Pattaya ... Happy New Year 2016 (Part 1)

ກ່ອນອື່ນຂໍກ່າວຄຳວ່າ ສະບາຍດີປີໃໝ່ສາກົນປີ 2016 ຢ່າງເປັນທາງການ
555 (^o^) ອາດຈະຊ້າໄປໜ້ອຍໜຶ່ງ ຈັ່ງໃດກະໂຊກດີປີໃໝ່ເດີ້
ເປັນຈັ່ງໃດກັນແນ່ ປີໃໝ່ໄດ້ພາກັນໄປທ່ຽວໃສບໍ່
ຫລື ພາກັນນອນເມົາຄ້າງຢູ່ບ້ານ ເຫະເຫະ
ນ້ອຍເອງປີນີ້ມີໂອກາດບິນໄປຫລິ້ນໄກເຖິງຕ່າງປະເທດ
ແຕ່...ເປັນປະເທດເພື່ອນບ້ານເຮົາໃກ້ໆນີ້ເອງ 555
ນັ້ນກໍ່ຄື Pattaya in THAILAND
Pattaya
 ເນື່ອງຈາກການທ່ອງທ່ຽວໃນ Trip ນີ້ໃຊ້ເວລາ 4 ມື້ 3 ຄືນ
ດັ່ງນັ້ນ ນ້ອຍຈະຂໍເລົ່າເລື້ອງໂດຍແບ່ງອອກເປັນ 3 Part
ຖ້າເລົ່າພ້ອມກັນບາດດຽວອາດຈະຍາວເກີນໄປ
ຫລື ຖ້າໃຜສົນໃຈສະຖານທີ່ໃດເປັນພິເສດ ຈະອ່ານແຕ່ສະເພາະ Part ນັ້ນກໍ່ໄດ້
ຫລື ອ່ານໄປຈົນຈົບ 3 Part ກໍ່ຍິ່ງດີເຊັ່ນກັນ ອິອິ

ເອົາລະເພື່ອບໍ່ເປັນການເສຍເວລາ
ເຮົາມາເລີ່ມຕົ້ນການເດີນທາງໄປພ້ອມໆກັນເລີຍ Let's Go

Part 1 : ມື້ທີ 1 (01.01.2016)

ເລີ່ມຕົ້ນປີໃໝ່ດ້ວຍການຕື່ນເດິກລຸກເຊົ້າເອົາແຕ່ 5 ໂມງເຊົ້າກັນເລີຍ
ທີ່ຕ້ອງຕື່ນເຊົ້າ ເນື່ອງຈາກຕ້ອງຮັກສາເວລາ ເພາະຕ້ອງຂ້າມໄປຂຶ້ນຍົນທີ່ຝັ່ງໄທ
ຖ້າໄປຊ້າອາດຕົກຍົນ ໂດຍທີ່ຍັງບໍ່ທັນຂຶ້ນຍົນຊ້ຳ 555
ຫລັງຈາກຈັດກຽມເຄື່ອງຂອງ, ອອກຈາກບ້ານ ແລະ ໄປຮັບເພື່ອນຮ່ວມທາງ
ເຮົາກໍ່ມາຮອດຂົວມິດຕະພາບໃນເວລາ 06: 50 ໂມງ
ຫລັງຈາກນັ້ນ ກໍ່ພາກັນດຳເນີນເອກະສານຂໍອອກປະເທດ ແລະ ໂທຫາລົດ
ທີ່ເຊົ່າໄວ້ເພື່ອໃຫ້ໄປສົ່ງທີ່ສະໜາມບິນຈັງຫວັດອຸດອນທານີປະເທດໄທ
(ສຳລັບໃຜທີ່ບໍ່ທັນຈອງລົດສາມາດຊອກຫາໄດ້ທີ່ບໍລິເວນທາງອອກ
ຫລັງຈາກແລ່ນເອກະສານຂາອອກ ຈະມີຜູ້ບໍລິການລົດເຊົ່າຂ້າມປະເທດ
ຖ້າໃຫ້ບໍລິການຢູ່ ສາມາດຕໍ່ລອງລາຄາກັນໄດ້ເລີຍ)

