ຄ່າ SPF ແລະ PA ທີ່ຢູ່ໃນກັນແດດໝາຍຄວາມວ່າແນວໃດ ?

ສະບາຍດີ
ໃນບົດຄວາມກ່ອນໜ້ານີ້ ເຮົາໄດ້ຮູ້ກ່ຽວກັບອັນຕະລາຍຂອງແສງແດດ
ແລະ ວິທີປ້ອງກັນຜິວຈາກແສງແດດກັນມາແລ້ວ
ແຕ່ອາດມີບາງຄົນຄົງຈະສົງໃສກັບຄຳວ່າ SPF ແລະ PA  
ທີ່ເຫັນເທິງບັນຈຸພັນສານປ້ອງກັນແສງແດດນັ້ນວ່າ
ໝາຍເຖິງຫຍັງ ແລະ ຄວນເລືອກຄ່າ SPF ແລະ PA ແນວໃດ
ໃຫ້ເໝາະກັບຕົນເອງ ແລະ ກິດຈະກຳປະຈຳວັນ
ສະນັ້ນ ເຮົາມາທຳຄວາມເຂົ້າໃຈໄປພ້ອມໆກັນເລີຍ
( ຮູບແຕ້ມເອງອາດຈະເບິ່ງແລ້ວຕະລົກໜ້ອຍໜຶ່ງ ອິອິ ^^ )
 
ຄຳວ່າ SPF ແມ່ນຫຍໍ້ມາຈາກ Sun Protective Factor


SPF (Sun Protective Factor)

SPF ແມ່ນໂຕຊີ້ບອກ ລະດັບຄວາມຍາວນານໃນການປົກປ້ອງຜິວຈາກລັງສີ UVB
ໂດຍທີ່ບໍ່ເຮັດໃຫ້ຜິວໄໝ້ແດງ 
ຫລື ແມ່ນຈຳນວນເທົ່າຂອງເວລາທີ່ຜິວໜັງທົນຕໍ່ລັງສີຈາກແສງແດດ
ຫລັງຈາກທີ່ເຮົາທາສານກັນແດດໄປແລ້ວ

 ເຊິ່ງໂດຍປົກກະຕິຜິວຂອງເຮົາຈະທົນກັບແສງ UV ໄດ້
ໂດຍທີ່ບໍ່ທາສານກັນແດດເພື່ອເຄືອບຜິວປະມານ 20-30 ນາທີເທົ່ານັ້ນ
ຖ້າຜະລິດຕະພັນກັນແດດລະບຸໄວ້ວ່າ SPF30 ກໍ່ໝາຍເຖິງ
ເຮົາສາມາດຢູ່ກາງແດດໄດ້ປະມານ 30X30 = 900 ນາທີ ຫລື 15 ຊົ່ວໂມງ ໂດຍທີ່ຜິວບໍ່ໄໝ້ແດງ
ແຕ່ເວລາອາດຄາດເຄື່ອນໄດ້ ເນື່ອງຈາກສານກັນແດດທີ່ທາໄວ້ອາດເລືອນໄປ
ເມື່ອເຫງື່ອອອກ ຫລື ຫລິ້ນກິລາທາງນ້ຳ. ດັ່ງນັ້ນ ຖ້າເຮົາເຮັດກິດຈະກຳໜັກໆແບບທີ່ກ່າວມາ
ຄວນທາກັນແດດຕື່ມອີກທຸກ 2 ຊົ່ວໂມງ ເພື່ອໃຫ້ປະສິດທິພາບໃນການປ້ອງກັນແດດສູງສຸດ
SPF (Sun Protective Factor)
ຈະເຫັນວ່າຫລັງຈາກຄ່າ SFP30 ຂຶ້ນໄປແລ້ວ ເປີເຊັນການປ້ອງກັນແສງ UV
ບໍ່ໄດ້ເພີ່ມຂຶ້ນສູງຫລາຍຕາມຈຳນວນຄ່າ SPF ທີ່ເພີ່ມຂຶ້ນ
ສຳລັບຄົນທົ່ວໄປທີ່ໃຊ້ຊີວິດປະຈຳວັນໃນຫ້ອງແອໃຊ້ຄ່າ SPF 15 ກໍ່ພຽງພໍແລ້ວ
ແຕ່ສຳລັບຜູ້ທີ່ຜິວໄວຕໍ່ແດດ ຫລື ຄົນທີ່ດຳງ່າຍນັ້ນອາດຈະໃຊ້ຄ່າ SPF 30
 ເຊິ່ງກໍ່ຖືວ່າພຽງພໍແລ້ວທີ່ຈະປົກປ້ອງຜິວຈາກແສງ UV ໄດ້
ຫລື ຖ້າຢາກໃຊ້ຄ່າທີ່ສູງກວ່ານີ້ກໍ່ບໍ່ວ່າກັນ
ແຕ່ຢ່າລືມວ່າຄ່າ SPF ທີ່ສູງຫລາຍເທົ່າໃດສຳລັບຜູ້ທີ່ມີຜິວແພ້ງ່າຍ
ອາດຈະເຮັດໃຫ້ຜິວໜັງລະຄາຍເຄືອງເພີ່ມຂຶ້ນອີກເທົ່ານັ້ນ


