Glycerin ຫລື Glycerine ແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?

ເຄີຍສັງເກດກັນບໍ່ວ່າເວລາທີ່ເຮົາເບິ່ງສ່ວນປະສົມຂອງເຄື່ອງສຳອາງທີ່ເຮົາໃຊ້ຢູ່
ຈະເຫັນສ່ວນປະສົມທີ່ຂຽນວ່າ Glycerin ຫລື Glycerine 
ແຕ່ເຮົາຮູ້ຫລືບໍ່ວ່າມັນມີປະໂຫຍດແນວໃດຈຶ່ງໄດ້ນຳມາໃສ່ໃນເຄື່ອງສຳອາງ

ຖ້າໃຜຍັງບໍ່ຮູ້ເຮົາມາທຳຄວາມຮູ້ຈັກໄປພ້ອມໆກັນເລີຍ
ຂອບໃຈຮູບຈາກ Google
ກລີເຊີຣິນ  (Glycerin) ເປັນຂອງແຫລວທີ່ບໍ່ມີສີ ບໍ່ມີກິ່ນ ມີຄວາມໜືດ ແລະ ມີລົດຊາດຫວານ ໂດຍປົກກະຕິມາຈາກນ້ຳມັນຂອງພືດ ເຊິ່ງໂດຍທົ່ວໄປຄື ນ້ຳມັນໝາກພ້າວ ແລະ ນ້ຳມັນປາມ. ກລີເຊີຣິນ ສາມາດລະລາຍໄດ້ດີໃນແອລກໍຮໍ ແລະ ນ້ຳ ແຕ່ບໍ່ລະລາຍໃນໄຂມັນ ເນື່ອງຈາກ ກລີເຊີຣິນ ມີຄຸນສົມບັດ ທາງເຄມີຫລາຍຢ່າງຈຶ່ງສາມາດນຳໄປໃຊ້ເປັນສານຕັ້ງຕົ້ນໃນການສັງເຄາະສານເຄມີອື່ນໆໄດ້.

ດ້ວຍຄຸນສົມບັດທີ່ສາມາດລະລາຍໃນແອລກໍຮໍ ແລະ ນ້ຳໄດ້ນີ້ເອງ ຈຶ່ງຖືກນຳໄປໃຊ້ປະໂຫຍດຢ່າງ ກວ້າງຂວາງ ເຊິ່ງ ກລີເຊີຣິນ ບໍລິສຸດສາມາດນຳໄປປະຍຸກໃຊ້ໄດ້ຫລາຍຮູບແບບເຊັ່ນ: ໃຊ້ເປັນສ່ວນປະສົມ ຫລື ເປັນຕົວຊ່ວຍໃນຂະບວນການຜະລິດເຄື່ອງສຳອາງ, ຜະລິດຕະພັນໃນຫ້ອງນ້ຳ ແລະ ສຸຂະອະນາໄມ ສ່ວນບຸກຄົນ, ອາຫານ, ຢາຖູແຂ້ວ, ຢາສະຫົວ ແລະ ນິຍົມໃຊ້ຫລາຍໃນອຸດສາຫະກຳສະບູ ເພາະ ກລີເຊີຣິນ ເປັນສ່ວນຊ່ວຍລໍ່ລື້ນຄືກັບ Moisturizer ເພື່ອປົກປ້ອງຜິວບໍ່ໃຫ້ແຫ້ງ ແລະ ດູດຊັບຄວາມຊຸ່ມເມື່ອສຳຜັດ ກັບອາກາດເຊິ່ງຈະເຮັດໃຫ້ຮູ້ສຶກວ່າ ຜິວມີຄວາມຊຸ່ມຊື່ນ ອ່ອນໂຍນຕໍ່ຜິວ ກຳຈັດຄວາມເປິເປື້ອນທີ່ ຝັງແໜ້ນ ບໍ່ເຮັດໃຫ້ອຸດຕັນຮູຂຸມຂົນ ລວມທັງປອດໄພຕໍ່ຜິວໜັງ.

