Pattaya ... Happy New Year 2016 (Part 2)

 ອາໂຫລ... ກັບມາແລ້ວ \(^_^)/ ມາຮອດນີ້ເລື້ອງລາວກໍ່ດຳເນີນມາຮອດ Part 2
 ເຊິ່ງ Part ນີ້ຈະພາໄປຫລິ້ນເກາະ ໄປເປັນຊາວເກາະນຳເຂົາລອງເບິ່ງ ອິອິ
ເລື້ອງລາວຈະເປັນຢ່າງໃດຕໍ່ໄປ ເຮົາມາຕິດຕາມນຳກັນເລີຍ Go!!
Koh Larn - Sarngwarn Beach

Part 2 : ມື້ທີ 2 (02.01.2016)
ມື້ນີ້ຕື່ນກັນແຕ່ 7 ໂມງເຊົ້າເລີຍ ອິອິ
ເພື່ອຫ້າງຫາກະກຽມມ້ຽນເຄື່ອງອອກເດີນທາງໄປເກາະລ້ານ
 ມື້ນີ້ຕື່ນເຊົ້າແນ່ ເລີຍມີເວລາຍ່າງສະບາຍໆ ຊອກຫາຮ້ານສຳລັບກິນເຂົ້າເຊົ້າ
Pattaya
ເມື່ອກິນເຂົ້າແລ້ວ ເຮົາກໍ່ຍ່າງກັນຕໍ່ໄປ ເປົ້າໝາຍຄືໄປທ່າເຮືອບາລີຮາຍ
ແຕ່ລະຫວ່າງທາງເຈິອ້າຍຄົນໜຶ່ງຂາຍແວ່ນຕາຢູ່ລຽບແຄມທາງ
ທີມງານເຮົາບໍ່ລໍຊ້າຮີບຢ່າງເຂົ້າໄປຫາເພື່ອຕິດຕໍ່ຊື້ຂາຍໃນທັນທີ 555
ເຊິ່ງໃຊ້ເວລາພໍສົມຄວນ ເມື່ອເລືອກອັນທີ່ຖືກໃຈ ແລະ ຕໍ່ລອງລາຄາໄດ້ໜຳໃຈແລ້ວ
ພວກເຮົາກໍ່ອອກເດີນທາງຕໍ່ໄປ ເພື່ອມຸ້ງໜ້າໄປທ່າເຮືອ
Pattaya
ຍ່າງມາຕາມແຄມທາງກໍ່ເຫັນຝຣັ່ງ (ບໍ່ຮູ້ວ່າຄົນປະເທດໃດ ເອີ້ນຝຣັ່ງໄວ້ກ່ອນ 555)
ພາກັນອອກມານອນອາບແດດກັນແຕ່ເຊົ້າເລີຍ
Pattaya
ຍ່າງມາໄກເຕີບກໍ່ເລີ່ມຮູ້ສຶກເມື່ອຍ ເມື່ອສອບຖາມຄົນແຖວນັ້ນແລ້ວ
ເພິ່ນບອກວ່າຍັງອີກໄກເດີ້ນ້ອງ ຖ້າຈະຍ່າງໄປຄົງອີກດົນ
ດັ່ງນັ້ນ ທີມງານເຮົາເລີຍຕັດສິນໃຈລັດລົດ 2 ແຖວເຊັ່ນເຄີຍ ອິອິ
ຈ່າຍກັນໄປຄົນລະ 20 ບາດ
Pattaya
ເວລາປະມານ 10 ໂມງປາຍ ເຮົາກໍ່ຮອດທ່າເຮືອບາລີຮາຍ
ເຊິ່ງຢູ່ໃກ້ກັບທາງເຂົ້າຂອງ Walking Street
Pattaya
