Lululun Whitening Facial Mask (Review)

Lululun Whitening Facial Mask
ສູດ Whitening ຊອງສີເງິນ
LuLuLun (ລຸລຸລຸນ) ເປັນແຜ່ນ Mask ຈາກປະເທດຍີ່ປຸ່ນ
ເຊິ່ງຈະມີຫລາຍສີ ຫລາຍສູດ ແຕ່ມື້ນີ້ຈະຂໍ Review ສູດ Whitening ຊອງສີເງິນ
ເພາະລອງຊື້ສູດນີ້ມາລອງໃຊ້ (^_^)

ດ້ານໜ້າ ແລະ ດ້ານຫລັງຊອງຈະເປັນພາສາຍີ່ປູ່ນເກືອບທັງໝົດ
ເນື່ອງຈາກຊອງນີ້ແມ່ນໄດ້ສັ່ງ Pre order  ມາຈາກປະເທດຍີ່ປุ่ນ
ເຫັນໂຕໜັງສືລະງົງເລີຍອ່ານບໍ່ໄດ້ (-_-!)
ໃຜອ່ານພາສາຍີ່ປຸ່ນໄດ້ລະແປໃຫ້ກັນແນ່ເດີ້

ໂຕຊອງຈະເປັນຊອງ ziplock ເພື່ອຊ່ວຍເກັບຮັກສາຄຸນຄ່າຂອງນ້ຳ mask ໄວ້
ແລະ ຊ່ວຍບໍ່ໃຫ້ແຜ່ນ mask ແຫ້ງເພາະສຳພັດກັບອາກາດ
ເນື່ອງຈາກຊອງໜຶ່ງມີ 7 ແຜ່ນ ຈຶ່ງສາມາດໃຊ້ຕິດຕໍ່ກັນໄດ້ 1 ອາທິດເລີຍ
(ເພາະຄົນຍີ່ປຸ່ນມັກ mask ໜ້າຫລາຍ ດັ່ງນັ້ນຈະ mask ໜ້າກັນທຸກມື້ເລີຍ)


ເມື່ອເປີດຊອງຈະເຫັນວ່າໃນຊອງໜຶ່ງຈະມີແຜ່ນ mask 7 ແຜ່ນລຽງຊ້ອນກັນຢູ່

ສຳລັບສູດ Whitening ຕາມຂໍ້ມູນທີ່ຊອກມາແມ່ນ
  • ຊ່ວຍໃນເລື້ອງເຮັດໃຫ້ຜິວອ່ອນໄວ
  • ຫລຸດຮອຍຝ້າ ຮອຍກະ ແລະ ຮອຍສິວ ເຮັດໃຫ້ຜິວກະຈ່າງໃສ
  • ເໝາະກັບຜິວແພ້ງ່າຍ ບໍ່ມີສ່ວນປະສົມຂອງແອລກໍຮໍ, ບໍ່ປະສົມສີ, ບໍ່ປະສົມນ້ຳຫອມ,
ບໍ່ປະສົມ Mineral Oil ແລະ ບໍ່ມີສານພາຣາເບັນ ຈຶ່ງໃຊ້ໄດ້ທຸກມື້

ສູດນີ້ຈະປະສົມ Hyaluronic Acid, Royal Jelly, Pro Vitamin B5 ແລະ ໂສມ ຊ່ວຍໃຫ້ຜິວກະຈ່າງໃສ
ສານສະກັດຈາກ Sakura ແລະ Vitamin C ຊ່ວຍໃຫ້ຜິວໜ້າຊູ່ມຊື່ນ ແລະ 
ຊ່ວຍປັບສະພາບຜິວໜ້າໃຫ້ລຽບນຽນ ແລະ ເພີ່ມຄວາມກະຊັບໃຫ້ກັບໃບໜ້າ


