Mask Sheet...ປະໂຫຍດຂອງການ Mask ໜ້າ

ສາວໆຜູ້ໃດມັກການ Mask ໜ້າແນ່ຍົກມືຂຶ້ນ \(^_^)/ ...555
ສຳລັບນ້ອຍແລ້ວແມ່ນຍົກສຸດແຂນ(ອັນສັ້ນໆ) ຂອງໂຕເອງເລີຍ (^_^)
ບອກເລີຍວ່າເປັນຄົນບ້າມາສກໜ້າຫລາຍ
ໂດຍສະເພາະແມ່ນມາສກໜ້າແບບແຜ່ນ (Mask Sheet) ເພາະໃຊ້ງ່າຍ
ສະດວກ ນ້ຳມາສກທີ່ເຫລືອກະເອົາມາທາຄໍ ທາແຂນຂາໄດ້ຕື່ມອີກ ອິອິ
(ຕ້ອງໃຊ້ນ້ຳມາສກທຸກຢາດທຸກຢົດໃຫ້ຄຸ້ມຄ່າ ເຫະໆ)
Mask Sheet
ເຫດຜົນທີ່ເຮັດໃຫ້ມັກມາສກໜ້າເນື່ອງຈາກ
ເມື່ອກ່ອນເປັນຄົນທີ່ຜິວມັນຫລາຍຍຍ... ເປັນສິວງ່າຍ 
ສິວເຊົາແລ້ວພັດຖິ້ມຮອຍດ່າງດຳໄວ້ໃຫ້ ຮູຂຸມຂົນກໍ່ກວ້າງຫລາຍຍຍ

ພໍດີມີເອື້ອຍຜູ້ໜຶ່ງມາແນະນຳໃຫ້ລອງມາສກໜ້າເບິ່ງບາງທີອາດດີຂຶ້ນ
ພໍໄດ້ລອງ ແລະ ໃຊ້ມາເລື້ອຍໆ...ຂໍບອກເລີຍວ່າສະພາບຜິວໜ້າດີຂຶ້ນຫລາຍຍຍຍຍ
ສາວໆເດຢາກຮູ້ບໍ່ວ່າເປັນຫຍັງການມາສກໜ້າຈຶ່ງຊ່ວຍໃຫ້ຜິວດີຂຶ້ນ
ຈາກການລວບລວມຂໍ້ມູນສາມາດສະຫລຸບໄດ້ດັ່ງນີ້:
Mask Sheet
ປະໂຫຍດຂອງການມາສກໜ້າ
ຊ່ວຍຕື່ມຄວາມຊຸ່ມຊື່ນໃຫ້ກັບຜິວ
ການມາສກໜ້າເລື້ອຍໆຈະຊ່ວຍຕື່ມຄວາມຊຸ່ມຊື່ນໃຫ້ກັບຜິວ ເມື່ອຜິວມີຄວາມຊຸ່ມຊື່ນອີ່ມນ້ຳຈະເຮັດໃຫ້ຜິວໜ້າອ່ອນໄວຂຶ້ນ
ປ້ອງກັນຮອຍຫ່ຽວກ່ອນໄວອັນຄວນ

 ຊ່ວຍເຮັດຄວາມສະອາດຜິວໜ້າຢ່າງລ້ຳເລິກ
ການມາສກໜ້າຊ່ວຍດູດຊັບສານພິດອອກຈາກຜິວ
ເຮັດໃຫ້ຜິວສະອາດເຕັ່ງຕຶງ ນວນນຽນ ແລະ ສ້າງຄວາມມີຊີວິດຊີວາໃຫ້ກັບຜິວ

ຊ່ວຍໃຫ້ຜິວລຽບນຽນສະໝ່ຳສະເໝີ
ໃນຂະນະທີ່ກຳລັງມາສກໜ້າ ເນື້ອມາສກຈະຊ່ວຍກະຕຸ້ນໃຫ້ຜິວ ໄດ້ຮັບອັອກຊີເຈັ້ນຫລາຍຂຶ້ນ ນອກຈາກນີ້ການມາສກໜ້າຍັງຊ່ວຍຫລຸດເມັດສີຜິວສ່ວນເກີນ
ຈຶ່ງຊ່ວຍໃຫ້ຜິວລຽບນຽນຫລຸດຮອຍດ່າງດຳທີ່ມາກວນໃຈ

