Khonkaen - Oudon (Thailand) ... My new year trip 03/01/2015 - 04/01/2015

ຂອ​ນ​ແກ່ນ ແລະ ອຸ​ດອນ 2 ມື້ ກັ​ບ 1 ຄືນ


ອີກພຽງບໍ່ເທົ່າໃດມື້ກໍ່ຈະຮອດປີໃຫມ່ ປີ 2016 ແລ້ວ
ກ່ອນຈະນັບຖອຍຫລັງກ້າວໄປປີໃໝ່ ຂໍເອົາ Trip ການທ່ອງທ່ຽວໃນຕົ້ນປີ 2015 
ມາລະລຶກເຖິງຄວາມຫລັງກັນກ່ອນເນາະ
ເຖິງຈະເປັນ Trip ການທ່ອງທ່ຽວທີ່ໃຊ້ເວລາສັ້ນ ເນື່ອງຈາກເວລາທີ່ມີຈຳກັດ ແຕ່ກໍ່ປະທັບໃຈຫລາຍ
ແລະ ຖືວ່າເປັນການ Honeymoon ນ້ອຍໆຫລັງຈາກການແຕ່ງງານ (^_^)


ເຮົາເລີ່ມຕົ້ນການເດີນທາງໃນຕອນທ່ຽງຂອງ​ວັນທີ 03 ແລະ ຂ້າມຂົວເຂົ້າ​ມາ​ຈັງຫວັດຫ​ນອງ​ຄາຍ (ປະເທດໄທ) ໃນຕອນ​ບ່າຍ ຫລັງຈາກນັ້ນກໍ່ຂັບລົດມຸ້ງຫນ້າໄປ​ຂອນແກ່ນ
ແຕ່ເມື່ອເຂົ້າຮອດເຂດຈັງຫວັດອຸດອນທານີ ຕາມສອງຂ້າງທາງກໍ່ເຫັນປ້າຍໂຄສະນາແຫລ່ງທ່ອງທ່ຽວຂອງຈັງຫວັດອຸດອນໃນຊ່ວງເວລານັ້ນ
ປັກຕາມທາງເພື່ອເຊີນຊວນນັກທ່ອງທ່ຽວເປັນໄລຍະໆ ເຊິ່ງແຫລ່ງທ່ອງທ່ຽວນັ້ນກໍ່ຄື ທະເລບົວແດງ
ດັ່ງນັ້ນ ເມື່ອຕັ້ງໃຈມາທ່ຽວແລ້ວ ເພື່ອບໍ່ໃຫ້ເສຍໂອກາດກໍ່ເລີຍພາກັນແວ່ທະເລບົວແດງລອງເບິ່ງດຸ ວ່າມັນຈະ​ງາມ​ຊ່ຳໃດ ຄືຮູບໂຄສະນາທີ່ເຫັນຕາມຂ້າງທາງນັ້ນບໍ (^_^)

ເມື່ອຮອດແຫລ່ງທ່ອງທ່ຽວ ທະເລບົວແດງ ... ຫລັງຈາກຈອດລົດແລ້ວ ຈະເຫັນເນີນດິນສູງໆ
ຕອນນັ້ນໃນຄວາມຄິດ ຄິດວ່າຖ້າເຮົາຂຶ້ນເນີນດິນນັ້ນແລ້ວ ຈະເຫັນດອກບົວທັນທີ
ແຕ່..... ຜິດຄາດ ບໍ່ເຫັນດອກບົວຈັກດອກເລີຍ ຫະຫະຫະ
ຖ້າຢາກເຫັນຕ້ອງຂີ່ເຮືອຕໍ່ໄປອີກ ແລະ ເສຍຄ່າຂີ່ເຮືອ ຜູ້ລະ 100 ບາດ (-_-!!)

ເຫີ້... ຈັ່ງໃດກະໄດ້ມາແລ້ວ ບໍ່ໄດ້ເຫັນດອກບົວແທ້ ກະຂໍຖ່າຍຮູບກັບປ້າຍ ແລະ Backdrop
ເພື່ອເປັນການຢືນຢັນຕົວຕົນວ່າຄັ້ງໜຶ່ງເຮົາໄດ້ມາສະຖານທີ່ນີ້ແລ້ວ ເຫະໆໆໆ (^o^)


ຖ່າຍກັບທ່ານສາມີ (ເຮັດຄື Sweet) hahahaha.........


