ETUDE HOUSE ... I Need You Mask Sheet (Review)


ສະບາຍດີ ຫ່າງຫາຍກັນໄປດົນເລີຍກັບການຣີວິວ Mask Sheet
ດັ່ງນັ້ນ ມື້ນີ້ມີໂອກາດດີນ້ອຍເລີຍຈະມາຣີວິວແຜ່ນ Mask ທີ່ໃຜຫລາຍຄົນກໍ່ຄົງຮູ້ຈັກກັບແບຣນນີ້
 ແລະ ອາດຈະເຄີຍໃຊ້ມາກ່ອນແລ້ວກໍ່ເປັນໄດ້
ສະນັ້ນ ນ້ອຍຈະຂໍແບ່ງປັນປະສົບການທີ່ນ້ອຍໄດ້ໃຊ້ຜ່ານມາກໍ່ແລ້ວກັນ

ແບຣນເກົ່າເຈົ້າເດີມກັບ ETUDE HOUSE
ແລະ ມື້ນີ້ແຜ່ນມາສກທີ່ຈະມາຣີວິວເປັນລຸ້ນທີ່ຊື່ວ່າ
I Need You
(ແມ໊ະ...!! ໃຜນໍ້ຊ່າງຄິດຄືມາໂຣແມນຕິກແທະ 555)
ແລະ ສູດທີ່ນ້ອຍຈະນຳມາຣີວິວມື້ນີ້ແມ່ນສູດ Pomegranate ແລະ ສູດ Aloe

ETUDE HOUSE ... I Need You Mask Sheet

ກ່ອນອື່ນເຮົາມາເບິ່ງພາບລວມຂອງແຜ່ນ  Mask ລຸ້ນນີ້ກັນກ່ອນດີກວ່າ

ທຳອິດເມື່ອເອົາແຜ່ນ Mask ອອກມາຈາກຊອງຈະເຫັນເລີຍວ່າແຜ່ນ Mask ມີຄວາມຊຸ່ມຊື່ນຫລາຍ

ETUDE HOUSE ... I Need You Mask Sheet

ເມື່ອເຮົາແຜ່ແຜ່ນ Mask ອອກຈາກກັນຈະເຫັນວ່າແຜ່ນ Mask ບາງຫລາຍ
ບາງຈົນເຫັນມືເລີຍ

ETUDE HOUSE ... I Need You Mask Sheet

ຊູມເຂົ້າໄປໃກ້ໆ ໃຫ້ເຫັນເນື້ອຂອງແຜ່ນ Mask ຕອນທີ່ຍັງຊຸ່ມດ້ວຍນ້ຳ

ETUDE HOUSE ... I Need You Mask Sheet

 ນ້ຳ Mask ຈະເປັນສີໃສໆ ປະລິມານນ້ຳ Mask ທີ່ເຫລືອໃນຊອງບໍ່ຫລາຍປານໃດ
ເຫລືອທາໄດ້ພຽງແຕ່ຄໍ ແລະ ແຂນໜ້ອຍດຽວເທົ່ານັ້ນ

ETUDE HOUSE ... I Need You Mask Sheet

ເມື່ອເອົາວາງໃສ່ໜ້າຈະເຫັນວ່າແຜ່ນ Mask ກະຊັບເຂົ້າກັບຮູບໜ້າ (ໃຫຍ່ໆ) ຂອງນ້ອຍໄດ້ດີ
ແຖມຍັງນຸ້ມໜ້າ ສະບາຍຜິວຫລາຍ

ETUDE HOUSE ... I Need You Mask Sheet

 ແຜ່ນ Mask ສ່ວນທີ່ເກີນໜ້າອອກໄປນ້ອຍມັກຈະພັບເຂົ້າມາໃຫ້ກະຊັບໜ້າຂຶ້ນຕື່ມ

ETUDE HOUSE ... I Need You Mask Sheet

ເສັ້ນໃຍການທັກທໍຂອງແຜ່ນ Mask ຕອນແຫ້ງ

ETUDE HOUSE ... I Need You Mask Sheet

ນີ້ຄືຮູບຊົງຂອງແຜ່ນ Mask ຂອງ ETUDE HOUSE ລຸ້ນ  I Need You

ETUDE HOUSE ... I Need You Mask Sheet

ຕໍ່ໄປມາເບິ່ງນຳກັນເລີຍວ່າສູດທີ່ນ້ອຍເລືອກມາໃຊ້ນັ້ນ ໃຫ້ການບຳລຸງຜິວດ້ານໃດແນ່

 ເລີ່ມທີ່
 ETUDE HOUSE I Need You, Pomegranate Mask Sheet

ETUDE HOUSE ... I Need You Mask Sheet

ສັບພະຄຸນບອກວ່າ  ໝາກພິລາ ໝາກໄມ້ຍອດນິຍົມຂອງຄົນເກົາຫລີ
ຊ່ວຍໃນການຕໍ່ຕ້ານອະນຸມູນອິດສະຫລະ ບົວລະບັດຜິວໜ້າ
ຊ່ວຍຫລຸດຮອຍຫ່ຽວ ແລະ ຄວາມໝອງຂອງໃບໜ້າ
ເຮັດໃຫ້ຜິວຊຸ່ມຊື່ນ ແລະ ຍັງກະຊັບຮູຂຸມຂົນນຳອີກດ້ວຍ

