Hada Labo Super Hyaluronic Acid Hydrating Lotion (Review)

    ສະບາຍດີກັນອີກຄັ້ງ ພ້ອມໆກັບລົມເຢັນທີ່ພັດມາອີກຄັັ້ງເຊັ່ນກັນ (^_^)
ແຕ່ໂຊກດີທີ່ຄັ້ງນີ້ອາກາດ ບໍ່ໄດ້ໜາວເຢັຸນແຮງຄືຄັ້ງກ່ອນ
ແຕ່ສຳລັບສາວໆແລ້ວອາກາດແບບນີ້ກໍ່ສາມາດເຮດໃຫ້ຜິວແຫ້ງ
ຂາດຄວາມຊຸ່ມຊື່ນ ຜິວໝອງບໍ່ສົດໃສໄດ້
ດັ່ງນັ້ນ ມື້ນີ້ເຮົາມາຕື່ມນ້ຳ ຕື່ມຄວາມຊຸ່ມຊື່ນຜິວກັນເນາະ
ດ້ວຍ Hada Labo Super Hyaluronic Acid Hydrating Lotion
 
Hada Labo

 Product Information

ແບຣນ Hada labo ເປັນຜະລິດຕະພັນເວດສຳອາງສຳລັບດູແລຜິວໜ້າ
ໂດຍການຮ່ວມມືກັນຂອງ 2 ບໍລິສັດທີ່ມີຊື່ສຽງຄື
Mentholatum ແລະ Rohto Pharmaceutical (ປະເທດຍີ່ປຸ່ນ)
ເຊິ່ງໄດ້ເລືອກສັນສ່ວນປະສົມທີ່ດີມາຜະລິດ
ແລະ ຕັດສ່ວນປະສົມທີ່ບໍ່ຈຳເປັນອອກໄປ ເຊັ່ນ: ສີ, ນ້ຳຫອມ, ນ້ຳມັນແຮ່, 
ແລະ ສານປຸງແຕ່ງອື່ນໆທີ່ອາດເຮັດໃຫ້ຜິວລະຄາຍເຄືອງ
ຕາມປັດຊະຍາຂອງແບຣນຄື  Perfect & Simple ຄື "ສົມບູນແບບ ແລະ ລຽບງ່າຍ"
ດັ່ງນັ້ນ ຈຶ່ງໝັ້ນໃຈໄດ້ວ່າຜະລິດຕະພັນຂອງແບຣນນີ້ມີຄວາມໜ້າເຊື່ອຖື
ແລະ ປອດໄພອ່ອນໂຍນຕໍ່ຜິວຂອງເຮົາ (*o*)

Hada Labo

Product Claim

ໂລຊັ່ນສູດລ່າສຸດຈາກຍີ່ປຸ່ນ ມາພ້ອມເທັກໂນໂລຢີ HPP&M ເພີ່ມປະສິດທິພາບການບຳລຸງ
ຈາກ Hyaluronic Acid 4 ຊະນິດທີ່ມີຂະໜາດໂມເລກຸນຕ່າງກັນ
ທັງ Large-size Hyaluronic Acid, Medium-size Hyaluronic Acid,
Super Hyaluronic Acid และ Nano Hyaluronic Acid
ສາມາດຊຶມເຂົ້າເຕີມເຕັມ ແລະ ກັກເກັບຄວາມຊຸ່ມຊື່ນໄດ້ເຖິງທຸກຊັ້ນຜິວ
ເພື່ອຜິວສົດໃສຍິ່ງຂຶ້ນ ນຽນນຸ້ມດົນນານກວ່າ ຈົນຮູ້ສຶກໄດ້ທັນທີ
ແລະ ຊ່ວຍປັບສົມດຸນຜິວໃຫ້ພ້ອມຮັບການບຳລຸງຂັ້ນຕໍ່ໄປ
ສູດອ່ອນໂຍນ ບໍ່ລະຄາຍເຄືອງຜິວ ເພາະບໍ່ມີສ່ວນປະສົມຂອງແອລກໍຮໍ
ນ້ຳມັນແຮ່ ນ້ຳຫອມ ແລະ ສີ  <(*_*)>
Hada Labo