 ຊ່ວຍໃຫ້ຜິວໜ້າກະຊັບແໜ້ນຂຶ້ນ
ຕອນທີ່ກຳລັງມາສກໜ້າ ຈະຮູ້ສຶກໄດ້ເຖິງຄວາມຕຶງຂອງຜິວໜ້າ
ອາການນີ້ແຫລະທີ່ຊ່ວຍໃຫ້ຜິວກະຊັບແຂງແຮງຂຶ້ນ
ລວມທັງເປັນການຕື່ມຄໍລາເຈັ້ນໃຫ້ຜິວ ຊ່ວຍໃຫ້ຜິວກະຊັບ ແລະ ນຸ້ມຈົນຮູ້ສຶກໄດ້

    ຊ່ວຍໃຫ້ຮູຂຸມຂົນກະຊັບຂຶ້ນ 
 ການມາສກໜ້າແບບສະໝ່ຳສະເໝີຈະຊ່ວຍໃຫ້ຮູຂຸມຂົນເທິງຜິວໜ້າສະອາດ
ຊ່ວຍກຳຈັດເຊວຜິວທີ່ຕາຍແລ້ວອອກ ແລະ ຍັງຊ່ວຍຫລຸດປັນຫາໜ້າມັນ ເມື່ອໜ້າເຮົາສະອາດ
ກໍ່ຈະຊ່ວຍຫລຸດປັນຫາການເກີດສິວອີກດ້ວຍ

ຊ່ວຍຜ່ອນຄາຍ
ການມາສກໜ້າກໍ່ຄ້າຍຄືກັບການເຮັດ Spa ຢູ່ບ້ານດ້ວຍຕົນເອງ
ເຮັດຕອນໃດກໍ່ໄດ້ຕາມຄວາມສະດວກ 
ເນື້ອສຳຜັດຂອງແຜ່ນມາສກທີ່ເຢັນ ແລະ ກິ່ນຫອມອ່ອນໆ
ຈະຊ່ວຍຜ່ອນຄາຍຄວາມຕຶງຄຽດອີກດ້ວຍ 
Mask Sheet
ວິທີມາສກໜ້າໃຫ້ໄດ້ປະສິດທິພາບສູງສຸດ
ຄວນມາສກໜ້າຕອນຊ້ວງຫົວຄ່ຳ ຫລື ກ່ອນເຂົ້ານອນ 
ເພາະຫລັງຈາກປະເຊີນກັບສະພາບອາກາດ ມົນລະພາວະ ແສງແດດມາໝົດມື້ແລ້ວ
ຊ້ວງຕອນກາງຄືນຈຶ່ງເປັນຊ້ວງເວລາຂອງການບຳລຸງ ແລະ ຟື້ນຟູຜິວທີ່ດີທີ່ສຸດ

ຄວນເຮັດຄວາມສະອາດຜິວໜ້າກ່ອນການມາສກ
ຫາກຜິວໜ້າລ້າງບໍ່ສະອາດຈະເຮັດໃຫ້ບໍ່ໄດ້ປະສິດທິພາບເຕັມທີ່
ບາງທີອາດຈະໄດ້ສິວເປັນຂອງແຖມກໍ່ໄດ້
ດັ່ງນັ້ນ ກ່ອນທີ່ຈະມາສກໜ້າຄວນລ້າງໜ້າໃຫ້ສະອາດເສຍກ່ອນ
ແລະ ເຊັດໂທນເນີ້ກ່ອນ ເພື່ອເຮັດຄວາມສະອາດຜິວເທື່ອສຸດທ້າຍກ່ອນການມາສກ
ເພາະຜິວທີ່ສະອາດຈະສາມາດຮັບການບຳລຸງໄດ້ເຕັມທີ່