ການເດີນທາງເບິ່ງຄືຈະສະດວກວ່ອງໄວ ເນື່ອງຈາກເຮົາເພື່ອເວລາໄວ້ຫລາຍ
ແຕ່... ເຫດການທີ່ບໍ່ຄາດຄິດກໍ່ເກີດຂຶ້ນ ເມື່ອນ້ອງທີ່ຮ່ວມເດີນທາງຄົນໜຶ່ງ
Passport ຂອງນ້ອງຍັງອີກ 4 ເດືອນຈະໝົດອາຍຸ (ຕາມລະບຽບແລ້ວ Passport 
ຕ້ອງຍັງອາຍຸການນຳໃຊ້ອີກ 6 ເດືອນຂຶ້ນໄປຈຶ່ງສາມາດໄປຕ່າງປະເທດໄດ້)
ດັ່ງນັ້ນ ກວ່າຈະຜ່ານດ່ານລາວດ້ວຍການຂໍຮ້ອງຕ່າງໆນາໆກໍ່ກິນເວລາໄປດົນເຕີບ
ຫລັງຈາກແຈ້ງເອກະສານຂາອອກແລ້ວ ກໍ່ຈ່າຍເງິນຄ່າລ່ວງເວລາ 10.000 ກີບ
(ເພາະເຮົາມາກ່ອນ 8 ໂມງ) ແລະ ຈ່າຍຄ່າລົດອອກຈາກຂົວອີກຜູ້ລະ 4.000 ກີບ
ໃນທີ່ສຸດກໍ່ເດີນທາງອອກຈາກຂົວຝັ່ງລາວໃນເວລາ 8 ໂມງເຊົ້າ 555...

ເມື່ອຮອດດ່ານຝັ່ງໄທກໍ່ເຊັ່ນກັນກວ່າຈະຂໍອະນຸຍາດຜ່ານດ່ານ ແລະ ຂຽນໃບປະຕິຍານ
ກໍ່ກິນເວລາໄປດົນເຕີບເຊັ່ນກັນ 
ພໍເບິ່ງເວລາແລ້ວເຫລືອເວລາບໍ່ຮອດຊົ່ວໂມງ counter check in ກໍ່ຈະປິດ 
ດັ່ງນັ້ນ ຈຶ່ງບອກລຸງໂຊເຟີ້ຍຽບຄັນເລັ່ງແບບຢ່າໃຫ້ໃຜແຊງເດີ້ລຸງ 555...
ຮອດສະໜາມບິນອຸດອນໃນເວລາປະມານ 08:45 ແລະ ຈ່າຍຄ່າເຊົ່າລົດຜູ້ລະ 250 ບາດ
ຫລັງຈາກນັ້ນ ກໍ່ແລ່ນໄປ check in ເຊິ່ງເຫລືອເວລາອີກ 10 ນາທີ   
counter ກໍ່ຈະປິດ ເກືອບພາກັນຕົກຍົນລະບໍ 555...
ເລີ່ມຕົ້ນການເດີນທາງແບບຕື່ນເຕັ້ນຕັ້ງແຕ່ມື້ທຳອິດກັນເລີຍ ເຫິເຫິ...