ມີກັງຫັນລົມນຳ
ເບິ່ງໄປທາງດ້ານຫລັງ ສຸດສາຍຕາຍັງບໍ່ເຫັນດອກບົວເລີຍ (-_-!)


ສົມມຸດວ່າເຮົາຢູ່ໃນບຶງດອກບົວ hahahaha.....


ໝູ່ຮ່ວມ Trip ໃນຄັ້ງນີ້


ເມື່ອຖ່າຍຮູບທີ່ທະເລບົວແດງເປັນທີ່ພໍໃຈແລ້ວ ກໍ່ຂີ່ລົດມຸ້ງໜ້າໄປຂອນແກ່ນຕໍ່ໄປ
ຮອດຂອນແກ່ນປະມານ 18:00 ໂມງ ຫລັງຈາກທີ່ເອົາຊຳພາລະໄປເກັບໄວ້ທີ່ໂຮງແຮມທີ່ຈອງໄວ້ລ່ວງໜ້າ (ຈອງຜ່ານ  Agoda ຈະໄດ້ລາຖາຖືກ)
ຫລັງຈາກນັ້ນກໍ່ພາກັນອອກໄປຕະເວນລາຕີ (^_^)
ເລີ່ມຕົ້ນດ້ວຍການໄປ Central ຂອນແກ່ນ


ທາງເຂົ້າດ້ານຂ້າງ ຕົກແຕ່ງດ້ວຍດອກໄມ້ເຈ້ຍ ງາມຫລາຍ



ດ້ານໃນຕົກແຕ່ງຕາມເທດສະການ



ດ້ານໜ້າ ມີມູມໃຫ້ຖ່າຍຮູບຫລາຍມູມເລີຍ ປ່ຽນກັນເຂົ້າອອກຕາມຄິວເລີຍ hahahaha......




ເມື່ອຂ້າມທາງຈາກ Central ໄປຖະໜົນອີກຝາກໜຶ່ງ
ຈະມີການຈັດສະແດງຈຳລອງເມືອງອີຢິບບູຮານໄວ້ເພື່ອດຶງດູດນັກທ່ອງທ່ຽວ




ເສຍດາຍໆໆ... ກ້ອງໂທລະສັບຖ່າຍຮູບມາບໍ່ແຈ້ງເລີຍໄດ້ຮູບມາບໍ່ຫລາຍ


ຫລັງຈາກນັ້ນກໍ່ພາກັນໄປຕໍ່ຖະໜົນຄົນເດີນ 
ແຕ່ໜ້າເສຍດາຍອີກແລ້ວ ເພາະໄປຊ້າ ຮ້ານຄ້າຕ່າງໆເລີ່ມພາກັນປິດແລ້ວ
ເລີຍບໍ່ໄດ້ຮູບມາອີກແລ້ວ
ຈຶ່ງກັບທີ່ພັກ ເພື່ອພັກຜ່ອນເອົາແຮງກ່ອນຈະໄປຕະລຸຍຕໍ່ໃນມື້ອື່ນ

ຕອນເຊົ້າວັນທີ 04 ມຸ້ງໜ້າໄປເທດສະການດອກໄມ້ ຂອງຈັງຫວັດຂອນແກ່ນ
ເກືອບມາບໍ່ທັນ ເນື່ອງຈາກມື້ນີ້ເປັນມື້ຈັດສະແດງມື້ສຸດທ້າຍແລ້ວ


ຢູ່ທາງເຂົ້າມີແຜນທີ່ສຳລັບນັກທ່ອງທ່ຽວດ້ວຍ ເພື່ອແນະນຳແຕ່ລະຈຸດຂອງງານເທດສະການ



ເລາະຖ່າຍຮູບໄປເລື້ອຍໆ ເພາະແຕ່ລະຈຸດຈະຕົກແຕ່ງຕ່າງກັນ 



ຖ່າຍໄປເລື້ອຍໆ ຮຽນຮູ້ການເປັນນາງແບບ  hahahaha.....