Ingredients

 Water, Butylene, Glycol, Glycerin, PPG-10 Methyl Glucose Ether,
Disodium Succinate, Methylparaben, Sodium Hyaluronate (Medium-Size HA),
Hydroxyethycellulose, Succinic Acid,  Sodium Hyaluronate (Large-Size HA),
Hyaluronic Acid (Nano HA), Sodium Acetylated Hyaluronate (Super HA)
ຈະເຫັນວ່າມີສານພາຣາເບນ ຜູ້ໃດທີ່ແພ້ສານພາຣາເບນຄວນຫລີກລ່ຽງ 

Hada Labo

Packaging

ຮູບແບບຂອງບັນຈຸພັນຈະເປັນຂວດສີຂາວໃສມົນຍາວ (ຊົງກະບອກ) 
ບັນຈຸພັນຈະມີ 2 ຂະໜາດ ຄື 170 ml ຝາເປີດ-ປິດ
ແລະ ຂະໜາດ 30 ml ຝາກຽວໝູນ (ຂະໜາດທົດລອງ)

Hada Labo
ບໍ່ວ່າຈະເປັນຂະໜາດໃຫຍ່ ຫລື ຂະໜາດນ້ອຍ ຮູສຳລັບເທນ້ຳໂລຊັ່ນຈະມີຂະໜາດເທົ່າກັນ

Hada Labo

Product

ເນື້ອໂລຊັ່ນຈະເປັນນ້ຳໃສໆ ບໍ່ມີສີ ແຕ່ກໍ່ມີຄວາມເຂັ້ມຂຸ້ນເລັກໜ້ອຍ
ບໍ່ມີກິ່ນ ບໍ່ມີແອລກໍຮໍ 

Hada Labo

Direction

  ວິທີໃຊ້ໂລຊັ່ນຂອງຍີ່ປຸ່ນກໍ່ຄື ຫລັງຈາກເຮັດຄວາມສະອາດຜິວໜ້າແລ້ວ
ໃຫ້ເທໂລຊັ່ນລົງໃສ່ຝາມືທີ່ສະອາດ 
ຫລັງຈາກນັ້ນ ທາໆ ລູບໆ ຕົບນ້ຳໂລຊັ່ນໃຫ້ຊຶມເຂົ້າໜ້າເບົາໆ
ຕົບເບົາໆເດີ້ ບໍ່ແມ່ນຕົບແຮງ ດຽວຈາກໜ້າໃສ ຈະກາຍເປັນໜ້າແດງແທນ (^_^)
Hada Labo
ສຳລັບໃຜທີ່ໜ້າແຫ້ງຫລາຍ ແລະ ຕ້ອງການຄວາມຊຸ່ມຊື່ນແບບເລັ່ງດ່ວນ
ມີວຶທີໃຊ້ອີກແບບໜຶ່ງມາບອກນັ້ນກໍ່ຄື ໃຊ້ໂລຊັ່ນ Mask ໜ້າ
ເຊິ່ງເໝາະກັບອາກາດໜາວແຫ້ງແບບບ້ານເຮົາແທ້ໆ (^_^)

Hada Labo
ອຸປະກອນທີ່ຕ້ອງໃຊ້ມີຄື: ນ້ຳໂລຊັ່ນ, ເມັດ Mask (ຫລື Mask ແບບເມັດ), ຈອກນ້ອຍ

Hada Labo
ວິທີໃຊ້ກໍ່ຄື ເທນ້ຳໂລຊັ່ນໃສ່ເມັດ Mask ຄ່ອຍໆເທໃສ່ຈົນເມັດ Mask ຊຸ່ມ
ແຕ່ລະວັງຢ່າເຮັດປຽກຫລາຍເກີນໄປ ເພາະມັນເປືອງ 555..... (^o^)

Hada Labo
ຈະເຫັນວ່າ ພໍເມັດ Mask ຊຸ່ມປຽກນ້ຳ ເມັດ Mask ກໍ່ຈະຟູຂຶ້ນ

Hada Labo
ຫລັງຈາກນັ້ນກໍ່ນຳເອົາເມັດ Mask ມາແຜ່ວາງໃສ່ເທິງໃບໜ້າ
ຄືກັບ Mask ໜ້າປົກກະຕິ ປະໄວ້ປະມານ 10-15 ນາທີ ແລ້ວເອົາແຜ່ນ Mask ອອກ