 ເວລາປະມານ 09:25 ກໍ່ພາກັນທະຍອຍຂຶ້ນຍົນ ເຊິ່ງບ່ອນນັ່ງທີ່ຈອງແມ່ນໄດ້ນັ່ງຫລັງສຸດເລີຍ
ຍົນເລີ່ມບິນໃນເວລາປະມານ 09:35 ມຸ້ງໜ້າໄປທີ່ສະໜາມບິນອູ່ຕະເພົາ ຈັງຫວັດຣະຍອງ
ໂດຍໃຊ້ເວລາໃນການບິນປະມານ 1 ຊົ່ວໂມງ 10 ນາທີ
ແລະແລ້ວເຮົາກໍ່ຮອດສະໜາມບິນອູ່ຕະເພົາໃນເວລາ 10:40 
Pattaya
 ທີ່ທາງອອກຈາກຕຶກສະໜາມບິນຈະເຫັນບໍລິການລົດຮັບສົ່ງໂດຍສານ
ເຊິ່ງຈະມີໃຫ້ເລືອກທັງລົດບັສ ແລະ ລົດແທັກຊີ່
ເລືອກກັນເອງເລີຍວ່າຈະສະດວກເດີນທາງໄປ Pattaya ດ້ວຍວິທີໃດ
ລາຄາຄ່າໂດຍສານຕໍ່ຄົນ ລົດບັດ 150 ບາດ ແລະ ລົດແທັກຊີ່ 250 ບາດ
Pattaya
 ເຊິ່ງແນ່ນອນວິທີທີ່ເຮົາເລືອກກັນແມ່ນ ໄປດ້ວຍລົດບັສ 555...
ເນື່ອງຈາກຕ້ອງຢູ່ຫລາຍມື້ ດັ່ງນັ້ນ ຕອ້ງປະຢັດກັນແນ່ໜ້ອຍໜຶ່ງ ອິອິ
ເດີນທາງອອກຈາກສະໜາມບິນເວລາ 11:00 ໂມງ
Pattaya
ລົດບັສມາແລ້ວ... ເປັນລົດບັສ 2 ຊັ້ນ
ໂຊເຟີ້ເບິ່ງຄືຈະເປັນນັກຊິ້ງເກົ່າ ແລະ ລະບົບເບກຂອງລົດກໍ່ເຮັດວຽກໄດ້ດີ
ຊິ້ງໄປ ເບກໄປ ເມົາຄັກລະບາດນິ ເມົາຍົນຍັງບໍ່ທັນເຊົາ ມາເມົາລົດຕໍ່ອີກ ເຫີ້..... (@_@!!)
Pattaya

