Cosmetic from Korea (part 1)

ຄວາມຕື່ນເຕັ້ນ (ວ້າວ ວ້າວວວວ....) ມາພ້ອມກັບການຖອນຫາຍໃຈສຽງດັງ (ເຫີ້........)
\(*o*)/ ..... (-_-!) hahahaha......
ຢ່າຟ້າວຕົກໃຈຄິດວ່າເຈົ້າຂອງ blog ເປັນບ້າໄປແລ້ວເດີ້ ເຫະໆໆ
ພຽງແຕ່ດີໃຈໄດ້ລອງຂອງໃໝ່ທີ່ຕັ້ງໃຈຝາກໝູ່ຊື້ມາຈາກປະເທດເກົາຫລີ
ແລະ ຖອນຫາຍໃຈທີ່ເງິນໃນບັນຊີຫາຍໄປເພາະຄວາມຢາກລອງຂອງຕົນເອງ
ກິເລດບັງຕາແທ້ໆ... hahahaha......


ເອົາລະບາດນິມາເບິ່ງກັນເລີຍເຄື່ອງທີ່ຝາກຊື້ມີຫຍັງແນ່
ເລີ່ມຕົ້ນກັນກັບ


1. Etude House - I Need You Pomegranate Mask Sheet

ຄຳເຄລມຂອງຜະລິດຕະພັນບອກວ່າ
 ສູດນີ້ຊ່ວຍຕ້ານອະນູມູນອິດສະຫລະ ປົນນິບັດຜິວໜ້າ ຫລຸດຮອຍໝອງຂອງໃບໜ້າ
 ເຮັດໃຫ້ຜິວໜ້າຊຸ່ມຊື່ນ ແລະ ກະຊັບຮູຂຸມຂົນ
ປະລິມານທີ່ໃຫ້ມາ 20 ml


2.  The Face Shop - White Seed Real Whitening Face Mask

ຄຳເຄລມຂອງຜະລິດຕະພັນບອກວ່າ 
ສູດນີ້ເປັນສານສະກັດຈາກຕົ້ນໄມ້ໃນລະດູໜາວ ຊ່ວຍໃຫ້ຜິວຂາວໃສຄືຫິມະ (ເອີ... ປານນັ້ນຫວາ haha..)
ແລະ ຊ່ວຍເພີ່ມພະລັງສູ່ຜິວ ໃຫ້ມີສຸຂະພາບດີ ຜ່ອນຄາຍຜິວໃນຍາມອ່ອນລ້າ ປັບສະພາບຜິວໃຫ້ລຽບນຽນ ຈຸດເລີ່ມຂອງການມີຜິວງາມກະຈ່າງໃສ
ມີສານເບຕ້າກລູແຄນ ມອບຄວາມຊຸ່ມຊື່ນລຽບນຽນໃຫ້ກັບຜິວ
 ປະລິມານທີ່ໃຫ້ມາ 20 ml


3. Etude House - Moisfull Collagen Essence-In Pact SPF 25 PA++

ຄຳເຄລມຂອງຜະລິດຕະພັນບອກວ່າ
ເປັນແປ້ງທີ່ມີສ່ວນປະສົມຂອງເອສເຊັ້ນ ແລະ ຄໍລາເຈັ້ນ ທີ່ຈະບຳລຸງໃຫ້ຜິວໜ້າຂາວກະຈ່າງໃສ
ພ້ອມປ້ອງກັນແສງແດດດ້ວຍ SPF 25 ເປັນແປ້ງທີ່ບໍ່ປະສົມຮອງພື້ນ ເນື້ອແປ້ງບາງເບົາ
ແຕ່ຊ່ວຍປົກປິດໄດ້ດີ ນຽນສະນິດ ຕິດທົນ ຄວບຄຸມຄວາມມັນເທິງໃບໜ້າ
ສີທີ່ເລຶອກມາແມ່ນເບີ 02 Natural Beige


4. Etude House - White Moistfull Cream

ຄຳເຄລມຂອງຜະລິດຕະພັນບອກວ່າ
ຄຣີມບຳລຸງຜິວປະສົມໄຂ່ມຸກ ແລະ ແຮ່ທາດຈາກທຳມະຊາດ ກະຈ່າງໃສຢ່າງລ້ຳເລິກ
ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ຜິວດ້ວຍເມັດໄບຣເທັນນິ້ງບີດສ ເຮັດໃຫ້ຜິວພັນຊຸ່ມຊື່ນຢ່າງເປັນທຳມະຊາດ
ຊ່ວຍປົກປ້ອງ ແລະ ຟື້ນຟູຊັ້ນຜິວ ໃຫ້ກັບມາມີສຸຂະພາບດີ
ນອກຈາກນັ້ນຍັງມີສ່ວນປະສົມຂອງ Baobub Tree, Niacinamide and Rose Hip Oil
ຊ່ວຍເຮັດໃຫ້ຜິວກະຈ່າງໃສ ຊຸ່ມຊື່ນເປັນທຳມະຊາດອີກດ້ວຍ


