Vaseline Intensive Care Aloe Soothe (Review)

ສະບາຍດີສາວໆ ຕອນຝົນຕົກ
ເວົ້າເລື້ອງຝົນ ກະຕົກໄດ້ຕົກດີ ຕົກມື້ໜຶ່ງກະຫລາຍເທື່ອອີ່ຫລີ
ຕົກຈົນຊັກເຄື່ອງມາ 3 ມື້ແລ້ວຍັງບໍ່ແຫ້ງ ຂະໜາດວ່າຕາກໄວ້ຢູ່ບ່ອນຮົ່ມໃດ໋ນິ ຫື້ມມມມ!!

ຈະວ່າໄປແລ້ວມັນກະຍາມຝົນເນາະຕອນນິ ກະຈັກຊິຈົ່ມເຮັດຫຍັງ 5555
ອັນທີ່ຈົົ່ມມາກ່ອນໜ້ານັ້ນກະບໍ່ເຂົ້າກັບຫົວຂໍ້ຂອງ Blog ນີ້ເລີຍ ເຫະໆໆ..!!
ກະບໍ່ມີຫຍັງດອກ...ພຽງແຕ່ຢາກລະບາຍເທົ່ານັ້ນເອງ
ຫວັງວ່າສາວໆຄົງຈະບໍ່ລຳຄານກັນເນາະ ອິອິ
ເອົາລະບາດນິເຮົາມາເຂົ້າເລື້ອງທີ່ກ່ຽວກັບຫົວຂໍ້ໃນມື້ນີ້ກັນດີກວ່າ

ເຫັນຫົວຂໍ້ Blog ນີ້ສາວໆກໍ່ຄົງຈະຮູ້ກັນແລ້ວວ່າ ມື້ນີ້ນ້ອຍຈະມາຣີວິວຫຍັງແມ່ນບໍ່
ແມ່ນແລ້ວ ນັ້ນກໍ່ຄື

Vaseline Intensive Care Aloe Soothe

Vaseline Intensive Care Aloe Soothe

Product Claim

ເພິ່ນບອກວ່າຜິວທີ່ສຸຂະພາບດີເລີ່ມຕົ້ນຈາກການຟື້ນບຳລຸງທີ່ໃຫ້ຄວາມຊຸ່ມຊື່ນຢ່າງລ້ຳເລິກ
ຈຸດເລີ່ມຕົ້ນຂອງ Vaseline ມາຈາກ Vaseline ເຈວລີ່ ທີ່ຄິດຄົ້ນ ແລະ ພັດທະນາ
ເພື່ອຄວາມສົມບູນແບບຕະຫລອດເວລາກວ່າ 140 ປີ
ແລະ Lotion Care Aloe Soothe ໄດ້ປະສານໄມໂຄຣ-ດຣອບເລັດ
ຂອງ Vaseline ເຈວລີ່ ຊ່ວຍຟື້ນບຳລຸງຜິວແຫ້ງເສຍຢ່າງລ້ຳເລິກໃຫ້ຜິວຊຸ່ມຊື່ນຍາວນານ

Aloe Soothe
- ດູແລຜິວທີ່ແຫ້ງດ້ານ
- ຊ່ວຍໃຫ້ຜິວຊຸ່ມຊື່ນຍາວນານ
- ຊຶມໄວ ບໍ່ໜຽວໂຕ

Vaseline Intensive Care Aloe Soothe

Packaging

ບັນຈຸພັນຈະເປັນ Plastic ທຶບແສງສີຂຽວ ມີຫລາຍຂະຫນາດ ແລະ ຫລາຍປະລິມານຕ່າງກັນ
ແຕ່ວ່າບັນຈຸພັນຈະເປັນສີຂຽວຄືກັນໝົດ (ສຳລັບລຸ້ນ Intensive Care Aloe Soothe)
ແລະ ສຳລັບໂຕທີ່ນ້ອຍຊື້ມານີ້ປະລິມານແມ່ນ 400 ml 
ເປັນແບບຂວດກົດປ້ຳ