ບ່ອນຂາຍປີ້ຂຶ້ນເຮືອຢູ່ດ້ານໃນ ຫ່າງຈາກຫົນທາງພໍສົມຄວນ
Pattaya
ວິວນີ້ງາມ ຂໍຖ່າຍກັບທ່ານສາມີແນ່ຈັກບາດ ອິອິ
Pattaya
ບ່ອນຊື້ປີ້ ມີຄົນຄັບຄາໜາແໜ້ນເພື່ອລໍຖ້າເວລາເຮືອອອກ
ຄ່າເຮືອຈາກທ່າເຮືອບາລີຮາຍໄປ ທ່າເຮືອຫາດຕາແຫວນທີ່ເກາະລ້ານ ລາຄາຜູ້ລະ 30 ບາດ
Pattaya
ວິວສຸດ Hit ທີ່ບອກວ່າມາຮອດ Pattaya City ແລ້ວວວ ^.^
Pattaya
ເມື່ອໄດ້ຍິນສຽງເຮືອບີບແກ ແລະ ສຽງຄົນເອີ້ນສະແດງວ່າໃຫ້ຮີບຂຶ້ນເຮືອ
ເພາະເຮືອກຳລັງຈະອອກແລ້ວ
ບ່ອນທ່າເຮືອຈະມີເຕັ້ນສຳລັບນັ່ງລໍຖ້າເພື່ອກຽມຂຶ້ນເຮືອ
Pattaya
ກ່ອນຂຶ້ນເຮືອຈະພົບກັບຄົນເກັບປີ້ ແລະ ອີກ 2 ຄົນທີ່ຊ່ວຍກັນດຶງເຮົາຂຶ້ນເຮືອ
ເພື່ອຄວາມປອດໄພ
Pattaya
ບັນຍາກາດພາຍໃນເຮືອທີ່ໂອນເອນໄປຕາມກະແສນ້ຳ
ໃຜເມົາເຮືອແນະນຳໃຫ້ກິນຢາຫ້າມຮາກໄວ້ກ່ອນໄດ້ເລີຍ ເພາະກວ່າຈະຮອດເກາະລ້ານ
ທ່ານຕ້ອງຢູ່ເທິງເຮືອປະມານ 45 ນາທີ 
Pattaya
ຄົນແຄະທັງ 7 ໂອ໊ະ... ບໍ່ແມ່ນ 555... ທີມງານທັງ 7 ຄົນຂອງພວກເຮົາ
ໜ້າຕາດີ ຕອນນີ້ຍັງບໍ່ມີອາການເມົາເຮືອ ອິອິ
ຄົນທີ່ຂຶ້ນເຮືອມາຕ້ອງໃສ່ເສື້ອຊູຊີບໝົດທຸກຄົນ ເຖິງຈະລອຍນ້ຳເປັນ ຫລື ບໍ່ເປັນກໍ່ຕາມ
ເພື່ອຄວາມປອດໄພຂອງຕົວທ່ານເອງ
Pattaya
ເວລາປະມານ 10:50 ກໍ່ຮອດເວລາເລີກງາມຍາມດີເຮືອອອກຈາກຝັ່ງພັດທະຍາ
ມຸ້ງໜ້າໄປທີ່ເກາະລ້ານ (^_^)
Koh Larn
ເກາະລ້ານ (Koh Larn)
ເຫັນບໍ່...ເຫັນບໍ່... ເຫັນເກາະແລ້ວ ຈະໄດ້ອອກຈາກເຮືອຂຶ້ນຝັ່ງແລ້ວບາດນິ
Koh Larn
ນີ້ຄືທ່າເຮືອຫາດຕາແຫວນຂອງເກາະລ້ານ
Koh Larn
ຄ່ອຍໆທະຍອຍກັນລົງເຮືອ ຕອນເຮືອແລ່ນຢູ່ຍັງບໍ່ເມົາເທົ່າຕອນເຮືອຈອດຊ້ຳ (-_-!)