5. Etude House Precious Mineral Any Cushion SPF 50+ PA+++

ຄຳເຄລມຂອງຜະລິດຕະພັນບອກວ່າ
ເປັນບີບີຄຣີມສູດເອສເຊັ້ນໃນຮູບແບບກັບ (ແປ້ງໃນຮູບແບບແປ້ງນ້ຳ ຄືເປັນຮອງພື້ນແບບນ້ຳ)
ເປັນບີບີທີ່ປະສົມຜົງໄຂ່ມຸກ ແລະ ວິຕາມິນ ບີ3 ໃຫ້ຜິວສະຫວາ່ງກະຈ່າງໃສ
ຊ່ວຍເນລະມິດໃຫ້ໃບໜ້າລຽບນຽນຕະຫລອດມື້ ເຊິ່ງເປັນທີ່່ນິຍົມຫລາຍຢູ່ເກົາຫລີ
ເພາະເປັນເທັກໂນໂລຢີແບບໃໝ່ "Cell Tap" ເຊິ່ງໃນກັບຈະມີຟອງນ້ຳ ເອີ້ນກັນວ່າ Cushion 
ເຊິ່ງຈະເປັນໂຕກອງຮອງພື້ນອີກຊັ້ນ ມາພ້ອມກັບນະວັດຕະກຳໃໝ່ແບບ Air Puff 
ປົກປິດ ຜ່ອງເດັ້ງ ຕິດທົນໝົດມື້ ແຕ່ບໍ່ເຮັດໃຫ້ໜ້າມັນ 
ເຖິງຈະຕິດທົນແຕ່ສາມາດໃຊ້ Cleansing ລ້າງອອກໄດ້ໂດຍງ່າຍ
ໂຕ Precious Mineral Any Cushion ມີຄຸນສົມບັດພິເສດ 6 in 1 ຄື:
- Sebum Contral Powder ແປ້ງຄວບຄຸມຄວາມມັນສ່ວນເກີນ
- Sun Cream ຄຣີມກັນແດດທີ່ມີປະສິດທິພາບສູງສຸດເຖິງ SPF50/PA+++
- Cooling ໃຫ້ຄວາມເຍັນສະບາຍກັບຜິວເມື່ອທາ
- Moisture Essence ມີສ່ວນປະສົມຂອງເອສເຊັ້ນທີ່ໃຫ້ຄວາມຊຸ່ມຊື່ນກັບຜິວ
- Foundation ເປັນຄຣີມຮອງພື້ນທີ່ຊ່ວຍປົກປິດຜິວແຕ່ເນື້ອສຳພັດບາງເບົາ
- Whitening Essence ມີສ່ວນປະສົມຂອງໄວ້ເທັນນິ້ວຊ່ວຍໃຫ້ຜິວຂາວໃສບໍ່ຢ້ານແດດ 
ມາໃນຂະໜາດ 15 g
ສີທີ່ເລືອກມາແມ່ນ W13 Natural Beige ເໝາະກັບຜິວຂາວເຫລືອງ


ໝົດແລ້ວສຳລັບ 5 ຢ່າງທີ່ຝາກໝູ່ຊື້ຈາກເກົາຫລີ
ໃຈແທ້ມີຫລາຍຢ່າງທີ່ຢາກໄດ້ແຕ່ເກງໃຈໝູ່ທີ່ຫິ້ວມາໃຫ້ ເລີຍໄດ້ມາເທົ່ານີ້
ຖ້າໃນອະນາຄົດມີໂອກາດໄດ້ໄປເກົາຫລີເອງ ສັນຍາກັບໂຕເອງໄວ້ເລີຍວ່າ....
ຈະຂົນເຄື່ອງສຳອາງກັບມາໃຫ້ຫລາຍກວ່ານີ້ແນ່ນອນ hahahaha......

(ສຳລັບການຣີວິວຜະລິດຕະພັນໃນຄັ້ງນີ້ແມ່ນໃຫ້ຄລິກທີ່ຊື່ຜະລິດພັນໄດ້ເລີຍ)


Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)