  ເວລາປະມານ 12:30 ເຮົາກໍ່ເດີນທາງມາຮອດສະຖານີຂົນສົ່ງໂດຍສານ
ເພື່ອຊອກຕໍ່ລົດໄປຫາທີ່ພັກທີ່ເຮົາຈອງໄວ້ລ່ວງໜ້າ ຄ່າໂດຍສານ 30 ບາດ/ຄົນ
(ລາຄານີ້ແມ່ນລາຄາຊ້ວງເທດສະການ ຖ້າມາມື້ປົກກະຕິອາດຈະໄດ້ລາຄາຖືກກວ່ານີ້)
Pattaya
 ຄິວລົດສອງແຖວຢູ່ນີ້ຈະບໍ່ອອກເປັນໂມງ ຕ້ອງລໍຖ້າຄົນໂດຍສານເຕັມລົດຈຶ່ງອອກ
ໂອ້...!!! ຫລັງຈາກທີ່ເດີນທາງມາດົນນານເປັນເວລາເຄິ່ງມື້
ໃນທີ່ສຸດກໍ່ເຫັນທະເລພັດທະຍາແລ້ວ ເຢ້ !!! \(^_^)/
Pattaya
    ແຕ່...ການເດີນທາງຂອງນ້ອຍ ແລະ ທ່ານສາມີຍັງບໍ່ຈົບ
ເພາະວ່າລົດສອງແຖວໄປສົ່ງເຮົາຢູ່ທີ່ພັກຜິດບ່ອນ (T_T) ເພາະຊື່ຄືກັນ
 ແຕ່ກໍ່ຍັງໂຊກດີທີ່ວ່າ ທີ່ພັກທີ່ເຮົາຈອງໄວ້ (ຈອງຜ່ານ Agoda) 
ບໍ່ຫ່າງໄກປານໃດຈາກບ່ອນທີ່ລົດສອງແຖວສົ່ງເຮົາລົງ
ດັ່ງນັ້ນ ເຮົາສອງຄົນ ຜົວເມຍ ຈຶ່ງຕ້ອງຍ່າງ ແລະ ຍ່າງໄປຫາທີ່ພັກທີ່ກັນເອງຕາມລຳພັງ
Pattaya
ເວລາ 13: 40 ໃນທີ່ສຸດກໍ່ມາຮອດທີ່ພັກແລ້ວວວວ... ເຫີ້...!!! ເມື່ອຍຍຍຍ
ດີທີ່ຈອງໄວ້ກ່ອນ ຖ້າບໍ່ດັ່ງນັ້ນ ເສຍເວລາຊອກທີ່ພັກອີກ ຫລື ອາດຈະບໍ່ມີທີ່ພັກກໍ່ໄດ້
ເພາະຊ້ວງປີໃໝ່ນັກທ່ອງທ່ຽວມາຫລາຍ ທັງຄົນໄທເອງ ແລະ ຄົນຕ່າງປະເທດ
Pattaya
ທີ່ພັກຢູ່ Pattaya ລາຄາຂ້ອນຂ້າງແພງ ບ່ອນທີ່ນ້ອຍຈອງໄວ້
ແມ່ນຈອງຜ່ານ Agoda ເລີຍໄດ້ລາຄາທີ່ຫລຸດລົງເຫລືອປະມານຄືນລະ 600 ປາຍບາດ
Pattaya
ສະພາບຫ້ອງ ແລະ ສິ່ງອຳນວຍຄວາມສະດວກຄືວ່າ OK 
ຫລັງຈາກເກັບມ້ຽນເຄື່ອງຂອງແລ້ວ ເວລາກໍ່ລ່ວງເລີຍມາຈົນກາຍ 14:00 ໂມງແລ້ວ
ທ້ອງເລີ່ມສົ່ງສຽງປະທ້ວງ ດັ່ງນັ້ນເຮົາຈຶ່ງອອກເດີນທາງອີກຄັ້ງ ເພື່ອຊອກຫາບ່ອນກິນເຂົ້າສວາຍ
ຍ່າງຊອກຮ້ານອາຫານໄປ ສຳລວດບ້ານເມືອງໄປນຳ ສຸດທ້າຍກໍ່ຊື້ກັບມາກິນຢູ່ທີ່ພັກຄືເກົ່າ 555
Pattaya
ຫລັງຈາກກິນເຂົ້າສວາຍອີ່ມແລ້ວ ກໍ່ປະຕິບັດການຕະລອນທົວພັດທະຍາ
ດ້ວຍການເໝົາລົດ 2 ແຖວໄປຫລິ້ນຄົນລະ 20 ບາດ
(ລືມບອກໄປວ່າເພື່ອນຮ່ວມຊາດທີ່ມານຳກັນມີ 7 ຄົນ ອິອິ ລາຄາຄ່າລົດຕ່າງໆແຊກັນ 7 ຄົນ)
ສະຖານທີ່ທຳອິດທີ່ຈະໄປຄື:

Art in Paradise Pattaya
Art in Paradise
 ເວລາປະມານ 15:30 ທີມງານເຮົາກໍ່ເດີນທາງມາຮອດ
ພິພິດຕະພັນຮູບແຕ້ມສາມມິຕິ ຫລື ເອີ້ນເປັນພາສາອັງກິດວ່າ Art in Paradise
ໂດຍເສຍຄ່າເຂົ້າຊົມຄົນລະ 200 ບາດ
Art in Paradise
 Art in Paradise ເປັນພິພິດຕະພັນທີ່ລວມຮູບແຕ້ມ 3 ມິຕິ ຫລາຍກວ່າ 140 ຮູບ
ພາຍໃນເນື້ອທີ່ປະມານ 5,800 ຕາລາງແມັດ 
ອຳນວຍການສ້າງໂດຍທ່ານ ຊິນ ແຈ ຍອລ (ສິນລະປິນຄົນເກົາຫລີໃຕ້)
Art in Paradise
 ກ່ອນຈະເຂົ້າດ້ານໃນຫ້ອງວາງສະແດງຮູບພາບ
ທຸກຄົນຕ້ອງປົດເກີບ ແລະ ເອົາໃສ່ກະຕ່າທີ່ເຈົ້າໜ້າທີ່ໄດ້ກຽມໄວ້ໃຫ້
ຫລັງຈາກນັ້ນ ເກີບຂອງເຮົາຈະຖືກລຳລຽງໄປໄວ້ທີ່ທາງອອກຂອງພິພິດຕະພັນ
Art in Paradise
Art in Paradise ພາຍໃນແບ່ງເປັນ 10 ຫ້ອງສະແດງພາບຄື
1. ຫ້ອງລວງຕາ   2. ຫ້ອງໃຕ້ສະໝຸດ   3. ຫ້ອງສັດປ່າ   4. ຫ້ອງພາບສິນລະປິນລະດັບໂລກ
5. ຫ້ອງອະລິຍະທຳ
Art in Paradise
6. ຫ້ອງສິນລະປະເໜືອຄວາມຈິງ   7. ຫ້ອງໄດໂນເສົາ   8. ຫ້ອງນ້ຳຕົກ
9. ຫ້ອງວິວທິວທັດ   10. ຫ້ອງນິທັດສະການສິນລະປະ
Art in Paradise
Art in Paradise
Art in Paradise
ມື້ນີ້ຄົນມາທ່ອງທ່ຽວຫລາຍ ແລະ ມີທົວມາລົງຫລາຍຄັນລົດເລີຍ
ໂດຍສະເພາະແມ່ນທົວຄົນຈີນ ຍ່າງໄປໃສກະໄດ້ຍິນແຕ່ຄົນ speak chinese
Art in Paradise
ຄົນຫລາຍໆເວລາຖ່າຍຮູບຕ້ອງໃຊ້ມຸມກ້ອງກັນວຸ້ນວາຍເລີຍ 555
ເພາະບໍ່ດັ່ງນັ້ນ ຮູບທີ່ເຮົາຖ່າຍອາດຕິດຄົນທີ່ເຮົາບໍ່ຮູ້ຈັກມານຳ
Art in Paradise
Art in Paradise
Art in Paradise
 ເມື່ອມາຖືກມື້ຄົນຫລາຍເວລາຖ່າຍຮູບຕ້ອງຖ້າຄິວກັນ ປ່ຽນເຂົ້າປ່ຽນອອກ
ຫລືບໍ່ດັ່ງນັ້ນ ຕ້ອງອາໄສຄວາມໄວຍາດຊິງຈັງຫວະກັນ 555
Art in Paradise
Art in Paradise

Art in Paradise
Art in Paradise
ທີ່ຈິງຮູບມີຫລາຍກວ່ານີ້ແຕ່ບໍ່ໄດ້ເອົາລົງ ຊ່ຳນີ້ກະຖືວ່າຫລາຍລະເນາະ ອິອິ
ເອົາເປັນວ່າສຳລັບໃຜທີ່ມັກການຖ່າຍຮູບ ຖ້າມີໂອກາດໄດ້ໄປແລ້ວຈະບໍ່ຜິດຫວັງແນ່ນອນ

Mini siam (ເມືອງຈຳລອງ)
Mini Siam
ອອກຈາກ Art in Paradise ແລ້ວເຮົາກໍ່ມາຕໍ່ລົດເພື່ອໄປສະຖານທີ່ໃໝ່
ດ້ວຍການເໝົາລົດເຊັ່ນເຄີຍ ແຕ່ເທື່ອນີ້ທັງໄປແລະກັບ ຄົນລະ 60 ບາດ
ເວລາປະມານ 17:30 ເຮົາກໍ່ຮອດ ເມືອງຈຳລອງ (Mini Siam)