Vaseline Intensive Care Aloe Soothe

Product Ingredients

ສາວໆຄົນໃດທີ່ຜິວບອບບາງແພ້ງ່າຍ ຄວນອ່ານສ່ວນປະສົມກ່ອນການນຳໃຊ້
ເພາະຜະລິດຕະພັນນີ້ປະສົມຂອງນ້ຳຫອມ ແລະ ສານພາຣາເບນ
ທີ່ອາດກໍ່ໃຫ້ເກີດອາການແພ້ ແຕ່ສຳລັບຄົນທີ່ຜິວແຂງແຮງ 
ແລະ ບໍ່ເຄີຍແພ້ສ່ວນປະສົມໃນເຄື່ອງສຳອາງ ແມ່ນໃຊ້ໄດ້ເລີຍຢ່າງບໍ່ຕ້ອງກັງວົນໃຈ ອິອິ

ຖ້າໃຜຖະໜັດວິເຄາະສ່ວນປະສົມກະເບິ່ງຕາມນີ້ເລີຍເນາະ (^_^)

Vaseline Intensive Care Aloe Soothe

ແລະ ນ້ອຍເອງບໍ່ເຄີຍແພ້ໂລຊັ່ນທາຜິວກາຍ ເພາະຊະນະຕະຫລອດ...555
(ເວົ້າຢອກເນີ້ເພື່ອຄວາມອັດທະລົດ ອິອິ)

Vaseline Intensive Care Aloe Soothe

Product

ເນື້ອຂອງຜະລິດຕະພັນຈະເປັນສີຂາວເຂັ້ມຂຸ້ນ ເນື້ອສຳຜັດຈະມື່ນໆ
ມີກິ່ນຫອມຂ້ອນຂ້າງແຮງ ແຕ່ນ້ອຍວ່າກະຫອມແບບສົດຊື່ນດີ

Vaseline Intensive Care Aloe Soothe

Feeling after use

ເມື່ອທາລົງໃສ່ຜິວແລ້ວຂ້ອນຂ້າງຊຶມລົງຜິວໄວ ແລະ ຮູ້ສຶກຄືວ່າໂລຊັ່ນໄດ້ເຄືອບຜິວເຮົາໄວ້
ເພື່ອຮັກສາຄວາມຊຸ່ມຊື່ນຂອງຜິວ ເຮັດໃຫ້ຜິວສົດຊື່ນ
ຫລັງຈາກໃຊ້ຈະໝົດຂວດແລ້ວ ນ້ອຍຮູ້ສຶກວ່າຜິວສຸຂະພາບດີຂຶ້ນ ຜິວໃສຂຶ້ນເລັກນ້ອຍ
ແຕ່ຢ່າຫວັງເລື້ອງຄວາມຂາວເດີ້ສາວໆ ເພາະລຸ້ນນີ້ບໍ່ຊ່ວຍໃນເລື້ອງນັ້ນ
ຖ້າຢາກຂາວຄິດວ່າຕ້ອງໃຊ້ລຸ້ນ Whitening ແທນ ອິອິ

Vaseline Intensive Care Aloe Soothe

ໃຫ້ຄະແນນ 4/5

ສຳລັບນ້ອຍຖືວ່າເປັນໂລຊັ່ນທາຜິວກາຍທີ່ສາມາດຮັກສາຄວາມຊຸ່ມຊື່ນໃຫ້ຜິວໄດ້ດີໃນລະດັບໜຶ່ງ
ແຕ່ຂໍຫັກບ່ອນວ່າ ດ້ວຍເນື້ອຂອງຜະລິດຕະພັນທີ່ບາງເບົາ
ຖ້າເປັນຍາວໜາວອາດຈະເອົາບໍ່ຢູ່ ແລະ ຖ້າຈະອອກຈາກບ້ານຕ້ອງທາກັນແດດຕື່ມເດີ້ສາວໆ
ເນື່ອງຈາກຜະລິດຕະພັນນີ້ບໍ່ໄດ້ປະສົມສານກັນແດດມານຳ
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)