Koh Larn
ຕອນລົງເຮືອກໍ່ເຊັ່ນກັນມີຄົນເຮືອ 2 ຄົນຊ່ວຍເຮົາລົງເຮືອ
Koh Larn
ປ້າຍບອກເວລາທີ່ເຮືອເຂົ້າ-ອອກ ແລະ ຄ່າບໍລິການ
Tawaen Beach
ຫລັງຈາກລົງຈາກເຮືອແລ້ວ ເຮົາກໍ່ຍ່າງມາຕາມທາງທີ່ມຸງຫລັງຄາ
ຍ່າງໄປທາງຫາດຕາແຫວນ (ເບື້ອງຊ້າຍ) ເພື່ອຊອກລົດໄປຫາທີ່ພັກ
ທີ່ເຮົາຈອງໄວ້ລ່ວງໜ້າຜ່ານ Agoda ເຊັ່ນເຄີຍ
Tawaen Beach
ທະເລງາມຫລາຍສີຟ້າຂຽວ ອາກາດກໍ່ສົດຊື່ນສຸດໆ
ແຍກເບື້ອງຊ້າຍຈະໄປທາງຫາດຕາແຫວນ ແຕ່ແຍກເບື້ອງຂວາຈະໄປຫາດສັງວານ
Sarngwarn Beach
ທາງໄປຫາດສັງວານ ໂອ້...ທະເລງາມຫລາຍ (*o*)
Sarngwarn Beach
ນ້ຳໃສສຸດໆ ຈົນເຫັນກ້ອນຫີນ ແລະ ພື້ນຊາຍທາງລຸ່ມ
Sarngwarn Beach
ຫາດຕາແຫວນຈະເຫັນເຮືອຈອດຫລາຍເນື່ອງຈາກບໍ່ມີໂຄດຫີນ ກ້ອນຫີນ
Tawaen Beach
ຍ່າງໄປຕາມທາງກໍ່ເຫັນພະພຸດທະຮູບທີ່ປະດິດສະຖານ ຕ້ອນຮັບນັກທ່ອງທ່ຽວທີ່ຜ່ານໄປມາ
Tawaen Beach
ມີສຳນັກງານເມືອງພັດທະຍາ ສາຂາເກາະລ້ານ
Tawaen Beach
ມີຫ້ອງປະຖົມພະຍາບານສຸກເສີນ ກໍລະນີເກີດອຸບັດຕິເຫດ
Tawaen Beach
ຫາດຕາແຫວນຄົນຫລາຍແທ້ຫລາຍວ່າ ດັ່ງນັ້ນ ທະເລຈະບໍ່ໃສເທົ່າເບື້ອງຫາດສັງວານ
Tawaen Beach
ໃຜທີ່ບໍ່ຢາກລົງນ້ຳກໍ່ພາກັນນັ່ງພັກຜ່ອນກ້ອງຄັນຮົ່ມໃຫຍ່ຖ້າ
Tawaen Beach
ຢູ່ຫາດຕາແຫວນຈະມີຮ້ານຂາຍເຄື່ອງຫລາຍຮ້ານລຽນເປັນແຖວຍາວ
ຕາມທາງຍ່າງເທິງຫາດ ແຕ່ລາຄາອາດຈະແພງກວ່າປົກກະຕິ
Tawaen Beach
ລໍຖ້າຕໍ່ຄິວລົດ 2 ແຖວເພື່ອໄປທີ່ພັກ
ຄິດລົດ 2 ແຖວບ່ອນນີ້ຄຶກຄັກ ແລະ ຂ້ອນຂ້າງ Hard-core ໜ່ອຍໜຶ່ງ
ຢ່າຕົກໃຈ ຂຶ້ນຜິດຄັນ ຜິດຄິວ ໄລ່ລົງລົດທັນທີ 555
ຄ່າລົດຄົນລະ 20 ບາດ
Koh Larn
ຫົນທາງຢູ່ເກາະສ່ວນໃຫຍ່ຈະເປັນຄ້ອຍຊັນ ແລະ ແຄບ
ຖ້າໃຜເຊົ່າລົດຂັບເອງຂັບລົດບໍ່ແຂງຄວນລະວັງ
Koh Larn
ຈ່າຍເງິນ 20 ບາດຂີ່ລົດບໍ່ເທົ່າໃດນາທີ ເຂົາກໍ່ມາສົ່ງຢູ່ໜ້າວັດໃໝ່ສຳລານ
 ແຕ່ຍັງບໍ່ຮອດທີ່ພັກ ເຂົາບອກເຮົາໂທໃຫ້ລົດຢູ່ທີ່ພັກມາຮັບ ເພາະລົດ 2 ແຖວທົ່ວໄປເຂົ້າບໍ່ໄດ້
ເພາະຫົນທາງໄປທີ່ພັກແຄບຫລາຍ ເຫີ້...
