົ້າຫລັງຈາກລ້າງໜ້າ ນ້ອຍຈະທາບາງໆ ຈາກນັ້ນຕໍ່ດ້ວຍກັນແດດແລ້ວອອກບ້ານເລີຍ 555
ຕອນແລງຈະທາໜາຂຶ້ນແນ່ ທາໂຕດຽວນີ້ແລ້ວນອນເລີຍ ຕື່ນມາໜ້າຈະສົດໃສອີ່ມນ້ຳ ແຖມໜ້າຍັງນຸ້ມອີກດ້ວຍ

Chifure Moisture Gel 6 in 1 ເປັນອີກຜະລິດຕະພັນໜຶ່ງທີ່ຕອບໂຈດຄົນຂີ້ຄ້ານບຳລຸງຜິວຫລາຍຂັ້ນຕອນຄືນ້ອຍ (^_^)
ສາວໆຜູ້ໃດນິໃສຄືກັນຄວນມີໄວ້ຄອບຄອງ 555

Chifure Moisture Gel 6 in 1

ໃຫ້ຄະແນນ 4.5/5

ຂໍຫັກຄະແນນໜ້ອຍໜຶ່ງທີ່ບັນຈຸພັນທີ່ເປັນກະປຸກແບບນີ້
ເພາະເມື່ອເຮົາເປີດໃຊ້ແຕ່ລະຄັ້ງເຮັດໃຫ້ເນື້ອຂອງຜະລິດຕະພັນສຳຜັດກັບອາກາດ
ແລະ ຖ້າບໍ່ມີໄມ້ຕັກເນື້ອຜະລິດຕະພັນຂຶ້ນມາກໍ່ຕ້ອງໃຊ້ມືຈົກແທນ
ເຊິ່ງອາດເຮັດໃຫ້ເນື້ອຂອງຜະລິດຕະພັນເປື້ອນ ແຖມຍັງຕິດເລັບນຳອີກດ້ວຍ

ແຕ່ໂດຍລວມແລ້ວນ້ອຍວ່າເປັນຜະລິດທີ່ດີອີກໂຕໜຶ່ງທີ່ໜ້າສົນໃຈ
ແລະ ຄວນມີໄວ້ຍາມສຸກເສີນ ເພາະຄຸນສົມບັດທີ່ລວມການບຳລຸງຜິວ 6 ຢ່າງໃນ 1 ດຽວ
ເຮັດໃຫ້ເຮົາສາມາດປະຢັດເວລາຂຶ້ນໃນມື້ທີ່ເຮົາຕ້ອງຮີບອອກຈາກບ້ານ
ຫລື ໃນມື້ທີ່ຢູ່ບ້ານສະບາຍໆກໍ່ບໍ່ຕ້ອງບຳລຸງຫຍັງຫລາຍຂັ້ນຕອນ 
ງາມ ຄົບ ຈົບ ໃນ 1 ດຽວ 555

Chifure Moisture Gel 6 in 1
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)