Sunscreen Lotion ຫລື Sun Protection ... ຈຳເປັນບໍ່ທີ່ຕ້ອງໃຊ້ກັນແດດ ?

ປະເທດລາວເຮົາເປັນປະເທດທີ່ແດດແຮງທຸກລະດູ
ບໍ່ວ່າຈະໜາວ ຈະຮ້ອນ ແດດກໍ່ຍັງຮ້ອນແຮງແຜດເຜົາຜິວໜັງຄົນເຮົາໄດ້ສະເໝີ
ແລະ ທ່ານຮູ້ບໍ່ວ່າໃນແສງແດດນັ້ນມີອັນຕະລາຍພຽງໃດ...?
ມື້ນີ້ເຮົາໄປຮູ້ຈັກກັບອັນຕະລາຍຂອງແສງແດດ ແລະ ວິທີປ້ອງກັນຕົວເອງກັນດີກວ່າ
ຮູບຈາກ Google
 ອັນຕະລາຍຂອງແສງແດດ

ແສງແດດ ແລະ ລັງສີອັລຕຣ້າໄວໂອເລດ UVA UVB
ເປັນອີກໜຶ່ງປັດໃຈທີ່ສ້າງຄວາມເສຍຫາຍໃຫ້ກັບຜິວພັນຂອງຄົນເຮົາ
ເນື່ອງຈາກວ່າ
ລັງສີ UVA (UVA = Aging ມີອາຍຸຫລາຍຂຶ້ນ) ເປັນສາເຫດເຮັດໃຫ້ຜິວໜັງເກີດຈຸດດ່າງດຳ
ແລະ ຮອຍຫ່ຽວກ່ອນໄວເຖິງ 90% ນອກຈາກນັ້ນ ຍັງເປັນສາເຫດໃຫ້ເກີດມະເລັງຜິວໜັງອີກດ້ວຍ
ນອກຈາກຈະທຳລາຍຜິວໜັງຊັ້ນນອກ Epidermis ແລ້ວ ຍັງທະລຸຜິວເຂົ້າໄປທຳລາຍ
ຄໍລາເຈັ້ນ ແລະ ອີລາສຕິນທີ່ເປັນໂຄງສ້າງຜິວໜັງໃນຊັ້ນ Dermis ນຳອີກ
ລັງສີ UVB (UVB = Burning ເກີດການເຜົາໄໝ້) ເຮັດໃຫ້ຜິວດຳ ແລະ ອາດເຮັດໃຫ້ຜິວໄໝ້
ຈົນເກີດອາການແດງ ແສບ ຄັນ ແລະ ເປັນອີກໜຶ່ງສາເຫດໃຫ້ເກີດມະເລັງຜິວໜັງດ້ວຍ
UVB ຈະທຳລາຍຜິວສະເພາະຊັ້ນ Epidermis ເທົ່ານັ້ນ ແຕ່ພຽງເທົ່ານີ້ກໍ່ເປັນອັນຕະລາຍແລ້ວ
ເ່ພາະເຊວຜິວ ແລະ DNA ກໍ່ຢູ່ທີ່ຜິວຊັ້ນນອກຄືກັນ

ເມື່ອຮູ້ເຖິງອັນຕະລາຍຂອງແສງແດດແລ້ວ
 ເຮົາຄວນຈະຫາທາງປ້ອງກັນເພື່ອບໍ່ໃຫ້ຜິວສຳຜັດກັບແດດໂດຍກົງ
ໂດຍການຫລີກລ່ຽງແສງແດດໃນຊ່ວງເວລາ 10 ໂມງເຊົ້າ - 16 ໂມງແລງ
ຫລື ອີກວິທີໜຶ່ງຄືການທາສານກັນແດດ
ເພື່ອເປັນການເຄືອບຜິວຂອງເຮົາບໍ່ໃຫ້ສຳຜັດກັບແສງແດດໂດຍກົງ
Sunscreen Lotion
ສານກັນແດດ ຫລື Sun Protection

ສານກັນແດດທີ່ເຫັນຕາມທ້ອງຕະຫລາດມີຫລາຍແບບ ຫລາຍເນື້ອສຳຜັດ
ເຊິ່ງອາດຈະມາໃນຮູບແບບຄຣີມ, ໂລຊັ່ນ, ເຈວ, ສະເປ ແລະ ອື່ນໆ
 ແຕ່ຫລັກໆແລ້ວສານກັນແດດມີ 3 ປະເພດຄື:

1. ສານກັນແດດແບບເຄມີ (Chemical Sunscreen)
ເປັນສານກັນແດດທີ່ເຮັດມາຈາກສານເຄມີ ພວກ
Ecamsules, Oxybenzone, Avobenzone
ເຊິ່ງເຮັດວຽກໂດຍການດູດຊຶມລັງສີ UV ແລ້ວປ່ຽນເປັນພະລັງງານຄວາມຮ້ອນ
ປ່ອຍອອກມາສູ່ຜິວ ຈຶ່ງມີໂອກາດເຮັດໃຫ້ຜິວລະຄາຍເຄືອງ
ບາງຄັ້ງສານກັນແດດແບບເຄມີບາງໂຕບໍ່ສະຖຽນ
ສາມາດສະລາຍໂຕຫລັງເຮັດປະຕິກິລິຍາເຄມີກັບລັງສີ UV
ຈຶ່ງເຮັດໃຫ້ຄວາມສາມາດໃນການກັນແດດຫລຸດລົງ ເມື່ອເວລາຜ່ານໄປ
ບາງໂຕບໍ່ສາມາດປົກປ້ອງລັງສີໄດ້ຄົບຖ້ວນ
ອາດຈະໄດ້ພຽງແຕ່ UVB ແຕ່ບໍ່ໄດ້ກັນ UVA
ຫລື ອາດຈະໄດ້ພຽງແຕ່ UVA/UVB ແຕ່ບໍ່ໄດ້ UVA1 
2. ສານກັນແດດແບບບໍ່ໃຊ້ສານເຄມີ (Physical Sunscreen)
ໃຊ້ສານກັນແດດທີ່ມາຈາກແຮ່ທາດທຳມະຊາດເຊັ່ນ: 
Zinc Oxide, Titanium Dioxide, Iron Oxide
ຫລັກການເຮັດວຽກໍ່ຄື ການສະທ້ອນແສງ ບໍ່ດູດຊຶມລັງສີ UV
ຈຶ່ງລົດອາການແພ້ລະຄາຍເຄືອງ ເໝາະກັບຜິວແພ້ງ່າຍ ບອບບາງ ເປັນສິວງ່າຍ
ແຖມຍັງມີຄວາມສະຖຽນສູງ ບໍ່ແຕກສະລາຍໂຕງ່າຍ ຈຶ່ງປົກປ້ອງຜິວໄດ້ດົນກວ່າ
ແຕ່ວ່າບໍ່ສາມາດຈະໃຊ້ຄ່າ SPF ສູງໆຫລາຍໄດ້ (ເຊິ່ງແບບເຄມີສາມາດເຮັດໄດ້)
ແລະ ບາງທີຫລັງທາອາດເຮັດໃຫ້ໜ້າຂາວລອຍ

3.  ສານກັນແດດແບບປະສົມ (Chemical-Physical Sunscreen)
ແນ່ນອນເມື່ອທັງ 2 ແບບຂ້າງຕົ້ນກໍ່ມີທັງຂໍ້ດີ ແລະ ຂໍ້ເສຍ
ດັ່ງນັ້ນ ບາງທີຈຶ່ງຖືກຈັບມາລວມກັນ ເພື່ອເພີ່ມຂໍ້ດີ ແລະ ຫລຸດຂໍ້ເສຍຂອງກັນແລະກັນ
ນັ້ນກໍ່ຄືລົດການລະຄາຍເຄືອງ ແລະ ຫລຸດຄວາມຂາວລອຍເມື່ອທາ
ແຕ່ສຳລັບຜິວແພ້ງ່າຍແລ້ວ ອາດຕ້ອງໃຊ້ແບບທີ 2 ດີກວ່າ
ເພື່ອຫລີກລ່ຽງອາການແພ້
Sunscreen Lotion
ການເລືອກສານກັນແດດສຳລັບຜິວແພ້ງ່າຍ
1. ຄວນໃຊ້ກັນແດດທີ່ບໍ່ໃຊ້ສານກັນແດດແບບເຄມີ
ຊອກຫາຄຳວ່າ 100% non-chemical ຫລື 100% physical
2. ຖ້າບໍ່ຈຳເປັນບໍ່ຄວນໃຊ້ແບບກັນນ້ຳ
ເພາະອາດຈະເຮັດໃຫ້ເກີດການອຸດຕັນງ່າຍ
ຖ້າບໍ່ໄດ້ໃຊ້ຊີວິດປະຈົນໄພ ເຫງື່ອບໍ່ອອກຫລາຍເກີນໄປ
ກໍ່ບໍ່ຈຳເປັນຕ້ອງໃຊ້ລຸ້ນກັນນ້ຳ ໃຊ້ລຸ້ນທຳມະດາກໍ່ພໍ
3. ເລືອກຄ່າ SPF 35-50 ກໍ່ພໍບໍ່ຕ້ອງຫລາຍເກີນໄປ
ເພາະ SPF 100 ກັນແດດໄດ້ດົນກວ່າ SPF 50 ພຽງແຕ່ 0.01 %
ການທີ່ເອົາສານກັນແດດມາກອງຢູ່ໜ້າຈຳນວນຫລາຍ ໂດຍບໍ່ຈຳເປັນ
ອາດເຮັດໃຫ້ຜິວລະຄາຍເຄືອງ ແລະ ເພີ່ມໂອກາດແພ້ໄດ້ 
ແຖມຍັງບໍ່ໄດ້ຊ່ວຍໃຫ້ກັນແດດໄດ້ດີຂຶ້ນກວ່າເກົ່າຊ້ຳ
4. ໃສ່ໃຈເບິ່ງລາຍລະອຽດຂອງສ່ວນປະສົມ ຄວນຫລີກລ່ຽງສານພວກທີ່ມີ
- ເບສເປັນນ້ຳມັນ ຫລື ນ້ຳມັນສິລິໂຄນ ເພາະເປັນຕົວເຮັດລະລາຍທີ່ງ່າຍທີ່ສຸດ
ເວລາທາຈະມື່ນ ບໍ່ຫນຽວ ແຕ່ຂໍ້ເສຍຄື ຫນ້າຈະມັນເຫລື້ອມລະວ່າງວັນ
ແຖມຍັງອຸດຕັນຈົນອາດຈະເປັນສິວອີກດ້ວຍ