ຈ່າຍຄ່າເຂົ້າຊົມຄົນລະ 120 ບາດ
Mini Siam
 ເມືອງຈຳລອງ (Mini Siam) ເປັນບ່ອນທ່ອງທ່ຽວທີ່ລວບລວມເອົາແບບຈຳລອງ
ຂອງສະຖາປັດຕະຍະກຳທີ່ສຳຄັນໃນໂລກມາລວມກັນໄວ້ໃນພື້ນທີ່ 46,400 ຕາລາງແມັດ
ເຊິ່ງເລີ້ມກໍ່ສ້າງໃນປີ 1986
Mini Siam
ພາຍໃນຈະແບ່ງອອກເປັນ 2 ໂຊນຄື:
ໂຊນ Mini-Europe ແລະ Mini siam
ຍ່າງເຂົ້າມາກໍ່ຈະພົບກັບໂຊນ Mini-Europe ກ່ອນເລີຍ 
Mini Siam
Mini Siam
Mini Siam
 ສະຖາປັດຕະຍະກຳແຖວເອເຊຍກະມີແຕ່ອາດຈະບໍ່ຫລາຍ
ເຫັນທາດຫລວງ ຂອງປະເທດລາວເຮົາບໍ່ (^_^)/
Mini Siam
Mini Siam
 ສະຖານທີ່ກວ້າງຫລາຍ ຍ່າງຈົນຂາລ່ອຍກັນເລີຍ 555
Mini Siam
Mini Siam
 ມາຕໍ່ກັນທີ່ໂຊນ Mini siam  ທີ່ຈະເປັນອີກ step ໜຶ່ງຕ່ຳລົງໄປ
Mini Siam
 ແດດໃກ້ຈະໝົດແລ້ວວວວ.... ຍັງຖ່າຍຮູບບໍ່ໜຳໃຈຊ້ຳ (-_-!)
Mini Siam
Mini Siam
Mini Siam
 ໃນທີ່ສຸດຕາເວັນກໍ່ຕົກລົງແລ້ວ ເລີຍໄດ້ຮູບມາພຽງເທົ່ານີ້
ເອົາເປັນວ່າໃຜມີໂອກາດໄດ້ໄປ ຖ່າຍຮູບມາແຊກັນເບິ່ງແນ່ເດີ້ (^_^)

ເວລາ 19:00 ອອກຈາກເມືອງຈຳລອງ ໄປຊອກກິນເຂົ້າທີ່ Central Festival Pattaya Beach
Central festival pattaya beach
 ເມື່ອກິນເຂົ້າກິນນ້ຳ ເລາະຫ້າງຕາກແອເປັນທີ່ພໍໃຈແລ້ວ
ກໍ່ພາກັນຍ່າງກັບທີ່ພັກເພື່ອລຸຍໃນມື້ຕໍ່ໄປ
ແບບວ່າເມື່ອຍແຮງ ກັບການເດີນທາງ ແລະ ການເລາະຍ່າງໝົດມື້ 555
Pattaya
 ຕາມທາງຍ່າງກັບທີ່ພັກ ຈະເຫັນວ່າຕຶກແຕ່ລະຕຶກ ຈະມີຮ້ານຕ່າງໆແຕກຕ່າງກັນໄປ
ມີທັງຮ້ານອາຫານ ຮ້ານຂາຍເຄື່ອງທີ່ລະລຶກ ຮ້ານໂຊຜູ້ສາວເຕັ້ນ ແລະ ຮ້ານ....
ອິອິ ບໍ່ບອກກະຄົງຈະຮູ້ກັນເນາະ (^_^)
ທີ່ສຳຄັນຮ້ານ 7-11 ນິຫລາຍເກືອບວ່າຫ່າງກັນພຽງຊອຍດຽວເທົ່ານັ້ນເອງ
Pattaya
 ເອົາລະມາຮອດນີ້ກໍ່ຖືວ່າພັກຜ່ອນນອນເຊົາເມື່ອຍ
ຈົບຕອນທີ່ 1 ໃນມື້ທີ 1 ແລ້ວ
ສຳລັບໃຜທີ່ຍັງບໍ່ເບື່ອກັນກ່ອນ ຕຽມຕິດຕາມຕອນທີ 2
ຊິພາໄປຫລິ້ນເກາະ ດຳນ້ຳເບິ່ງປະກາລັງ
ຫຸຫຸ ຢ່າລືມຕິດຕາມເນີ້
To Be Continued => Part 2 

To Be Continued => Part 3

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)