Hada Labo

Feeling after use:

 ແບບໃຊ້ທຳມະດາ
ເນື້ອໂລຊັ່ນຈະຊຶມເຂົ້າຜິວຂ້ອນຂ້າງຊ້າ ຕົບໄປເລື້ອຍໆຈະຮູ້ສຶກໜຽວຫນ້ອຍຫນຶ່ງ
ແຕ່ເມື່ອຊຶມແລ້ວຈະເຮັດໃຫ້ຜິວນຸ້ມຟູສົດໃສຂຶ້ນມາທັນທີ
ຢ່າຫວັງຄວາມຂາວເພາະສູດນີ້ບໍ່ໄດ້ເນັ້ນເຮັດໃຫ້ຜິວຂາວ
ແຕ່ຜິວຈະໃສສຸຂະພາບດີ ອິ່ມນ້ຳ

ແບບໃຊ້ເຮັດແຜ່ນ Mask
ຫລັງຈາກ Mask ໜ້າແລ້ວແຜ່ນມາກທີ່ຍັງຊຸ່ມຢູ່
ເຮົາກໍ່ເອົາມາ mask ຄໍ​ຕື່ມ​ອີກ ຈະໄດ້ຊຸ່ມຊື່ນໄປພ້ອມໆກັນ (*o*) ເຫະໆ ເມື່ອໃຊ້ວິທີນີ້ແລ້ວ
 ຈະເຫັນໄດ້ວ່າຫນ້າຊຸ່ມຊື່ນອີ່ມ​ນ້ຳ​ເຖິງຂີດສຸດ
ແຕ່ວິທີນີ້ແນະນຳດົນໆເຮັດເທື່ອຫນຶ່ງກໍ່ດີ ເພາະມັນເປືອງ 555 ຖ້າໃຊ້ເລື້ອຍໆຫ​ມົດ​ໄວ​ແນ່ນອນ (^o^)

ໃຫ້ຄະແນນ 5/5
ໃຫ້ຄະແນນເຕັມໄປເລີຍສຳລັບຜະລິດຕະພັນນີ້ (^_^)
ສາວໆທີ່ຜິວແຫ້ງຖືວ່າແນະນຳເລີຍ
ແຕ່ກັບສາວຜິວມັນຫລາຍອາດຈະເລືອກໃຊ້ອີກສູດໜຶ່ງທີ່ເປັນສູດບາງເບົາກວ່າ
ບາງຄົນອາດແພ້ໂລຊັ່ນບາງສູດຂອງ Hada Labo ສະນັ້ນ ຄວນຊື້ຂະໜາດທົດລອງ
ມາທົດສອບກ່ອນເມື່ອໃຊ້ດີໃຊ້ຖືກ ຈຶ່ງຊື້ຂະຫນາດໃຫຍ່ມາໃຊ້ໃຫ້ຈຸໃຈກັນເລີຍ 
.............................
Review ນີ້ເປັນພຽງຄວາມຄິດເຫັນສ່ວນບຸກຄົນເທົ່ານັ້ນ
ສະນັ້ນບໍ່ສາມາດນຳໄປຕັດສິນໄດ້ວ່າຜະລິດຕະພັນນີ້ຈະດີ ຫລື ບໍ່
ໃຊ້ແລ້ວຈະແພ້ ຫລື ບໍ່
ເພາະທັງນີ້ກໍ່ຂຶ້ນຢູ່ກັບສະພາບຜິວ ແລະ ຄວາມມັກຂອງແຕ່ລະຄົນ
ເພາະຜິວແຕ່ລະຄົນບໍ່ຄືກັນ ດັ່ງນັ້ນ ຜົນລັບທີ່ໄດ້ກໍ່ຈະບໍ່ຄືກັນ
ຢາກຮູ້ຕ້ອງທົດລອງເອງເນີ້ (^_^)

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)