- ແອລກໍຮໍ ເຮັດໃຫ້ຮູ້ສຶກເບົາສະບາຍຫລັງທາ
ແຕ່ຂໍ້ເສຍຄື ອາດກໍ່ໃຫ້ເກີດອາການແພ້ ຮູຂຸມຂົນອາດກວ້າງຂຶ້ນໃນໄລຍະຍາວ 
ແລະ ໜ້າອາດໄວຕໍ່ແດດຫລາຍຂຶ້ນ
- ນ້ຳຫອມ ກັນແດດມັກໃສ່ນ້ຳຫອມເພື່ອປົກປິດກິ່ນຂອງກັນແດດ
ແຕ່ກໍ່ເຮັດໃຫ້ຫລາຍຄົນແພ້ ເປັນຜື່ນ
5. ຊອກຫາຄຳວ່າ Dermatologically Tested
ເພາະໝາຍຄວາມວ່າຜະລິດຕະພັນໄດ້ຜ່ານການທົດສອບ Patch Test
ໂດຍກຳມະວິທີ ແລະ ຜ່ານຫ້ອງແລັບຂອງແພດຜູ້ຊ່ຽວຊານທາງຜິວໜັງ
ຜ່ານກຸ່ມຕົວຢ່າງທີ່ທົດລອງໃຊ້ແທ້

ວິທີເລືອກກັນແດດໃຫ້ເໝາະກັບກິດຈະກຳປະຈຳວັນ
ຖ້າໃນຊີວິດປະວັນບໍ່ໄດ້ພົບກັບແດດແຮງ ຫລື ນັ່ງເຮັດວຽກຢູ່ແຕ່ໃນຫ້ອງການ ຄວນຈະເລືອກໂຕທີ່ມີເນື້ອບາງເບົາ ມີຄ່າ SPF 35-50 ກໍ່ພໍເພື່ອຫລີກລ່ຽງການອຸດຕັນ
ຄົນທີ່ເຮັດວຽກຢູ່ຫ້ອງການທີ່ມີແວ່ນ ຫລື ປ່ອງຢ້ຽມແສງແດດສາມາດສ່ອງມາຮອດຕົວທ່ານໄດ້
ການທາຄຣີມກັນແດດກໍ່ເປັນສິ່ງທີ່ຊ່ວຍໄດ້ຫລາຍ ເພາະລັງສີ UVA ສາມາດທະລຸຜ່ານແວ່ນ
ທີ່ມີຄວາມໜາ ແລະ ມີຄຸນນະພາບສູງໄດ້
ນອກຈາກຈະກັນແສງແດດແລ້ວ ຍັງກັນແສງໄຟໃນຫ້ອງການອີກດ້ວຍ
ຖ້າຕ້ອງຫລິ້ນກິລາກາງແຈ້ງ ຫລິ້ນນ້ຳ ຫລື ເຮັດກິດຈະກຳທີ່ເຫື່ອອອກຫລາຍ
ຄວນເລືອກກັນແດດທີ່ມີເນື້ອເຂັ້ມຂຸ້ນ ແລະ ມີຄ່າ SPF 50 ຂຶ້ນໄປເພາະຈະກັນແດດໄດ້ດົນກວ່າ
ແຕ່ທາງທີ່ດີຄວນທາເພີ່ມທຸກໆ 2 ຊົ່ວໂມງເພື່ອເພີ່ມປະສິດທິພາບໃຫ້ແກ່ສານກັນແດດ

ເປັນຈັ່ງໃດອ່ານມາຮອດນີ້ຄົງຈະຮູ້ກັນແລ້ວວ່າສານກັນແດດມີຄວາມຈຳເປັນຢ່າງຍິ່ງ
ກັບຊີວິດປະຈຳວັນຂອງຄົນເຮົາ ດັ່ງນັ້ນ ສາວໆຢ່າລືມດູແລຮັກສາຜິວຂອງທ່ານເອງ
ດ້ວຍການທາກັນແດດກ່ອນທີ່ຈະອອກໄປປະເຊີນກັບແສງແດດແນ່ເດີ້
ບ໊າຍ...ບ໋າຍຍຍຍ





ຂໍຂອບໃຈຂໍ້ມູນຈາກ
 https://www.wongnai.com/articles/review-mizumi-sunscreen
http://www.pandermacare.com
http://women.thaiza.com 

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)