ໃນທີ່ສຸດເວລາປະມານ 12:20 ທີມງານເຮົາກໍ່ຮອດທີພັກລະບາດນິ
ຊື່ທີ່ພັກແມ່ນ Sukkee Island Resort

The Castello (Sukkee Island Resort)

The Castello Kohlarn
ແຕ່ວ່າ...ຍັງເຊັກອິນບໍ່ໄດ້ເພາະຍັງເຮັດຄວາມສະອາດບໍ່ແລ້ວ
ຕ້ອງຖ້າຮອດ 14:00 ຈຶ່ງສາມາດເຂົ້າຫ້ອງໄດ້ ເຫີ້...ເມື່ອຍ ຫິວເຂົ້າ
The Castello Kohlarn
ເອົາຫວະ ໄລຍະລໍຖ້າເຮົາກໍ່ສັ່ງອາຫານມາກິນກ່ອນ
ອາຫານຢູ່ນີ້ບໍ່ແພງຫລາຍ ແລະ ລົດຊາດກໍ່ຖືວ່າດີ ແຕ່ຂ້ອນຂ້າງຊ້າໜ້ອຍໜຶ່ງ
The Castello Kohlarn
ບັນຍາກາດຢູ່ຫ້ອງອາຫານຂອງລອບບີ້ກໍ່ຕົກແຕ່ງງາມດີ ໄດ້ບັນຍາກາດ
ຊ້ວງເວລາລໍຖ້າເຂົ້າຫ້ອງພະນັກງານກໍ່ແນະນຳບໍລິການດຳນ້ຳ ແລະ ເຊົ່າລົດຈັກ
ເພື່ອຄວາມສະດວກໃນການເດີນທາງທ່ອງທ່ຽວຢູ່ເກາະ
ຄ່າເຊົ່າລົດ ຖ້າເຊົ່າຕອນເຊົ້າ ຫາ 17:00 ລາຄາ 200 ບາດຕໍ່ຄັນ
ແຕ່ຖ້າເຊົ່າຕອນນີ້ ແລ້ວສົ່ງມື້ອື່ນຕອນສວາຍແມ່ນ 300 ບາດຕໍ່ຄັນ
ລົດຈັກຢູ່ເກາະນີ້ເກືອບທັງໝົດຈະເປັນເກຍອໍໂຕ້
The Castello Kohlarn
ໃນທີ່ສຸດເຮົາກໍ່ໄດ້ເຂົ້າຫ້ອງພັກແລ້ວວວວ...ເຢ້ !!
ສະພາບຫ້ອງພັກງາມ ສະອາດດີ ເນື່ອງຈາກສ້າງມາຍັງບໍ່ດົນ ສີສັນມຸ່ງມິ່ງໜ້າຮັກ
The Castello Kohlarn
ຫາດຕາແຫວນ
ຫລັງຈາກເກັບມ້ຽນເຄື່ອງຂອງແລ້ວ ກໍ່ພາກັນກັບມາທີ່ຫາດຕາແຫວນ
ເພື່ອຈະໄປດຳນ້ຳເບິ່ງປະກະລັງ ເຢ້...ເຢ້ !!
Tawaen Beach
ຂໍບອກວ່າຄົນຢູ່ຫາດຕາແຫວນຫລາຍໆ ຍ່າງໆໄປລະວັງຫລົງກັນເດີ້ ອິອິ
Tawaen Beach
ບັນຍາກາດຄືມາຫລິ້ນສວນນ້ຳເລີຍ ຄົນຫລາຍພິລຶກ 555
Tawaen Beach
ມາຮອດດົນແລ້ວແຕ່ເຮືອທີ່ຈະພາເຮົາໄປບ່ອນດຳນ້ຳຍັງບໍ່ມາ
ກໍ່ເລີຍພາກັນນັ່ງຫລິ້ນ ຍ່າງຫລິ້ນ ຫລິ້ນນ້ຳເປາະແປະຂ້າເວລາລໍຖ້າ
Tawaen Beach
ປານມາຫລິ້ນຕ່າງປະເທດເນາະ ມີແຕ່ຫົວທອງ ດັງໂມ 555
Tawaen Beach
ໃນທີ່ສຸດເຮືອ Speed Boat ກໍ່ມາ ເຮົາຊິໄດ້ໄປດຳນ້ຳແລ້ວ
Tawaen Beach
ຂຶ້ນເຮືອ Speed Boat ເພື່ອໄປລົງເຮືອໃຫຍ່ອີກເທື່ອໜຶ່ງ
ຕອນຂີ່ Speed Boat ຢາກບອກວ່າຕັບໄຕໃສ້ພຸງ ຄືຊິມາລວມກັຍຢູ່ບ່ອນດຽວ
ເພາະທັງຄວາມໄວຂອງເຮືອ ປະທະກັບຄື້ນຂອງນ້ຳແລ້ວ
ນັ່ງແບບກົ້ນບໍ່ຕິດຕັ່ງກັນເລີຍ 555 ຈຸກ!!
