Aqua Plus Serise Clear complex sulfur mask (Review)

ສະບາຍດີ ພີ່ນ້ອງເຮົາ (*_*)/
ມື້ນີ້ມີໂອກາດດີຈະມາຣີວິວຜະລິດຕະພັນອີກໂຕໜຶ່ງຂອງ
ແບຣນ Aqua Plus Serise ນັ້ນກໍ່ຄື
Aqua Plus Serise clear complex sulfur mask

Aqua Plus Serise clear complex sulfur mask

Product Information
ແບຣນ Aqua Plus Serise ເປັນຜະລິດຕະພັນເວດສຳອາງ
ທີ່ຜະລິດໂດຍບໍລິສັດ RDL International, Inc ປະເທດສະຫະລັດອາເມຣິກາ
ແຕ່ນຳເຂົ້າ ແລະ ຈັດຈຳໜ່າຍໂດຍບໍລິສັດ ດີເອັນເອັມຊີ ປະເທດໄທ.
ຜະລິດຕະພັນຂອງແບຣນນີ້ແມ່ນຈະເນັ້ນໃສ່ພິເສດສຳລັບ
ຄົນໜ້າມັນ ແລະ ເປັນສິວງ່າຍ, ສຳລັບສາວຜິວບອບບາງ ແລະ ແພ້ງ່າຍກໍ່ສາມາດໃຊ້ໄດ້
ຜະລິດຕະພັນນີ້ບໍ່ມີສ່ວນປະສົມຂອງແອລກໍຮໍ
Aqua Plus Serise clear complex sulfur mask
Product Claim
 ເປັນທຣີດເມັ້ນມາສກສູດເຂັ້ມຂົ້ນທີ່ຊ່ວຍໃຫ້ສິວແຫ້ງ ແລະ ຍຸບໄວຂຶ້ນ
ດູແລຄວາມມັນເທິງໃບໜ້າ ແຕ່ບໍ່ເຮັດໃຫ້ຜິວແຫ້ງຕຶງ 
ດັ່ງນັ້ນ ຈຶ່ງເໝາະກັບຜູ້ທີ່ມີປັນຫາສິວ ແລະ ຜິວມັນ
- Bentonlte Clay ສູດສະເພາະຈາກ USA ທີ່ກຳຈັດສິ່ງຕົກຄ້າງໃຫ້ຮູຂຸມຂົນສະອາດ ແລະ ກະຊັບຂຶ້ນ
- ດູດຊັບຄວາມມັນສ່ວນເກີນ ແລະ ເຮັດໃຫ້ເຊວຜິວທີ່ເຊື່ອມສະພາບຫລຸດອອກຢ່າງອ່ອນໂຍນ
- ຜິວກະຈ່າງໃສ ນຽນນຸ້ມຈົນສັງເກດໄດ້
Aqua Plus Serise clear complex sulfur mask
Ingredients
AQUA, KAOLIN, BENTONITE, PROPYLENE GLYCOL, SULFUR,
MAGNESIUM ALUMINUMSILICATE, GLYCERIN, ZINC OXIDE,
EUCALYPTUS GLOBULUS LEAF OIL, POLYSORBATE 20,
TITANIUM DIOXIDE, CAPRYLHYDROXAMIC ACID, GLYCERYL CAPRYLATE
Aqua Plus Serise clear complex sulfur mask

Packaging
 ບັນຈຸພັນຈະເປັນແບບຫລອດບີບ ສີຟ້າຂຽວ ເບິ່ງແລ້ວສະອາດຕາ
ຝາເປັນແບບກຽວໝູນສີເງິນເຫລື້ອມ, ປະລິມານທີ່ໃຫ້ມາ 30 g
ເມື່ອເປີດໃຊ້ຄັ້ງທຳອິດຈະເຫັນແຜ່ນຟອຍສີເງິນຕິດອັດປາກຮູໄວ້
Aqua Plus Serise clear complex sulfur mask
Product
 ເນື້ອຂອງຜະລິດຕະພັນຈະເປັນທຣີດເມັ້ນແບບເຂັ້ມຂຸ້ນ ສີຟ້າອ່ອນຈາງໆ
ມີກິ່ນຫອມແບບເຢັນໆ ເມື່ອບີບອອກມາແລ້ວຕ້ອງຮີບທາ
ເພາະເນື້ອຜະລິດຕະພັນຂ້ອນຂ້າງຈະແຫ້ງໄວ 
Aqua Plus Serise clear complex sulfur mask
Direction
ແບບໃຊ້ມາສກໜ້າ ທາບາງໆໃຫ້ທົ່ວໜ້າ ເວັ້ນຮອບຕາ ແລະ ປາກ
ປະໄວ້ໃຫ້ແຫ້ງ ຫລື ປະມານ 5-10 ນາທີ ແລ້ວລ້າງອອກ
 ຄວນໃຊ້ 2-3 ເທື່ອຕໍ່ອາທິດ ຫລື ຫລາຍກວ່ານີ້ຖ້າຜິວມັນຫລາຍ

ແບບໃຊ້ທາສິວສະເພາະຈຸດ ທາບໍລິເວນຫົວສິວປະໄວ້ຂ້າມຄືນ  ແລ້ວລ້າງອອກໃນຕອນເຊົ້າ
ເພື່ອຊ່ວຍຫລຸດອາການອັກເສບຂອງສິວ ແລະ ເຮັດໃຫ້ສິວແຫ້ງໄວຂຶ້ນ
Aqua Plus Serise clear complex sulfur mask

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)