ວາງແຜ່ນມາສກໃຫ້ຖືກວິທີ
 ສຳລັບແຜ່ນມາສກ ເມື່ອວາງລົງເທິງຜິວໜ້າແລ້ວ
ໃຫ້ໃຊ້ນິ້ວໄລ່ຟອງອາກາດອອກໃຫ້ໝົດ ເພື່ອໃຫ້ແຜ່ນມາສກແນບຕິດກະຊັບກັບຜິວໜ້າ
ແລະ ເຮັດໃຫ້ແຜ່ນມາສກສາມາດເຮັດວຽກໄດ້ເຕັມທີ່

ໄລຍະເວລາທີ່ເໝາະສົມ
ການມາສກໜ້າດ້ວຍແຜ່ນ Mask Sheet ໄລຍະເວລາທີ່ເໝາະສົມແມ່ນ
15-20 ນາທີກໍ່ຄວນເອົາແຜ່ນມາສກອອກໄດ້ແລ້ວ ແລະ ບໍ່ຄວນເກີນ 30 ນາທີ
ແລະ ບໍ່ຄວນປ່ອຍໃຫ້ແຜ່ນມາສກແຫ້ງຈຶ່ງເອົາອອກ
ເພາະເມື່ອແຜ່ນມາສກແຫ້ງ ມັນຈະດູູດເອົາຄວາມຊຸ່ມຊື່ນອອກຈາກຜິວໜ້າເຮົາແທນ
Mask Sheet
ດຳເນີນເລື້ອງມາຮອດນີ້ກໍ່ຍາວເຕີບ ເຫະໆໆໆ.... ເອົ້າ!! ມາປິດເລື້ອງນຳກັນເລີຍ
ຖ້າໃຜຕ້ອງການບຳລຸງຜິວແບບເລັ່ງດ່ວນ ຢ້າຊ້າການມາສກໜ້າຊ່ວຍໄດ້
ໃຜຕ້ອງການແຕ່ງໜ້າໃຫ້ເຄື່ອງສຳອາງຕິດໜ້າ ແລະ ຕິດທົນ ການມາສກໜ້າຊ່ວຍໄດ້
ໃຜຕ້ອງການໃຫ້ໜ້າໃສ ຮູຂຸມຂົນກະຊັບ ການມາສກໜ້າຊ່ວຍໄດ້
ສຳລັບນ້ອຍແລ້ວຕອນອາກາດຮ້ອນໆເອົາແຜ່ນມາສກແຊ່ຕູ້ເຢັນ
ຫລັງຈາກນັ້ນເອົາອອກມາມາສກໜ້າ ອ໋ອຍຍຍ...ຈັ່ງແມ່ນມີຄວາມສຸກ
ບາງທີພຽງແຕ່ມາສກໜ້າຢ່າງດຽວແລ້ວນອນເລີຍ
 ໂດຍບໍ່ຕ້ອງທາຄຣີມບຳລຸງເພີ່ມເຕີມຕື່ນມາໜ້າໃສເດັ້ງອີກດ້ວຍ

ຕອນອາກາດໜາວເຢັນອາດຈະເລືອກສູດທີ່ໃຫ້ຄວາມຊຸ່ມຊື່ນເປັນພິເສດ
ຈະຊ່ວຍຕື່ມນ້ຳໃຫ້ຜິວ ແລະ ກັກເກັບຄວາມຊຸ່ມຊື່ນໄວ້
ຫລັງຈາກມາສກໜ້າແລ້ວທາຄຣີມບຳລຸງຜິວຕາມປົກກະຕິ
ຮັບຮອງອາກາດໜາວບໍ່ສາມາດເຮັດໃຫ້ຜິວເຮົາແຫ້ງໄດ້ຢ່າງແນ່ນອນ

Mask Sheet ຕາມທ້ອງຕະຫລາດດຽວນີ້ກໍ່ມີຫລາຍແບບ ຫລາຍສູດ
ຫລາຍຍີ່ຫໍ້ໃຫ້ເລືອກສັນມາຊົມໃຊ້
ເຊິ່ງສາວໆສາມາດເລືອກມາຊົມໃຊ້ໃຫ້ຖືກຕາມສະພາບຜິວ 
ແລະ ຄວາມມັກຂອງຕົວເອງໄດ້ຕາມສະບາຍເລີຍ

ຂອບໃຈຂໍ້ມູນດີໆຈາກ
http://woman.sanook.com/15059
https://purecaretoday.wordpress.com

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)