Tawaen Beach
ເມື່ອຮອດເຮືອໃຫຍ່ທີ່ເປັນບ່ອນລົງດຳນ້ຳແລ້ວ
ຈະເຫັນມີອ້າຍຜູ້ໜຶ່ງເປັນຄົນແນະນຳການບໍລິການ ແລະ ວິທີການລົງດຳນ້ຳ
ເຊິ່ງຈະມີບໍລິການດຳນ້ຳຢູ່ 2 ແບບຄື:
ດຳນ້ຳແບບ snorkel ຄືການທີ່ປາກອົມທໍ່ຫາຍໃຈໄວ້ ແບບນີ້ປົກກະຕິ
ຮ່າງກາຍຈະຢູ່ແຕ່ເທິງໜ້ານ້ຳ ນອກຈາກຄົນນັ້ນຈະດຳນ້ຳເກັ່ງ ຈຶ່ງສາມາດດຳລົງເລິກໄດ້ 

ດຳນ້ຳແບບ Sea Walker ຄືອຸປະກອນທີ່ຊ່ວຍໃຫ້ດຳນ້ຳໄດ້ເລິກປະມານ 2-5 ແມັດ
ໂດຍການໃສ່ໝວກທີ່ຄ້າຍຄືກັບນັກບິນອະວາກາດທີ່ຕໍ່ກັບທໍ່ອົກຊີຢູ່ເທິງເຮືອ

ເຊິ່ງທາງທີມງານເຮົາເລືອກແບບ Sea Walker ເພື່ອປະສົບການແປກໃໝ່
ຈ່າຍຄ່າບໍລິການໄປຄົນລະ 500 ບາດ
Koh Larn
ຢູ່ເທິງເຮືອຈະບໍ່ມີຕູ້ລ໋ອກເກີ້ສຳລັບເກັບເຄື່ອງ ຈະມີພຽງແຕ່ກະຕ່າຢາງເທົ່ານັ້ນ
ໃຜເອົາເຄື່ອງຫຍັງມາກໍ່ໃສ່ໃນກະຕ່ານີ້ ເຈົ້າຂອງເຮືອຮັບປະກັນວ່າເຄື່ອງບໍ່ເສຍວ່າຊັ້ນ OK!
Koh Larn
ແຫລະນີ້ກໍ່ຄືອຸປະກອນ Sea Walker ທີ່ເຮົາເວົ້າເຖິງ ອິອິ ເປັນຈັ່ງໃດຄືໝວກນັກບິນອະວາກາດບໍ່
ເຫັນແບບນີ້ບໍ່ແມ່ນເບົາເດີ້ພີ່ນ້ອງ ນ້ຳຫນັກຂອງໝວກປະມານ 25 Kg ຖ້າຈື່ບໍ່ຜິດ
ແຕ່ບໍ່ຕ້ອງຫ່ວງເວລາເຮົາໃສ່ລົງທະເລນ້ຳໜັກຂອງມັນຈະເບົາຂຶ້ນ
Koh Larn
ກ່ອນລົງທະເລຈະມີເກີບໃຫ້ໃສ່ເພື່ອປ້ອງກັນ ຖ້າບໍ່ໃສ່ບໍ່ໃຫ້ລົງອີກວ່າຊັ່ນ
ເຫັນມີຫລາຍກິ່ງແບບນີ້ແຕ່ຫາຄູ່ບໍ່ຄ່ອຍເຈິ ເອົາເປັນວ່າໃສ່ໂຕໃດໄດ້ກະໃສ່ໂລດເດີ້ 555
Koh Larn
ເຫັນສາຍຂາວໆຫລາຍໆສາຍນັ້ນບໍ່ ນັ້ນຄືສາຍອົກຊີທີ່ຕໍ່ໃສ່ກັບໝວກດຳນ້ຳ
ດັ່ງນັ້ນ ເມື່ອເຮົາທະເລບໍ່ຕ້ອງກັງວົນວ່າຈະຫາຍໃຈໃນນ້ຳບໍ່ໄດ້
ແຕ່ອາດຈະຫູອື້ຄືເວລາເຮົາຂຶ້ນຍົນ ໃຫ້ກືນນ້ຳລາຍແລ້ວອາການຫູອື້ຈະດີຂຶ້ນ