ETUDE HOUSE ... I Need You Mask Sheet

 ສ່ວນປະສົມຂອງສູດ Pomegranate Mask Sheet

ETUDE HOUSE ... I Need You Mask Sheet

ສູດນີ້ຈະມີກິ່ນຫອມອ່ອນໆ ເພາະມີນ້ຳຫອມປະສົມຢູ່
ແຕ່ນ້ອຍກໍ່ບໍ່ໝັ້ນໃຈວ່າແມ່ນກິ່ນຂອງໝາກພິລາບໍ່ 555 ເອົາເປັນວ່າກິ່ນນ້ຳຫອມບໍ່ແຮງ
ແຕ່ສາວຄົນໃດທີ່ແພ້ນ້ຳຫອມ ແລະ ແອລກໍຮໍ ຄວນທົດສອບອາການແພ້ກ່ອນການນຳໃຊ້ເນີ້
ຕອນ Mask ໜ້າຮູ້ສຶກວ່າເຢັນຜິວດີ ແຕ່ຖ້າຕ້ອງການຄວາມສົດຊື່ນເຖີງຂີດສຸດ
ຄວນເອົາໄປແຊ່ຕູ້ເຢັນກ່ອນປະມານ 20-30 ນາທີ
ຮັບຮອງວ່າເວລາເອົາມາແປະໜ້ານິເຢັນສະບາຍເຖິງໃຈແນ່ນອນ 555
 ດ້ານລຸ່ມນີ້ຈະເປັນຜົນສະຫລຸບຫຍໍ້ໆຫລັງການໃຊ້ຂອງນ້ອຍ

ມາຕໍ່ກັນເລີຍກັບ

 ETUDE HOUSE I Need You, Aloe Mask Sheet

ETUDE HOUSE ... I Need You Mask Sheet

ສັບພະຄຸນບອກວ່າ ສູດວ້ານຫາງແຂ້ ສາມາດຮັກສາຜິວຈາກຮອຍດຳຂອງສິວ
ຊ່ວຍຫລຸດປັນຫາຜິວທີ່ເກີດຈາກແສງແດດ ຟື້ນຟູສະພາບຜິວພ້ອມຄືນຄວາມສົດຊື່ນ
ແລະ ຕື່ມນ້ຳໃຫ້ຜິວ ເໝາະກັບຜູ້ທີ່ມີປັນຫາຜິວແຫ້ງດ້ານ ຜິວທີ່ຖືກແສງແດດທຳຮ້າຍ

ETUDE HOUSE ... I Need You Mask Sheet

 ສ່ວນປະສົມຂອງສູດ Aloe Mask Sheet

ETUDE HOUSE ... I Need You Mask Sheet

ສູດນີ້ຈະມີກິ່ນຫອມອ່ອນໆ ແຕ່ເປັນກິ່ນທີ່ສົດຊື່ນ
ຮູ້ສຶກວ່ານ້ຳ Mask ຂອງສູດນີ້ຈະເຂັ້ມຂຸ້ນກວ່າສູດໝາກພິລາ
ຕອນ Mask ໜ້າກໍ່ເຢັນສະບາຍຜິວດີ
ສູດນີ້ສຳລັບນ້ອຍຄິດວ່າຈະເນັ້ນໃຫ້ຄວາມຊຸ່ມຊື່ນກັບຜິວເປັນພິເສດ
ສາວຜິວແຫ້ງຄວນມີໄວ້ໃນຄອບຄອງຄິດວ່າໜ້າຈະບໍ່ຜິດຫວັງ
ສຳລັບສາວຜິວມັນກໍ່ໃຊ້ໄດ້ ເພາະນ້ອຍກໍ່ຜິວມັນ ຫລັງໃຊ້ກໍ່ບໍ່ເຮັດໃຫ້ໜ້າມັນເພີ່ມແຕ່ຢ່າງໃດ


ຈົບແລ້ວກັບການຣີວິວແຜ່ນ Mask ຂອງ ETUDE HOUSE ລຸ້ນ I Need You Mask Sheet
ໄວ້ໂອກາດໜ້າມີໂອກາດລອງສູດອື່ນຈະມາອັບເດດໃຫ້ຕື່ມເນີ້ ບ໊າຍ...ບ໋າຍຍຍຍຍ
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)