ແຜ່ນ mask ຈະຊຸ່ມ ແລະ ເກັບກັກນ້ຳ mask ໄດ້ດີ ບໍ່ຍ້ອຍເຫ່ຍຊະຊາຍເມື່ອດຶງອອກມາຈາກຊອງ
 ໃຊ້ຈົນເຫລືອແຜ່ນສຸດທ້າຍກໍ່ຍັງບໍ່ເຫລືອນ້ຳ mask ໄວ້ໃຫ້ທາແຂນຂາຄືແບຣນອື່ນເລີຍ (-_-!)
ແຜ່ນ mask ບາງຫລາຍ ດັ່ງນັ້ນ ຄວນລະວັງເມື່ອເວລາໃຊ້
ບໍ່ຄວນດຶງແຮງເພາະອາດເຮັດໃຫ້ແຜ່ນ mask ຂາດໄດ້


ຊ່ອງບ່ອນຕາ ດັງ ແລະ ປາກ ເຈາະຮູມາກວ້າງເກີນໄປ
ບ່ອນແກ້ມຂ້າງດັງບໍ່ມີແຜ່ນ mask ປົກໄວ້ເລີຍ
ແຜ່ນມາກຂ້ອນຂ້າງແຫ້ງໄວເມື່ອທຽບກັບ mask ຂອງແບຣນອື່ນ


ເມື່ອຄົບກຳນົດ 10-15 ນາທີ ກໍ່ເອົາແຜ່ນ mask ອອກຈາກໜ້າ
ແລະ ນວດໜ້າໃຫ້ນ້ຳ mask ທີ່ຢູ່ເທິງໃບໜ້າໃຫ້ຊຶມເຂົ້າຜິວໃຫ້ໝົດ
ສ່ວນແຜ່ນ mask ທີ່ຍັງຊຸ່ມຢູ່ກໍ່ເອົາມາລູບຄໍ ແຂນ ຂາ ຕໍ່ ອິອິ ຕ້ອງໃຊ້ໃຫ້ຄູ້ມຄ່າທີ່ສຸດ
 
 ທາງແບຣນບອກວ່າ ເນື້ອຂອງແຜ່ນ mask ເຮັດມາຈາກ cotton 100%


ຮູບຊົງຂອງແຜ່ນ Lululun Mask Sheet


ຄວາມຮູ້ສຶກຫລັງໃຊ້ເຫັນວ່າ:

- ແຜ່ນ mask ບໍ່ມີກິ່ນ, ນ້ຳ mask ຊຸ່ມແຜ່ນດີບໍ່ຍ້ອຍເຫ່ຍ
- ຊ້ວງ 2-3 ນາທີ ທຳອິດຮູ້ສຶກແສບໜ້າ ແຕ່ພໍເວລາຜ່ານໄປກໍ່ປົກກະຕິ (ຄົນອື່ນອາດຈະຮູ້ສຶກບໍ່ຄືກັນ)
- ຫລັງຈາກຊ້ແລ້ວຮູ້ສຶກວ່າໜ້າຊຸ່ມຊື່ນດີ ຄືກັບວ່າໄດ້ເຕີມນ້ຳໃຫ້ຜິວ, ໜ້າກະຈ່າງໃສຂຶ້ນເລັກໜ້ອຍ
   (ແຕ່ບໍ່ຖາວອນ ຕ້ອງຫາໂຕຊ່ວຍອື່ນເພີ່ມເຕີມ)
- ຮູ້ສຶກວ່າພໍໃຈ ແລະ ຄຸ້ມຄ່າກັບລາຄາທີ່ຈ່າຍໄປ
   (ເຖິງລາຄາ Pre order ຈະສູງກວ່າລາຄາຕົວຈິງກໍ່ຖືວ່າຍັງຄຸ້ມຄ່າຫລາຍ)

ໃຫ້ຄະແນນ 4/5
ຫັກຄະແນນທີ່ຊ່ວງທຳອິດທີ່ໃຊ້ແລ້ວມີອາການແສບໜ້າໜ້ອຍໜຶ່ງ
ແລະ ຮູທີ່ເຈາະບ່ອນຕາ ດັງ ປາກກວ້າງເກີນໄປ

Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່, ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)