ຄຳວ່າ PA ຫຍໍ້ມາຈາກ Protection Grade of UVA


PA (Protection Grade of UVA)
  PA ແມ່ນໂຕຊີ້ບອກ ລະດັບການປົກປ້ອງຜິວຈາກລັງສີ UVA
ແຕ່ໃນຂະນະນີ້ຍັງບໍ່ມີໜ່ວຍວັດແທກເປັນມາດຕະຖານ
ໃນການວັດແທກຄ່າການດູດຊຶມຂອງລັງສີ UVA 
ດັ່ງນັ້ນ ຈຶ່ງຖືເອົາຄຳວ່າ PA ເປັນໜ່ວຍວັດແທກແບບບໍ່ເປັນທາງການ

ປັດຈຸບັນນິຍົມໃຊ້ PA ແລະເຄື່ອງໝາຍ + ເພື່ອແທນຄ່າການປົກປ້ອງເຊິ່ງຕອນນີ້ມີ 4 ລະດັບຄື
PA+ / PA++ / PA+++ / PA++++
PA (Protection Grade of UVA)
ເປັນຈັ່ງໃດແນ່ຕອນນີ້ຄົງຈະຮູ້ກັນແລ້ວວ່າຄ່າ SPF ແລະ PA ແມ່ນຫຍັງ
ແລະ ມີຄວາມສຳຄັນພຽງໃດ
ດັ່ງນັ້ນ ກ່ອນຈະເລືອກຊື້ຜະລິດຕະພັນກັນແດດຄວນເລືອກຄ່າ SPF ແລະ PA
ໃຫ້ໄດ້ທັງສອງຄ່າ ເພື່ອການປົກປ້ອງຜິວໃຫ້ໄດ້ປະສິດທິພາບດີທີ່ສຸດທັງ UVA ແລະ UVB
ນອກຈາກນັ້ນ ຄວນເບິ່ງຜົນລັບຫລັງທາຄື ເຮັດໃຫ້ໜ້າຂາວລອຍເກີນໄປບໍ່,
ທາແລ້ວເຮັດໃຫ້ເຄື່ອງສຳອາງຕິດໜ້າບໍ່, ຫລື ເຮັດໃຫ້ໜ້າລອກບໍ່, 
ເມື່ອເວລາຜ່ານໄປຈະເຮັດໃຫ້ໜ້າມັນ ຫລື ແຫ້ງເກີນໄປບໍ່, ຮູ້ສຶກຫນັກໜ້າບໍ່,
ເປັນແບບ Physical ຫລື Chemical, ມີສ່ວນປະສົມຫຍັງແນ່
ກັນແດດເປັນສິ່ງຈຳເປັນທີ່ຄວນທາທຸກຄັ້ງກ່ອນປະເຊີນກັບແສງແດດ
ແລະ ເມື່ອຕ້ອງເຈິກັບແດດແຮງໆຄວນທາຊ້ຳທຸກ 2 ຊົ່ວໂມງ
ແລະ ຄວນເລືອກແບບທີ່ທາແລ້ວສະບາຍຜິວດີທີ່ສຸດ


ຂໍຂອບໃຈຂໍ້ມູນຈາກ
http://www.loxtrade.com/index.php?option=com_content&view=article&id=25  
http://re-bornmask.com/spf

Comments

Popular posts from this blog

ເຮັດບຸນໃຫຍ່ທ້າຍປີ 2015 ກັບພິທີພຸດທາພິເສກ (ສົມໂພດພຣະ)

Aqua plus series RADIANCE-INTENSIVE ESSENCE (Review)

Smooth E Acne Clear Whitening Toner (Review)