ມ້າຢູນິຄອນທີ່ຂອນແກ່ນ (^_^)


ຫົນທາງຂອງຫົວໃຈ ອິອິ 


ບໍ່ຕ້ອງໄປໄກເຖິງ ເນເທີແລນ ກະໄດ້ຖ່າຍຮູບກັບດອກທິວລິບ



ນີ້ຄືວັງຂອງພວກເຮົາ \(^_^)/




ໃຫ້ມຸ້ງຄວາມສົນໃຈໄປທີ່ດອກໄມ້
ກະລຸນາຢ່າສົນໃຈຂອບຕາທີ່ດຳ ເພາະຂອບຕາດຳບໍ່ແມ່ນເລື້ອງຕະລົກ ເຫິໆໆໆ



ສະຖານທີ່ກວ້າງຫລາຍ ຍ່າງເກືອບບໍ່ທົ່ວ


ໂອ໊ະ... ໄດໂນເສົາ ວ່າແລ້ວກະຈັບຫາງມັນເລີຍ


ວ໊າກກກກ..... ຕາຢ້ານບໍ່ ຫລື ໜ້າຮັກ ເຫິໆໆ <(^o^)>


ປິດທ້າຍດ້ວຍຮູບຈຸດເບິ່ງວິວ 360 ອົງສາ
ແຕ່ວ່າບໍ່ໄດ້ຂຶ້ນໄປ ເນື່ອງຈາກຮອດເວລາອອກເດີນທາງອີກແລ້ວ


ສະຖານທີ່ຕໍ່ໄປຄື ວັດໜອງແວງ ພຣະມະຫາທາດແກ່ນນະຄອນ (ພຣະທາດ 9 ຊັ້ນ)
ແຕ່ລະຊັ້ນຈະວາງສະແດງ ເລື້ອງປະຫວັດສາດ ວັດຖຸບູຮານ ແລະ ພະພຸດທະຮູບຕ່າງໆ


ຊັ້ນທີ 9 ສາມາດເບິ່ງວິວເມືອງຂອນແກ່ນໄດ້ 360 ອົງສາເລີຍ



Next Station ກ່ອນກັບບ້ານໄປຕໍ່ທີ່ ມູນນິທິສານເຈົ້າປູ່-ຍ່າ ອຸດອນທານີ


ພາຍໃນສະຖານທີ່ດັ່ງກ່າວ ຈະຕົກແຕ່ງຈຳລອງເມືອງຈີນສະໄໝບູຮານ



ມີການເລົ່າເລື້ອງສະໄໝທີ່ປະຊາຊົນຈີນຍົກຍ້າຍມາປະເທດໄທ ແລະ ງານປະເພນີຕ່າງໆ



ໃສ່ໜ້າກາກແລ້ວແປງລ້າງ hahahaha......



ຕໍ່ໄປເຮົາໄປຕາມຮອຍຂອງທ່ານ ຂົງຈື້


ຂົງຈື້ ເປັນນັກຄິດ ແລະ ນັກປັດຊະຍາສັງຄົມທີ່ມີຊື່ສຽງຂອງຈີນ 
ຄຳສອນຂອງ ຂົງຈື້ ນັ້ນຝັງຮາກອິດທິພົນເລິກລົງໄປໃນສັງຄົມອາຊຽນຕະເວັນອອກ
ມາເປັນເວລາເຖິງ 20 ທົດສະວັດ ຫລັກປັດຊະຍາຂອງ ຂົງຈື້ ນັ້ນເນັ້ນກ່ຽວກັບສິນລະທຳສ່ວນຕົວ
ແລະ ສິນລະທຳໃນການປົກຄອງ ຄວາມຖືກຕ້ອງເໝາະສົມຂອງຄວາມສຳພັນໃນສັງຄົມ
ແລະ ຄວາມຍຸດຕິທຳ ແລະ ຄວາມບໍລິສຸດໃຈ (ຂໍ້ມູນຈາກ Wikipedia)





ການປະລອງຝີມືຕ້ອງມາ ໃຫ້ທວາຍວ່າໃຜຊະນະ ອິອິ



ອອກມາຖ່າຍຮູບດ້ານນອກ



ກ່ອນກັບແວ່ກິນເຂົ້າທີ່ UD Town ເພື່ອເຕີມພະລັງກ່ອນຂີ່ລົດຍາວກັບບ້ານ


ຈົບແລ້ວສຳລັບ Trip ການທ່ອງທ່ຽວແບບ 2 ມື້ 1 ຄືນ
ແຕ່ຍັງຮູ້ສຶກບໍ່ໜຳໃຈ ເພາະຍັງມີອີກຫລາຍບ່ອນທີ່ຍັງບໍ່ໄດ້ໄປ
ແລ້ວພົບກັນໃໝ່ອີກ ໃນຄັ້ງໜ້າເດີ້ຂອນແກ່ນ ບ໊າຍ...ບ໋າຍ.....

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)