ຫລື ອີກວິທີໜຶ່ງຄືບີບດັງແລ້ວທັ່ງລົມອອກທາງຫູແທນກໍ່ໄດ້
ແນະນຳເພີ່ມເຕີມ ເວລາໃສ່ໝວກລົງນ້ຳແລ້ວຫ້າມກົ້ມໜ້າ ເງີຍໜ້າ
ເພາະຈະເຮັດໃຫ້ນ້ຳເຂົ້າໝວກ, ຫັນຊ້າຍຂວາໄດ້ແຕ່ຕ້ອງຄ່ອຍໆ
ເພື່ອບໍ່ໃຫ້ມີຊ່ອງຫວ່າງໃຫ້ນ້ຳໄຫລເຂົ້າໝວກ
ຖ້າລົງໄປແລ້ວຮູ້ສຶກບໍ່ໂອເຄໃຫ້ຍົກນິ້ວໂປ້ຂຶ້ນ ຈະແປວ່າຂໍກັບຂຶ້ນເທິງເຮືອ
Koh Larn
ຕອນນີ້ພ້ອມແລ້ວທີ່ຈະລົງດຳນ້ຳ ສູ້ໆ
Koh Larn
ນີ້ຄືໂລກໃຕ້ນ້ຳ ປະສົບການໃໝ່ທີ່ເຮົາໄດ້ສຳພັດ 5555
ແຕ່ວ່າ....ບໍ່ຄ່ອຍເຫັນຍັງເລີຍ ເພາະຄົນລົງມາດຳນ້ຳແຖວນີ້ຫລາຍ ເຮັດໃຫ້ນ້ຳຂຸ່ນ
ເຫັນປາໂຕນ້ອຍໆພຽງເລັກນ້ອຍ ເຫັນຫອຍ ປູ ປະກາລັງ(ທີ່ຕາຍແລ້ວ) ເທົ່ານັ້ນ ເຫິໆ
ເວລາຍ່າງລົງໄປເຂົາຈະໃຫ້ເຮົາຍ່າງເກາະແຂນກັນໄວ້ເປັນກຸ່ມ
ຍ່າງໄປໃສກະຕ້ອງໄປນຳກັນ ແຖມຍັງຍ່າງໄປທາງຂ້າງແບບກະປູອີກດ້ວຍ 555
ລົງໄປປະມານ 20 ນາທີກໍ່ກັບຂຶ້ນເຮືອ
Koh Larn
ເມື່ອຂຶ້ນມາກໍ່ເຈິກັບຕະເວັນກຳລັງຈະຕົກດິນ (ເອ໋...!! ຫລືວ່າຕົກທະເລຫວະ 555)
ພາບບັນຍາກາດແສນງາມ ແລະ ໂຣແມນຕິກ ອິອິ
Koh Larn
ພະເອກ ແລະ ນາງເອກ (ມະໂນເອົາເອງ ໂຫະໆ) ນັ່ງເຮືອ ເບິ່ງຕະເວັນທີ່ກຳລັງຕົກ
ວ້າວວວວ.... ສຸດຍອດເລີຍ (^_^)
Koh Larn
ຫລັງຈາກນັ້ນ ກໍ່ພາກັນກັບມາຂີ່ Banana Boat ຕໍ່
ແຕ່ວ່າໄດ້ຂີ່ຟຣີ 5555 ເພາະເຈົ້າຂອງບອກວ່າເປັນຄ່າເສຍເວລາ
ຕອນທີ່ນັ່ງຖ້າເຮືອໄປດຳນ້ຳ ຫຸຫຸຫຸ ມ່ວນເລີຍບາດນິ

Tawaen Beach
ຕອນ Banana Boat ປີ້ນນິຮູ້ຊຶ້ງເລີຍວ່ານ້ຳທະເລເຄັມຮ້າຍກາດ ເຄັມຈົນຂົມ
ກິນນ້ຳທະເລໄປຫລາຍເຕີບ ເຫິເຫິ
Tawaen Beach
ຫລັງຈາກຂີ່ Banana Boat ກິນນ້ຳທະເລຈົນອີ່ມແລ້ວ
