Aqua plus series RADIANCE-INTENSIVE ESSENCE (Review)

ສະບາຍດີ ກັບມາພົບກັນອີກຄັ້ງກັບຜະລິດຕະພັນຂອງ Aqua plus series

Blog ນີ້ຈະເວົ້າເຖິງ Aqua plus series RADIANCE-INTENSIVE ESSENCE
   ເຊິ່ງເປັນເອສເຊັ້ນໃນຕະກູນຂອງແບຣນ Aqua plus series

ບໍ່ເສຍເວລາເຮົາມາເລີ່ມຮູ້ຈັກຜະລິດຕະພັນນີ້ກັນເລີຍ

ຜະລິດຕະພັນນີ້ຈະເໝາະສຳລັບຄົນຜິວມັນ ແລະ ຜູ້ມີທີ່ແນວໂນ້ມເປັນສິວງ່າຍ
ບໍ່ມີສ່ວນປະສົມຂອງແອລກໍຮໍ ແລະ ບໍ່ມີນ້ຳຫອມ
ບໍ່ມີສານພາຣາເບັນ
ປະລິມານ 30 ml


ສຳລັບຜະລິດຕະພັນນີ້ທາງແບຣນ Claim ໄວ້ວ່າ
ເປັນເອສເຊັ້ນບຳລຸງຜິວໜ້າສູດເຂັ້ມຂຸ້ນ ຄືນຄວາມຊຸ່ມຊື່ນ ພ້ອມຈັດການປັນຫາຈຸດດ່າງດຳ
ເພື່ອຜິວທີ່ງາມກະຈ່າງໃສ ເໝາະກັບຄົນທີ່ມີປັນຫາສິວ ແລະ ຜິວມັນ
Melacare Oil ສານສະກັດຈາກພຶກສາ 3 ຊະນິດທີ່ເນັ້ນດູແລເມັດສີເມລານິນຢ່າງອ່ອນໂຍນ
Vitamin B3 ແລະ B-white ລຶບຮອຍດຳຈາກສິວ ສີຜິວບໍ່ສະໝ່ຳສະເໝີ ເພື່ອຜິວທີ່ກະຈ່າງໃສ
OLIGOPEPTIDE-1 ສົ່ງເສີມການສ້າງຄໍລາເຈັ້ນ ແລະ 
ອີລາສຕິນເພື່ອຄືນຄວາມກະຊັບໃຫ້ຜິວແຂງແຮງ ສຸຂະພາບດີ 
Ac.net ດູແລການອັກເສບຂອງສິວ ການສະສົມຂອງແບັດທີເຣຍ ແລະ ການອຸດຕັນ


ບັນຈຸພັນຖືວ່າແຂງແຮງພໍສົມຄວນ ແຕ່ສຳລັບຫົວປ້ຳຢາກໃຫ້ປັບປຸງເພີ່ມເຕີມ
ເນື່ອງຈາກກົດຍາກ ແລະ ເຮັດໃຫ້ກະປະລິມານໃນການກົດແຕ່ລະຄັ້ງຍາກ
ເວລາກົດອອກມາເຮັດໃຫ້ເນື້ອຂອງເອສເຊັ້ນຟົ້ງກະຈາຍ ຕ້ອງເອົາມືຮອງໄວ້ດີໆ

ເນື້ອເອສເຊັ້ນຈະເປັນສີຂາວ ແລະ ມີຄວາມເຂັ້ມຂຸ້ນປະມານໜຶ່ງ
ມີກິ່ນຫອມ


ເມື່ອລູບເອສເຊັ້ນໃສ່ຜິວເຫັນວ່າເນື້ອເອສເຊັ້ນຊຶມລົງຜິວໄດ້ດີ ແລະ ບໍ່ມີຖິ້ມຄວາມມັນໄວ້ເລີຍ
ເນື່ອງຈາກຜະລິດຕະພັນນີ້ເຫມາະກັບຄົນຜິວມັນ ສະນັ້ນ ຄົນຜິວແຫ້ງບໍ່ແນະນຳ


ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:
 ກ່ອນ​ໃຊ້ ແລະ ຫລັງໃຊ້ໃນໄລຍະເດືອນກວ່າ ບໍ່ເຫັນ​ຫຍັງ​ທີ່​ແຕກຕ່າງ ເມື່ອທຽບກັບລາຄາຂ້ອນຂ້າງແພງແລ້ວ ຄິດວ່າບໍ່ຄຸ້ມທີ່ຈະລົງທຶນເທົ່າໃດ

ໃຫ້ຄະແນນ 3/5
ຫັກຄະແນນທີ່ລາຄາຂ້ອນຂ້າງແພງ ແຕ່ບໍ່ເຫັນຜົນຫຍັງທີ່ແຕກຕ່າງຈາກເດີມ 
ສາມາດຊອກຫາຜະລິດຕະພັນທີ່ລາຄາຖືກກວ່າ ແລະ ໃຫ້ຜົນໄດ້ຮັບດີກວ່າມາທົດແທນໄດ້
ແລະ ຄິດວ່າຄົງບໍ່ຊື້ຕໍ່

Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Smooth E Acne Clear Whitening Toner (Review)