ການທີ່ ກລີເຊີຣິນ ເປັນສານທີ່ບໍ່ມີພິດໃນທຸກໆຮູບແບບຂອງການປະຍຸກໃຊ້ ບໍ່ວ່າຈະໃຊ້ເປັນສານຕັ້ງຕົ້ນ ຫລື ສານເຕີມແຕ່ງ ເຮັດໃຫ້ກລີເຊີຣິນເປັນສານເຄມີທີ່ໄດ້ຮັບຄວາມສົນໃຈ ແລະ ນຳໄປໃຊ້ປະໂຫຍດທາງ ການແພດ ດ້ວຍການເຮັດຢາຍັດທະວານ ຫລືເປັນຢາລະບາຍ ແລະ ຍັງສາມາດໃຊ້ເປັນຢາສະເພາະທີ່ ສຳລັບປັນຫາທາງຜິວໜັງຫລາຍຊະນິດ ລວມທັງພະຍາດຜິວໜັງ ຜື່ນ ຮອຍບາດຈາກໄຟລວກ ຮອຍກົດທັບ ແລະ ຮອຍບາດຈາກຂອງມີຄົມ ກລີເຊີຣິນ ຖືກໃຊ້ເພື່ອຮັກສາເຫືອກໄດ້ອີກດ້ວຍ ເນື່ອງຈາກ ກລີເຊີຣິນ ສາມາດຂ້າເຊື້ອແບັດທີເຣຍທີ່ກ່ຽວຂ້ອງໄດ້.

ຂອບໃຈຮູບຈາກ Google

ກລີເຊີຣິນ (glycerine) ອາດຈະເອີ້ນໄດ້ຫລາຍຊື່ເຊັ່ນ glycerol, glycerin, ຫລື 1,2,3-propanetriol ສາມາດຂຽນສູດໂມເລກຸນທາງເຄມີໄດ້ເປັນ CH 2 OHCHOHCH 2 OH ເປັນສານບໍ່ມີກິ່ນ (odorless) ບໍ່ມີສີ (colorless) ລົດຊາດຫວານ (sweet-tasting) ຄືນ້ຳເຊື່ອມ (syrupy liquid) . ກລີເຊີຣິນ (glycerine) ເປັນ trihydric alcohol . ຫລອມແຫລວທີ່ 17.8?C ເດືອດ ແລະ ສະລາຍໂຕ ( Boil & decomposition) ທີ່ 290?C, ລະລາຍໃນນ້ຳ ແລະ ເອທານອລ ດູດກືນນ້ຳຈາກອາກາດ ຈຶ່ງນຳໄປໃຊ້ເປັນ moistener ໃນເຄື່ອງສຳອາງ ກລີເຊີຣິນຈະຢູ່ໃນຮູບແບບຂອງ (glycerides) ໃນໄຂ ແລະ ນ້ຳມັນພືດ ແລະ ນ້ຳມັນສັດ
ກລີເຊີຣິນສາມາດສັງເຄາະໄດ້ຈາກ Propylene ແລະ ຈາກການໝັກນ້ຳຕານດ້ວຍ sodium bisulfite ແລະ ຢີສ (yeast) ແລະ ມີການຜະລິດເພີ້ມຂຶ້ນເລື້ອຍໆ ຈາກຂະບວນການຜະລິດໄບໂອດີເຊວ 
 
ກລີເຊີຣິນ ຖືກໃຊ້ຢ່າງກວ້າງຂວາງເປັນສານລະລາຍ (solvent) ສານເພີ່ມຄວາມຫວານ (sweetener) ເຄື່ອງສຳອາງ (cosmetics and personal care products) ສະບູແຫລວ (liquid soaps) ຂະໜົມອົມ (candy) ເຫລົ້າ (liqueurs) ນ້ຳໝຶກ (inks) ແລະ ສານລໍລື່ນ (lubricants) ເພື່ອໃຫ້ pliable ສານປ້ອງກັນການແຂງໂຕ (antifreeze mixtures) ເປັນສ່ວນປະສົມອາຫານ (Food and beverage ingredients ) ອາຫານສັດ (Animal feed ) ສານປະຕິຊີວະນະ (Antibiotics) ຢາ (Pharmaceuticals) ສານໃຫ້ຄວາມຊຸ່ມຊື່ນ (moisturizers) ນ້ຳມັນໄຮດຣໍລິກ (Hydraulic fluids) ແລະ ສານຕັ້ງຕົ້ນທາງປຣີໂຕເຄມີຕ່າງໆ (Polyether polyols, propylene glycol, epichlorohydrin ແລະອື່ນໆ)

ອ່ານມາຮອດນີ້ກໍ່ເຫັນແລ້ວວ່າ ກລີເຊີຣິນ ມີປະໂຫຍດຫລວງຫລາຍອີ່ຫລີ
ທັງກິນ ທັງໃຊ້ ທັງທາ ສາລະພັດປະໂຫຍດ
ແຖມຍັງບໍ່ມີສານຄົກຄ້າງກັບຮ່າງກາຍອີກດ້ວຍ


ຂອບໃຈຂໍ້ມູນດີໆຈາກ http://www.siamabsolute.co.th/blog/1

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)