ກໍ່ພາກັນກັບທີ່ພັກເພື່ອອາບນ້ຳປ່ຽນເຄື່ອງ ແລ້ວອອກໄປຊອກອາຫານທະເລກິນ
ດ້ວຍລົດທີ່ເຊົ່າມາແຕ່ຕອນສວາຍ
The Castello Koh Larn
ແລ້ວເຮົາກໍ່ພາກັນມາທີ່ໜ້າວັດບ່ອນທີ່ລົດສອງແຖວມາສົ່ງເຮົາລົງຕອນສວາຍ
ຕອນນີ້ປ່ຽນຈາກເດີ່ນທຳມະດາ ມາເປັນຕະຫລາດຂາຍອາຫານແລງທີ່ຄຶກຄື້ນ
ໜ້າວັດໃໝ່ສຳລານ
ມີອາຫານທະເລຫລາກຫລາຍໃຫ້ເຮົາເລືອກກິນໄດ້ເຕັມທີ່
ແຕ່ລາຄາກໍ່ເຕັມທີ່ເຊັ່ນກັນ 555
ມາກິນອາຫານທະເລ ຢູ່ເກາະກາງທະເລ ແຕ່ແພງກວ່າຕະຫລາດໃນເມືອງ
ໜ້າວັດໃໝ່ສຳລານ
ເມື່ອກິນອີ່ມໝີພີມັນແລ້ວ ກໍ່ໃຊ້ລົດທີ່ເຊົ່າມາໃຫ້ເປັນປະໂຫຍດ
ຂີ່ເລາະນຳທາງເບິ່ງບັນຍາກາດຍາມຄ່ຳຄືນທີ່ເກາະລ້ານ
ຢູ່ເກາະລ້ານ ແລະ ພັດທະຍາຕອນກາງຄືນຈະຕ່າງກັນປານຄົນລະໂລກເລີຍ
ຖ້າໃຜມັກບັນຍາກາດເຢັນໆສະບາຍໆ ລຽບງ່າຍບໍ່ວຸ້ນວາຍ ມາພັກທີ່ເກາະລ້ານ
ແຕ່ຖ້າມັກຄຶກຄື້ນ ວຸ້ຍວາຍ ຕື່ນເຕັ້ນ ໃຫ້ໄປພັດທະຍາ
Koh Larn
ຖ້າໃຜຊອກຫາຮ້ານຂາຍເຄື່ອງທີ່ລະລຶກຂອງເກາະລ້ານ ແນະນຳມາຮ້ານ
ນະເກາະລ້ານ ກມ. 0
ເປັນຮ້ານນ້ອຍໆສີຟ້າ ເຊິ່ງມີເຄື່ອງຝາກຫລາຍຢ່າງ
ສາມາດເລືອກຊື້ເລືອກຫາເຄື່ອງທີ່ລະລຶກໄປຕ້ອນຄົນທາງບ້ານກັນແບບຈຸໃຈເລີຍ
Koh Larn
ສິນຄ້າມີຫລາຍແບບຫລາຍຢ່າງ ລາຄາບໍ່ແພງ
Koh Larn
ເມື່ອໄດ້ເຄື່ອງຝາກເປັນທີ່ພໍໃຈແລ້ວ ກໍ່ພາກັນກັບມາພັກຜ່ອນ
ເພື່ອເກັບແຮງໄວ້ສູ້ໃນມື້ຕໍ່ໄປ 555
Koh Larn
ຢ່າລືມຢ່າພາດຕິດຕາມ Part 3 ເດີ້ພີ່ນ້ອງ ຊິພາໄປຂີ່ລົດຫລິ້ນອ້ອມເກາະ
ແລະ ພາເຂົ້າຝັ່ງໄປຫລິ້ນບ່ອນໃໝ່ ຈະເປັນແນວໃດຂໍເຊີນຕິດຕາມຕອນຕໍ່ໄປ

Back To => Part 1          (^_^)          To be continued => Part 3
 

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)